Breaking News

News

ແມ່ຕູ້ທວດຊາວຍີ່ປຸ່ນຖືກບັນທຶກສະຖິຕິ ກາຍເປັນຜູ້ທີ່ມີອາຍຸຍືນຍາວທີ່ສຸດໃນໂລກ

ກິນເນສ ເວີ ເຣັກຂອດ (Guinness world records) ໄດ້ບັນທຶກສະຖິຕິທີ່ສຸດຂອງໂລກ ປະກາດໃຫ້ ແມ່ຕູ້ທວດ ຄາເນະ ທານາກະ ຈາກປະເທດ ຍີ່ປຸ່ນ ອາຍຸ 116 ປີ ເປັນຜູ້ທີ່ມີອາຍຸຍືນຍາວທີ່ສຸດໃນໂລກ ແລະ ຍັງຄົງມີຊີວິດຢູ່ ເຖິງແມ່ນວ່າ ແມ່ຕູ້ທວດ ຄາເນະ ຈະມີບັນຫາກ່ຽວກັບສຸຂະພາບ ແຕ່ເພິ່ນກໍມີຄວາມສຸກ ແລະມ່ວນກັບທຸກໆຊ່ວງຂອງຊີວິດ ຄາເນະ ທານາກະ ເກີດວັນທີ 2 ມັງກອນ 1903 (ລວມອາຍຸ 116 ປີ) ຊຶ່ງເປັນປີດຽວທີ່ນັກຄົ້ນຄວ້າໄດ້ຄິດຄົ້ນເຮືອບິນລຳທຳອິດຂອງໂລກໄດ້ສຳເລັດ, ແມ່ຕູ້ທວດ ຄາເນະ ເປັນລູກຄົນທີ່ 7 ແລະ ມີບຸດ 5 ຄົນກັບສາມີທີ່ມີຊື່ວ່າ ຮິເດໂອະ ທານາກະ ເຊິ່ງກ່ອນວັນທີ່ຈະແຕ່ງງານທັງສອງບໍ່ເຄີຍເຫັນໜ້າ ແລະບໍ່ເຄີຍໄດ້ເວົ້າລົມກັນມາກ່ອນ, ສາມີຂອງເພິ່ນເປັນຜູ້ຜະລິດ ແລະ ເຮັດທຸລະກິດຂາຍເຂົ້າໜຽວ ເຂົ້າໜົມຍີ່ປຸ່ນ …

Read More »

ສື່ໃຫ້ຄວາມສົນໃຈ! ອະດີດນາງງາມລາວເວທີດັງ ເດີນທາງຮ່ວມງານປະກາດຜົນລາງວັນລະດັບປະເທດຂອງໄທ 

Hello ເຮັດວຽກ ຫຼື ຮຽນໃນມື້ນີ້ເປັນແນວໃດແດ່ ເມື່ອຍບໍ່?ມາພັກຜ່ອນສະໝອງກັບຂ່າວສານຄົນດັງວົງການບັນເທີງ ຫຼ້າສຸດ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ກໍໄດ້ເດີນທາງໄປຮ່ວມງານປະກາດຜົນລາງວັນ “Dara Daily Awards 8” ທີ່ບາງກອກ ປະເທດໄທ ເຊິ່ງ ນຸ້ຍ ສຸພາພອນ ໃນຖານະ ນາງງາມ/ນັກສະແດງ/ນາງແບບຈາກປະເທດລາວ ກໍມີໂອກາດໄດ້ຮ່ວມເດີນພົມແດງ ຮ່ວມກັບດາລາ ສິລະປິນ ແລະ ຄົນດັງຫຼາຍທ່ານທີ່ເດີນທາງມາຮ່ວມໃນງານດັ່ງກ່າວ ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ກໍເປັນອີກໜຶ່ງ ແມ່ຍິງລາວ ທີ່ໄປສ້າງຊື່ສຽງໃຫ້ກັບປະເທດ ເພາະຫຼັງຈາກທີ່ນາງໄດ້ເດີນທາງໄປເປັນຕົວແທນຂອງແມ່ຍິງລາວໃນເວທີ ນາງງາມຈັກກະວານ (Miss Universe) ທີ່ USA ໃນປິ 2017, ຫຼັງຈາກນັ້ນນາງກໍມີຜົນງານທາງວົງການບັນເທີງເລື້ອຍໆ …

Read More »

ຕາຮັກເດ້! ກຽມເປັນພໍ່ແມ່ຄົນແລ້ວ ແອັບເປີ້ນ-ຟຣຸກ ພາລູກໃນທ້ອງທ່ອງທ່ຽວ

ຄວາມຮັກເປັນສິ່ງທີ່ງົດງາມສະເໝີ ໂດຍສະເພາະຄວາມຮັກທີ່ສົມບູນແບບ “ພໍ່-ແມ່-ລູກ”, ຕາຮັກ ຕາແພງຫຼາຍໆ ເປັນຄູ່ຮັກທີ່ຫຼາຍຄົນເປັນແຟນຄລັບມາຕັ້ງແຕ່ຕອນເປັນແຟນ ຈົນແຕ່ງດອງ ແລະ ຫຼ້າສຸດ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ຂວັນໃຈແຟນໆ ກໍກຳລັງມີຂ່າວດີ ເຊິ່ງປັດຈຸບັນ ແອັບເປີ້ນ ກຳລັງຖືພາມີລູກນ້ອຍໄດ້ປະມານ 4ເດືອນແລ້ວ. ຫຼ້າສຸດ ທັງສອງກໍຄວງກັນເດີນທາງທ່ອງທ່ຽວ ສ.ເກົາຫລີ ແຖມຍັງມີໂມເມັ້ນໜ້າໆມາໃຫ້ແຟນໆໄດ້ອັບເດດກັນເຊັ່ນເຄີຍ ເບິ່ງແລ້ວເປັນຕາຮັກ ຕາແພງສຸດໆເລີຍວ່າບໍ່ແຟນໆ, ຢ່າງໃດກໍຂໍສະແດງຄວາມຍິນດີກັບ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ທີ່ກຳລັງຈະມີ Baby ໂຕນ້ອຍໆ ເອີ້ນໄດ້ວ່າທັງສອງກຳລັງກຽມເປັນພໍ່ແມ່ຄົນກັນແລ້ວເດີ້. ຮູບພາບ: Appleminiberry , Fluke Jira

Read More »

ເກັ່ງຫຼາຍ! ເຍົາວະຊົນລາວໄປໂຊຄວາມສາມາດ ແຂ່ງຂັນຮ້ອງເພງໃນລາຍການດັງຂອງປະເທດໄທ

ບໍ່ເວົ້າເຖິງຄົງຈະບໍ່ໄດ້ເລີຍ ສຳລັບເຍົາວະຊົນລາວຄົນເກັ່ງມີນາມວ່າ ນ້ອງ ນໍ້າຝົນ ຈັນທະວົງ ອາຍຸ 10 ປີ ທີ່ໄປແຂ່ງຂັນຮ້ອງເພງໃນລາຍການດັງ “ໄມທອງຄຳເດັກ” ທີ່ ປະເທດໄທ ຈົນມີກະແສຮືຮາ ແລະ ເກີດປະກົດການມີຜູ້ຄົນໃຫ້ຄວາມສົນໃຈ ກົດໄລ້ ກົດແຊຣ ແລະເຂົ້າໄປເບິ່ງຄລິບທີ່ນ້ອງໄປຮ້ອງເພງໃນລາຍການດັ່ງກ່າວເປັນຈຳນວນຫຼາຍລ້ານຄົນໄປແລ້ວໃນເວລານີ້… (ມີຄລິບ ນ້ອງ ນໍ້າຝົນ ໃນລາຍການ “ໄມທອງຄຳເດັກ”) ไมค์ทองคำเด็ก สาวน้อยเสียงดีจาก "สปป.ลาว" "น้องน้ำฝน" #ไมค์ทองคำเด็ก #Workpoint23 Posted by ไมค์ทองคำเด็ก on Sunday, May 26, 2019   ເປັນແນວໃດແດ່ໄດ້ເຫັນຄວາມສາມາດຂອງເຍົາວະຊົນລາວເຮົາແລ້ວຮູ້ສຶກ Wow ເລີຍແມ່ນບໍ່? ໃນເວລານີ້ ນ້ອງ ນໍ້າຝົນ ກໍສາມາດຜ່ານເຂົ້າໄປໃນຮອບຕໍ່ໄປດ້ວຍຄະແນນຈາກກຳມະການທີ່ໃຫ້ຜ່ານເຖິງ 3 ຜ່ານ, ເອົາເປັນວ່າຝາກເປັນກຳລັງໃຈໃຫ້ເຍົາວະຊົນລາວຄົນນີ້ກັນຫຼາຍໆເລີຍເດີ້ແຟນໆ. #ແຊຣໄປໃຫ້ໂລກຮູ້ເດັກລາວເກັ່ງຫຼາຍ ຄລິບຈາກ: ไมค์ทองคำเด็ก

Read More »

ລະວັງ! ໃຜທີ່ມັກນອນເດິກ ຕື່ນສວາຍ ສົ່ງຜົນເສຍຕໍ່ສຸຂະພາບ ສ່ຽງເປັນຫຼາຍພະຍາດ ແລະ ມີໂອກາດເສຍຊີວິດໄວ 

ຖ້ານອນຫຼັບພຽງ 5-6 ຊົ່ວໂມງ ໃນມື້ທຳມະດາ ແຕ່ພໍຮອດວັນພັກກໍນອນຍາວໝົດມື້ ຂໍບອກເລີຍວ່ານີ້ຄືໄພງຽບ ທຳລາຍສຸຂະພາບແບບບໍ່ຮູ້ຕົວ ນອກຈາກຄວາມຜິດປົກກະຕິຂອງການນອນຫຼັບແລ້ວ ກໍຍັງເປັນການເພີ່ມຄວາມສ່ຽງໃນການເປັນພະຍາດຕ່າງໆເຊັ່ນ ພະຍາດເບົາຫວານ, ພະຍາດຫຼອດເລືອດຫົວໃຈ, ໂຣກອ້ວນ, ພະຍາດລະບົບຍ່ອຍອາຫານຜິດປົກກະຕິ, ເຈັບຫົວ ແລະ ສະມາທິສັ້ນ ຜົນການສຶກສາຂອງ Northwestern Medicine ແລະ ມະຫາວິທະຍາໄລ Surrey ໄດ້ມີການສຶກສາພົບວ່າ ຄົນທີ່ມັກນອນເດິກ ມັກມີບັນຫາບໍ່ຍອມລຸກຈາກຕຽງໃນຕອນເຊົ້າຈະມີຄວາມສ່ຽງທີ່ຈະເສຍຊີວິດໄວກວ່າຄົນທີ່ນອນໄວ ແລະ ຕື່ນນອນໃນຕອນເຊົ້າ ການສຶກສາໃນເທື່ອນີ້ມີຜູ້ເຂົ້າຮ່ວມວິໄຈກວ່າເຄິ່ງລ້ານຄົນ ໂດຍໃຊ້ໄລຍະໃນການເກັບກຳຂໍ້ມູນດົນເຖິງ 6 ປິເຄິ່ງ ຊຶ່ງການວິໄຈກ່ອນໜ້ານີ້ມຸ່ງເນັ້ນໄປທີ່ອັດຕາການເຜົາຜານຂອງຮ່າງກາຍ ພະຍາດຫົວໃຈ ແລະ ຫຼອດເລືອດ ແຕ່ນີ້ເປັນຄັ້ງທຳອິດທີ່ໄດ້ສຶກສາວິໄຈເຖິງຄວາມສ່ຽງໃນການເສຍຊີວິດ ບົດຄວາມວິໄຈໄດ້ຖືກຕີພິມເຜຍແຜ່ໃນວາລະສານ Chronobiology International ນັກວິທະຍາສາດພົບວ່າຄົນທີ່ນອນເດິກ ຕື່ນສວາຍ ຈະມີຄວາມສ່ຽງໃນການເສຍຊີວິດສູງເຖິງ 10% ອາດເປັນໄປໄດ້ວ່າຄົນນອນເດິກຕື່ນສວາຍມັກຈະນອນຊ້າຈຶ່ງເປັນສາເຫດເຮັດໃຫ້ຕື່ນຍາກໃນຊ່ວງເຊົ້າຈະໄປຕື່ນໃນຕອນບ່າຍ ຈຶ່ງເຮັດໃຫ້ໂມງຊີວິດ (biological clock) ຜິດດ່ຽງໄປ ສົ່ງຜົນກະທົບໃຫ້ຮ່າງກາຍບໍ່ສາມາດເຮັດວຽກໄດ້ຕາມທຳມະຊາດ ກໍ່ໃຫ້ເກີດຄວາມຄຽດຊຶ່ງເກີດຈາກປັດໄຈຕ່າງໆ ທັງການກິນອາຫານຜິດເວລາ, ການອອກກຳລັງກາຍບໍ່ພຽງພໍ, ການນອນຫຼັບບໍ່ພຽງພໍ, ກາງຄືນຕາໃສແຈ້ງນອນບໍ່ຫຼັບ …

Read More »