ສະຖານເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ເອັດສຊີຈີ ເຊີ່ງເປັນອົງກອນຊັ້ນນໍາທີ່ມຸ້ງສ້າງຄວາມຍືນຍົງໃນອາຊຽນ ພ້ອມດ້ວຍຜູ້ປະກອບການໄທໃນ ສປປ ລາວ ຮ່ວມກັນຈັດກິດຈະກໍາກວດສຸຂະພາບ ແລະ ຮັກສາແຂ້ວໃຫ້ແກ່ພຣະສົງ ແລະ ສໍາມະເນນຫຼາຍກວ່າ 999 ອົງ ໂດຍມີຄະນະທັນຕະແພດ ຈາກໜ່ວຍທັນຕະກໍາພຣະຣາດຊະທານ ຄະນະແພດສາດ ຈຸລາລົງກອນມະຫາວິທະຍາໄລພ້ອມເຈົ້າໜ້າທີ່ສະໜັບສະໜູນຫຼາຍກວ່າ 70 ຄົນ ມາໃຫ້ບໍລິການໃນວັນທີ 5 ແລະ 6 ມິຖຸນາ 2019 ທີ່ວັດອົງຕື້ມະຫາວິຫານ ນະຄອນຫຼວງວຽງຈັນ ສປປ ລາວ. ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ກ່າວວ່າ: ການບໍລິການທັນຕະກໍາໃນຄັ້ງນີ້ຈັດຂຶ້ນເນື່ອງໃນໂອກາດ ພຣະຣາດຊະພິທີບໍຣົມຣາຊາພິເສກ 2019 ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງພຣະລາຊິນີ ປະຈໍາປີ 2019 ໂດຍເປັນຄວາມຮ່ວມມືລະຫວ່າງ ສະຖານເອກອັກຄະຣາຊະທູດໄທ ປະຈໍານະຄອນຫຼວງວຽງຈັນ ຄະນະທັນຕະແພດສາດ …
Read More »News
ປ່ອຍແລ້ວ! ເພງປະກອບຮູບເງົາ “ຮັກມະຍ່ອມມະແຍ່ມ” ຄົບອາລົມ ມ່ວນ ຮາ ຊຶ້ງ ແນ່ນອນ!!!
ຫຼັງຈາກທີ່ ພູມຊະນະ ສິຣິວົງສາ ຫຼື ເຈ້ຍ ປາຊີຟິກ ຜູ້ກຳກັບຊື່ດັງຂອງລາວ ໄດ້ອອກມາເປີດເຜີຍເຖິງບົດຮູບເງົາເລື່ອງ “ຮັກມະຍ່ອມມະແຍ່ມ” ໄດ້ສຳເລັດເຖິງ 100% ແລ້ວ ແລະ ຫຼັງຈາກນັ້ນອີກບໍ່ດົນກໍໄດ້ມີການເປີດໂຕນັກສະແດງນຳໃນຮູບເງົາເລື່ອງນີ້ ເຊິ່ງຖືວ່າເປັນຮູບເງົາທີ່ລວມເອົາບັນດານັກສະແດງ ສິລະປິນລາວມາໄວ້ໃນຮູບເງົາເລື່ອງນີ້ເລີຍກໍວ່າໄດ້ ແລະ ທີ່ເຮັດເອົາເຊີໄພ້ແຟນໆຊາວລາວຫຼາຍທີ່ສຸດກໍຄື ໝໍ່າ ຈົກໝົກ ຕະຫຼົກຊຸບເປີສະຕາປະເທດໄທ ກໍຈະຮ່ວມສະແດງນຳໃນຮູບເງົາລາວເລື່ອງ “ຮັກມະຍ່ອມມະແຍ່ມ” ນີ້ອີກດ້ວຍ ແຕ່ຫຼ້າສຸດໃນວັນທີ 5 ມິຖຸນາ 2019 ກໍໄດ້ມີການປ່ອຍເພງປະກອບຮູບເງົາ “ຮັກມະຍ່ອມມະແຍ່ມ” ມາໃຫ້ແຟນໆໄດ້ຟັງກັນໄປກ່ອນ ແລະ ຄາດວ່າຈະມີ MV ເພງໃຫ້ແຟນໆໄດ້ເບິ່ງໄວໆນີ້… ຫັ້ນແນ່! ໄດ້ຟັງແຕ່ເພງ ກໍຍັງຮູ້ສຶກມ່ວນ ຕະຫຼົກ ແລ້ວແມ່ນບໍ່? ເອົາເປັນວ່າອົດໃຈລໍຖ້າຮູບເງົາເລື່ອງ “ຮັກມະຍ່ອມມະແຍ່ມ” ໄປກ່ອນເນາະ ສັນຍາຈະມາອັບເດດໃຫ້ແຟນໆໄດ້ຮູ້ແນ່ນອນ. ຄລິບ: Jear Keoheang (ຂ່າວທີ່ກ່ຽວຂ້ອງກ່ອນໜ້າ) ຄັ້ງທຳອິດ! ໝໍ່າ ຈົກໝົກ ຕະຫຼົກຊຸບເປີສະຕາປະເທດໄທ ຈະຮ່ວມສະແດງຮູບເງົາລາວ (ກຽມໂຕຮາ…ໄວ້ເລີຍ!!!)
Read More »ໃຜວ່າເປັນແມ່ລູກອ່ອນຕ້ອງຂາດລາຍໄດ້? ມາເບິ່ງອາຊີບທີ່ຊ່ວຍໃຫ້ຫາລາຍໄດ້ ຄວບຄູ່ໄປກັບການລ້ຽງລູກໄປພ້ອມໆກັນ
ສະຖາບັນຄອບຄົວເປັນເລື່ອງສຳຄັນ ການຈະລ້ຽງເດັກນ້ອຍຄົນໜຶ່ງໃຫ້ເຕີບໃຫ່ຍ ແລະ ເປັນຄົນດີຂອງພໍ່ແມ່ ຄອບຄົວ ແລະ ສັງຄົມໄດ້ ຈຸດເລີ່ມຕົ້ນກໍຕ້ອງເລີ່ມມາຈາກການລ້ຽງດູຂອງພໍ່ແມ່ ຊຶ່ງແຕ່ລະບ້ານກໍຈະມີວິທີລ້ຽງທີ່ແຕກຕ່າງກັນໄປ ແມ່ບາງທ່ານພໍກຳເນີດລູກແລ້ວກໍຕັດສິນໃຈອອກຈາກວຽກປະຈຳ ເພື່ອຕ້ອງການມາລ້ຽງດູເບິ່ງແຍງລູກຢ່າງໃກ້ຊີິດ ບາງຄົນບໍ່ມີເວລາກໍຈຳເປັນຕ້ອງຈ້າງເອື້ອຍລ້ຽງໆຊ່ວຍ ແຕ່ທີ່ເວົ້າມານີ້ເຊື່ອເລີຍວ່າແມ່ຫຼາຍທ່ານກໍພະຍາຍາມທີ່ຈະທຸ່ມເທເວລາເພື່ອການເບິ່ງແຍງລ້ຽງດູລູກຢ່າງເຕັມທີ່ ແຕ່ສະໄໝນີ້ໂລກປ່ຽນໄປ ຄ່າໃຊ້ຈ່າຍ ຄ່າຄອງຊີບກໍສູງ ຖ້າຈະໃຫ້ແຕ່ງງານເພື່ອມາເປັນແມ່ບ້ານຢ່າງດຽວໂດຍທີ່ບໍ່ມີລາຍໄດ້ຈຸນເຈີອຄອບຄົວຄົງຈະບໍ່ໄຫວ, ດັ່ງນັ້ນ!!! ລອງມາເບິ່ງນຳກັນວ່າຈະມີອາຊີບໃດແດ່ທີ່ຈະຊ່ວຍໃຫ້ບັນດາແມ່ລູກອ່ອນທັງຫຼາຍສາມາດຫາລາຍໄດ້ ແລະ ຄວບຄູ່ໄປກັບການລ້ຽງລູກໄປພ້ອມໆກັນ… ຂາຍເຄື່ອງອອນລາຍ ປີນີ້ 2019 ແລ້ວເດີ້ແມ່ໆທັງຫຼາຍ ໃຫ້ຫັນມາໃຊ້ເຕັກໂນໂລຊີທີ່ມີໃນມືໃຫ້ເປັນປະໂຫຍດກັນດີກວ່າບໍ່ວ່າຈະເປັນ Facebook Instagram Twitter ກໍຫຼິ້ນ ແລະ ເຂ່ຍໜ້າຈໍໂທລະສັບຢູ່ແລ້ວ ໃຫ້ລອງພິກໄວິກິດໃຫ້ເປັນໂອກາດ ລອງຫາສິນຄ້າທີ່ໜ້າສົນໃຈ ກຳໄລງາມ ມາຂາຍກັນດີບໍ່? ອາໄສຈັງຫວະລູກນ້ອຍຫຼັບ ລອງມາໂພສຂາຍເຄື່ອງ ຝາກຮ້າ່ນ ເຮັດໂຄສະນາ ເວົ້າບໍ່ໄດ້ເດີ້ຈາກຄິດວ່າເປັນພຽງລາຍໄດ້ເສີມ ຕໍ່ໄປອາດຈະກາຍເປັນລາຍໄດ້ຫຼັກໄປເລີຍກໍມີ ເປີດສອນພິເສດ ແມ່ຍຸກໃໝ່ແຕ່ລະຄົນກໍມີຄວາມຮູ້ຄວາມສາມາດ ຈະໃຫ້ຖິ້ມວິຊາທີ່ຮຽນມາເພື່ອມາລ້ຽງລູກກໍໜ້າເສຍດາຍ ລອງພິກໂອກາດນີ້ໂດຍການເປີດສອນພິເສດໃຫ້ເຍົາວະຊົນແຖວບ້ານ ຄິດຄ່າຮຽນບໍ່ແພງຫຼາຍ ຮັບຮອງຖ້າສອນດີເດັກນ້ອຍທີ່ມາຮຽນເຂົ້າໃຈດີ ພວກເຂົາກໍຈະໄປບອກຕໍ່ໆກັນ ມີໂອກາດທີ່ລາຍໄດ້ຈະເຂົ້າມາແບບບໍ່ອັ້ນ …
Read More »ຊົມເຊີຍ! ຕົວແທນເຍົາວະຊົນຈາກລາວ ຊະນະການແຂ່ງຂັນບານເຕະໄດ້ຮັບຂັນລາງວັນໃນງານ “BSS” ທີ່ພັດທະຍາ ປະເທດໄທ
ໃນວັນທີ 1 ມິຖຸນາ 2019 ທີ່ຜ່ານມາ ໄດ້ມີການແຂ່ງຂັນບານເຕະລະດັບໂຮງຮຽນນານາຊາດໃນງານ Bangkok Soccer Schools International Tournament (BSS) ຢູ່ທີ່ພັດທະຍາ ປະເທດໄທ ເຊິ່ງປະເທດລາວເຮົາກໍໄດ້ມີການສົ່ງທີມ ນັກກິລາບານເຕະຊາຍ ລຸ້ນອາຍຸ 11ປີ (U11) ແລະ 10ປີ (U10) ລົງແຂ່ງຂັນໃນງານນີ້ອີກດ້ວຍ. ການເດີນທາງໄປຮ່ວມແຂ່ງຂັນໃນເທື່ອນີ້ນຳພາໂດຍຄູເຝິກຊາວຕ່າງຊາດກໍຄື ຄູເຝິກ Diogo ແລະ ຄູເຝິກ Hakan ໄດ້ນຳພາທີມນັກເຕະເຍົາວະຊົນຈາກລາວທີ່ສຶກສາຢູ່ໃນກຸ່ມໂຮງຮຽນນານາຊາດໄປຮ່ວມແຂ່ງຂັນ, ໃນການແຂ່ງຂັນມີທັງໝົດ 30 ທີມ ຫຼາຍກວ່າ 200 ຊີວິດ ມີຕັ້ງແຕ່ລຸ້ນອາຍຸ 7 ປີ ໄປຈົນຮອດ 12 ປີ ການແຂ່ງຂັນຖືວ່າມີຄວາມດຸເດືອດ ແລະ ທ້າທາຍຫຼາຍສຳລັບທີມນັກເຕະບານຈາກປະເທດລາວເຮົາ ແຕ່ເຖິງຢ່າງໃດກໍຕາມທີມຕົວແທນຈາກລາວເຮົາກໍຄືລຸ້ນອາຍຸ 11 ປີ ແລະ 10 …
Read More »ສາຍບຸນ Come back! ນັກສະແດງຊື່ດັງລະດົມທຶນເພື່ອຊ່ວຍເຫຼືອຊື້ອຸປະກອນການແພດໃຫ້ກັບໂຮງຫມໍ 108 ທີ່ເມືອງ ວັງວຽງ!!!
ເມື່ອເວົ້າເຖິງຊື່ ລູກນໍ້າ ທິດາລັດ ວົງສິລິ ນອກຈາກແຟນໆຈະຮູ້ໃນຖານະທີ່ນາງເປັນນາງງາມ ເປັນນັກສະແດງທີ່ມີຊື່ສຽງມີໂອກາດໄປຮ່ວມງານ-ສະແດງລະຄອນເປັນນາງເອກເຖິງປະເທດໄທ ແຕ່ອີກສາຍາໜຶ່ງຂອງນາງກໍຄື “ນາງງາມສາຍບຸນ” ຫຼ້າສຸດ ລູກນໍ້າ ທິດາລັດ ກໍໄດ້ລະດົມທຶນເພື່ອຊ່ວຍເຫຼືອຊື້ອຸປະກອນການແພດໃຫ້ກັບ ໂຮງຫມໍ 108 ທີ່ເມືອງ ວັງວຽງ ແຂວງ ວຽງຈັນ ປະເທດລາວ ເຊິ່ງການລະດົມທຶນຂອງນາງໃນເທື່ອນີ້ແມ່ນໄດ້ຊື້: ຊື້ຕຽງເກີດລູກ ແລະ ໂຄມໄຟ ບາຫລອດແທກໄຂ້ ເຄື່ອງແທກຕັ່ງຊົ່ງ ໃຫ້ກັບໂຮງໝໍດັ່ງກ່າວ… ແລະ ນາງກໍຍັງໄດ້ໂພສຮູບພາບ ພ້ອມກັບແຄັບຊັ່ນອະທິບາຍວ່າ: “ປີນີ້ ເປັນອີກໂຄງການຫນຶ່ງ ໃນການ ຊ່ວຍໂຮງຫມໍ ທີ່ນ້ຳເຮັດສຳເລັດ ໃນການລວບລວມເງິນນຳຫມູ່ເພື່ອນມາຊື້ຕຽງເກີດລູກ ແລະ ໂຄມໄຟ ບາຫລອດແທກໄຂ້ ເຄື່ອງແທກຕັ່ງຊົ່ງ ໃຫ້ກັບໂຮງຫມໍ 108 ຢູ່ ເມືອງ ວັງວຽງ….. ຕຽງເກີດລູກໂຕເກົ່າແມ່ນໃຊ້ມາ 30ກວ່າປີແລ້ວ.. ຂອບໃຈຫມູ່ເພື່ອນທຸກໆຄົນທີ່ຊ່ວຍກັນ 1ແຮງຕໍ່ 1ຄົນຊ່ວຍກັນ ກາສິເປັນແຮງໃຫຍ່ ໃນການຊ່ວຍເຫລືອສັງຄົມ ຂອບໃຈຫລາຍໆເດີ້ …
Read More »