ມີຂ່າວເປັນທີ່ໜ້າຍິນດີ ແລະ ໜ້າຊື່ນຊົມ ມາຝາກພໍ່ແມ່ພີ່ນ້ອງໃຫ້ໄດ້ຕົບມື ສະແດງຄວາມຍິນດີກັບວົງການ ການສຶກສາລາວ ຫຼ້າສຸດ ທ້າວ ສອນທະລີ ວິໄລສັກ ນັກສຶກສາຄົນທຳອິດທີ່ໄດ້ ໃບປະກາສະນີຍະບັດກຽດນິຍົມ (ໃບປະກາດແດງ) ຂອງສາຂາວິຊາກົດໝາຍອາຍາ. (ເກັ່ງຫຼາຍ! ຂໍສະແດງຄວາມຍິນດີ) ສຳລັບ ສອນທະລີ ວິໄລສັກ ມີຖານຖິ່ນກຳເນີດທີ່ ບ້ານຫາດຮ່ຽນ ນະຄອນຫລວງພະບາງ, ໜຸ່ມຄົນນີ້ເຄີຍເປັນອະດີດນັກຮຽນເກັ່ງລະດັບຊາດ ອັນດັບທີ 3 ວິຊາ ພາສາລາວ-ວັນນະຄະດີ, ໃບປະກາສະນີຍະບັດແດງ ມ 7, ກຽດນິຍົມ ອັນດັບ 2 ຈາກວິທະຍາໄລລາວນາໆຊາດ ແລະ ລ່າສຸດ ກໍສາມາດຄວ້າກຽດນິຍົມເປັນຄົນທຳອິດຂອງສາຂາວິຊາກົດໝາຍອາຍາ, ຄະນະ ນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດມາໄດ້ແບບສົດໆຮ້ອນໆ. ບອກໄດ້ເລີຍວ່າຄວາມສາມາດຂອງບ່າວຄົນນີ້ບໍ່ທຳມະດາອີ່ຫລີ ເພາະເປັນນັກຮຽນເກັ່ງຕັ້ງແຕ່ນ້ອຍຈົນມາຮອດປັດຈຸບັນ ສາມາດຮັກສາມາດຕະຖານຄວາມເກັ່ງໄດ້ຢ່າງຄົງເສັ້ນຄົງວາ ເຖິງແມ່ນວ່າຈະເຮັດວຽກ ແລະ ຮຽນໄປພ້ອມໆກັນກໍຕາມ. ຢ່າງໃດກໍຂໍສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້. ຖືວ່າເປັນຕົວແບບທີ່ດີໃຫ້ກັບນ້ອງໆຫລາຍໆຄົນເພື່ອຮຳຮຽນເອົາເປັນແບບຢ່າງ. ທີ່ມາ: GooD Students in LPB …
Read More »News
ເພີ່ມສະເໜ່ແບບງ່າຍໆ! ທີ່ແມ່ຍິງນໍາກັນເອງຍັງຕ້ອງ “ຍອມໃຈ” ບໍ່ຂໍສູ້!!!
ສະເໜ່ທີ່ສາວໆນຳກັນຍັງຕ້ອງຂໍຍອມຈໍານົນ ພວກນາງເປັນຄົນແບບໃດ ຈຶ່ງມີສະເໜ່ໄດ້ຂະໜາດນັ້ນ!!! ສາວໆເຄີຍເປັນບໍ່ ເວລາທີ່ພົບກັບໃຜຈັກຄົນໜຶ່ງທີ່ຍັງບໍ່ທັນຮູ້ຈັກ ຫຼືຍັງບໍ່ທັນໄດ້ໂອ້ລົມນໍາດົນ ກໍຮູ້ສຶກວ່າ ເປັນຫຍັງຄົນນີ້ຈຶ່ງໜ້າຮັກ, ຢາກຢູ່ໃກ້, ໜ້າຫຼົງໄຫຼໄດ້ຂະໜາດນີ້ ປານມີເວດມົນສະກົດແບບໃດແບບນັ້ນເລີຍ! ນີ້ບໍ່ໄດ້ໝາຍເຖິງຜູ້ຊາຍເດີ້ ແຕ່ເປັນແມ່ຍິງນຳກັນນີ້ແຫຼະ ນັ້ນກໍເປັນຍ້ອນວ່າ ເຮົາກໍາລັງຫຼົງສະເໜ່ ຂອງແມ່ຍິງຄົນນັ້ນເຂົ້າໄປແລ້ວ! ແລ້ວແມ່ຍິງແບບໃດທີ່ເຮັດໃຫ້ແມ່ຍິງດ້ວຍກັນຕ້ອງຍົກທຸງຂາວໃຫ້ຕັ້ງແຕ່ເຫັນຄັ້ງທໍາອິດ ເພາະຫຼົງສະເໜ່ຂອງນາງ ມື້ນີ້ ເຮົາກໍໄດ້ຮວບຮວມເອົາມາຕ້ອນແຟນໆກັນແລ້ວ ໄປເບິ່ງກັນດຸວ່າມີຫຍັງແດ່! ໄປກັນເລີຍ!!! ເປັນແມ່ຍິງທີ່ອາລົມດີ ຂີ້ດື້: ຂໍ້ນີ້ຄົງເປັນນິໄສພື້ນຖານ ທີ່ຫຼາຍໆຄົນກໍຄົງຮູ້ຢູ່ແລ້ວວ່າສາວໆທີ່ມີສະເໜ່ນັ້ນ ມັກເປັນຄົນອາລົມດີ ມ່ວນຊື່ນ ຂີ້ດື້ ຫົວງ່າຍ ຍິ້ມງ່າຍ ແລະ ເປັນກັນເອງ ເອີ້ນວ່າ ເປັນປະເພດທີ່ໃຜເຫັນແລ້ວ ຕ້ອງຢາກຈະເຂົ້າໄປຢູ່ໃກ້ໆ ຄືກັບມີພະລັງງານດຶງດູດບາງຢ່າງກັນເລີຍ ຮູ້ຈັກວາງຕົວ ແລະ ມີກາລະເທສະ: ສາວໆບາງຄົນຮູ້ວ່າຄວາມງາມຢ່າງດຽວບໍ່ພໍ ເພາະພວກນາງຮູ້ວ່າສິ່ງທີ່ສໍາຄັນຫຼາຍກວ່າຄວາມງາມກໍຄື ຕ້ອງຮູ້ຈັກວາງຕົວໃຫ້ດີ ຮູ້ວ່າຕອນໃດຄວນເຮັດຫຍັງ ແລະ ຕອນໃດຄວນຢຸດນິ່ງ ຈຶ່ງຈະເປັນແມ່ຍິງທີ່ແພງໄດ້ເດີ້ ແຕ່ງຕົວມີ Style: ພວກນາງເປັນຄົນທີ່ຮູ້ຈັກເລືອກ …
Read More »ຢ່າລືມ!! ໄປທ່ຽວຊົມງານ Southern Thailand Best Product @Vientiane
ເຊີນທ່ຽວຊົມເລືອກຊື້ສິນຄ້າຜະລິດຕະພັນພື້ນບ້ານດີທີ່ສຸດຈາກ 5 ແຂວງຊາຍແດນພາກໃຕ້ຂອງປະເທດໄທໃນງານ Southern Thailand Best Product @Vientiane ໃນວັນທີ 11-15 ກັນຍາ 2018 ເປັນເວລາ 5 ວັນຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້, ນະຄອນຫຼວງວຽງຈັນ ຕັ້ງແຕ່ເວລາ 10:00-20:00 ໂມງ. ງານນີ້, ເປັນງານທີ່ໄດ້ລວບລວມ 50 ຮ້ານຄ້າດັງຈາກ 5 ແຂວງພາກໃຕ້ຂອງ ໄທ ມາລວມໃນງານດຽວຢູ່ປະເທດລາວໃຫ້ພີ່ນ້ອງຊາວລາວບໍ່ຕ້ອງໄປຮອດພາກໃຕ້ຂອງໄທກໍສາມາດຊື້ສິນຄ້າດີໆໄດ້ຄື: ແຂວງສົງຂາ, ປັດຕະນີ, ນາລາທິວາດ, ຍະລາ ແລະ ສະຕູນ. ເຊິ່ງມີຫຼາກຫຼາຍປະເພດສິນຄ້າເຊັ່ນ: ເສື້ອຜ້າ, ເຄື່ອງປະດັບ, ອາຫານ ແລະ ຜະລິດຕະພັນແປຮູບ, ເກີບສຸພາບໃຍບວບ, ໝອນຢາງພາລາ, ສະບູ່ເປືອກມັງຄຸດ ແລະ ເຄື່ອງປະດັບຈາກເກັດປາເປັນຕົ້ນ… ທຸກໆມື້, ພາຍໃນງານ ຈະມີກິດຈະກຳໃຫ້ກັບຜູ້ເຂົ້າຮ່ວມງານໄດ້ຮ່ວມມ່ວນຊື່ ແລະ ຍັງມີກິດຈະກຳສົ່ງເສີມການຂາຍປະຊາສຳພັນກ່ຽວຂ້ອງກັບສິນຄ້າເຊັ່ນ: ການຈັດກິດຈະກຳນາທີທອງ, …
Read More »ເຊັກຊີ່ບາດໃຈ! ມາເບິ່ງການເຮັດກິດຈະກຳຂອງບັນດານາງສາວຜູ້ເຂົ້າປະກວດ Miss World Laos 2018
ມີແນວງາມໆມາຝາກແຟນໆກັນອີກແລ້ວ ເປັນຄວາມງາມ ແລະ ເຊັກຊີ່ຂອງບັນດານາງສາວຜູ້ເຂົ້າຮອບ 20 ຄົນສຸດທ້າຍຂອງເວທີການປະກວດສາວງາມ ມິສເວີຣລາວ 2018 (Miss World Laos) ນັ້ນເອງ, ເຊິ່ງໃນວັນທີ 11 ກັນຍາ ທີ່ຜ່ານມາບັນດາສາວໆເຫຼົ່ານີ້ກໍໄດ້ດຳເນີນເຮັດກິດຈະກຳໃນກອງປະກວດ, ບັນດາສາວງາມຜູ້ເຂົ້າປະກວດ ມິສເວີຣລາວ 2018 ກໍໄດ້ໄປເຮັດກິດຈະກຳຮ່ວມອອກກຳລັງກາຍຫລີ້ນກິລາລອຍນໍ້າ ໂດຍການສວມໃສ່ຊຸດລອຍນໍ້າແບບງາມໆ ໜ້າຮັກ ແລະ ເຊັກຊີ່ບາດໃຈຫຼາຍໆ… ລອງມາເບິ່ງສາວໆຜູ້ຜ່ານເຂົ້າຮອບ 20 ຄົນສຸດທ້າຍໃນຊຸດກິລາລອຍນໍ້າກັນເບິ່ງເນາະ!!! ນອກຈາກນັ້ນສາວໆທັງໝົດກໍໄດ້ມີການຖ່າຍຮູບລວມໝູ່ ແລະ ຫຼິ້ນນໍ້າກັນໃນສະລອຍນໍ້າ ເຫັນແລ້ວເປັນຕາຮັກຕາແພງຫຼາຍໆສຳລັບສາວລາວເຮົາ. #ແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ ຂໍຂອບໃຈຮູບພາບຈາກ: Miss World Laos ມີສເວີຣ ລາວ
Read More »Nia Imani ຄວ້າມົງກຸດ Miss America 2019 ໂດຍບໍ່ຕ້ອງໃສ່ຊຸດລອຍນໍ້າ!!!!
ການປະກວດນາງງາມ ຫຼາຍເວທີ ຫຼາຍປະເທດຄົງຈະຮູ້ກັນດີແລ້ວວ່າ ການປະກວດຊຸດລອຍນໍ້າ ຖືເປັນອີກໜຶ່ງໄຮໄລ້ສຳຄັນຂອງການປະກວດນາງງາມ ແຕ່ໃນປິນີ້ ການປະກວດໃນເວທີ ມິສອາເມຣິກາ 2019 (Miss America) ໄດ້ຍົກເລີກການປະກວດໃນຊຸດລອຍນໍ້າ ຖືເປັນການປ່ຽນແປງຄັ້ງຍິ່ງໃຫ່ຍຂອງການປະກວດທີ່ມີອາຍຸກວ່າ 98 ປີ ເຊິ່ງສາວງາມທີ່ໄດ້ຮັບຕຳແໜ່ງອັນຊົງກຽດໃນປີນີ້ກໍຄື Nia Imani Franklin ສາວງາມຈາດຣັດ ນິວຍອກ ຈົບການສຶກສາປະລິນຍາໂທດ້ານດົນຕີ ຈາກ UNC School oh the Arts ມີດີກຼີເປັນນັກໂອເປຣ່າ ແລະ ຮັກໃນສຽງດົນຕີ ມີຄວາມສາມາດໃນດ້ານການແຕ່ເພງຄັ້ງທຳອິດໃນຕອນອາຍຸ 6 ປີ ເຊິ່ງປັດຈຸບັນນາງງາມຄົນນີ້ແຕ່ງເພງມາແລ້ວ 100 ກວ່າເພງ. ແຟນໆບາງທ່ານຄົງກຳລັງງົງໆລະຫວ່າງເວທີ Miss America ແລະ Miss USA ເຊິ່ງສຳລັບການປະກວດເວທີ ມິສອາເມລິກາ (Miss America) ຈະບໍ່ໄດ້ສົ່ງສາວງາມໄປປະກວດທາງໃດຕໍ່ ແຕ່ຈະເນັ້ນເລື່ອງການເຮັດກິດຈະກຳຕ່າງໆພາຍໃນປະເທດ ເຊິ່ງຖືເປັນປີທຳອິດ ທີ່ຍົກເລີກການປະກວດຮອບຊຸດລອຍນໍ້າ ພ້ອມກັບຊຸດລາຕີ …
Read More »