ເອົາໃຈແຟນໆສາຍເຮວຕີ້ ຫຼື ຄົນທີ່ກຳລັງຄວບຄຸມນໍ້າໜັກ ໃນມື້ນີ້ເຮົາຈະມາແນະນຳວິທີປຸງແຕ່ງອາຫານເພື່ອສຸຂະພາບ ແບບງ່າຍໆ ຈາກຮ້ານອາຫານຊື່ດັງໃນນະຄອນຫຼວງວຽງຈັນ ຍັງຢູ່ກັບຮ້ານອາຫານແສງລາວ ທີ່ຈະມາເປີດເຜີຍສູດເມນູຍອດນິຍົມ ໃຫ້ແຟນໆຂວັນໃຈໄດ້ຮູ້ກັນ!! ເຊື່ອວ່າຕ້ອງເປັນເມນູຂອງຫຼາຍໆຄົນມັກກິນ ປີ້ງເອິກໄກ່ ເພື່ອສຸຂະພາບ ແຄຣລໍລີ 150 . ປັດຈຸບັນ, Trend ເລື່ອງສຸຂະພາບກຳລັງມາແຮງ ລອງນຳເອົາ ວິທີ່ນີ້ ໄປລອງເຮັດເບິ່ງຢູ່ບ້ານຮັບຮອງວ່າ ຊິແຊບຄືມືອາຊີບ ຫຼື ຖ້າບໍ່ຢາກເຮັດເອງກໍສາມາດໄປລອງຊິມເມນູນີ້ ຫຼື ອີກຫຼາກຫຼາຍເມນູແຊບໆໄດ້ເລີຍເດີ້ທີ່ ຮ້ານ ອາຫານ ແສງລາວ. ປີ້ງເອິກໄກ່ ເພື່ອສຸຂະພາບ (Healthy Grilled Chicken Breast) 150 Calories ສ່ວນປະກອບ: ເອິກໄກ່ ປະມານ 120 ກຼາມ (ຫຼື ຕາມຄວາມເໝາະສົມ), ຜັກສີຂຽວຕາມທ້ອງຕະຫຼາດແລ້ວແຕ່ຄົນມັກ ແຕ່ໃນຈານນີ້ ເຮົາຈະໃຊ້ ຜັກບ໋ອກໂຄລີ, ຫົວກາຣົດ, ໜໍ່ໄມ້ຝຣັ່ງ, …
Read More »News
ຮືຮາ! ຝຣັ່ງຂັບລົດຈຳໂບ້ (ຝຣັ່ງຄົນນີ້ແມ່ນໃຜ?)
ເປັນທີ່ຮືຮາໃນໂລກອອນລາຍເມື່ອມີຮູບພາບຂອງ ຝຣັ່ງນຸ່ງເສື້ອສີດຳ ກຳລັງຂັບລົດຈຳໂບ້… ເຫັນແນວນີ້ຕ່ອມຄວາມສົງໃສ ຫຼື ເອີ້ນແບບງ່າຍໆວ່າຕ່ອມເຜືອກ (555) ຂອງ ຊະນີIndy ກໍເຮັດວຽກທັນທີ ເລີຍໄດ້ໄປສືບເອົາຂໍ້ມູນມາຝາກແຟນໆ ແລະ ໄດ້ຮູ້ມາວ່າ ຝຣັ່ງຄົນນີ້ມີຊື່ວ່າ Jeppe Bauer Carlsen ເປັນຄົນສັນຊາດ ເດັນມາກ ຫຼື ເອີ້ນງ່າຍໆວ່າ ອ້າຍ ເຈຟພີ້ ເຊິ່ງເພິ່ນເປັນຝຣັ່ງທີ່ອາໃສໃນປະເທດລາວເຮົາມາຫຼາຍປີ ມີຄວາມຮັກ ແລະ ຜູກພັນກັບການດຳລົງຊີວິດ ຮີດຄອງປະເພນີຂອງລາວເຮົາ ແລະ ເພິ່ນຍັງເປັນຜູຸ້ດຳເນີນລາຍການ “ຝຣັ່ງພັນລາວ” ນັ້ນເອງ. ສຳລັບລາຍການ “ຝຣັ່ງພັນລາວ” ເປັນລາຍການນີ້ມີຄວາມພິເສດຫຼາຍ ເພາະມີຜູ້ດຳເນີນລາຍການເປັນຊາວຕ່າງຊາດທີ່ເວົ້າສຳນຽງພາສາລາວໄດ້ຢ່າງຈະແຈ້ງ ແລະ ມີເອກະລັກສະເພາະຕົວ ແລະ ນີ້ຖືເປັນປາກົດການໃໝ່ຂອງລາຍການລາວເຮົາ ທີ່ມີຝຣັ່ງເວົ້າລາວມາດຳເນີນລາຍການບອກເລີຍວ່າຝຣັ່ງຄົນນີ້ເວົ້າລາວໄດ້ແຈ້ງ ແລະ ໜ້າຮັກຫຼາຍໆ, ຢ່າລືມຕິດຕາມລາຍການ “ຝຣັ່ງພັນລາວ” ອົດໃຈລໍຖ້າເບິ່ງວິດີໂອເຕັມໆໄວໆນີ້ ຝຣັ່ງຄົນນີ້ຈະມາສ້າງຄວາມສຸກ ຄວາມມ່ວນຊື່ນໃຫ້ແຟນໆແນ່ນອນ. ຮູບພາບຈາກ: Falang ພັນລາວ
Read More »ສະບາຍໆ! ແຟຼຊັ່ນແນວ Street style ຂອງເຫຼົ່າຄົນບັນເທີງ ໃຜຈະແຈ້ງເກີດໃນການແຕ່ງໂຕແນວນີ້ແດ່ມາເບິ່ງກັນ…
ມາໆ…ຈະພາແຟນໆໄປອັບເດດເທຼນການແຕ່ງໂຕແນວ Street style ຂອງເຫຼົ່າຄົນບັນເທີງລາວເຮົາ ບໍ່ວ່າຈະເປັນດາລາ, ນາງແບບ, ນາງງາມ ຫຼື ເນັດໄອດໍ້ ທີ່ຕ່າງຄົນກໍມີ style ການແຕ່ງໂຕທີ່ບໍ່ຊໍ້າກັນ ແລະ ເປັນຕົວຂອງຕົວເອງ ລອງມາເບິ່ງກັນວ່າໃຜຈະເລີດ ຫຼື ຈະແຈ້ງເກີດໃນການແຕ່ງໂຕແນວນີ້, ມັກແນວຂອງສາວຄົນໃດຄອມເມັ້ນບອກກັນໄດ້ເລີຍ!!! ຈີ່ຈີ້ ພອຍໄພລິນ (ເນັດໄອດໍ້ຕະຫຼອດການ) strolling around?? A post shared by G. (@chichisvl) on Jan 18, 2018 at 6:25am PST A post shared by G. (@chichisvl) on Oct 15, 2016 at 5:14pm PDT lalalalaahhhh? A …
Read More »ຂໍສະແດງຄວາມຍິນດີ! ແພັດ ເພັດດາວອນ ແຊ້ມຄົນທຳອິດຂອງລາວໃນລາຍການ “ສຶກວັນດວນເພງ”
ຂໍສະແດງຄວາມຍິນດີກັບ ແພັດ ເພັດດາວອນ ຄຳມະນີວົງ ອາຍຸ 28 ປີ ສາວລາວຈາກປາກເຊທີ່ເປັນແຊ້ມຄົນທຳອິດຂອງຄົນລາວທີ່ໄປແຂ່ງຂັນໃນລາຍການ “ສຶກວັນດວນເພງ” ຢູ່ທີ່ປະເທດເພື່ອນບ້ານ ເຊິ່ງປະກາດຜົນໄປແບບສົດໆຮ້ອນໆໃນວັນທີ 19 ມີນາ 2018 ທີ່ຜ່ານມາ, ກ່ອນໜ້ານີ້ເພງທຳອິດທີ່ ແພັດ ນຳເຂົ້າແຂ່ງຂັນກໍຄືບົດເພງ “ສິເທນ້ອງໃຫ້ບອກແນ່” ແຕ່ໃນຮອບນີ້ແຊ້ມຄົນກ່ອນໄດ້ຂໍໃຊ້ສິດໃນການເປັນແຊ້ມເພື່ອຂໍຮ້ອງໃໝ່ ແລະ ໃນຮອບທີ 2 ສາວແພັດກໍໃຊ້ບົດເພງ “ນໍ້າຕາຢົດຍັງກົດໄລ້” ມາດວນກັບບົດເພງຂອງແຊ້ມຄົນເກົ່າ “ບໍ່ຢາກເຈິໜ້າຄູ່ກໍລະນີ” ການປະຊັນສຽງດຳເນີນໄປຢ່າງເຂັ້ມຂຸ້ນ ແລະ ໃນທີ່ສຸດວິນາທີການປະກາດຜົນກໍມາຮອດ ຝ່າຍທີ່ໄດ້ຊະນະກໍເປັນໜ້າຍິນດີຢ່າງທີ່ສຸດ ເພາະ ແພັດ ສາມາດເອົາຊະນະແລະກາຍເປັນແຊ້ມຄົນທຳອິດຂອງຄົນລາວໃນລາຍການ “ສຶກວັນດວນເພງ” ແລະ ໃນມື້ນີ້ການແຂ່ງຂັນຍັງບໍ່ສິ້ນສຸດ ແພັດ ເພັດດາວອນ ຈະຂຶ້ນປ້ອງກັນແຊ້ມເປັນເທື່ອທຳອິດ ຢ່າລືມເປັນກຳລັງໃຈໃຫ້ສາວຄົນນີ້ແດ່ເດີ້… (ມີຄລິບລາຍການມາຝາກ) ຂໍຂອບໃຈຄລິບຈາກ: one31
Read More »ຕ້ອງຕົບມືໃຫ້ເພິ່ນ! ສາວລາວຍິ້ມງາມຈາກແດນໃຕ້ ໂຊພະລັງສຽງທີ່ລາຍການແຂ່ງເພງຊື່ດັງທີ່ໄທ! (ມີຄລິບ)
ຕ້ອງຕົບມືໃຫ້ເພິ່ນ! ສາວລາວຍິ້ມງາມຈາກແດນໃຕ້ນາມວ່າ ເພັດດາວອນ ຄຳມະນີວົງ (ແພັດ) ອາຍຸ 28 ປີ ໄດ້ໄປໂຊຄວາມສາມາດ ແລະ ພະລັງສຽງສຸດມ່ວນທີ່ລາຍການແຂ່ງເພງຊື່ດັງ ສຶກວັນດວນເພງ ຢູ່ທີ່ປະເທດເພື່ອນບ້ານ ເຊິ່ງບອກກ່ອນເລີຍວ່າສຽງຂອງສາວລາວຄົນນີ້ກໍບໍ່ທຳມະດາອີຫລີເດີ້ ນາງໄດ້ໃຊ້ບົດເພງ “ສິເທນ້ອງໃຫ້ບອກແນ່” ໃນການທ້າຊິງແຊັມໃນເທື່ອນີ້ ແລະ ແພັດກໍຮ້ອງອອກມາໄດ້ມ່ວນ ແລະ ເປັນຕາອອນຊອນຫຼາຍ ຈົນກຳມະການທັງ 3 ອົດບໍ່ໄດ້ທີ່ຈະຍ້ອງສາວລາວຄົນນີ້ວ່າສຽງແທບຈະບໍ່ມີບ່ອນຕິ… ລາຍການດັ່ງກ່າວໄດ້ອອກອາກາດໄປຕັ້ງແຕ່ ວັນທີ 16 ມີນາ 2018 ທີ່ຜ່ານມາ ແຕ່ຍັງບໍ່ຮູ້ຜົນແພ້ ຫຼື ຊະນະ ແລະ ໃນມື້ນີ້ກໍຈະຮູ້ຜົນກັນແລ້ວ ຢ່າລືມມາເປັນກຳລັງໃຈໃຫ້ສາວ ແພັດ ເພັດດາວອນ ສາວລາວຈາກແດນໃຕ້ຄົນນີ້ແດ່ເດີ້!!! (ມີຄລິບລາຍການມາຝາກ) ຄລິບຈາກ: one31
Read More »