Breaking News

News

ສ່ອງ! ແກ້ວຕາ ພອນປະເສີດ ເນັດໄອດໍ້ສາວລາວ ທີ່ນັບມື້ນັບງາມ ອໍລ້າຈັບ!!!

ເຮັດວຽກເມື່ອຍໝົດມື້ກັນແມ່ນບໍ່? ບໍ່ຊີຣຽດເດີ້ດຽວເຖົ້າໄວໄດ໋ (555) ຊ່ວງແລງໆແບບນີ້ ຊະນີIndy ຢູ່ລ້າບໍ່ເປັນຕາມສະຕາຍ ເອົາໃຈແຟນໆທຸກຄົນ ເພາະໄດ້ໄປຊອ໊ກແຊັກເອົາຂ່າວສານມາໃຫ້ແຟນໆໄດ້ອັບເດດກັນເຊັ່ນເຄີຍ, ເວົ້າເຖິງເລື່ອງ ເນັດໄອດໍ້ ບ້ານເຮົາກໍນັບວ່າມີຫຼາຍຕໍ່ຫຼາຍຄົນທັງຍິງ ແລະ ຊາຍ ແຕ່ໃນມື້ນີ້ເຮົາຈະພາພວກເພິ່ນມາສ່ອງໂປຟາຍ ນ້ອງ ແກ້ວຕາ ພອນປະເສີດ ເນັດໄອດໍ້ຄົນດັງ ຈາກແຂວງ ສະຫວັນນະເຂດ ທີ່ຊ່ວງນີ້ສັງເກດວ່ານາງຈະນັບມື້ຍິ່ງງາມ ອໍລ້າຈັບ ໜ້າຮັກສົມໄວ ແຖມບໍ່ວ່າຈະເປັນເລື່ອງຄວາມຮັກກັບເພື່ອນຊາຍຄົນສະໜິດ ແລະ ເລື່ອງວຽກງານຂອງນາງກໍເບິ່ງຄືຈະດີ ຈະເລີດໆໆໆໄປໝົດ (ໂອ້ຍເນາະອິດສາເບົາໆເດ້555) ຕ້ອງເອີ້ນໄດ້ວ່າເປັນຊ່ວງຂາຂຶ້ນຂອງ ແກ້ວຕາ ກັນເລີຍ… ສຳລັບ ນ້ອງ ແກ້ວຕາ ພອນປະເສີດ ອາຍຸ 19 ປີ ສາວນ້ອຍຈາກແຂວງສະຫວັນນະເຂດ ເຊື່ອວ່າແຟນໆຫຼາຍໆທ່ານກໍຄົງຕິດຕາມນາງກັນບໍ່ໜ້ອຍ ເພາະນາງມີບຸກຂະລິກທີ່ໂດດເດັ່ນ  ສົດໃສສົມໄວ ຈົນເຮັດໃຫ້ມີຄົນຕິດຕາມເຖິງ 3ແສນກວ່າຄົນ ແລະ ແກ້ວຕາກໍກຳລັງເລີ່ມມີຜົນງານທາງວົງການບັນເທີງເຮົາຢ່າງຫຼວງຫຼາຍບໍ່ວ່າຈະເປັນ ຖ່າຍແບບ, ເດີນແບບ, ຖ່າຍໂຄສະນາຕ່າງໆ ແລະ …

Read More »

ລູກຫຼານລາວພູມໃຈ! ກຽມສະເໜີຂຶ້ນທະບຽນ ລຳວົງລາວ ເປັນມໍລະດົກໂລກ

ໃນ​ວັນ​ທີ 9 ມີນາ 2018 ທີ່​ນະຄອນຫຼວງ​ວຽງຈັນ, ​ໄດ້​ຈັດ​ກອງ​ປະຊຸມ ລະດົມ​ແນວ​ຄວາມ​ຄິດ​ ກ່ຽວ​ກັບ​ວຽກ​ງານ​ມໍ​ລະ​ດົກ ​ວັດທະນະທຳ​ຂອງ​ມວນ​ມະນຸດ (​ໂລກ), ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດຖະມົນຕີ ​ກະຊວງ​ຖະ​ແຫຼງຂ່າວ, ວັດທະນະທຳ​ ແລະ ທ່ອງ​ທ່ຽວ, ມີ​ບັນດາ​ຫົວໜ້າ​ກົມ, ຮອງ​ກົມ, ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ ເຂົ້າຮ່ວມ. ກອງ​ປະຊຸມດັ່ງກ່າວ, ​ແມ່ນ​ຈະ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ ​ແລະ ກອບ​ຄຳ​ຄິດ​ຄຳ​ເຫັນ ໃສ່​ບົດ​ຟ້ອນ​ລຳວົງ​ລາວ​ ທີ່​ຈະ​ນຳ​ສະ​ເໜີ​ຂຶ້ນ​ທະບຽນ​ ກັບ​ອົງການ​ຢູ​ເນັສ​ໂກ (UNESCO) ​ໃຫ້​ເປັນ​ມໍລະດົກ​ໂລກ. ​         ອີງ​ຕາມ​ຂໍ້​ຕົກລົງ​ ຂອງ​ລັດຖະມົນ​ຕີ ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ ​ຄະນະ​ຮັບຜິດຊອບ​ຮຽບຮຽງ ​ແບບ​ຟອມ ມໍລະດົກ​ວັດທະນະທຳ ທີ່​ບໍ່​ເປັນ​ວັດຖຸ​ປະ​ເພດ​ສິລະປະການ​ສະ​ແດງ ລຳວົງ​ລາວ ​ເລກທີ 141/ຖວທ ລົງ ​ວັນ​ທີ 13/02/2018 ​ແລະ …

Read More »

ແຟຼຊັ່ນຮັບໜ້າຮ້ອນ ສຸດສ້າງສັນຂອງ ກີກີ່ຈູໂນ່ ນາງຟ້າບ້ານນາ

ຕ້ອນຮັບໜ້າຮ້ອນດ້ວຍແຟຼຊັ່ນສຸດສ້າງສັນ ສຳລັບ ກີ່ກີ່ຈູໂນ່ ນາງຟ້າບ້ານນາ ເນັດໄອດໍ້ຄົນດັງຂອງປະເທດເພື່ອນບ້ານ ງານນີ້ຕ້ອງບອກກ່ອນເລີຍວ່າອິນເນີຂອງແກ້ງນາງຟ້າມາເຕັມອີ່ຫລີ ຈັດໜັກກັນເທີງລັນເວກາງທົ່ງນາ ແລະ ແມ່ນໍ້າລຳຄອງ ຈົນປະສົມຄວາມເປັນແຟຼຊັ່ນ ແລະ ກິນອາຍຂອງສະເໜ່ທ້ອງຖິ່ນໄວ້ໄດ້ຢ່າງລົງໂຕ (ຕົບມືຊົມເຊີຍໃຫ້ເລີຍ). ທີ່ມາ: https://women.mthai.com/fashion/star-dress/341382.html

Read More »

ຕຳແໜ່ງ ມີສແກຣນລາວ ປະຈຳປີ 2018 ນີ້ຈະແມ່ນໃຜນໍ? (ເລືອກບໍ່ຖືກກັນເລີຍງານນີ້)

ຕຳແໜ່ງ ມີສແກຣນລາວ ປະຈຳປີ 2018 ນີ້ຈະແມ່ນໃຜນໍ? ຫຼ້າສຸດທາງກອງປະກວດເພິ່ນກໍໄດ້ເປີດເຜີຍ 12 ສາວງາມທີ່ຜ່ານເຂົ້າຮອບສຸດທ້າຍໃນການປະກວດ  ມີສແກຣນລາວ ປະຈຳປີ 2018  ເຊິ່ງແຕ່ລະສາວງາມກໍຂໍບອກເລີຍວ່າ ງາມສຸດໆ (ເລືອກບໍ່ຖືກກັນເລີຍງານນີ້). ລອງມາເບິ່ງທັງ 12 ສາວງາມຜູ້ຜ່ານເຂົ້າຮອບ ມີສແກຣນລາວ  ໃນປີນີ້ ແລະ ຈະປະກາດຜົນໃນຮອບຕັດສິນໃນວັນທີ 24 ມີນາ 2018 ນີ້ ຢ່າລືມເປັນກຳລັງໃຈໃຫ້ນ້ອງໆນາງສາວຜູ້ເຂົ້າປະກວດທັງ 12 ນາງສາວແດ່ເດີ້ ຮັກໃຜ ເຊຍໃຜ ກົດໄລ້ ກົດແຊຣເລີຍ!!! ຂໍຂອບໃຈຮູບພາບ: MISS GRAND LAOS ມີສແກຣນລາວ

Read More »

ປະກົດການໃໝ່ຂອງລາຍການບ້ານເຮົາ “ຝຣັ່ງພັນລາວ” ລາຍການທີ່ຫຼາຍຄົນຖ້າເບິ່ງ!!!

ມາແລ້ວ! ຕົວຢ່າງລາຍການ “ຝຣັ່ງພັນລາວ” ລາຍການທີ່ແຟນໆຫຼາຍໆທ່ານຕ່າງໃຈຈົດໃຈຈໍ່ລໍຖ້າເບິ່ງ ເພາະລາຍການນີ້ມີຄວາມພິເສດຫຼາຍ ເພາະມີຜູ້ດຳເນີນລາຍການເປັນຊາວຕ່າງຊາດທີ່ເວົ້າສຳນຽງພາສາລາວໄດ້ຢ່າງຈະແຈ້ງ ແລະ ມີເອກະລັກສະເພາະຕົວ ນາມວ່າ Jeppe Bauer Carlsen ເປັນຄົນສັນຊາດ ເດັນມາກ ຫຼື ເອີ້ນງ່າຍໆວ່າ ອ້າຍ ເຈຟພີ້ ເຊິ່ງເພິ່ນເປັນຝຣັ່ງທີ່ອາໃສໃນປະເທດລາວເຮົາມາຫຼາຍປີ  ມີຄວາມຮັກ ແລະ ຜູກພັນກັບການດຳລົງຊີວິດ ຮີດຄອງປະເພນີຂອງລາວເຮົາ. Falang ພັນລາວ ເປີດປາກົດການໃໝ່ຂອງລາຍການລາວເຮົາ ຝຣັ່ງເວົ້າລາວຈັດລາຍການຮຽນຮູ້ວິຖີຊີວິດຂອງປະເທດລາວບອກເລີຍ ຝຣັ່ງຄົນນີ້ເວົ້າລາວໄດ້ແຈ້ງຫຼາຍ ຢ່າລືມຕິດຕາມລາຍການນີ້ໄດ້ທີ Fanpage : Falang ພັນລາວ โพสต์โดย Clip Ded Clip Dung – ຄລິບເດັດ ຄລິບດັງ บน 12 มีนาคม 2018   ແລະ ນີ້ຖືເປັນປາກົດການໃໝ່ຂອງລາຍການລາວເຮົາ ມີຝຣັ່ງເວົ້າລາວມາດຳເນີນລາຍການບອກເລີຍວ່າຝຣັ່ງຄົນນີ້ເວົ້າລາວໄດ້ແຈ້ງ ແລະ ໜ້າຮັກຫຼາຍໆ, ຢ່າລືມຕິດຕາມລາຍການ  “ຝຣັ່ງພັນລາວ” …

Read More »