Breaking News

News

ການເຝິກອົບຮົມໄລຍະສັ້ນ ໂດຍບໍ່ເສຍຄ່າ

ສຳລັບໃຜ ສົນໃຈຢາກເຂົ້າຮ່ວມການເຝິກອົບຮົມໄລຍະສັ້ນ ເປັນເວລາປະມານ 2 ອາທິດ ໃນຫຼາຍຫົວຂໍ້ ທີ່ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ສາມາດສະມັກ ໄດ້ທາງນີ້ (Free ທຸກຢ່າງ): ມີຫຼາກຫຼາຍຫົວຂໍ້ ບໍ່ວ່າ ຈະເປັນ: ການເຝິກອົບຮົມ ດ້ານພາສາອັງກິດ, ສິງແວດລ້ອມ, ພົວພັນຕ່າງປະເທດ, ການທ່ອງທ່ຽວ, ການສື່ສານ, ໄພພິບັດ, ການພັດທະນາຊັບພະຍາກອນມະນຸດ, ອຸດສາຫະກໍາ, ການວາງແຜນການກໍ່ສ້າງ ແລະ ອື່ນໆ. ສະໝັກ ແລະ ຮູ້ລາຍລະອຽດໄດ້ທີ່: https://mtcpcoms.kln.gov.my/mtcpcoms/online/list_course ວັນປິດຮັບສະມັກແຕກຕ່າງກັນໄປ ຕາມແຕ່ລະຫົວຂໍ້ ແຫຼງທີ່ມາ: ຂ່າວສານປະເທດລາວ.

Read More »

ປະທານສະພາແຫ່ງຊາດລາວ ໄດ້ຮັບຫຼຽນໄຊມິດຕະພາບ

ໃນ​ວັນ​ທີ 3 ​ເມສາ 2017 ນີ້ ​ທີ່​ສະຖານທູດ​ ສະຫະພັນລັດ​ເຊຍ ປະ​ຈໍາ​ລາວ.  ຜູ້ຕາງ​ໜ້າລັດຖະບານ ສະຫະພັນລັດ​ເຊ​ຍ​ ທ່ານ ມີ​ຄາ​ອິນ ບາ​ຣານ​ນອ​ບ (Mikhail BARANOV) ​ເອກ​ອັກຄະ​ລັ​ດຖະທູດ​ວິສາມັນ​ ຜູ້​ມີ​ອໍານາດ​ເຕັມ​ແຫ່ງ ສະຫະພັນລັດ​ເຊຍ ປະ​ຈໍາ ສປປ ລາວ ​ໄດ້ປະດັບ​ຫຼູຽນ​ໄຊ​ມິດຕະພາບໃຫ້ ​ທ່ານ ນາງ​ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ແຫ່ງ ສປປ ລາວ. ​ເພື່ອເປັນ​ການປະກອບສ່ວນທີ່ສຳຄັນ​ເຂົ້າ​ ໃນ​ການພັດທະນາ​ເສີມ​ສ້າງ ສາ​ຍພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື ທີ່​ເປັນ​ມູນ​ເຊື້ອ​ ຂອງ​ປະຊາຊົນສອງ​ປະ​ເທດ ກໍ​ຄື ສອງ​ສະພາ​ແຫ່ງ​ຊາດ ລາວ-ລັດ​ເຊຍ ​ໃຫ້​ມີ​ບາດກ້າວ​ສູງ​ຍິ່ງໆ​ຂຶ້ນ. ແຫຼງທີມາ: ຂປລ. ຂ່າວ: ຂັນ​ໄຊ, ພາບ: ສະຫວາດ

Read More »

ມາເບິ່ງ! ຄລິບໜຸ່ມລາວດວງເຮັງຖືກເລກລາງວັນທີ 1 ຈຳນວນເງິນ 6 ລ້ານບາດ ບອກເລີຍເຮັງຕ້ອນຮັບປີໃໝ່ສຸດໆ!!!

ມາເບິ່ງ! ຄລິບໜຸ່ມລາວດວງເຮັງຖືກເລກລາງວັນທີ 1 ຈຳນວນເງິນ 6 ລ້ານບາດ , ຂໍສະແດງຄວາມຍິນດີເດີ້ອ້າຍຈັ່ງແມ່ນເຈົ້າເຮັງຕ້ອງຮັບປີໃໝ່!!!    ຄລິບ: thairath

Read More »

ການແຂ່ງຂັນກິລາເພາະກາຍ ປະຈຳປີ 2017

  ສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດການແຂ່ງຂັນກິລາເພາະກາຍແຫ່ງຊາດ ປະຈຳປີ 2017 ເມື່ອວັນທີ 1 ເມສາ 2017, ທີ່ຫໍວັດທະນະທໍາແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ, ທ່ານ ບຸນມີ ບັນນາວົງ ປະທານກິລາເພາະກາຍແຫ່ງຊາດລາວ, ບັນດາບໍລິສັດ ແລະ ຫ້າງຮ້ານຜູ້ໃຫ້ການສະໜັບສະໜູນຜູ້ເຂົ້າຮ່ວມ. ການແຂ່ງຂັນເພາະກາຍຊາຍ ປະຈຳປີ 2017 ມີການແຂ່ງຂັນທັງໝົດ 4 ລຸ້ນຄື: ເພາະກາຍຊາຍລຸ້ນ 68-85 ກິໂລ ແລະ ລຸ້ນ 55-67 ກິໂລ, ຊາຍຫຸ່ນດີ ແລະ ຍິງຫຸ່ນດີ. ການແຂ່ງຂັນປະກອບມີ 7 ທ່າບັງຄັບຄື: ກ້າມແຂນດ້ານໜ້າ, ກ້າມປີກດ້ານໜ້າ, ກ້າມເອິກດ້ານຂ້າງ, ໜ້າແຂ່ງດ້ານຫຼັງ, ກ້າມປີກດ້ານຫຼັງ, ກ້າມຊີ້ນຫຼັງແຂນ, …

Read More »

ເສດຖີໃໝ່ຂ້າມຄືນ! ໜຸ່ມລາວດວງເຮັງຖືກເລກລາງວັນທີ 1 ຢູ່ປະເທດໄທ ດີໃຈຫຼາຍກຽມພາເມຍກັບບ້ານ!!!

  ໝຸ່ມລາວເຂົ້າໄປເຮັດວຽກທີ່ ຈັງຫວັດ ຊົນບຸລີ (ປະເທດໄທ) ກາຍເປັນເສດຖີໃໝ່ ເພາະດວງເຮັງຖືກເລກລາງວັນທີ 1 ໄດ້ຮັບເງິນມູນຄ່າ 6 ລ້ານບາດ ແລະ ກຽມພາເມຍກັບປະເທດລາວ ເພື່ອເຮັດອາຊີບກະເສດ ແລະ ໃຊ້ຊີວິດຢ່າງພໍພຽງທີ່ບ້ານເກີດ ວັນທີ 2 ເມສາ 2017 ຜູ້ສື່ຂ່າວຂອງປະເທດໄທລາຍງານວ່າ ຢູ່ທີ່ສະຖານນີຕຳຫຼວດພູທອນ ເມືອງ ຊົນບຸລີ ທ້າວ ບຸນທະວີ ຂຸ່ນວັນທອງ ອາຍຸ 41 ປີ ປະຊາຊົນເມືອງ ປາກເຊ ແຂວງ ຈຳປາສັກ ເຊິ່ງເດີນທາງໄປເຮັດວຽກຢູ່ທີ່ໂຮງງານຮັບອັດດອກຍາງລົດແຫ່ງໜຶ່ງ ມາດົນເກືອບ 10 ປີ, ໄດ້ເດີນທາງມາພ້ອມກັບໝູ່ ພ້ອມນຳພັດສະປອດ ແລະ ບິນເລກ ງວດປະຈຳວັນທີ 1 ເມສາ 2017 ເພາະຕົນເອງໄດ້ຖືກເລກລາງວັນທີ 1 ຈຳນວນ 1 …

Read More »