Breaking News

News

ບິນລັດຟ້າໂກອິນເຕີ້ເຮັດວຽກກັບສາຍການບິນກາຕ້າຄົນທໍາອິດ

ສົມກັບຄຳວ່າ ແມ່ຍິງລາວເກັ່ງບໍ່ນ້ອຍໜ້າຊາດໃດໃນໂລກແທ້ໆ ຂໍສະແດງຄວາມຊົມເຊີຍ ແລະ ຍິນດີນໍາ ນາງ ສຸມາໄລ ໂພທິສານ (ປຸ) ລູກເຮືອຍິງ ຄົນລາວຜູ້ທໍາອິດ ທີ່ເຮັດວຽກຢູ່ສາຍການບິນ ກາຕ້າ ແອເວ Qatar Airways ເຊິ່ງສາຍການບິນໂດ່ງດັງອັນດັບ 5 ດາວດີເດັ່ນຂອງໂລກ. ສາຍການບິນ Qatar Airways ເປັນສາຍການບິນ 5 ດາວຂອງໂລກ (ສູງສຸດຄື 5 ດາວ).   ເຊິ່ງສາຍການບິນທີ່ໄດ້ 5 ດາວກໍມີ 9 ສາຍການບິຄື: All Nippon Airways (ຍີ່ປຸ່ນ), Asiana Airlines (ເກົາຫລີ), Cathay Pacific Airways (ຮົງກົງ), Eitihad Airways (UAE), EVA Air (ໄຕ້ຫວັນ), …

Read More »

ຊໍາຊຸງຈັດກິດຈະກໍາສົ່ງເສີມການຂາຍ

  ໃນວັນທີ 4 ກຸມພາ 2017 ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໄດ້ມີງານກິດຈະກຳເປີດໂຕ Samsung Galaxy A 2017ໃນຫົວຂໍ້ “ຖ່າຍພາບໄດ້ໃຈ ລຸຍໄປທຸກບ່ອນ ແລະ ຄົ້ນຫາໄວລຸ້ນຍຸກໃໝ່ສະໄຕສເກລດ A ກັບ Grade A Young Talent Contest”ເຊິ່ງງານໄດ້ຈັດຂຶ້ນທັງໝົດ 2 ມື້ຄືວັນທີ 4 ແລະ 5 ກຸມພາ 2017, ທ່ານ ນາງ ສະຣັນຢາ ໄພບູນນຸກູນກິດ ຫົວໜ້າພະແນກ IT & Mobile Communication ບໍລີສັດລາວຊໍາຊຸງເອເລັກໂຕນິກ ຈໍາກັດ ຜູ້ດຽວ ໄດ້ຂຶ້ນກ່າວເປີດງານ ແລະ ຕ້ອນຮັບບັນດາແຂກ. ພາຍໃນງານຍັງມີການສະແດງ, ການເປີດຕົວພີເຊັນເຕີໜ້າໃໝ່ສໍາລັບມີຖືລຸ້ນນີ້ນັ້ນກໍຄືໄວໜຸ່ມໜ້າໃສທ້າວ ວົງພະຈັນ ກູ້, ທ້າວ ສຸກສົມຫວັງ …

Read More »

ມາຮູ້ຈັກກັບສາວລາວສຸດ Hot ແລະ Sexy ທີ່ສຸດໃນຕອນນີ້!

  ມື້ນີ້ ຊະນີIndy ຈະພາໄປຮູ້ຈັກກັບສາວລາວຄົນງາມທີ່ແຈ້ງເກີດມາໄດ້ຍ້ອນການເປັນ Pretty ຕາມງານອີ່ເວັ້ນຕ່າງໆ ບໍ່ວ່າຈະມີງານໃຫ່ຍໆເປີດໂຕສິນຄ້າຕ່າງໆ ເປັນໄປບໍ່ໄດ້ເລີຍທີ່ຈະບໍ່ມີສາວຄົນນີ້ນັ້ນກໍຄື ກີ້ ທັດສະໄນ ລາມາງກຸນຣ ອາຍຸ 25 ປີ ຈົບການສຶກສາປະລິນຍາຕີ ສາຂາບໍລິຫານການໂຮງແຮມ-ທ່ອງທ່ຽວ, ເຊິ່ງສາວຄົນນີ້ນອກຈາກຈະເປັນ Pretty ສຸດ Hot ແລ້ວນາງຍັງເປັນທັງພີເຊັນເຕີ້, ນາງແບບ, ນາງເອກເອັມວີ ແລະ ສະແດງຮູບເງົາ (ໂອ້ຍ…ຈັ່ງແມ່ນວຽກຫຼາຍມາແບ່ງໃຫ້ ຊະນີIndy ແດ່ແມ້) ແລະ ຍັງບໍ່ພຽງແຕ່ເທົ່ານີ້ເດີ້ເພາະສາວກີ້ຄົນນີ້ຈະວ່າໄປນາງຍັງເປັນ Net Idol ອີກໄດເພາະມີຄົນຕິດຕາມນາງຫຼາຍ ແບບວ່ານາງຈະລົງຮູບໃດກໍມີຄົນກົດໄລ້ກົດແຊຣແບບລົວໆ. ຝອຍກັນຫຼາຍແລ້ວ ເພື່ອນໆລອງມາເບິ່ງເລີຍວ່າສາວ ກີ້ ຄົນນີ້ຈະງາມ ແລະ ເຊັກຊີ່ສົມກັບທີ່ ຊະນີIndy ເວົ້າໄວ້ແທ້ບໍ່…! #ແຊຣວົນໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ     ຂໍ້ມູນ ແລະ ຮູບພາບຈາກ: KY Ramangkoun

Read More »

ປ່ຽນໂສມໜ້າໃໝ່ຂອງ ຮ້ານ ຮາດລັອກ ຄາເຟ

ໃນຕອນຄໍ່າ ວັນທີ 2 ກຸມພາ 2017 ຢູ່ທີ່ ໜ້າໄອເຕັກມໍ, ຖະໜົນກໍາແພງເມືອງ, ນະຄອນຫຼວງວຽງຈັນ.  ຮ້ານ ຮາດລັອກ ຄາເຟ ໄດ້ສະເຫຼີມສະຫຼອງ ເປີດຮ້ານໃໝ່ອີກຄັ້ງຢ່າງເປັນທາງການ ພ້ອມປະກາດຄູ່ຮ່ວມພັນທະມິດ ໃໝ່ ແລະ ຈະເປັນຜູ້ບໍລິຫານຮ້ານ ຮາດລັອກ ຄາເຟ ວຽງຈັນ ຄື ບໍລິສັດ ລາວ ເບເວເຣດຊ ຈຳກັດຜູ້ດຽວ. ພາຍໃນງານ ມີແຂກທີ່ຖືກເຊີນ, ລູກຄ້າ ແລະ ໝູ່ເພື່ອນ ເຂົ້າຮ່ວມງານຢ່າງຫຼວງຫຼາຍ ແລະ ໄດ້ມ່ວນຊື່ນກັບສຽງເພງ, ສຽງດົນຕີ ເຊິ່ງມີອາຫານ ແລະ ເຄື່ອງດື່ມ ພ້ອມເສີບຕະຫຼອດງານ. ຮາດລັອກ ຄາເຟ ວຽງຈັນ ຈະເປັນສູນລວມຄວາມມ່ວນຊື່ນ ແຫ່ງສຽງດົນຕີ, ຄວາມບັນເທີງ, ຂອງທີລະນຶກທີ່ເປັນເອກະລັກ ແລະ ອາຫານດັ້ງເດີມຂອງຊາວອາເມຣິກາ. ເປີດບໍລິການທຸກໆມື້ ວັນຈັນ-ວັນສຸກເວລາ …

Read More »

ມວນຊົນຫຼາຍພັນຄົນແຫ່ຊື້ປີ້ເຮືອບິນລາຄາຖືກ!

ດາລານັກສະແດງ ອໍ້າ ພັດຊະລາພາ ມາກໍວ່າຫຼາຍແລ້ວ ແຕ່ມາມື້ນື້ແຫ່ງຫຼາຍກວ່າ ໃນໂອກາດຄົບຮອບ 15 ປີຂອງສາຍການບິນ lao skyway ໃນບັນຍາກາດຂອງມວນຊົນຈໍານວນຫຼາຍພັນຄົນແຮ່ກັນໄປຊື້ປີ້ຍົນພາຍໃນປະເທດໃນລາຄາ 150,000 ກີບ ທີ່ສູນການຄ້າວຽງຈັນເຊັນເຕີ ເບິ່ງຈາກພາບຄົນຫຼາຍພິລຶກອີຫຼີ! ຮູບພາບ: Sengphachanh

Read More »