ຈາກດິນເປົ່າຫວ່າງກາຍເປັນບ່ອນຖິ້ມຂີ້ເຫຍືອ! ດິນເປົ່າວ່າງຂ້າງຕະຫຼາດ ໃນຂອບເຂດມະຫາວິທະຍາໄລແຫ່ງຊາດ ກາຍເປັນບ່ອນຖິ້ມຂີ້ເຫຍື້ອຂອງ ແມ່ຄ້າຊາວຂາຍ ແລະ ຈູດ ໂດຍບໍ່ຄໍານຶງເຖິງຄວາມຈົບງາມຂອງສະພາບແວດລ້ອມ “ລູກຊາວບ້ານ” ເຫັນແລ້ວເມື່ອຍໃຈເດ້ ໂດຍ: ລູກຊາວບ້ານ
Read More »News
ເກືອບບໍ່ຈື່! ສຽວຜິງ ງາມຂຶ້ນຫຼາຍ!!!
ເກືອບບໍ່ຈື່! ສຽວຜິງ ງາມຂຶ້ນຫຼາຍ!!! ມາໆມາຝອຍນຳກັນໄວໆ! ຊະນີIndy ນອນບໍ່ຫຼັບໝົດຄືນຍ້ອນວ່າລັກແອບໄປສ່ອງ IG ຂອງດາລາພິທີກອນຊື່ດັງສາວ ສຽວຜິງ ໄຊຍະລິນ ທີ່ດຽວນີ້ນາງມີຄວາມງາມ ແລະ ເຊັກຊີ່ຂຶ້ນແບບຜິດຫູຜິດຕາ ຈົນຢາກມອບຕຳແໜ່ງເຊັກຊີ່ສະຕາແຫ່ງວົງການໃຫ້ນາງກັນເລີຍ, ຄລິກເບິ່ງຮູບພາບຂອງນາງແຕ່ລະຮູບ ແບບວ່າມີແຕ່ຮູບເລີດໆ ແບບວ່າງາມເວີ້ທຸກຮູບ, ບໍ່ຈັກວ່າສາວ ສຽວຜິງ ໄປເຮັດສັນຍະກຳໝໍໃດມາ…ອຸ້ຍບໍ່ແມ່ນເດີ້ໄປກິນຫຍັງມານໍຄືມາງາມເລີດຈົນຈະບໍ່ຈື່ວ່າແມ່ນສາວ ສຽວຜິງ ກັນເລີຍ! ຂອບໃຈຮູບພາບຈາກ: Siewphing
Read More »ມາເບິ່ງ! ສາວລາວຄົນທຳອິດໃນລາຍການ “Take me out Thailand”
ມາເບິ່ງ! ສາວລາວຄົນທຳອິດໃນລາຍການ “Take me out Thailand” ຊະນີIndy ມາແລ້ວຈະມາອັບເດດຂ່າວສານບັນເທິງ ເປັນທີ່ຮືຮາກັນທົ່ວບ້ານທົ່ວເມືອງກັບສາວລາວຄົນທຳອິດທີ່ສາມາດໄປຮ່ວມໃນລາຍການເລືອກຄູ່ “Take me out Thailand” ຊີຊັ່ນ 11 ອອກອາກາດໄປໃນວັນເສົາ ວັນທີ 14 ມັງກອນ 2017 ທີ່ຜ່ານມາ, ເຊິ່ງສາວຄົນນີ້ເປັນສາວໜ້າຮັກ ຜິວພັນດີ ມີຊື່ວ່າ ກິຕ້າ ພັດທະສອນ ມິນີດາລັດ ອາຍຸ 24 ປີ, ສາວ ກິຕ້າ ໄດ້ເປີດເຜີຍວ່າສາເຫດທີ່ມາຮ່ວມໃນລາຍການນີ້ກໍຍ້ອນວ່ານາງຢູ່ໃນສະຖານະພາບໂສດມາດົນ ແລະ ຍາກມີແຟນ, ໂອ້ຍ!! ໜ້າຮັກພຽງນີ້ຍັງບໍ່ມີແຟນ (ບໍ່ຢາກຈະເຊື່ອ)! ເບິ່ງຮູບສາວກິຕ້າແລ້ວຢ່າລືມຄອມເມັ້ນ, ກົດໄລ້ ແລະ ແຊຣ ແດ່ເດີ້ວ່າສາວລາວ ໜ້າຮັກ ແລະ ງາມຊໍ່າໃດ?
Read More »ເທັກຊັດ ຊິກເກັນ ເປີດໂຕຮ້ານທຳອິດໃນ ສປປ. ລາວ
ເທັກຊັດ ຊິກເກັນ ເປີດໂຕຮ້ານທຳອິດໃນ ສປປ. ລາວ ແລະ ກຽມຂະຫຍາຍສາຂາຫຼາຍກວ່າ 7 ສາຂາ!!! ໃນຕອນແລງຂອງວັນທີ 13 ມັງກອນ 2017 ຢູ່ທີ່ເດີ່ນໜອງສະພັງເລັນ ທາງຮ້ານເທັກຊັດ ຊິກເກັນ ໄດ້ເປີດຮ້ານສາຂາແຫ່ງທໍາອິດໃນ ສ.ປ.ປ.ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ອາມາ ແຊນຊູ, ຜູ້ຈັດການທົ່ວໄປຂອງ ເທັກຊັດ ຊິກເກັນ, ທ່ານ ຈີນ-ບໍຣີສລຸກ ກໍາມະການຜູ້ຈັດການ ບໍລິສັດ Express Food Group ໃນອາຊີຕາເວັນອອກສ່ຽງໃຕ້ ທ່ານນາງຈັນທະຈອນ ວົງໄຊ ຂາຫຸ້ນເທັກຊັດ ຊິກເກັນ ພ້ອມດ້ວຍ ບັນດາແຂກຈາກຫຼາຍພາກສ່ວນ ແລະ ສື່ມວນຊົນເຂົ້າຮ່ວມ. ເທັກຊັດ ຊິກເກັນ (Texas Chicken) ແມ່ນໜຶ່ງໃນເຄືອຂອງກຸ່ມບໍລິສັດ ອາເອັມເອ (RMA Group),ໄດ້ເປີດບໍລິການຮ້ານຂາຍຈືນໄກ່ແບບຕາເວັນຕົກທີ່ເນັ້ນການບໍລິການດ້ວຍຄວາມໄວແຫ່ງທໍາອິດຢູ່ ສ.ປ.ປ.ລາວ. …
Read More »ແອບສ່ອງ! Honeymoon ຫວານຄູ່ຮັກພັນລ້ານ
ແອບສ່ອງ! Honeymoon ຫວານຄູ່ຮັກພັນລ້ານ ມາແລ້ວໆ ຊະນີIndy ມາແລ້ວ ແລະ ຍັງບໍ່ໄດ້ມາລ້າໆເດີ້ເພາະຍັງຈະມາເມົ້າມອຍເລື່ອງຂອງຄູ່ຮັກສຸດເວີ້ວັງອະລັງການ ສາຍາຄູ່ຮັກພັນລ້ານ, ແນະໆ! ນຶກອອກກັນແລ້ວບໍ່ ເພາະຈະເປັນໃຜໄປບໍ່ໄດເລີຍ ນັ້ນກໍຄືຄູ່ຮັກແຫ່ງປີ ເພັງ&ອ້າຍ, ເພາະຫຼັງຈາກທີ່ທັງສອງແຕ່ງດອງກັນແລ້ວ ຈົນສ້າງປະກົດການຮືຮາສະໜັ່ນເມືອງ ດ້ວຍຄວາມທີ່ວ່າ ລູກເສດຖີແຕ່ງກັບລູກເສດຖີ ( ອຸ້ຍໆ! ຢ່າເວົ້າດັງໄປດຽວມີໃຜໄດ້ຍິນ) ທັງສອງກໍໄດ້ບິນຕົງໄປ Sweet ຫວານກັນຮອດ ເມົາດຣີບ (Maldives) ແລະ ຍັງບໍ່ໝົດເພາະສາວເພັງ ແລະ ໜຸ່ມອ້າຍຍັງດຸໝັ່ນໂພສຮູບພາບຫວານໆ ມາໃຫ້ຂາເມົ້າໄດ້ອິດສາຕາຮ້ອນໄປຕາມໆກັນ. ເອົ້າ…ຢ່າງໃດກໍຂໍໃຫ້ສາວເພັງ ແລະ ໜຸ່ມອ້າຍມີຄວາມສຸກກັບ Honeymoon ຫວານຄັ້ງນີ້ເດິ້ ແລະ ຢ່າລືມຜະລິດ Baby ໂຕນ້ອຍໆມາໃຫ້ແຟນໆໄວໆເດີ້. ທີ່ມາຮູບພາບຈາກ: Pheng’s AP
Read More »