ສຳລັບໃຜທີ່ຢາກກິນອາຫານທ້ອງຖິ່ນແຂວງຫຼວງພະບາງ ບໍ່ຈຳເປັນຕ້ອງໄປຮອດຫຼວງພະບາງກໍໄດ້ແລ້ວເດີ ເພາະຢູ່ໃນນະຄອນຫຼວງກໍສາມາດກິນໄດ້. ໃຜທີ່ເບື່ອອາຫານແບບອີຕາລີ, ຈີນ, ໄທ ອາຫານແບບສາກົນ ແນະນໍາໃຫ້ລອງມາຮ້ານນີ້ ຮັບຮອງຄວາມແຊບແບບທ້ອງຖິ່ນຕົ້ນຕຳລັບຣົດຊາດຈາກຫຼວງພະບາງແທ້ໆ ພ້ອມທັງວັດຖຸດິບ, ເຄື່ອງ ປຸງຕ່າງໆ ເຊັ່ນ: ປາແດກ, ໝາກກອກ, ໝາກເຂືອ… ແມ່ນສົ່ງມາຈາກຫຼວງພະບາງເມືອງມໍລະດົກໂລກ. ຮ້້ານອາຫານລາວ-ຫຼວງພະບາງ ທາງທີມງານຂວັນໃຈແມ່ນຢາກແນະນຳສຸດໆ ເພາະໄດ້ໄປທົດລອງຊີມມາແລ້ວຮັບຮອງຄວາມແຊບ, ສະອາດ ແລະ ການບໍລິການດີ ເປັນກັນເອງ ຕັ້ງຢູ່ຈຸດໃຈກາງເມືອງ ຫຼັງພະທາດຫຼວງວຽງຈັນ ສະຖານທີ່ສຳຄັນຂອງນະ ຄອນຫຼວງວຽງຈັນນີ້ເອງ. ຈຸດເດັ່ນທີ່ແຕກຕ່າງຈາກຮ້ານອາຫານອື່ນໆໃນນະຄອນຫຼວງແມ່ນ ມີແຕ່ສະເພາະອາຫານທາງພາກເໜືອແຂວງຫຼວງພະບາງເທົ່ານັ້ນ. ເມນູອາຫານກໍຫຼາກຫຼາຍຢ່າງ ເຊັ່ນ: ອາຫານປະເພດຕໍາ, ປະເພດໝົກ ຕາມລະດູການ ເຊັ່ນ: ໝົກໄຄ, ໝົກໝາກເຜັດ, ໝົກດອກແຄ, ໝົກປານໍ້າຂອງ, ເອາະຫລາມ, ໝ້ຽງປາແດກ….ສ່ວນເມນູພິເສດທີ່ຢາກແນະນຳ ເມືອມາຮອດຮ້ານອາຫານລາວ-ຫຼວງພະບາງແລ້ວຕ້ອງກິນແມ່ນ ຕໍາຫຼວງພະບາງ, ອົ່ວສີໄຄ, ອົ່ວຫຼວງພະບາງ, ໝົກປາຟອກ, ພິເສດສຸດແມ່ນ ເອາະຫລາມ, ເອາະບອນ, …
Read More »Uncategorized
ເດີນແບບ Hair fashion show ສະຫຼອງເປີດຮ້ານເສີມຄວາມງາມ
ຮ້ານເສີມຄວາມງາມ ຊາຍນິງ ສະຕາຣ ໂດຍ ສະວາສຄອບ ໂປເຟເຊີນໍ້ (Shining star beauty by Schwarzkopf Professional) ແມ່ນຮ້ານເສີມຄວາມງາມທີ່ທັນສະໄໝ ບໍລິການຄວາມງາມຄົບວົງຈອນ ໃສ່ໃຈເລື່ອງຜົມຈົນຮອດປາຍເລັບ ໂດຍທີມງານມືອາຊີບ ແລະ ຜະລິດຕະພັນທີ່ມີຄຸນນະພາບ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 25 ກັນຍາ 2016 ທີ່ ໂຮງແຮມ ລາວພລາຊາ ໂດຍທ່ານນາງ ແສງດວງດາວ ສີພະໄຊ ເຈົ້າຂອງຮ້ານ ໄດ້ນໍາສະເໜີ ຊາລອນ ແນວໃໝ່ທີ່ທັນສະໄໝ ເນລະມິດໃຫ້ງາມທຸກສ່ວນໃນຮ່າງກາຍຂອງ ທ່ານຍິງ ແລະ ທ່ານຊາຍ ພ້ອມໃຫ້ຄໍາປຶກສາແກ່ລູກຄ້າທຸກຄົນ. ພ້ອມກັນນັ້ນ ທ່ານ ສິລະສັກ ໄຕຣທິບ ຜູ້ບໍລິຫານ Beauty care professiona ຈາກປະເທດໄທກໍໄດ້ມາຢັ້ງຢືນເຖິງຄຸນນະພາບດ້ວຍຜະລິດຕະພັນບໍາລຸງເສັ້ນຜົມ Schwarkopf professional. ນອກນັ້ນ, ຍັງມີບັນດາແຂກທີ່ຖືກເຊີນ, …
Read More »“ມອນເຕເນໂກຣ” ເມືອງທີ່ສວຍງາມທີ່ສຸດ
ມອນເຕເນໂກຣ Montenegro ເປັນປະເທດທີ່ສວຍງາມ, ໂລເມັນຕິກ ແລະ ເຕັມໄປດ້ວຍອາລົມສູນທະລີທີ່ໜ້າຈັບອົກຈັບໃຈ ຊຶ່ງວາລະສານຂວັນໃຈ ຂໍສະເໜີບາງຂໍ້ມູນໃຫ້ທ່ານຜູ້ອ່ານໄດ້ຮັບຮູ້ກ່ອນເນາະ ມອນເຕເນໂກຣ ເປັນປະເທດລຳດັບ 192 ຂອງໂລກທີ່ໄດ້ຮັບການຍອມ ຮັບຈາກຫຼາຍປະເທດ ແລະ ມີ 3 ເມືອງຫຼັກໆທີ່ຄວນທ່ອງທ່ຽວຄື: ເມືອງຫຼວງພອດກໍຣິຊາ (Podgorica), ເມືອງເກົ່າ ກໍເຕີ (Kotor) ແລະ ເມືອງ ບຸດວາ (Budva). ເມືອງຫຼວງພອດກໍຣິຊາ (Podgorica) ເປັນນະຄອນຫຼວງຂອງປະເທດ ມອນເຕເນໂກຣ ຕັ້ງຢູ່ບໍລິເວນຈຸດຈອດຂອງແມ່ນ້ຳຮິບນິດຊາ (Ribnica) ແລະ ແມ່ນ້ຳໂມຣາຊາ (Moraca) ທີ່ບັນຈົບພົບພໍ້ກັນ ແລະ ບໍ່ໄກຈາກທະເລອາເຄຼຍຕິດປານໃດ ໃນຕົວເມືອງມີອານາບໍລິເວນທີ່ເປັນເມືອງເກົ່າແກ່ສະໄໝໂຣມັນເຄີຍປົກຄອງມາກ່ອນ ແລະ ຍັງມີສິ່ງປຸກສ້າງໃໝ່ທີ່ສວຍສົດງົດງາມນຳອີກ. ເມືອງເກົ່າກໍເຕີ (Kotor) ເປັນເມືອງທີ່ມີໄວ້ຕ້ອນຮັບແຂກໄປໄທມາ ກໍຄື ນັກເດີນທາງ ເພາະເປັນເມືອງຕາກອາກາດ ມີເຮືອສຳລານລ່ອງຕາມທະເລເມດີເຕຣາເນ ແລະ ທະເລອາເຄຼຍຕິກ …
Read More »ຮູບເງົາ “ນ້ອງຮັກ” ຈະເຂົ້າສາຍ ທີ່ ລອນດອນ ປະເທດ ອັງກິດ
ຮູບເງົາເລື່ອງ “ນ້ອງຮັກ” ຈະຮ່ວມເຂົ້າສາຍງານ ມະໂຫລານຮູບເງົາ ທີ່ ລອນດອນ ປະເທດ ອັງກິດ ເປັນຄັ້ງທຳອິດ … ທີ່ມາ: Tot Vilouna
Read More »6 ເທຣນສີຜົມຕ້ອນຮັບລະດູຮ້ອນ.
ເຂົາວ່າກັນວ່າ“ ຖ້າຢາກປ່ຽນຕົນເອງໃຫ້ເລີ່ມຕົ້ນທີ່ສີຜົມ ”ບອກໄດ້ເລີຍວ່າເຫັນໄດ້ 100% ເລີຍເພາະສີຜົມນີ້ແຫລະເປັນຕົວກໍານົດລຸກຂອງເຮົາໄດ້ ແຕ່ຈະຖືກກາລະເທສະບໍ່ກໍອີກເລື່ອງໜຶ່ງ ແລະ ຢ່າຊັກຊ້າເພາະ ວາລະສານຂັວນໃຈ ກໍມີເທຣນສີຜົມປີ 2016 ມາບອກດັ່ງລຸ່ມນີ້: Go GREY. ໃຜວ່າສີຂີ້ເຖົ່າເຮັດແລ້ວເຖົ້າ ມັນບໍ່ແມ່ນເລື່ອງຈິງເລີຍ ເພາະສາວໆຫຼາຍປະເທດກໍຫັນປ່ຽນສີຜົມເປັນສີຂີ້ເຖົ່າກັນແລ້ວ ສາວໆຄົນໃດທີ່ຢາກເຮັດສີຜົມນີ້ຢ່າຊັກຊ້າລອງເຮັດໄດ້ເລີຍ. Golden BROWN. ສີນໍ້າຕານທອງເປັນອີກສີໜຶ່ງທີ່ສາວໆນິຍົມປ່ຽນກັນ ເພາະນອກຈາກຈະຊ່ວຍເພີ່ມແບບໃຫ້ເບິ່ງເກ໋ ແລະ ເບິ່ງເປັນສາວຫ້າວຂຶ້ນມາອີກລະດັບໜຶ່ງແລ້ວຍັງຊ່ວຍໃຫ້ໃບໜ້າແຈ່ມໃສຂຶ້ນອີກດ້ວຍ. Ash Grey. ສີທີ່ສາວໆຫຼາຍຄົນຢາກເຮັດ ບາງເທື່ອກໍລັງເລວ່າເຮັດແລ້ວຈະຄືບໍ? ຖ້າຢາກຈະງາມຕ້ອງໄປໃຫ້ສຸດທາງ ຈັດໄປເລີຍສີAsh Greyປ່ຽນລຸກຂອງທ່ານຮັບ ລະດູຮ້ອນແນ່ນອນ. Rose Gold. ຖືໄດ້ວ່າເປັນສີມາແຮງອີກສີໜຶ່ງທີ່ດັງລະເບີດຂ້າມປີມາຈາກປີທີ່ຜ່ານມາເປັນສີທອງອົມບົວທີ່ມີໃຫ້ເລືອກຫຼາຍລະດັບ ທັງບົວເກືອບທັງໝົດ ຫຼື ຈະສີ Blonde ແລ້ວໃສ່ປາຍຜົມສີບົວກໍໄດ້ຄືກັນ. 5. Dirty Blonde. ເປັນອີກໜຶ່ງສີທີ່ຂາດບໍ່ໄດ້ປະຈໍາປີນີ້ຄືສີ Blonde ສີຜົມປາບຊຽນສໍາລັບສາວໆ ແຕ່ໃຜຈະວ່າຮຽນແບບສາວຝຣັ່ງກໍຢ່າໄປສົນ. Play in Pastel. ມາເຖິງສີສຸດທ້າຍທີ່ຫຼາຍຄົນຕ້ອງການ …
Read More »