Breaking News

Uncategorized

ການກໍ່ສ້າງທາງແຕ່ 4 ແຍກໄຟແດງຕານມີໄຊ ຫາ 3 ແຍກສີເກີດ

ປັດຈຸບັນ ໂຄງການກໍ່ສ້າງທາງເບຕົ້ງແຕ່ 4 ແຍກໄຟແດງຕານມີໄຊ ຫາ 3 ແຍກສີເກີດ ມີຄວາມຄືບໜ້າ 10%   ເລີ່ມລົງມືກໍ່ສ້າງມາແຕ່ ເດືອນຕຸລາ 2016  ປັດຈຸບັນໄດ້ສຳເລັດການວ່າງທໍ່ລະບາຍນ້ຳຈຳນວນໜຶ່ງ ແລະ ພວມຢູ່ໃນໄລຍະການມ້າງສິ່ງກີດຂວາງເຊັ່ນ: ການຍ້າຍເສົາໄຟຟ້າ, ສາຍໄຟຟ້າ, ສາຍໂທລະສັບ, ນ້ຳປະປາ ແລະ ອື່ນໆ. ທ່ານ ຄຳບອນ ທຳມະວົງສາ ຮອງຜູ້ຈັດການພາກສະໜາມໂຄງການກໍ່ສ້າງທາງເບຕົ້ງດັ່ງກ່າວ (ຕັ້ງຈະເລີນ) ໄດ້ໃຫ້ສຳພາດ ໃນວັນທີ 21 ກຸມພານີ້ວ່າ: ໂຄງການກໍ່ສ້າງທາງເບຕົ້ງນີ້ ແມ່ນມີຄວາມຍາວທັງໝົດ 9 ພັນກວ່າແມັດ, ໜ້າທາງກວ້າງ 28 ແມັດ (ລວມທັງທາງຍາງທັງສອງກ້ຳ ແລະ ດອນກາງທາງ ) ແລະ ມີຄວາມໜາຂອງເປຕົ້ງ 20 ຊັງຕີແມັດກວ່າ, ຄາດວ່າ ຈະໃຫ້ສຳເລັດການກໍ່ສ້າງຕາມແຜນການ ຄື ປະມານເດືອນກັນຍາ …

Read More »

ງານມະຫາກໍາບຸນຊ້າງ

ງານມະຫາກໍາບຸນຊ້າງ ຖືໄດ້ວ່າເປັນງານບຸນປເພນີປະຈໍາປີຂອງແຂວງ ເມື່ອເວົ້າເຖິງບຸນຊ້າງທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍ ກໍຄົງຈະຄິດອອກເລີຍເນາະວ່າຢູ່ແຂວງໃດ ເຊິ່ງເປັນງານບຸນທີ່ມີຊື່ສຽງຂອງແຂວງໄຊຍະບູລີເລີຍກໍວ່າໄດ້ ແລະ ມື້ນີ້ ທີມງານ ຂວັນໃຈ ຈະມາແນະນໍາໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ຮູ້ຈັກກັບ ງານມະຫາກໍາບຸນຊ້າງ ແຂວງໄຊຍະບູລີ ພ້ອມໆກັນເລີຍ ແຂວງໄຊຍະບູລີ ເຄີຍຂຶ້ນຊື່ວ່າເປັນແຂວງ ທີ່ມີຝູງຊ້າງຫຼາຍທີ່ສຸດໃນປະເທດລາວ ເຊິ່ງເພິ່ນໄດ້ມີການຈັດງານມະຫາກໍາບຸນຊ້າງຂຶ້ນ ໃນທຸກໆປີລະຫວ່າງວັນທີ 17 – 19 ກຸມພາ ເພື່ອເປັນການສົ່ງເສີມການອະນຸລັກຮັກສາຊ້າງທີ່ເປັນສັດຄູ່ບ້ານຄູ່ເມືອງຂອງຊາວລາວ ໃນງານບຸນດັ່ງກວ່າປະກອບມີກິດຈະກໍາຫຼາຍຢ່າງບໍ່ວ່າຈະເປັນການປະກວດນາງສາວທິດາບຸນຊ້າງ, ວິທີການເຝິກຊ້າງນ້ອຍ( ເອົາຊ້າງເຂົ້າເຂື່ອນ), ສາທິດການນໍາໃຊ້ແຮງງານຊ້າງ, ການບໍລິການຂີ່ຊ້າງ, ການອາບນໍ້າຊ້າງ ແລະ ອື່ນໆ ໃນແຕ່ລະປີຈະມີຊ້າງເຂົ້າຮ່ວມຫຼາຍກວ່າ 60 ເຊືອກ ນອກຈາກນີ້ແລ້ວຍັງມີ ການສະແດງສິລະປະວັນນະຄະດີ ແລະ ການສາຍຮູບເງົາສາລະຄະດີກ່ຽວກັບຊ້າງ ພ້ອມທັງການສະແດງສິນຄ້າຕ່າງໆຈາກພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນທີ່ດຶງດູດໃຈຂອງນັກທ່ອງທ່ຽວ ຈາກທົ່ວທຸກສາລະທິດໃຫ້ຫຼັ່ງໄຫຼໄປຮ່ວມງານມະຫາກໍາບຸນຊ້າງໃນແຕ່ລະປີ ແລະ ນັບມື້ນັບຫຼາຍຂຶ້ນ ໃກ້ໆຈະຮອດແລ້ວງານບຸນແລ້ວ ຖ້າຍັງບໍ່ທັນວາງແຜນໄປທ່ຽວໃສລອງໄປທ່ຽວ ງານບຸນມະຫາກໍາບຸນຊ້າງ ລອງເບິ່ງເດີຮັບຮອງທ່ານຜູ້ອ່ານທີ່ໜ້າຮັກຈະບໍ່ຜິດຫວັງຢ່າງແນ່ນອນ

Read More »

ປະກາດ! ເຈົ້າຂອງເພສ ເຟສບຸກຕ່າງໆ ໃຫ້ເອົາໃຈໃສ່ຕໍ່ລະບຽບກົດໝາຍ

ເຈົ້າໜ້າທີ່ສະເພາະກິດຂອງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ເປີດເຜີຍໃນວັນທີ 7 ກຸມພາ 2017 ນີ້ວ່າ: ມີເຟສບຸກຈໍານວນຫຼວງຫຼາຍຍັງບໍ່ທັນໄດ້ເຂົ້າມາແຈ້ງເຈດຈໍານົງ ແລະ ລົງທະບຽນຂອງຕົນເອງໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເປັນທາງການຕໍ່ລັດຖະບານລາວກໍຄືກະຊວງກ່ຽວຂ້ອງໂດຍສະເພາະໂທລະໂຄ່ງ THOLAKHONG, ລາວໂພສຕ໌ Laopost,  ABC Laos news ສຳນັກຂ່າວເອບີຊີລາວ,  ຄິດອອກ kidork.com, una studio – ຢູ່ນາສະຕູດິໂອ ແລະ ອື່ນໆ ຂະນະທີ່ເຟສບຸກດັ່ງກ່າວໄດ້ສ້າງຂຶ້ນເພື່ອຈຸດປະສົງເຜີຍແຜ່ ແລະ ນໍາສະເໜີຂໍ້ມູນຂ່າວສານຕໍ່ສັງຄົມເປັນວົງກວ້າງໃນຮູບແບບການດໍາເນີນທຸລະກິດແບບອິດສະຫຼະໂດຍບໍ່ເຄົາລົບຕາມກົດລະບຽບ ກົດໝາຍ ແລະ ບໍ່ເສຍພັນທະອາກອນໃຫ້ລັດ. ເຈົ້າໜ້າທີ່ຈາກກະຊວງກ່ຽວຂ້ອງຍັງຊີ້ແຈ້ງວ່າ: ກົດໝາຍວ່າດ້ວຍສື່ມວນຊົນສະບັບປັບປຸງກໍານົດຢ່າງຈະແຈ້ງວ່າອົງການໃດ, ບຸກຄົນໃດ ແລະ ນິຕິບຸກຄົນມີຈຸດປະສົງຕ້ອງການສ້າງຢາກສ້າງເວບໄຊ, ເຟສບຸກ ແລະ ສື່ອອນລາຍອື່ນໆຕ້ອງໄດ້ໄປແຈ້ງລົງທະບຽນນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຕ່ກໍລະນີຖ້າຢາກສ້າງຂຶ້ນເພື່ອນໍາສະເໜີຂໍ້ມູນຂ່າວສານ ແລະ ສາລະໜ້າຮູ້ເພື່ອຈຸດປະສົງທຸລະກິດ ແລະ ເຜີຍແຜ່ຂໍ້ມູນຢ່າງເປັນທາງການຕໍ່ສັງຄົມໃນວົງກວ້າງນັ້ນຕ້ອງໄປແຈ້ງໃຫ້ກະຊວງຖະແຫລງ ວັດທະນະທໍາ ແລະ …

Read More »

ມາເບິ່ງ!!! ຊີວິດສຸດຫຼູ ກັບ ເຄື່ອງໃຊ້ແສນແພງຂອງ ໄຮໂຊ…

ມື້ນີ້ Beauty Guru ຈະພາໄປສ່ອງຊີວິດສຸດຫຼູ ກັບ ເຄື່ອງໃຊ້ລາຄາແສນແພງໆໆ ຂອງ “ເມເມ” ໄຮໂຊສະຫວັນກັນ!!! ກ່ອນອື່ນກະຂໍແນະນໍາສໍາລັບໄຮໂຊສາວຄົນນີ້ກັນກ່ອນເນາະ! ເມເມ ເປັນໄຮໂຊສາວ ທີ່ຢູ່ທາງແຂວງ ສະຫວັນນະເຂດ ເຊິ່ງປັດຈຸບັນເພິ່ນເຮັດວຽກເປັນ Manager ຢູ່ທີ່ Savan Diamond ດ້ວຍທີ່ວ່ານາງເປັນໄຮໂຊຄົນໜຶ່ງໃນປະເທດລາວ ທີ່ມີການໃຊ້ຊີວິດຢ່າງຫຼູຫຼາ ເປັນທີ່ໜ້າອິດສາຂອງສາວໆຫຼາຍຄົນ ເຊິ່ງ Beuaty Guru ຂໍບອກກ່ອນວ່າ ກະເປົາບາງໜ່ວຍຂອງນາງນັ້ນ ລາຄາຫຼາຍໝື່ນໂດລາ!!! ແລະ ຊີວິດຂອງນາງຈະຫຼູຫຼາພຽງໃດ ເຄື່ອງໃຊ້ທີ່ແສນແພງໆໆ ຂອງນາງ ຈະອະລັງການຂະໜາດໃດນັ້ນ ເຮົາໄປເບິ່ງພ້ອມກັນເລີຍ!!! By: Beauty Guru ເຄຼດິດຮູບຈາກ: May May Savan

Read More »

ຊາຄຣິດ-ວຸ້ນເສັ້ນ ບັງເອີນເຈິກັນພ້ອມຖ່າຍຮູບຄູ່!!!

ຊາຄຣິດ-ວຸ້ນເສັ້ນ ບັງເອີນເຈິກັນພ້ອມຖ່າຍຮູບຄູ່!!! ຫຼັງຈາກຢ່າຮ້າງກັນໄປບໍ່ດົນຫຼ້າສຸດ “ວຸ້ນເສັ້ນ ວິຣິນິພາ” ດາລາສາວສຸດ Sexy ໄດ້ບັງເອີນພົບກັບ “ຊາຄຣິດ ແຍ້ມນາມ” ອະດີດສາມີ, ໂດຍສາວ ວຸ້ນເສັ້ນໄດ້ໂພສຮູບພາບຄູ່ເປັນເທື່ອທໍາອິດຫຼັງຈາກທີ່ຢ່າຮ້າງກັນໄປ. ໃນຂະນະທີ່ພະເອກສຸດເຈົ້າຊູ້ “ຊາຄຣິດ ແຍ້ມນາມ” ກໍໂພສຮູບພາບຄູ່ກັບສາວ “ວຸ້ນເສັ້ນ ວິຣິນິພາ” ອະດີດພັນລະຍາໃນ Instagram ສ່ວນຕົວເຊັ່ນກັນພ້ອມແຄບຊັ່ນວ່າ “ເມື່ອເຈິກັນແລ້ວຕ້ອງເປັນແບບນີ້ທຸກເທື່ອ” ປະກົດວ່າມີ FC ຂອງທັງສອງເຂົ້າມາເຊີຍ ແລະ ສະແດງຄວາມຄິດເຫັນໃຫ້ທັງສອງກັບມາຮັກກັນຄືເກົ່າເປັນຈຳນວນຫຼວງຫຼາຍ. ຮູບພາບຈາກ: Instagram/vjwoonsen,shahkrit  

Read More »