Breaking News

Uncategorized

ອາຫານແລງມື້ນີ້! ຂໍແນາະນຳແກງລວມເຫັດໃສ່ຜັກຂະ

ແກງເຫັດລວມ ຖືວ່າເປັນອາຫານພື້ນບ້ານ ທີ່ນິຍົມທີ່ສຸດຂອງລາວເຮົາ ມື້ນີ້ Kuanjai Foodie ຈະມາແນະນຳວິທີເຮັດແກງເຫັດລວມແບບແຊບໆ ໃສ່ຜັກຂະ ມາໃຫ້ແຟນເພສ ໄດ້ເຮັດກິນເອງຢູ່ບ້ານໄດ້ງ່າຍໆໃຫ້ກັບຄອບຄົວໄດ້.  ເຮົາມາເບິ່ງສ່ວນປະກອບກັນເລີຍ. ສ່ວນປະກອບ: 1. ເຫັດ  (ບໍ່ວ່າຈະເປັນເຫັດນາງລົມ, ເຫັດເຂັມ, ເຫັດເຟືອງ ຫຼື ເຫັດຫູໜູ). 2. ຜັກຂະ 3. ຫົວຜັກບົ່ວແດງ 4. ຫົວສີໄຄ 5. ໝາກເຜັດ 6. ປາແດກດິບ ຫຼື ສຸກ 7. ນ້ຳຕານ 8. ເກືອ 9. ນໍ້າໃບຢານາງ 10. ເຂົ້າເບື່ອ ວິທີປຸງແຕ່ງ: – ຊ້ອມຜັກຂະ ແລະ ເຫັດໃຫ້ຮຽບຮ້ອຍແລ້ວລ້າງນໍ້າໃຫ້ສະອາດ. ຈາກນັ້ນ, ກໍເອົານໍ້າໃບຢານາງ ແລະ ຕໍາເຂົ້າເບື່ອໃສ່ໝໍ້ຄ້າງໄຟແຮງໆພໍໃຫ້ນໍ້າຟົດ, ຕຳໝາກເຜັດ, ຫົວຜັກບົ່ວແດງ …

Read More »

ປ໋ອກ ແສງມະນີ ຢາທໍ່ຕູ້ ທັງງາມທັງເກັ່ງສົມກັບເປັນ Net Idol ຕົວຈິງ!!!

ມາຮູ້ຈັກກັບ ແສງມະນີ ຢາທໍ່ຕູ້ (ປ໋ອກ) ແມ່ຍິງເກັ່ງຂອງລາວເຮົາອີກໜຶ່ງຄົນ ແລະ ສົມກັບເປັນເນັດໄອດໍ້ຕົວຈິງສຽງຈິງ ເພາະນາງສາມາດພິສູດແລ້ວວ່ານາງສາມາດເຮັດທຸກໆຢ່າງໄດ້ດ້ວຍຄວາມສາມາດ ເພາະນາງເປັນທັງລັດຖະກອນປະຈຳການຢູ່ທີ່ ສະພາແຫ່ງຊາດ, ເປັນທັງ CEO ຂອງ  ລາວເດລີ້ຟາມ ແລະ ເປັນແມ່ຂອງລູກນ້ອຍໄວກຳລັງໜ້າຮັກເຖິງ 3 ຄົນ, ເຊື່ອເລີຍວ່າແຟນເພສຫຼາຍໆຄົນອາດຈະເຄີຍຕິດຕາມນາງຜ່ານເຟສບຸກແດ່ແລ້ວ ເພາະນາງກໍເປັນ ເນັດ ໄອດໍ້ ອີກຄົນໜຶ່ງທີ່ເປັນແບບຢ່າງທີ່ດີໃຫ້ແກ່ໜູ່ເພື່ອນ ແລະນ້ອງໆໄວໜຸ່ມ ປັດຈຸບັນ ປ໋ອກ ກຳລັງສຳເລັດການສຶກສາປະລິນຍາໂທດ້ານກົດໝາຍທີ່ ສປ.ຈີນ, ຊະນີIndy ແລະ ແຟນໆ ຂໍສະແດງຄວາມຍິນດີນຳເດີ້ ແລະຢ່າລືມນຳສິ່ງທີ່ຮຽນມາເພື່ອພັດທະນາບ້ານເຮົາຕໍ່ໄປ… #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ ຂໍຂອບໃຈຮູບພາບຈາກ: Maminé Pockyy

Read More »

ເອົາແລ້ວ! ຂະໜາດ DJ ລະດັບໂລກຍັງຫຼົງຮັກປະເທດລາວ!

ກຣີດໆໆໆໆ ຊະນີIndy ຢາກຈະຮ້ອງໃຫ້ຄໍແຕກ ຍ້ອນເຫັນຄວາມເຈົ້າຊູ້ຂອງ 2 ໝຸ່ມ DJ ລະດັບໂລກ Dj VINAI ບອກເລີຍວ່າມີຄວາມແໜ້ນແບບຈັດເຕັມ ເຈົ້າຊູ້ຕັ້ງແຕ່ຫົວສຸດຕີນ ບອກເລີຍສາວໆຟິນເວີ້ແນ່ນອນ, ຍັງໆຍັງບໍ່ໝົດພຽງເທົ່ານີ້ເພາະວ່າ 2 ໝຸ່ມ DJ ຍັງເອົາໃຈແຟນໆຊາວລາວໂດຍການໂພສຖືທຸງຊາດລາວ ເພື່ອຍືນຍັນອີກດ້ວຍໃນຄວາມຫຼົງຮັກ ປະເທດລາວ, ເຫັນແບບນີ້ຈະບໍ່ໃຫ້ ຊະນີIndy ແລະ ແຟນໆຮັກໄດ້ແນວໃດວ່າບໍ່. ເພື່ອເອົາໃຈສາວໆ ບອກເລີຍວ່າ ຊະນີIndy ກໍບໍ່ລືມທີ່ຈະເກັບຮູບພາບຄວາມເຈົ້າຊູ້ ຂອງ 2 ໝຸ່ມ DJ ລະດັບໂລກມາຝາກ ເບິ່ງໄປເຊັດນໍ້າລາຍໄປ 555 ເອົາເປັນວ່າມາເບິ່ງກັນເລີຍ!!! #ແຊຣໄປໃຫ້ໂລກເຫັນວ່າລາວເຮົາມີດີ ??? #lamborghini #aventador A post shared by VINAI (@vinaiofficial) on Apr 17, 2017 …

Read More »

ງາມຫຼາຍ! ນັກສະແດງປະເທດໄທນຸ່ງຊຸດໄໝລາວໃນລະຄອນ “ແຕ່ປາງກ່ອນ”

ຄວາມໜ້າຮັກຂອງ ວິວ ວັນນະຣົດ ນັກສະແດງຍິງຈາກປະເທດໄທ ໃນບົດບາດ ເຈົ້າຍິງມ່ານແກ້ວ ກັບເຄື່ອງແຕ່ງກາຍຊຸດໄໝລາວ ທີ່ມີຄວາມປານີດ ເບິ່ງແລ້ວງາມຫຼາຍ ໃນລະຄອນເລື່ອງ “ແຕ່ປາງກ່ອນ” ທີ່ກຳລັງດຳເນີນໄປຢ່າງເຂັ້ມຂຸ້ນ, ສຳລັບຊຸດໄໝລາວແລ້ວ ເປັນຊຸດປະຈຳຊາດ ເປັນເອກະລັກປະເພນີລາວຂອງຊາດລາວເຮົາ ບໍ່ວ່າຈະເປັນຄົນລາວ ຫຼື ຕ່າງຊາດໄດ້ນຸ່ງ ຊຸດໄໝລາວນັ້ນກໍຍັງຊົງຄຸນຄ່າບົ່ງບອກເຖິງເອກະລັກຄວາມເປັນລາວທີ່ງົດງາມສືບທອດມາແຕ່ບູຮານນະການ. #ແຊຣໄປໃຫ້ໂລກຮູ້ເຖິງຄວມງົດງາມຂອງຊຸດໄໝລາວ ສຳລັບລະຄອນ “ແຕ່ປາງກ່ອນ” ແຟນໆສາມາດຕິດຕາມທຸກໆວັນ ພຸດ-ພະຫັດ ເວລາ 20:30 ທາງຊ່ອງ One (ປະເທດໄທ) ຂໍຂອບໃຈຮູບພາບຈາກ: google

Read More »

ເມື່ອເກີດເລື່ອງລາວດຣາມ່າ ຫຼ້າສຸດ ຜູ້ເຂົ້າຮອບນາງສັງຂານ ໝາຍເລກ 4 ກໍຮູ້ສຶກຜິດ ແລະ ໄດ້ອອກມາເວົ້າແບບນີ້!!

ຫຼັງຈາກເກີດເລື່ອງລາວທີ່ເຮັດໃຫ້ຊາວເນັດສ່ວນຫຼາຍບໍ່ພໍໃຈ ແລະ ເກີດດຣາມ່າຂື້ນ ໃນການປະກວດ ນາງສັງຂານ ຫຼວງພະບາງ ປີ 2017 ທີ່ວ່າມີ ໜຶ່ງໃນຜູ້ເຂົ້າຮອບ ນາງສັງຂານຫຼວງພະບາງ ນັ້ນກໍຄືໝາຍເລກ 4 ທີ່ໄດ້ນໍາເອົາເລີງເຄີ່ງ ຫຼືມຸງກຸດອັນສັກສິດ ມາໃສ່ເພື່ອຖ່າຍຮູບ Up ລົງໃນ Social ນັ້ນ ຫຼ້າສຸດນາງກໍຮູ້ສຶກຜິດ ແລະ ໄດ້ອອກມາຂໍໂທດ ກັບການກະທໍາທີ່ຮູ້ເທົ່າບໍ່ເຖິງການ ດ້ວຍຄວາມທີ່ຍັງເປັນເດັກນ້ອຍຢູ່ ແລະ ກໍຫວັງວ່າທຸກຄົນຈະໃຫ້ອະໄພໃນຄວາມໄຮ້ດຽງສາຂອງນາງ. ແອດກໍຫວັງໃຫ້ເປັນແບບນັ້ນເຊັ່ນດຽວກັນ. ຈັ່ງໃດກໍຢ່າລືມເປັນກໍາລັງໃຈໃຫ້ກັບຜູ້ເຂົ້າຮອບທັງ 30 ຄົນນໍາເດີ້ສາວໆແຟນຂວັນໃຈເຮົາ!! ກະແສດຣາມ່າ ນ້ອງກັນລະຍາ  Post ຂໍໂທດຊາວເນັດ By: BeautyGuru Cr: Cocooland ແດນໂຄສະນາ & Page ນາງສັງຂານ ຫຼວງພະບາງ

Read More »