ສັງຄົມເຮົາໃນປັດຈຸບັນໃຫ້ຄວາມສໍາຄັນກັບ “ຄວາມສະເໝີພາບທາງເພດ” ເຮັດໃຫ້ແມ່ຍິງທົ່ວໂລກມີບົດບາດສໍາຄັນ ແລະ ມີຄວາມຮັບຜິດຊອບຫຼາຍຂຶ້ນໃນທຸກແວດວົງ ບໍ່ວ່າຈະເປັນທາງດ້ານການເມືອງ ວິຊາການ ທຸລະກິດ ຫຼືວິທະຍາສາດ ແມ່ຍິງກໍມີອິດທິພົນຫຼາຍຂຶ້ນ. ທຸກຄົນເຄີຍ ສົງໄສບໍວ່າ “ແມ່ຍິງ” ຄວນມີບຸກຄະລິກແບບໃດຈື່ງຈະກ້າວໄປສູ່ຄວາມສໍາເລັດໄດ້? ມື້ນີ້ຂວັນໃຈມີສິ່ງດີໆມີແນະນໍາວ່າ ແມ່ຍິງທີ່ຈະປະສົບຄວາມສໍາເລັດໄດ້ຄວນເປັນແນວໃດ… 1. ແມ່ຍິງທີ່ພັດທະນາຄວາມສາມາດຂອງຕົນເອງຢູ່ຕະຫລອດເວລາ ຢູ່ໃນໂລກທີ່ເຕັມໄປດ້ວຍການແຂ່ງຂັນໃນປັດຈຸບັນ ແມ່ຍິງບໍ່ສາມາດປ່ອຍເວລາໃຫ້ສູນເສີຍອີກຕໍ່ໄປ ບໍ່ແມ່ນວ່າທຸກຄົນເກີດມາພ້ອມກັບຄວາມສາໍເລັດ ການທີ່ຈະປະສົບຜົນສໍາເລັດໄດ້ນັ້ນຕ້ອງອາໄສເວລາ ແລະ ຄວາມມຸ່ງໝັ່ນ ແມ່ຍິງທີ່ຈະປະສົບຜົນສໍາເລັດຕ້ອງມີຄວາມພ້ອມທັງຮ່າງກາບຍ ແລະ ຈິດໃຈ ໃນການພັດທະນາທັກສະ ແລະ ຄວາມສາມາດຂອງຕົນເອງໃຫ້ມີປະສິດທິພາບຫຼາຍຂຶ້ນ ເພື່ອໃຫ້ໝັ່ນໃຈໄດ້ວ່າ ທັກສະທີ່ມີນັ້ນເປັນສິ່ງຈໍາເປັນ ແລະ ບໍ່ສາມາດທົດແທນໄດ້ 2. ແມ່ຍິງທີ່ສາມາດບໍລິຫານຈັດການເລື່ອງການເງິນໄດ້ເປັນຢ່າງດີ ໃຜແດ່ທີ່ຈະບໍ່ມັກແມ່ຍິງສະຫຼາດ? ແມ່ນຍິງທີ່ປະສົບຜົນສໍາເລັດສ່ວນໃຫຍ່ນັ້ນມີຄວາມສາມາດໃນການບໍລິຫານຈັດການເລື່ອງການເງິນໄດ້ເປັນຢ່າງດີ ແລະ ແມ່ຍິງເຫຼົ່ານັ້ນ ກໍຈະສາມາດຄວບຄຸມ ບໍລິຫານຈັດການຊີວິດໄດ້ 3. ແມ່ຍິງທີ່ມີຄວາມໝັ່ນໃຈ ບໍ່ຍອມແພ້ ການມີຄວາມໝັ່ນໃຈ ແລະ ຄວາມພະຍາຍາມເປັນຄຸນລັກສະນະທີ່ສໍາຄັນສໍາລັບແມ່ຍິງທີ່ປະສົບຜົນສໍາເລັດ ທຸກມື້ນີ້ມີແມ່ຍິງບາງຄົນທີ່ປະເມີນຄ່າຕໍ່າເກີນໄປໃນຫຼາຍໆດ້ານ ໂດຍສະເພາະແມ່ນເລື່ອງຂອງການເຮັດວຽກ …
Read More »Kuanjaitaem Kuanjai page
ຊົມເຊີຍ!! ນັກຮຽນລາວຄວ້າລາງວັນ 2 ຫຼຽນຄຳ 2 ຫຼຽນເງິນ ແລະ 2 ຫຼຽນທອງແດງ ຈາກການແຂ່ງຂັນສິ່ງປະດິດ 21 ປະເທດທົ່ວໂລກ…
ຂວັນໃຈ ຍັງເຊື່ອສະເໝີວ່າ ຄົນລາວເຮົາມີຄວາມສາມາດບໍ່ດ້ອຍໄປກວ່າປະເທດໃດໃນໂລກ ຂໍແຕ່ມີໂອກາດ ແລະ ບ່ອນສະແດງຝືມືເຮົາຈະໄດ້ເຫັນວ່າ ຄົນລາວເຮົາເຮັດໄດ້ ແລະ ເຮັດໄດ້ດີບໍ່ໄດ້ດ້ອຍໄປກວ່າຄົນຊາດໃດເລີຍ… ຄືດັ່ງຕົວຢ່າງທີ່ຈະມາຢັ້ງຢືນໃນມື້ນີ້ ກໍເປັນອີກສິ່ງກາລັນຕີອີກຢ່າງໜຶ່ງວ່າ ຄົນລາວເຮົາເກັ່ງສໍ່າໃດ!! ໂດຍເມື່ອວັນທີ 2 ຫາ 6 ກຸມພາ ປີ 2020. ໄດ້ມີກຸ່ມນັກຮຽນຈາກ ສປປ ລາວ ເຮົາເຂົ້າຮ່ວມແຂ່ງຂັນ Bangkok International, Intellectual, Property, Invention, Innovation, and Technology Exposition (IPITEX) ທີ່ປະເທດໄທ. ທີ່ຈັດໂດຍ the National Research Council of Thailand ຂອງປະເທດໄທ… ການແຂ່ງຂັນ ຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 1.200 ຄົນ (ມີ 514 ໂຄງການ …
Read More »ຖ້າການໄປຮັກຄົນອື່ນເຮັດໃຫ້ທໍລະມານ ກໍຄວນຈະກັບມາຮັກຕົວເອງໄດ້ແລ້ວ…
ສາວໆເລື່ອງຂອງການອົກຫັກ, ຄວາມໝົດຫວັງ, ຄວາມຜິດພາດ ທຸກຄົນລ້ວນແລ້ວແຕ່ເຄີຍປະສົບພົບພໍ້ກັນມາໝົດ ເພາະຊີວິດຄົນເຮົາທຸກຄົນ ບໍ່ມີໃຜທີ່ຈະປະສົບກັບຄວາມສົມຫວັງໄດ້ 100% ແຕ່ເຮົາຈະສາມາດຮັບມືກັບສິ່ງເຫຼົ່ານັ້ນໄດ້ແບບໃດ ຖ້າສະໝອງຂອງເຮົາຍັງຈົດຈຳ ແຕ່ເລື່ອງທີ່ ເຂົາເຮັດໃຫ້ຈິດໃຈເຮົາມີແຕ່ຄວາມເຈັບປວດ. ເຖິງຢ່າງໃດກໍຕາມ, ເຮົາກໍຕ້ອງດຳເນີນຊີວິດຕໍ່ໄປໃຫ້ໄດ້ເພື່ອຄົນທີ່ຮັກເຮົາ ເຊັ່ນໝູ່ເພື່ອນ ແລະ ຄອບຄົວ ຈົ່ງໃຫ້ໂອກາດຕົວເອງ ປົດປ່ອຍເລື່ອງລາວ ແລະ ເລີ່ມຕົ້ນໃໝ່ອີກຄັ້ງ ໂດຍການອອກໄປທ່ອງທ່ຽວ ກັບຄອບຄົວ ແລະ ໝູ່ເພື່ອນ ເພື່ອຮຽນຮູ້ສິ່ງໃໝ່ໆ ເລືອກຫຼີ້ນກິດຈະກໍາ ທີ່ມີການເຄື່ອນໄຫວຕໍ່ຮ່າງກາຍ ເມື່ອໄດ້ມີໂອກາດອອກໄປທ່ອງທ່ຽວແລ້ວ ກໍຕ້ອງໄປບ່ອນທີ່ ບໍ່ເຄີຍໄປ ເພື່ອລອງໄປສໍາພັດຜູ້ຄົນທີ່ບໍ່ເຄີຍພົບມາກ່ອນ ເມື່ອຕ້ອງການລະບາຍ ກໍໄຫ້ອອກມາຫຼາຍເທົ່າທີ່ຈະຫຼາຍໄດ້ ເພາະການໄຫ້ອອກມານັ້ນ ສາມາດປົດປ່ອຍຄວາມທຸກໃຈອອກມາພ້ອມກັບນໍ້າຕາ ເພື່ອເຮັດໃຫ້ສະບາຍໃຈຂຶ້ນໄດ້ ໃນເວລາຕໍ່ໄປ ຫຼັງຈາກນັ້ນ, ກໍໃຫ້ອະໄພຕົນເອງ ທີ່ເຄີຍເສຍນໍ້າຕາ-ເສຍໃຈ ໃຫ້ກັບຄົນໆນັ້ນ ແລ້ວກັບມາຢູ່ກັບຕົວເອງ ເລືອກເຮັດວຽກທີ່ ເຮັດເພື່ອສັງຄົມດີກວ່າ ຫາກມີເວລາວາງກໍໃຫ້ນັ່ງສຳມາທິ ສູດມົນຂໍພອນ ພະລັງແຫ່ງສໍາມາທິ ຈະສາມາດຊ່ວຍໃຫ້ສະບາຍທັງກາຍ ແລະ ຈິດໃຈ …
Read More »ກຽມມາຍ້ອນຍຸກນໍາກັນກັບ !!! ງານຄອນເສີດ ຕໍານານຊາວຫນຸ່ມດອກໄມ້ແດງ…
ເພື່ອເຜີຍແຜ່ສຽງເພລງລາວ ຕົ້ນສະບັບຈາກຄົນລຸ້ນເກົ່າ ໃຫ້ແກ່ຄົນລຸ້ນໃຫມ່ໄດ້ຮັບຮູ້ ແລະ ພ້ອມກັນອະນຸລັກສຽງເພລງເຫຼົ່ານີ້ໃຫ້ຄົງຢຸ່ກັບສັງຄົມລາວ ພ້ອມທັງເປັນການເຕົ້າໂຮມວົງໃນຕໍານານຊາວໜຸ່ມດອກໄມ້ແດງ ທີ່ແຍກກັນເປັນເວລາຫຼາຍກວ່າ 30 ປີ ແລະ ຫາລາຍໄດ້ສົມທົບທຶນຊ່ວຍເຫຼືອສິນລະປິນອາວຸໂສ ທາງ ຮ້ານອາຫານ ຂອບໃຈເດີ ຮ່ວມກັບ ບໍລິສັດ ອິນເຕີເວຍ ບໍລິຫານ ອະສັງຫາລິມະຊັບ ຈໍາກັດລາວ ໄດ້ຈັດງານຖະແຫຼງຂ່າວ ຄອນເສີດຊາວຫນຸ່ມດອກໄມ້ແດງຂຶ້ນ ໃນວັນທີວັນທີ 22 ກຸມພາ 2020 ທີ່ຮ້ານອາຫານ ຂອບໃຈເດີ. ໃຫ້ກຽດຮ່ວມເປີດງານໂດຍທ່ານ ນາງ ພູຄໍາ ແກ້ວບັນດິດ ຕາງໜ້າ ບໍລິສັດ ອິນເຕີເວຍ ບໍລິຫານ ອະສັງຫາລິມະຊັບ ແລະ ສວນດອກຈັນ. ກິດຈະກຳແມ່ນເລີ່ມຕົ້ນຈັດຕັ້ງແຕ່ວັນທີ 22 ຈົນເຖິງ ວັນທີ 29 ກຸມພາ 2020 ຢູ່ທີ່ ສວນດອກຈັນ, ບ້ານເພຍວັດ, ເມອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ແຕ່ລະມື້ແມ່ນຈະເລີ່ມຕັ້ງແຕ່ເວລາ 17:00 …
Read More »ເຄີຍສົງໃສບໍວ່າ! ຫຼັງຈາກ ກິນເຂົ້າສວາຍແລ້ວ ຮູ້ສຶກຢາກນອນປະຈຳ ເປັນຍ້ອນຫຍັງ….?
ເຄີຍສົງໃສບໍວ່າ ກິນເຂົ້າສວາຍແລ້ວຍາມໃດຮູ້ສຶກງ່ວງ ຢາກລົ້ມນອນທຸກໆເທື່ອ ເຊິ່ງອາການດັ່ງກ່າວທາງການແພດເອີ້ນວ່າ Food Coma ເກີດຈາກການທີ່ຮ່າງກາຍເຮົາເກີດການກະຕຸ້ນ ເມື່ອເຮົາກິນອາຫານຫຼາຍຈົນເກີນໄປ ໂດຍສະເພາະການກິນອາຫານປະເພດຄາໂບໄຮເດສຈຳພວກແປ້ງ ແລະ ນໍ້າຕານ ເຊັ່ນ ເຂົ້າ ເຂົ້າໜົມປັງ ຊຶ່ງຮ່າງກາຍສາມາດດູດຊຶມໄດ້ຢ່າງໄວວາ ດັ່ງນັ້ນ! ຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ່ວງ ຫຼືຢາກນອນໄດ້ງ່າຍ… ເມື່ອຮ່າງກາຍຍ່ອຍອາຫານທີ່ເຮົາກິນເຂົ້າໄປໂດຍການປ່ຽນໃຫ້ເປັນນໍ້າຕານ ເຮັດໃຫ້ປະລິມານໃນຮ່າງກາຍສູງຂຶ້ນ ຈາກນັ້ນຮ່າງກາຍຈະຫຼັ່ງສານ ອິນຊູລີນ ເພື່ອເຮັດໜ້າທີ່ຄວບຄຸມນໍ້າຕານ ໂດຍການປ່ຽນນໍ້າຕານໃຫ້ເປັນໄຂມັນ ເພື່ອເປັນການຊ່ວຍຫຼຸດລະດັບນໍ້າຕານໃຫ້ກັບມາເປັນປົກກະຕິ ຈາກນັ້ນຮ່າງກາຍຈະຫຼັງສານເຊໂລໂທນິນເຊິ່ງເປັນສານແຫ່ງຄວາມສະຫງົບ ທີ່ເຮັດໃຫ້ຮູ້ສຶກຜ່ອນຄາຍ ນອນຫຼັບສະບາຍ ແລະ ຄວບຄຸມວົງຈອນການນອນຫຼັບ ແລ້ວສານເຊໂລໂທນິນຈະຖືກສົ່ງຕໍ່ໄປທີ່ຕ່ອມບໍລິເວນສ່ວນກາງຂອງສະໝອງໃຫ້ຫຼັງສານເມລາໂທນິນອອກມາສູ່ກະແສເລືອດຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ່ວງນອນນັ້ນເອງ ເປັນແນວໃດແດ່ ເມື່ອຮູ້ສາເຫດຂອງອາການຢາກນອນໃນຊ່ວງບ່າຍໆ ຫຼັງຈາກກິນເຂົ້າສວາຍແລ້ວ ແຕ່ຖ້າແຟນໆທ່ານໃດຢາກລອງວິທີແບບນີ້ ເຮັດເປັນປະຈຳກໍບໍ່ຫວງສູດເດີ້ ແນະນຳເລີຍ ເມນູ ປັ່ນໝາກໄມ້ ເພື່ອສຸຂະພາບ ກິນແລ້ວຈະຮູ້ສຶດສົດຊື່ນ ເພີ່ມພະລັງໃນຊ່ວງບ່າຍ ແຖມກິນແລ້ວຍັງຊ່ວຍເຮັດໃຫ້ສຸຂະພາບດີອີກດ້ວຍ. ທີ່ມາ Health Mthai Team
Read More »