Breaking News

Kuanjaitaem Kuanjai page

ຮູ້ແລ້ວບໍ! ປະຫວັດຄວາມເປັນມາຂອງວັນສໍາຄັນ ທີ 8 ມີນາ ວັນແມ່ຍິງສາກົນ…

ອີກບໍ່ດົນກໍໃກ້ຈະເຖິງວັນສໍາຄັນຂອງແມ່ຍິງທົ່ວໂລກແລ້ວ ລວມທັງປະເທດລາວເຮົາ ນັ້ນກໍຄືວັນທີ 8 ມີນາ ເຊິ່ງເປັນວັນແມ່ຍິງສາກົນມານັບຕັ້ງແຕ່ປີ 1910 ເປັນຕົ້ນມາ, ເຊິ່ງທີ່ຜ່ານມາຫຼາຍໆຄົນມັກເຂົ້າໃຈວ່າວັນທີ 8 ມີນາເປັນວັນແມ່ ອັນທີ່ຈິງແລ້ວເປັນການເຂົ້າໃຈຜິດ ວັນດັ່ງກ່າວເປັນວັນແຫ່ງໄຊຊະນະ ໃນການປົດປ່ອຍການກົດຂີ່ຂົ່ມເຫັງແຮງງານແມ່ຍິງຈາກນາຍທຶນຕ່າງຫາກ ແລະ ມາຮອດປີ 2020 ນີ້ກໍ່ບັນຈົບຄົບຮອບ 110 ປີ. ເຮົາມາຮູ້ປະຫວັດຂອງວັນແມ່ຍິງສາກົນກັນເລີຍ…ໂດຍອີງຕາມຂໍ້ມູນຈາກ wikipedia.org ໃຫ້ຮູ້ວ່າ ວັນແມ່ຍິງສາກົນ ເກີດຂຶ້ນຈາກກຳມະກອນຍິງ ໃນໂຮງງານຜະລິດແຜ່ນແພ ຢູ່ນິວຢອກ, ອາເມລິກາ, ລຸກຮື້ຂຶ້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງງານໃຫ້ ແລະ ຂໍສິດທິຂອງເຂົາເຈົ້າ. ສຸດທ້າຍແມ່ຍິງ 119 ຄົນໄດ້ເສຍຊີວິດຈາກເຫດໄຟໄໝ້ຂອງໂຮງງານບ່ອນທີ່ພວກເຂົາຢູ່ຮ່ວມກັນໃນ ວັນທີ 8 ມີນາ 1857. ຫຼັງຈາກນັ້ນ ໃນປີ 1907, ແມ່ຍິງເຮັດວຽກໃນໂຮງງານຜະລິດແຜ່ນແພ ຊິຄາໂກ ສະຫະລັດອາເມລິກາ ບໍ່ສາມາດທົນຕໍ່ການຂົ່ມເຫັງ, ການກົດຂີ່, ການລ່ວງລະເມີດຂອງນາຍຈ້າງທີ່ໃຊ້ພວກເຂົາຄືທາດ. ແມ່ຍິງເຫຼົ່ານີ້ເຮັດວຽກໜັກຫຼາຍມື້ລະ 16–17 ຊົ່ວໂມງຕໍ່ມື້ໂດຍບໍ່ມີວັນຢຸດ, …

Read More »

ນິສສັນ ນາວາຣ່າ ນະວັດຕະກຳດີໆ ທີ່ທ່ານ ຄວນຮູ້…

ສະບາຍດີ! ຫລາຍໆຄົນກໍຮູ້ຈັກກັນດີກັບລົດກະບະຍອດນິຍົມຂອງນິສສັນ ມື້ນີ້ເຮົາມາຮູ້ຈັກກັນກັບລົດ ນິສສັນ ນາວາຣ່າ ວ່າພີມຽ້ມມັນມີດີຫລາຍຢ່າງທີ່ທ່ານຄວນຮູ້ ເຮົາຈະພາທ່ານມາຮູ້ຈັກກັນເລີຍ!!! ອັນດັບຫນື່ງ ຮູບຊົງດ້ານໜ້າ ຂອງລົດນິສສັນນາວາຣ່າພີມ້ຽມ ກະຄື ໄຟຕາ ໄຟຕາໜ້າເປັນ ໄຟແບບ LED ແລະ ເປັນລອດ  projector ມັນຈະເຮັດໃຫ້ແຈ້ງແລະເຫັນທາງດີຂື້ນ ແມ້ກະທັ່ງຕອນຝົນຕົກທ່ານກໍ່ສາມາດເຫັນໄດ້ຊັດເຈນ ຊຶ່ງມີຄວາມປອດໄພໃນການຂັບຂີ່ ແລະ ໄຟເຍືອງທາງຕອນກາງເວັນ ກໍໂດດເດ່ນທັນສະໄຫມເຮັດໃຫ້ເຮົາເບິ່ງເຫັນລົດກົງກັນຂ້າມໄດ້ງ່າຍຂຶ້ນເພື່ອຫລີກລ້ຽງອຸບັດຕິເຫດ ແລະ ຄວາມປອດໄພ… ອັນດັບ 2 ແມ່ນຈັກ ຂອງນາວາຣ່າ ພີມ້ຽມ (NAVARA premium) ເປັນ – ຈັກ2.5L Inter-Cooler Turbo Engine – ແຮງມ້າ 190Ps & ແຮງບິດ 450Nm – ມາພ້ອມກັບ 190 ແຮງມ້າ and …

Read More »

ພະເອກໜຸ່ມສຸດຮອດ ອໍ້າ ອະທິຊາດ ຮ່ວມໃສ່ບາດ ພຣະສົງ 108 ອົງ ທີ່ວັດອົງຕື້…

ອໍ້າ ອະທິຊາດ ຖືວ່າເປັນ ດາລາ ນັກສະແດງໜຸ່ມສຸດຮອດແຖວໜ້າຄົນໜື່ງ  ຈາກປະເທດໄທ ທີ່ຄົນລາວທຸກຄົນຮູ້ຈັກກັນດີຜ່ານຜົນງານລະຄອນ-ຮູບເງົາຕ່າງໆຜ່ານຈໍໂທລະພາບຢູ່ຫຼາຍເລື່ອງ  ເປັນຕົ້ນແມ່ນ ລະຄອນ “ໜຶ່ງດ້າວຟ້າດຽວ” ທາງຊ່ອງ 3,  ລະຄອນເລື່ອງ “ເພີງນາຄາ” ທາງຊ່ອງ 3 ລະຄອນເລື່ອງ “ສາຍຮຸ້ງ” ທາງຊ່ອງ gmm 25 ແລະ ຜົນງານອື່ນໆອີກ ແລະ ພະເອກໜຸ່ມສຸດຫຼໍ່ຄົນນີ້ບໍ່ມີດີພຽງແຕ່ໜ້າຕາ ແຕ່ຍັງຜົນງານການສະແດງທີ່ໂດ່ງດັງມາຫຼາຍເລື່ອງ  ມີທັງງານພີເຊັນເຕີ ເດີນແບບຕ່າງໆ ເອີ້ນໄດ້ວ່າຄວາມສາມາດຂອງພະເອກຄົນນີ້ບໍ່ທໍາມະດາອີຫຼີ!!! ເຊິ່ງຫຼ້າສຸດ ວັນທີ 28 ກຸມພາ 2020 ໜຸ່ມອໍ້າ ກໍໄດ້ເດີນທາງມາຮ່ວມເຮັດບຸນທີ່ ວັດອົງຕື້ ມະຫາວິຫານ ນະຄອນຫຼວງວຽງຈັນ ໃນງານບຸນຫຼໍ່ພະເຈົ້າໃຫ່ຍອົງຕື້ຈໍາລອງ, ສະຫຼອງພຸດທະສິມມາ, ໃນຕອນເຊົ້າ ໜຸ່ມອໍ້າໄດ້ຮ່ວມໃສ່ບາດແດ່ພຣະສົງ 108 ອົງ. ນອກຈາກນີ້,​ ຍັງໄດ້ຮ່ວມຖ່າຍຮູບກັບແຟນຄັບຊາວລາວຢ່າງເປັນກັນເອງອີກດ້ວຍ. ອໍ້າ ອະທິຊາດ  ເປັນນັກສະແດງໄທອີກຄົນໜຶ່ງທີ່ທັງຫຼໍ່ …

Read More »

ອົງການອະນາໄມໂລກ ຂໍໃຫ້ ທຸກປະເທດກຽມພ້ອມ ໂຄວິດ-19 ໃກ້ສະຖານະການລະບາດໃຫຍ່ສູ່ຄົນທົ່ວໂລກ

ພະຍາດລະບາດ ໂຄວິດ-19 ເປັນອີກໜື່ງພະຍາດລະບາດທີ່ກຳລັງລະບາດໄປທົ່ວທຸກບ່ອນຢ່າງໄວວາ ນັບແຕ່ທ້າຍເດືອນທັນວາ 2019ທີ່ຜ່ານມາ ຈົນຮອດປັດຈຸບັນ ເຊິ່ງຫຼ້າສຸດ General Tedros Adhanom ຜູ້ອໍານວຍການອົງການອະນາໄມໂລກ ຖະແຫຼງວ່າ ທຸກປະເທດຈະຕ້ອງກຽມພ້ອມຫຼາຍຂຶ້ນເພື່ອຮັບມືກັບໂລກ ໂຄວິດ-19 ຂະນະທີ່ຍັງເຊື່ອວ່າ ໄວຣັສໂຄໂຣນ່າ ສາຍພັນໃໝ່ ສາມາດຄວບຄຸມໄດ້ ແລະ ມີຫຼາຍປະເທດທີ່ເຮັດໄດ້ ໂດຍສະເພາະແມ່ນມາດຕະຖານການປິດເມືອງຂອງຈີນ ເພື່ອສະກັດກັ້ນການລະບາດ. ຄະນະເຮັດວຽກຂອງ  Who ໃນຈີນ ສະຫຼຸບວ່າ ການລະບາດໃນລະຫວ່າງວັນທີ 23ມັງກອນ-3ກຸມພາ 2020 ຫຼຸດລົງຈາກມື້ນັ້ນມາ ແຕ່ກໍຍັງລະບາດໄປທົ່ວທຸກພື້ນທີ່ໃນໂລກ…   WHO ປະກາດເມື່ອເດືອນຜ່ານມາວ່າ ໂຄວິດ-19 ເປັນສະຖານະການ ທີ່ສຸກເສີນລະດັບໂລກ ເພື່ອລະດົມຊັບພະຍາກອນຊ່ວຍປະເທດທີ່ມີຄວາມພ້ອມຮັບມືກັບໂລກລະບາດນ້ອຍ ແຕ່ຍັງບໍ່ທັນໄດ້ໄປເຖິງຂັ້ນສະຖານະການລະບາດໃຫຍ່ ທີ່ໝາຍຄວາມວ່າ ໂລກນັ້ນໄດ້ແຜ່ເຊື້ອຈາກຄົນສູ່ຄົນໃນທຸກພື້ນທີ່ຂອງໂລກແລ້ວ ຜູ້ອໍານວຍການອົງການອະນາໄມໂລກລະບຸວ່າ ອີຕາລີ, ອີຫຣ່ານ ແລະ ເກົາຫຼີໃຕ້ ເປັນປະເທດທີ່ມີສະຖານະການນ່າເປັນຫ່ວງ ແຕ່ໃນຂະນະນີ້ ເຮົາຍັງບໍ່ເຫັນໄວຣັສລະບາດທົ່ວໂລກແບບສະກັດກັ້ນບໍ່ໄດ້ ແລະ …

Read More »

ຍິນດີນໍາ! ອາລີຢາ ສີລິໂສພາ ຕິດ Top 13 ຄົນໃນ Talent Show…ເທິງເວທີ Miss International Queen 2020

ເວທີ Miss International Queen 2020  ເປັນອີກໜື່ງເວທີທີ່ເປີດໂອກາດໃຫ້ນາງງາມສາວປະເພດສອງທົ່ວໂລກໄດ້ສະແດງສັກກະຍະພາບ ຄວາມສາມາດ ຂອງຕົນເອງໃຫ້ທຸກຄົນໄດ້ຮັບຮູ້…. ເຊິ່ງ ອາລີຍາ ສີລິໂສພາ (ຕຸບີ່) ກໍເປັນຕົວແທນ Miss  Queen  Laos 2020 ຂອງ ສປປ ລາວ ທີ່ໄດ້ເດີນທາງໄປປະກວດ ເວທີ Miss International Queen 2020 ທີ່ບາງກອກ ປະເທດໄທ  ເຊິ່ງຫຼ້າສຸດ ໃນຄໍ່າຄືນຂອງວັນທີ 26 ກຸມພາ 2020 ອາລີຍາ ສີລິໂສພາ  ກໍໄດ້ສະແດງຄວາມສາມາດຂອງຕົນເອງ ເທິງເວທີ Miss International Queen 2020 ຜ່ານບົດຟ້ອນ ທີ່ສະແດງໃຫ້ເຫັນເຖິງເອກະລັກຂອງຄວາມເປັນລາວໃຫ້ທຸກຄົນໄດ້ຮັບຊົມເທິງເວທີສາກົນ  ແລະ ໃນການສະແດງຂອງ ຕຸບີ່  ຄັ້ງນີ້ເຮັດໃຫ້ ສາມາດຜ່ານ Top13 ຄົນໃນ …

Read More »