Breaking News

Kuanjaitaem Kuanjai page

ສະເໜີໂຈະການຈັດປະກວດນາງສັງຂານ ປີ 2020 ທີ່ຫຼວງພະບາງ…

ປີໃຫມ່ ພສ 2563 ທີ່ຈະມາເຖິງນີ້ ເປັນປີທີ່ມີຄວາມຫຍຸງ້ຍາກຫຼາຍ ຍ້ອນການລະບາດຂອງພະຍາດ Covid-19 ຢູ່ໃນພາກພື້ນ ແລະ ບາງປະເທດອ້ອມຂ້າງ ສະນິ້ນ ເພື່ອເປັນການປ້ອງກັນ ຄວບຄຸມ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອ ຈາກພະຍາດດັ່ງກ່າວ ເຈົ້າແຂວງຫຼວງພະບາງ ຈຶ່ງຮຽນລາຍງານຂໍທິດຊີ້ນຳ ຈາກທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ເພື່ອຂໍໂຈະການຈັດກິດຈະກຳ ໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2563 ບໍ່ວ່າຈະເປັນການ ໂຈະຈັດງານປະກວດ ນາງສັງຂານ ໃນວັນທີ 11-12 ເມສາ 2020, ໂຈະການຈັດຕະຫຼາດນັດມວນຊົນ ຕາມເສັ້ນທາງກາງເມືອງ ໃນວັນທີ 13 ເມສາ 2020, ໂຈະການລົງຕົບພະທາດຊາຍ ທີ່ດອນຊາຍມຸງຄຸນ ໃນວັນທີ 13 ເມາສາ 2020, ໂຈະໃນການແຫ່ວໍ່ທີ່ເປັນຂະບວນມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ໃນວັນທີ 14-15 ເມສາ 2020. ສ່ວນກິດຈະກຳທີ່ກ່ຽວພັນເຖິງຮີດຄອງປະເພນີຂອງຫຼວງພະບາງມາແຕ່ດຶກດຳບັນ …

Read More »

ນັກວິທະຍາສາດຊາວຮົງກົງ “Yuen Kwok- yung” ເຊື້ອວ່າ ໄວຣັສ Covid-19 ຈະແຜ່ລະບາດຂ້າມປີ…

ພະຍາດລະບາດ  Covid -19 ຍັງຄົງແຜ່ກະຈາຍໄປເລື້ອຍໆທົ່ວທຸກມຸມໂລກ ແລະ ສົ່ງຜົນໃຫ້ຄົນມີອາການຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ…ຫຼ້າສຸດນັກວິທະຍາສາດຮົງກົງເວົ້າວ່າ: ການລະບາດຂອງພະຍາດ Covid -19 ອາດຈະແກ່ຍາວໄປເຖິງປີໜ້າ ແລະ ສະຖານທີ່ບ່ອນລະບາດອາດຈະປ່ຽນໄປ ເຊິ່ງການວິໄຈຂອງຈີນບອກວ່າ Covid-19ມັກອາກາດຊຸ່ມເຢັນ… ຈາກເວັບໄຊທ໌ South China Morning Post ໃນຮົງກົງໄດ້ລາຍງານໃນວັນທີ 8 ມີນາທີ່ຜ່ານມາ ໄດ້ອ້າງເຖິງງານວິໄຈຂອງສາດສະດາຈານ Yuen Kwok- yung ນັກວິທະຍາສາດຈຸລິນຊີຈາກມະຫາວິທະຍາໄລຮົງກົງເຊື່ອວ່າ ສະຖານະການແຜ່ລະບາດ ຂອງໄວຣັສຈະບໍ່ຢຸດຕິໃນທ້າຍປີ 2020 ແລະ ພື້ນທີ່ການແຜ່ລະບາດຈະຮຸນແຮງຂຶ້ນຕື່ມ. ສາດສະດາຈານ Yuen Kwok- yung  ຍັງແນະນໍາວ່າ: ວິທີການປ້ອງກັນພະຍາດດັ່ງກ່າວທີ່ດີທີ່ສຸດ ແມ່ນການຮັກສາສຸຂະອະນາໄມຂອງຕົນເອງເປັນຕົ້ນແມ່ນ ລ້າງມືໃຫ້ສະອາດ ແລະ ຫຼີ້ກລ້ຽງການເດີນທາງໄປສະຖານທີ່ຕ່າງໆຖ້າບໍ່ຈໍາເປັນ! ຈາກການຄົ້ນຄວ້າວິໄຈຂອງມະຫາວິທະຍາໄລ Sun Yat-Sen ໃນແຂວງ Guangdong ຂອງ ສປ ຈີນ ຈາກການເກັບຂໍ້ມູນອັດຕການເຈັບທົ່ວໂລກນັບແຕ່ວັນທີ …

Read More »

ຄວາມໃນໃຈ ຂອງ ອາລີຍາ ສີຣິໂສພາ ຫຼັງຈາກປະກວດ Miss international Queen 2020 …

ຈົບລົງໄປເປັນທີ່ຮຽບຮ້ອຍແລ້ວສໍາລັບການປະກວດ Miss international Queen 2020  ທີ່ຈັດຂຶ້ນຢູ່ ບາງກອກ ປະະເທດໄທ ໃນວັນທີ 7 ມີນາ 2020 ທີ່ຜ່ານທີ່ມາ   ແລະ ສາວງາມທີ່ຄວ້າມົງໄປຄອງແມ່ນ ສາວງາມ Valentina Fluchaire ຕົວແທນຈາກປະເທດ Mexico ,  ຮອງອັນດັບ 1 ແມ່ນ Ruethaipreeya Nuanglee ຕົວແທນຈາກປະເທດ  Thailand  , ຮອງອັນດັບ 2 ແມ່ນ Ariella Moura  ຕົວແທນຈາກປະເທດ Brazil… ສ່ວນປະເທດລາວເຮົາ ອາລິຍາ ສິຣິໂສພາ Miss international Queen Laos 2020 ຕົວແທນສາວງາມຈາກປະເທດລາວ  ເຖິງວ່າຈະບໍ່ສາມາດຄວ້າລາງວັນ ແຕ່ ຕຸບີ່ ກໍຕິດທ໋ອບ 12 ສາວງາມ ໃນການເຜີຍແຜ່ຄວາມງາມ, ວັດທະນະທໍາຂອງປະເທດລາວໃຫ້ສາກົນໄດ້ຮັບຮູ້!!! …

Read More »

ພົບກໍລະນີສົງໄສ ຕິດເຊື້ອໂຄວິດ-19 ຈຳນວນ 53 ຄົນ ຢູ່ ສປປ ລາວ…

ພະຍາດ COVID -19 ເກີດຂຶ້ນຢູ່ ສປ ຈີນ ແລະ ມີການລາຍງານຈາກຄະນະກໍາມະການຮັກສາສຸຂະພາບຂອງ ສປ ຈີນ ຢ່າງເປັນທາງການ ໃນວັນທີ 7 ທັນວາ 2019. ພະຍາດດັ່ງກ່າວໄດ້ລະບາດຢ່າງໄວວາ ແລະ ແຜ່ລາມເປັນວົງກວ້າງໄປທົ່ວປະເທດຈີນ ແລະ ມາຮອດປັດຈຸບັນ ກໍ່ມີການລະບາດຢູ່ຫລາຍປະເທດ, ຮອດເວລາ 6 ໂມງເຊົ້າວັນທີ 4 ມີນາ 2020, ທົ່ວໂລກມີກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID -19 ແລ້ວຈໍານວນ 95.308 ກໍລະນີ, ເສຍຊີວິດ 3.285 ກໍລະນີ, ໃນນັ້ນຫລາຍກວ່າໝູ່ແມ່ນຢູ່ ສປ ຈີນ 80.409 ກໍລະນີ, ເສຍຊີວິດ 3.012 ກໍລະນີ. ສະເພາຢູ່ ສປປ ລາວ ຜ່ານມາ ໄດ້ພົບກໍລະນີສົງໄສທັງໝົດ 53 …

Read More »

ຮ່ວມສົ່ງໃຈເຊຍ!! ຕຸບີ່ ອາລິຍາ ສິລິໂສພາ Miss Queen LAOS 2020 ຈະຂຶ້ນເວທີປະກວດໃນມື້ອື່ນ ທີ່ປະເທດໄທ…

ເຮົາມາເອົາໃຈຊ່ວຍ ເອົາໃຈເຊຍ ຕຸບີ່ ອາລິຍາ ສິລິໂສພາ Miss Queen LAOS 2020 ກັນເທາະ! ເພາະວ່າ ມື້ອື່ນ ວັນທີ 7  ມີນາ ສາວ ຕຸບີ່ ຂອງເຮົາກໍຈະໄດ້ຂຶ້ນສູ່ເວທີການປະກວດ Miss International Queen 2020 ຢູ່ທີ່ ປະເທດໄທ ແລ້ວ ແນວໃດຄົນລາວເຮົາກໍຢ່າລືມສົ່ງກໍາລັງໃຈໄປເຊຍ ສາວ ຕຸບີ່ ນໍາກັນຫຼາຍໆເດີ້! ເພາະວ່າ ທຸກໆການປະກວດແມ່ນໄປໃນນາມຕາງໜ້າປະເທດຊາດ, ທຸກໆການແຂ່ງຂັນແມ່ນເພື່ອໃບໜ້າໃບໜ້າຂອງປະເທດຊາດ ແລະ ທຸກໆສາຍສະພາຍແມ່ນຂອງຄົນລາວເຮົາທຸກຄົນ… ສ່ວນແອັດມິນເອງແມ່ນເອົາໃຈຊ່ວຍ ແລະ ເອົາໃຈເຊຍເຕັມທີ່!  ເຖິງວ່າຈະໄດ້ລາງວັນ ຫຼືບໍ່ໄດ້ກັບມານັ້ນ ຂໍໃຫ້ ຕຸບີ່ ເຮັດໜ້າທີ່ຂອງຕົວເອງຢ່າງເຕັມທີ່, ສະແດງສັກກາຍາພາບຄວາມສາມາດ ແລະ ຄວາມເປັນລາວອອກສູ່ສາຍຕາຕ່າງຊາດໃຫ້ໄດ້ຫຼາຍທີ່ສຸດກໍພໍແລ້ວ… #ສູ້ໆເດີ້!!! ຂອບໃຈຮູບພາບຈາກ: aliya sirisopha

Read More »