ຊ໋ອກວົງການບັນເທິງ ແມັດທິວ ດີນ ອະດີດດາລາ, ນັກຮ້ອງ ພິທີກອນ, ນັກສະແດງຊື່ດັງໄທ, ພໍ່ນ້ອງເດມີ່ທີ່ກຳລັງນ່າຮັກທັງເປັນຂວັນໃຈຂອງແຟນໆທັງປະເທດ ແລະ ທັງເປັນສາມີສຸດຫລໍ່ຂອງສາວລີເດຍ ກາຍເປັນນັກສະແດງຄົນທໍາອິດຂອງໄທທີ່ປະກາດຜ່ານອິນສະຕາແກມສ່ວນຕົວວ່າ ຕົນເອງຕິດເຊື້ອ Covid-19 ແລະ ເຕືອນໃຫ້ຄົນທີ່ຢູ່ໃກ້ຕົວຕົນເອງໃນຊ່ວງ 3-4 ວັນທີ່ຜ່ານມາໃຫ້ເຝົ້າລະວັງອາການເປັນພິເສດ ໂດຍກ່ອນໜ້ານີ້ແມັດທິວຫາກໍປະກາດປິດຄ້າຍມວຍ ຕົນເອງໃນວັນທີ 13 ມີນາ 2020 ເພື່ອທໍາຄວາມສະອາດ ແລະ ຂ້າເຊື້ອໄວຣັສເພື່ອປ້ອງກັນເຊື້ອ Covid-19… ຂວັນໃຈ ຂໍເປັນກຳລັງໃຈໃຫ້ ແມັດທິວ ຫາຍປ່ວຍຈາກອາການໃຫ້ໄວທີ່ສຸດ ແລະ ຂໍຊື່ນຊົມໃນການສະແດງຄວາມຮັບຜິດຊອບຕໍ່ເຫດການທີ່ເກີດຂຶ້ນ ແລະ ຫວັງວ່າສິ່ງທີ່ເກີດຂຶ້ນຈະເປັນອີກໜື່ງປັດໄຈທີ່ຊ່ວຍກັນເຝົ້າລະວັງເພື່ອປ້ອງກັນການແຜ່ເຊື້ອຫຼາຍຂຶ້ນກວ່າເກົ່າ…
Read More »Kuanjaitaem Kuanjai page
ສະຖານະການ ລະບາດຂອງພະຍາດ COVID-19 ທີ່ປະເທດຈີນ “ຈຸດສູງສຸດ” ສິ້ນສຸດແລ້ວ…
ພະຍາດລະບາດ COVID-19 ທີ່ເກີດຂຶ້ນຢູ່ທີ່ ອູ່ຮັ່ນ ສປຈີນ ເລີ່ມແຕ່ທ້າຍເດືອນ ທັນວາປີ 2019 ເປັນຕົ້ນມາໄດ້ເຮັດໃຫ້ຄົນຕິດເຊື້ອ ແລະ ເສຍຊີວິດເປັນຈໍານວນຫຼວງຫຼາຍ ໂດຍສະເພາະແມ່ນປະຊາຊົນຊາວເມືອງອູ່ຮັ່ນ ແລະ ຕອນນີ້ກໍໄດ້ແຜ່ກະຈາຍໄປເກືອບທົ່ວທຸກພື້ນທີ່ໃນໂລກ… ແຕ່ຫຼ້າສຸດ ມື້ວັນທີ 12 ມີນາ 2020 ທີ່ຜ່ານມາ ໂຄສົກລັດຖະບານຈີນກໍໄດ້ປະກາດ ຈຸດສູງສຸດ ຂອງການແຜ່ລະບາດຂອງໂລກຕິດເຊື້ອໄວຣັສໂຄວິດສາຍພັນໃໝ່ 2019 (ໂຄວິດ-19) ໃນປະເທດຈີນໄດ້ສິ້ນສຸດລົງແລ້ວ! ໝີ່ເຟິງ ໂຄສົກຄະນະກຳມະການສຸຂະພາບແຫ່ງຊາດ (NHC) ຂອງຈີນ ຖະແຫຼງໃນນະຄອນປັກກິ່ງວ່າ ຈໍານວນຄົນເຈັບລາຍໃໝ່ໄດ້ຫຼຸດລົງຢ່າງຕໍ່ເນື່ອງ ແລະ ສະຖານະການແຜ່ລະບາດຂອງໂລກນີ້ແມ່ນຢູ່ໃນລະດັບຕໍ່າ ນອກຈາກນີ້ຍັງເຜີຍວ່າ ຈໍານວນຄົນເຈັບລາຍໃໝ່ໃນອູ່ຮັ່ນ ເມືອງເອກຂອງມົນທົນຫູເປີ່ຍທາງຕອນກາງ ແລະ ສູນກາງການລະບາດຂອງໂລກ ໄດ້ປັບລະດັບເລກຫຼັກດຽວ ໂດຍມີລາຍງານຄົນເຈັບລາຍໃໝ່ພຽງ 8 ຄົນໃນວັນພຸດ ທີ 11 ມີນາ 2020 ທີ່ຜ່ານມາ ໃນຂະນະດຽວກັນບໍ່ມີລາຍງານຜູ້ປ່ວຍລາຍໃໝ່ໃນເມືອງອື່ນໆ ຂອງມົນທົນຫູເປີ່ຍຕິດຕໍ່ກັນຄົບອາທິດແລ້ວ ໂດຍຈີນແຜ່ນດິນໃຫຍ່ …
Read More »ຄົນລາວແຫ່ແຊຣ໌!! ໂຈໂຈ້ ມິຣາໂຄ ຝາກຄໍາຖາມແທນໃຈຄົນລາວ… ຖ້າຄົນລາວຕິດເຊື້ອ Covid-19 ຈະໄປປິ່ນປົວໄດ້ຢູ່ໃສ??
ບໍ່ວ່າຈະເຮັດຫຍັງ ໄປໃສ ຊ່ວງນີ້ກໍມີແຕ່ຄົນເວົ້າເຖິງເລື່ອງໄວຣັສສາຍພັນໃໝ່ ຫຼື Covid-19 ເພາະຖືວ່າເປັນພະຍາທີ່ຮ້າຍແຮງທີ່ສຸດໃນປັດຈຸບັນນີ້ ເຊິ່ງຫຼັງຈາກມີການປະກາດຈາກຫຼາຍພາກສ່ວນວ່າໃຫ້ມີການປ້ອງກັນ ເພາະໄວຣັສສາຍພັນໃໝ່ນີ້ ໄດ້ແຜ່ລະບາດໄປເກືອບທົ່ວໂລກ ແລະ ເມື່ອບໍ່ດົນມານີ້ ອົງການອານາໂລກ ກໍໄດ້ອອກມາປະກາດແລ້ວວ່າ Covid-19 ເປັນພະຍາດໃຫຍ່ລະດັບໂລກໄປແລ້ວ… ສ່ວນປະເທດລາວເຮົາເອງກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ເພາະເຖິງວ່າປັດຈຸບັນ ລາວເຮົາຍັງບໍ່ມີຕົວເລກຜູ້ຕິດເຊື້ອທີ່ແນ່ນອນ ແຕ່ພາກສ່ວນທີ່ກ່ຽວຂ້ອງກໍໄດ້ອອກມາດຕະການປ້ອງກັນຫຼາຍຢ່າງບໍ່ວ່າຈະເປັນ ການໃຫ້ຍຸຕິງານສັງສັນ, ງານແຕ່ງງານ, ງານບຸນປະເພນີຕ່າງໆ ທັງນີ້ກໍເພື່ອຄວາມປອດໄພຂອງທຸກຄົນ!! ແລະ ຄືທີ່ທຸກຄົນຮູ້ກັນແລ້ວວ່າ Covid-19 ເປັນພະຍາໄຂ້ຫວັດທີ່ຮ້າຍແຮງທີ່ສຸດທີ່ເຄີຍມີມາ ແລະ ເນື່ອງຈາກວ່າ ປະເທດລາວເຮົາຍັງບໍ່ມີຜູ້ຕິດເຊື້ອ ແຕ່ກໍມີກໍລະນີເຝົ້າລະວັງຢູ່ບໍ່ໜ້ອຍ ໂດຍສະເພາະຄົນລາວທີ່ເດີນທາງກັບຈາກຕ່າງປະເທດ ລວມທັງຄົນຕ່າງປະເທດທີ່ເດີນທາງເຂົ້າມາລາວໃນໄລຍະນີ້ ຈຶ່ງເຮັດໃຫ້ສັງຄົມມີຄໍາຖາມຢ່າງຫຼວງຫຼາຍກ່ຽວກັບການປິ່ນປົວຂຶ້ນມາ… ຈົນມີໂພສຂອງນັກຮ້ອງຊື່ດັງຄື ອ້າຍໂຈໂຈ້ ມີຣາໂຄ ທີ່ໄດ້ອອກມາຝາກຄໍາຖາມແທນໃຈຄົນລາວທຸກຄົນວ່າ “ຖ້າມີຄົນລາວຕິດ Covid-19 ແທ້ໆ ຈະໄປຮັກສາປິ່ນປົວຢູ່ໃສ? ຖາມເພື່ອທຸກຄົນ…” ແລະ ຫຼັງຈາກທີ່ຂໍ້ຄວາມດັ່ງກ່າວໄດ້ເຜີຍແຜ່ອອກມາ ກໍມີຊາວເນັດພ້ອມດ້ວຍຄົນດັງຫຼາຍຄົນ ເຂົ້າໄປສະແດງຄວາມຄິດເຫັນຢ່າງຫຼວງຫຼາຍວ່າ ເຫັນດີນໍາອ້າຍໂຈໂຈ້ ທຸກຄົນກໍຢາກຮູ້ຄືກັນ; ພ້ອມທັງແຊຣ໌ …
Read More »ແຈ້ງການດ່ວນ! ກະຊວງແຮງງານ ແຈ້ງໃຫ້ນາຍຈ້າງສະໜອງສິ່ງປ້ອງກັນ ການແຜ່ລະບາດຂອງໄວຣັສ COVID-19 ໃຫ້ພະນັກງານ-ລູກຈ້າງໂດຍບໍ່ເກັບເງິນ…
ກະຊວງແຮງງານ ແຈ້ງໃຫ້ນາຍຈ້າງສະໜອງສິ່ງປ້ອງກັນການແຜ່ລະບາດຂອງໄວຣັສ COVID-19 ໃຫ້ພະນັກງານລູກຈ້າງໂດຍບໍ່ເກັບເງິນ ແລະ ກໍລະນີມີພະນັກງານກັບມາແຕ່ຕ່າງປະເທດ ຜູ້ໃຊ້ແຮງງານຕ້ອງການໃຫ້ພັກ ຕ້ອງຈ່າຍຄ່າແຮງງານໃຫ້ຕາມປົກກະຕິ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຈ້ງເຖິງຫົວໜ່ວຍທຸລະກິດ, ຜູ້ໃຊ້ແຮງງານ, ຜູ້ອອກແຮງງານລາວ ແລະ ຕ່າງປະເທດທີ່ເຮັດວຽກຢູ່ ສປປ ລາວ ເລື່ອງການປະຕິບັດມາດຕະການ ຄວບຄຸມ ແລະ ໂຕ້ຕອບການລະບາດໄວຣັສ COVID-19 ຢູ່ ສປປ ລາວ ເພື່ອປ້ອງກັນ, ສະກັດກັ້ນບໍ່ໃຫ້ມີການຕິດເຊື້ອ ແລະ ແຜ່ລະບາດຢູ່ຫົວໜ່ວຍແຮງງານ ແຈ້ງໃຫ້ປະຕິບັດດັ່ງນີ້: 1. ໃຫ້ຜູ້ໃຊ້ແຮງງານ ສະໜອງສິ່ງອຳນວຍຄວາມສະດວກທາງດ້ານອຸປະກອນປ້ອງກັນການແຜ່ລະບາດ ໄວຣັສ COVID-19 ໂດຍບໍ່ໃຫ້ເກັບເງິນນຳພະນັກງານເປັນຕົ້ນ ສະບູ, ເຈວລ້າງມື, ຜ້າ ອັດປາກ, ອັດດັງ ແລະ ອື່ນໆ. 2. ຜູ້ໃຊ້ແຮງງານ ຕ້ອງຕິດຕາມພະນັກງານຂອງຕົນຢ່າງໃກ້ຊິດໃນແຕ່ລະວັນ, ຖ້າຜູ້ໃດມີອາການໄຂ້, ໄອ, ເຈັບຄໍ, …
Read More »ປະກາດຢ່າງເປັນທາງການແລ້ວ! ຈັດໃຫ້ Covid-19 ເປັນການລະບາດທີ່ໃຫຍ່ Pandemic ລະດັບໂລກ…
ປັດຈຸບັນ ພະຍາດ ລະບາດ Covid-19 ນັບມື້ນັບຮຸນແຮງຂຶ້ນ ແລະ ສົ່ງຜົນກະທົບຫຼາຍຢ່າງໄປທົ່ວທຸກມຸມໂລກ ທັງເຮັດໃຫ້ຈໍານວນຄົນຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ພ້ອມທັງສົ່ງຜົນກະທົບຕໍ່ເສດຖະກິດຫຼາຍໆປະເທດ… ເຊິ່ງຫຼ້າສຸດ Breaking news ! ອົງການອະນາໄມໂລກ ຫຼື WHO ໄດ້ຖະແຫຼງການໃນວັນທີ 11 ມີນາ 2020 ວ່າ ການລະບາດຂອງໄວຣັສສາຍພັນໃໝ່ ທີ່ເຮັດໃຫ້ເກີດໂລກ Covid-19 ທີ່ເປັນໂລກລະບາດທີ່ແຜ່ກະຈາຍໄປທົ່ວໂລກແລ້ວ (Pandemic) ໂດຍເຊື້ອໄວຣັສ Covid-19 ມີຕົ້ນກຳເນີດຈາກເມືອງອູ່ຮັ່ນໃນຈີນ ໃນຂະນະນີ້ໄດ້ແຜ່ກະຈາຍໄປໃນຫຼາຍພື້ນທີ່ຂອງໂລກ ໂດຍກ່ອນໜ້ານີ້ມີ ການລະບາດໃຫຍ່ ເກີດຂຶ້ນກັບໂລກຂອງເຮົາ ບໍ່ວ່າຈະເປັນ ໄຂ້ຫວັດໃຫຍ່ ສະເປນ (Spanish flu), ໄຂ້ຫວັດອາຊີ, ໄຂ້ຫວັດໝູ, ລວມໄປເຖິງ ກ່ຽວກັບການລະບາດຂອງເຊື້ອໄວຣັສ Covid-19 ເປັນລະດັບ ແຜ່ລະບາດຮຸນແຮງລະດັບໂລກ ຫຼື “Pandemic” ເຊັ່ນກັນ. ທ່ານ Tedros …
Read More »