Breaking News

Kuanjaitaem Kuanjai page

ກຸ່ມກໍ່ການຮ້າຍມຽນມາຍິງລົດ UN ໃນລະຫວ່າງນຳເຊື້ອ ໂຄວິດ-19 ໄປກວດ ເຈົ້າໜ້າທີ່ເສຍຊີວິດ 1 ຄົນ…

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 21 ເມສາ ນີ້ວ່າ ເກີດເຫດກຸ່ມກໍ່ການຮ້າຍໃຊ້ອາວຸດສົງຄາມກາດຍິງໃສ່ລົດຂອງເຈົ້າໜ້າທີ່ UNHCR ເຊິ່ງເປັນລົດສາຂາຂອງ WHO ອົງການອະນາໄມໂລກ ໃນເສັ້ນທາງຫຼວງຂອງ ເມືອງ ມິນບີຍາ ເຂດລັດຍະໄຂ່ ລະຫວ່າງເດີນທາງໄປນະຄອນເນປິດ ເພື່ອນຳຕົວຢ່າງເຊື້ອຂອງຜູ້ຕ້ອງສົງໃສ 19 ຄົນທີ່ຄາດວ່າຈະໃກ້ກັບຜູ້ຕິດເຊື້ອໂຄວິດ-19 ສົ່ງຕໍ່ມາທີ່ນະຄອນຢາງກຸ້ງ ເພື່ອກວດຫາເຊື້ອ. ເຫດການກາດຍິງໃສ່ລົດອົງການອະນາໄມໂລກໃນຄັ້ງນີ້ ໄດ້ເຮັດໃຫ້ເຈົ້າໜ້າທີ່ UN ຈຳນວນ 2 ຄົນ ທີ່ເປັນຊາວມຽນມາຖືກຍິງຈົນໄດ້ຮັບບາດເຈັບ ຈົນຕ້ອງນຳສົ່ງໂຮງໝໍ ແລະ ເສຍຊີວິດໃນເວລາຕໍ່ມາ 1 ຄົນ. ປັດຈຸບັນ,​ ທາງລັດຖະບານມຽນມາໄດ້ອອກມາປະນາມການກະທຳດັ່ງກ່າວຂອງກຸ່ມທີ່ກໍ່ເຫດໃນຄັ້ງນີ້ ໂດຍລະບຸວ່າ ເປັນກຸ່ມກໍ່ການຮ້າຍອາຣາກັນ ຫຼື ກຸ່ມນາຍທຶນ ມຽດ ໜ່າຍ ຜູ້ນຳກອງທັບອາຣາກັນ (ULA/AA) ລົງມືປະຕິບັດການ. ຮຽບຮຽງຂ່າວ: ພຸດສະດີ

Read More »

ພາບບັນຍາກາດ ອອກໂຮງໝໍ ຂອງຜູ້ຕິດເຊື້ອ ໂຄວິດ-19 ທີ່ປົວດີ 2 ຄົນ ທີ່ ໂຮງໝໍແຂວງຫຼວງພະບາງ…

ຖືວ່າເປັນຂ່າວດີອີກໜື່ງຂ່າວ ຫຼ້າສຸດມື້ວານນີ້ວັນທີ 22 ເມສາ 2020 ສປປ ລາວ ສາມາດປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີແລ້ວອີກ 2 ຄົນທີ່ ແຂວງຫຼວງພະບາງ ເອົາເປັນວ່າມື້ນີ້ຂວັນໃຈໄດ້ນໍາເອົາພາບບັນຍາກາດທີ່ 2 ຜູ້ຕິດເຊື້ອໄດ້ຫາຍດີ ແລະ ອອກຈາກໂຮງໝໍມາຝາກ ທ່າມກາງຄວາມຍິນດີຂອງແພດໝໍ ແລະ ຍາດພີ່ນ້ອງ…  

Read More »

ຊົມເຊີຍ! ຫມໍແນ່ ສືບຕໍ່ສະໜັບສະໜູນອາຫານໃຫ້ນັກຮົບເສື້ອຂາວ( ເສື້ອຟ້າເສື້ອຂຽວ) ທີ່ໂຮງຫມໍ 150 ຕຽງ + ໂຮງຫມໍມະໂຫສົດ

ຕໍ່ເນື່ອງກັບສະພາວະການແຜ່ລະບາດຂອງພະຍາດໄວຣັສ ໂຄວິດ-19 ໃນ ສ ປປລາວ ເຊິ່ງມີຈໍານວນຜູ້ຕິດເຊື້ອ 19 ຄົນ ແລະ ຕອນນີ້ປົວຫາຍດີແລ້ວ 4 ຄົນ ປັດຈຸບັນນີ້ຍັງມີຜູ້ຕິດເຊື້ອກຳລັງຮັກສາຕົວ 15 ຄົນ ແລະ ເຈົ້າໜ້າທີແພດໝໍຂອງເຮົາກຳລັງປະຕິບັດໜ້າທີ່ຂອງຕົນເອງຢ່າງເຕັມທີ່ ໃນສະຖານະການບ້ານເມືອງວິກິດແບບນີ້  ກໍມີຫຼາຍພາກສ່ວນໃຫ້ການຊ່ວຍເຫຼືອສັງຄົມເຮົາ ຫຼ້າສຸດ ໝໍແນ່ງ ເຮົາຍັງສືບຕໍ່ແບ່ງປັນອາຫານຈໍານວນໜື່ງໃຫ້ນັກຮົບເສື້ອຂາວ( ເສື້ອຟ້າເສື້ອຂຽວ) ທີ່ໂຮງຫມໍ 150 ຕຽງ + ໂຮງຫມໍມະໂຫສົດ  ໃນຂະນະທີ່ກຳລັງປະຕິບັດໜ້າທີ່… “ຍັງສືບຕໍ່ແບ່ງປັນ ມີຫນ້ອຍໃຫ້ຫນ້ອຍ ຕາມສະພາບນະນິ່ງແນ່ງກ່ອນເນີ້ ໃຫ້ນັກຮົບເສື້ອຂາວ( ເສື້ອຟ້າເສື້ອຂຽວ) ທີ່ໂຮງຫມໍ 150 ຕຽງ + ໂຮງຫມໍມະໂຫສົດ ສູ້ສູ້ເນີ້ ດຽວເຮົາກະຜ່ານໄດ້ແລ້ວ? ເຂົ້າປຸ້ນ 30 ຖົງ + ເຂົ້າຈືນໃສ້ກອກ 60 ກ່ອງ” ຂວັນໃຈຂໍຊົມເຊີຍໝໍແນ່ງ ນາງຟ້າຂອງຄົນລາວ ທີ່ຄອຍໃຫ້ການ …

Read More »

ຂ່າວດີ! ກະຊວງອຸດສາຫະກຳ ແລະ ການຄ້າປະກາດປັບລາຄານໍ້າມັນລົງ 400 ກີບ ທົ່ວປະເທດ ເລີ່ມປະຕິບັດ 24 ເມສາ…

ກະຊວງອຸດສາຫະກໍາ ແລະ ການຄ້າ ປະກາດ ປັບລາຄານໍ້າມັນເຊື້ອໄຟລົງ 400 ກີບທຸກຊະນິດ ເລີ່ມປະຕິບັດແຕ່ວັນທີ 24 ເມສາ 2020 ເຮັດໃຫ້ນໍ້າມັນແອັດຊັງຢູ່ນະຄອນຫຼວງວຽງຈັນລົງມາຢູ່ທີ7.680 ກີບຕໍ່ລິດ ແລະ ກາຊວນລົງມາຢູ່ທີ່7.040ກີບຕໍ່ລິດ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 0423/ອຄ.ກຄພນ ນະຄອນຫຼວງວຽງຈັນ, ລົງວັນທີ 23 ເມສາ 2020 ເຖິງ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ້ດ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ  ເລື່ອງ ແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ. ລາຄາໃໝ່ຄັ້ງນີ້ ແມ່ນເລີ່ມປະຕິບັດໃນວັນທີ24 ເມສາ 2020  ເລລາ 06:00 ໂມງ ໃນຂອບເຂດທົ່ວປະເທດ, ການປັບລາຄາຄັ້ງນີ້ ແມ່ນໄດ້ເພີ່ມຄັງແຮ500 ກີບທຸກຊະນິດ ແລະປັບລົງລາຄານໍ້າມັນເຊື້ອໄຟ 400ກີບທຸກຊະນິດ.  ການຄິດໄລ່ເສຍພັນທະ ແລະ …

Read More »

ໜ່ວຍ​ງານ​ກວດ​ສອບເຢຍລະມັນ ອະນຸມັດການທົດລອງວັກຊີນຕ້ານໄວຣັສໂຄວິດ-19 ເພື່ອໃຫ້ວັກຊີນພ້ອມໃຊ້ໄດ້ໄວທີ່ສຸດ…

ຕໍ່ເນື່ອງກັບສະຖານະການໂຄວິດ-19 ທີ່ກຳລັງລະບາດໄປທົ່ວໂລກ ແລະ ນັກວິທະຍາສາດການແພດຫຼາຍປະເທດກໍໄດ້ຄົ້ນຄິດວັກຊີນ ແລະ ຢາຕ່າງໆທີ່ສາມາດຮັກສາພະຍາດລະບາດດັ່ງກ່າວ ຫຼ້າສຸດ! ໜ່ວຍ​ງານ​ກວດ​ສອບ​ຂອງ​ເຢຍລະມັນ ອ​ະນຸ​ມັດ​ການ​ທົດລອງ​ວັກ​ຊີນ​ຕ້ານ​ໄວ​ຣັສ​ໂຄ​ວິດ​-19 ກັບມະນຸດ​ແລ້ວ ເພື່ອ​ໃຫ້​ວັກ​ຊີນ​ພ້ອມ​ໃຊ້​ໂດຍ​ໄວ​ທີ່ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້… ສຳ​ນັກ​ຂ່າວ ຊາເເນວນິວເອເຊຍ ລາຍ​ງານ​ວ່າ ສ​ະຖາ​ບັນ Paul-Ehrlich-Institut: PEI ໜ່ວຍ​ງານ​ຄວບ​ຄຸມ​ການ​ໃຊ້​ວັກ​ຊີນ​ຂອງ​ເຢຍ​ລະມັນ​ ໄດ້ອອກຖະແຫຼງ​ກາ​ນ​ໃນ​ວັນ​ພຸດ​ທີ 22 ເມສາ 2020 ອະ​ນຸ​ມັດການ​ທົດລອງ​ວັກ​ຊີນ​ຕ້ານ​ເຊື້ອ​ໄວ​ຣັສ​ໂຄ​ວິດ​-19 ກັບ​ມະນຸດ​ເປັນ​ເທື່ອ​ທໍາອິດ​ຂອງ​ປະເທດ ວັກ​ຊີນ​ດັ່ງ​ກ່າວ​ທີ່ພັດທະນາ​ໂດຍ​ບໍລິສັດ​ໄບ​ໂອ​ເທັກ​ໂນ​ໂລ​ຢີ “BioNTech” ຮ່ວມ​ກັບ​ບໍລິສັດ​ເພ​ສັດ​ກຳ​ຍັກ​ໃຫຍ່(Pfizer) ທີ່ມີ​ຊື່​ວ່າ “BNT1692” ນັບເປັນ​ການ​ທົດລອງ​ວັກ​ຊີນ​ຕ້ານ​ໂຄ​ວິດ​-19 ກັບມະນຸດ​ໂຄງ​ການ​ທີ່ 4 ຂອງ​ໂລກ​ ໂດຍ​ໃນ​ຂັ້ນ​ທໍາອິດ​ຈະ​ທົດລອງ​ໃນ​ຄົນສຸຂະພາບ​ແຂງ​ແຮງ​ອາ​ຍຸ​ລະຫວ່າງ 18-55 ປີ ຈຳນວນ 200 ຄົນ ສ່ວນ​ໃນ​ຂັ້ນ​ທີ່ 2 ຈະ​ທົດລອງ​ກັບ​ຄົນ​ຈຳນວນ​ຫຼາຍ​ຂຶ້ນ ລວມທັງ​ຜູ້​ທີ່​ມີ​ຄວາມ​ສ່ຽງ​ຈາກ​ໄວ​ຣັສ​ໂຄວິດ​ນີ້​ສູງ​ກວ່າ​ຄົນ​ທົ່ວ​ໄປ​ດ້ວຍ ແຕ່​ບໍ່​ລະ​ບຸ​ຊັດເຈນ​ວ່າ​ການ​ທົດລອງ​ຈະ​ເລີ່ມ​ຂຶ້ນ​ມື້​ໃດ PEI ລະ​ບຸ​ໃນ​ຖະແຫຼງການກວ່າ​ວ່າ ການ​ທົດລອງ​ນີ້​ເປັນ​ຂັ້ນ​ຕອນ​ສຳຄັນ​ຫຼາຍ​ໃນ​ການເຮັດໃຫ້​ວັກ​ຊີນ​ພ້ອມ​ໃຊ້​ງານ​ໄດ້​ໂດຍ​ໄວ​ທີ່ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້ ໂດຍ​ການອະນຸມັດ​ເກີດ​ຂຶ້ນ​ຫຼັງ​ຈາກ​ການ​ປະ​ເມີນ​ຄວາມ​ສ່ຽງ ແລະ​ ການ​ທົດລອງ​ວັກ​ຊີນ​ຕົ້ນ​ແບບ​ອື່ນ​ໆ ໃນ​ປະເທດຈະ​ເກີດ​ຂຶ້ນ​ພາຍ​ໃນອີກບໍ່ດົນ ແຫລ່ງຂໍ້ມູນ: AllINLAOS.COM

Read More »