ວັນທີ 22 ເມສາ 2020 ທີ່ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ ໂຄວິດ 19 ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ພ້ອມດ້ວຍຄະນະ ແລະ ມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ ຖືວ່າເປັນຂ່າວດີມື້ທີ 10 ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ! ຫຼ້າສຸດ ຈາກການເກັບຕົວຢ່າງມາວິເຄາະທັງໝົດ 83 ຄົນ ເຊິ່ງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຍັງຄົງຕົວເລກຜູ້ຕິດເຊື້ອ 19 ກໍລະນີ. ທ່ານ ຮສ.ດຣ ພູທອນ ເມືອງປາກ ກ່າວວ່າ: ໃນວັນທີ 21 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 83 ຄົນ, ໃນນັ້ນມີຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຕິດຕາມຄົບກຳນົດມາກວດຄືນ …
Read More »Kuanjaitaem Kuanjai page
Earth Day ຫຼືວັນຄຸ້ມຄອງໂລກ 22 ເມສາ (STAY AT HOME ເຮົາກໍສາມາດມີສ່ວນຮ່ວມ ໃນການຮັກສາໂລກໄດ້…)
ປັດຈຸບັນ ບັນຫາກ່ຽວກັບສິ່ງແວດລ້ອມເປັນພິດໄດ້ເພີ່ມທະວີຄວາມຮຸນແຮງຂຶ້ນຢ່າງໄວວາ ບໍ່ວ່າຈະເປັນບັນຫາກ່ຽວກັບນໍ້າບໍ່ສະອາດ, ອາກາດເປັນພິດ ຫຼືການຕັດໄມ້ທໍາລາຍປ່າທີ່ສົ່ງຜົນໃຫ້ເກີດອຸທົກກະໄພຫຼາຍຢ່າງ ນັກອະນຸລັກທໍາມະຊາດກຸ່ມໜື່ງໄດ້ຈັດໃຫ້ມີການສະແດງພະລັງຄັ້ງໃຫຍ່ ເພື່ອປຸກຈິດສໍານຶກກ່ຽວກັບບັນຫາສິ່ງແວດລ້ອມ ເຊິ່ງນັບມື້ນັບຖືກມະນຸດທໍາລາຍ ໃນການສະແດງພະລັງຄັ້ງນັ້ນມີຜູ້ເຂົ້າຮ່ວມກວ່າ 20 ລ້ານຄົນ ແລະ ປາກົດຂຶ້ນຕາມເມືອງໃຫຍ່ ສະນັ້ນ, ວັນທີ 22 ເມສາ ຂອງທຸກໆປີ ຈຶ່ງຖືເປັນວັນ Earth Day ຫຼືວັນຄຸ້ມຄອງໂລກ ເຊິ່ງເປັນວັນທີ່ສົ່ງເສີມໃຫ້ຄົນທົ່ວໂລກຄໍານຶງເຖິງຄວາມສໍາຄັນໃນການອະນຸລັກສິ່ງແວດລ້ອມ ໂດຍໃນແຕ່ລະປີຈະມີປະຊາຊົນ ແລະ ເກືອບທຸກພາກສ່ວນບໍ່ວ່າຈະເປັນ ພາກລັດ, ເອກະຊົນ ລວມໄປເຖິງອົງກອນ ອອກມາລົນນາລົງ ແລະ ເຮັດກິດຈະກຳຮັກສາໂລກກັນຢ່າງຫຼາກຫຼາຍ… ແຕ່ໃນປີນີ້ຈາກສະຖານະການໂຄວິດ-19 ເຮັດໃຫ້ເຮົາຕ້ອງເກັບຕົວຢູ່ບ້ານເພື່ອຄວາມປອດໄພ #STAYHOME ແຕ່ເຮົາກໍສາມາດມີສ່ວນຮ່ວມເລັກໆນ້ອຍໆ ໃນການຮັກສາໂລກ ອາດຈະເລີ່ມຈາກການເກັບມ້ຽນເຄື່ອງ, ອະນາໄມເຮືອນຊານບ້ານຊ່ອງ ຫຼືເຫັນສິ່ງຂອງທີ່ບໍ່ສາມາດໃຊ້ໄດ້ແລ້ວກໍຄວນເກັບ ແລະ ແຍກອອກ ເພື່ອນໍາໄປແຍກຖິ້ມຢ່າງຖືກວິທີ ໂດຍສະເພາະຢ່າງຍິ່ງຖ້າເປັນສິ່ງທີ່ເປັນ ເອເລັກໂທນິກ ຫຼື E-Waste ເຮົາຄວນລະມັດລະວັງເປັນພິເສດ! ເອົາເປັນວ່າບໍ່ແມ່ນບັນຫາເລີຍໃນການອະນຸລັກສິ່ງແວດລ້ອມໂດຍທີ່ບໍ່ໄດ້ອອກໄປນອກສະຖານທີ່ ພຽງແຕ່ເຮົາຢູ່ເຮືອນ …
Read More »ຂະແໜງການທ່ອງທ່ຽວລາວຮັບຜົນກະທົບໜັກ!! ລັດຄາດການວິກິດໂຄວິດ-19 ອາດແກ່ຍາວຮອດ 12 ເດືອນ…
ໜັງສືພິມເສດຖະກິດ-ການຄ້າລາຍງານໃຫ້ຮູ້ວ່າ ພາຍຫຼັງທີ່ ສປປ ລາວ ມີການລະບາດຂອງພະຍາດໂຄວິດ-19 ມັນໄດ້ສົ່ງຜົນກະທົບຫຼາຍດ້ານຕໍ່ປະເທດເຮົາ ໂດຍສະເພາະແມ່ນເສດຖະກິດ-ສັງຄົມ, ຂະແໜງການທ່ອງທ່ຽວ ຍິ່ງໄດ້ຮັບຜົນກະທົບໂດຍກົງ, ຈະສັງເກດເຫັນໄດ້ຢ່າງຊັດເຈນຈາກຈໍານວນນັກທ່ອງທ່ຽວທີ່ຫຼຸດລົງຫຼາຍ, ຫຼາຍກິດຈະການທີ່ກ່ຽວຂ້ອງຕ້ອງປິດຕົວຊົ່ວຄາວ, ເຊິ່ງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຄາດວ່າລາວເຮົາຈະສູນເສຍລາຍຮັບຈາກຂະແໜງການດັ່ງກ່າວບໍ່ຫຼຸດ 350 ລ້ານໂດລາ. ຜົນກະທົບດ້ານເສດຖະກິດໄລຍະສັ້ນ ຕົ້ນຕໍສັງເກດໄດ້ດັ່ງນີ້ ຜົນກະທົບຕໍ່ພາກທຸລະກິດທ່ອງທ່ຽວ ເຊິ່ງເປັນຂະແໜງທີ່ໄດ້ຮັບຜົນກະທົບທໍາອິດ ແລະ ໜັກໜ່ວງກວ່າຂະແໜງການອື່ນ, ໄດ້ສູນເສຍລາຍຮັບໄປແລ້ວສໍາລັບ 2 ເດືອນທໍາອິດຂອງປີ 2020 ປະມານ 452.000 ໂດລາ ເພາະມີຈໍານວນນັກທ່ອງທ່ຽວຈາກຈີນ ແລະ ໄທ ເຂົ້າມາລາວຫຼຸດລົງ -16% ແລະ -5% ຫຼື 14.417 ແລະ 21.791 ເທື່ອຄົນ ຖ້າທຽບໃສ່ໄລຍະດຽວກັນໃນປີຜ່ານມາ ສ່ວນຈໍານວນນັກທ່ອງທ່ຽວຈາກເກົາຫຼີ ແລະ ເອີຣົບ ຍັງຂະຫຍາຍຕົວໃນ 2 ເດືອນທໍາອິດຂອງປີນີ້ ເຮັດໃຫ້ມີຈໍານວນນັກທ່ອງທ່ຽວທັງໝົດທີ່ເຂົ້າມາລາວໃນ 2 ເດືອນ …
Read More »ຮ່ວມແບ່ງປັນນ້ຳໃຈກັບສອງສາວງາມ ລັດດາພອນ Miss Crystal Angel International 2019 ແລະ ແຈນນີ່ Miss Grand Laos 2019 ມອບອຸປະກອນໃນການປ້ອງກັນໂຄວິດ-19…
ຕໍ່ເນື່ອງກັບສະຖານະການແຜ່ລະບາດຂອງໂຄວິດ-19 ໃນຕອນນີ້ຫຼາຍພາກສ່ວນກໍໄດ້ລະດົມທຶນເພື່ອຊ່ວຍເຫລືອສັງຄົມເົຮາໃນຍາມວິກິດແບບນີ້ ຫຼ້າສຸດສາວງາມຈາກຄ້າຍ Oxymora modeling ຢ່າງ ລັດດາພອນ The winner Miss Crystal Angel International 2019 ແລະ ແຈນນີ່ Miss Grand Laos 2019 ຮ່ວມກັບທີມງານຕັ້ງໃຈກຽມອຸປະກອນແຈກໃຫ້ແພດໝໍ ເພື່ອໃຊ້ປ້ອງກັນໃນການປະຕິບັດໜ້າທີ່ຢ່າງຈິງຈັງ ທີມງານ Oxymora modeling ກຳລັງປະກອບ Faceshield, ເພື່ອຊ່ວຍເຫຼືອແພດໝໍຢູ່ໂຮງໝໍ150ຕຽງ, ພ້ອມເຈວລ້າງມື… ສຳລັບໃຜສົນໃຈຢາກສົບທົບທຶນຫຼື ປັດໄຈຕ່າງໆ ຮ່ວມເຮັດບຸນຄັ້ງນີ້ ເພື່ອຮ່ວມໃຈກັນເພື່ອຕ້ານ ໂຄວິດ 19 ດ້ວຍການມອບອຸປະກອນໃນການປ້ອງກັນເຊື້ອໄວຣັສໃຫ້ແກ່ແພດຫມໍຮ່ວມກັບ Oxymora modeling ໄດ້ພວກເຮົາຈະຢູ່ຄຽງຂ້າງຊ່ວຍເຫລືອ ແລະ ເປັນກຳລັງໃຈໃຫ້ປະຊາຊົນລາວຜ່ານພົ້ນວິກິດການນີ້ໄປນຳກັນ ອຸປະກອນຕ່າງໆຈະຖຶກນໍາໄປມອບໃຫ້ໃນວັນທີ 23 ເມສາ 2020 ແຫລ່ງຂໍ້ມູນ: ຊຸບຊິບບັນເທີງ
Read More »ຊົມເຊີຍ! “ອາລີຢາ ສີຣິໂສພາ” Miss Queen Laos 2020 ມອບສິ່ງຂອງຈຳເປັນທີ່ຕ້ອງໃຊ້ ໃນການຊ່ວຍເຫລືອຊ່ວງວິກິດ Covid-19
ໃນສະຖານະການບ້ານເມືອງ ແລະ ທົ່ວໂລກກຳລັງປະເຊີນກັບວິກິດພະຍາດລະບາດໂຄວິດ-19 ໂດຍສະເພາະ ສປປ ລາວເຮົາໃນປັດຈຸບັນມີຈໍານວນຜູ້ຕິດເຊື້ອ 19 ຄົນ ແລະ ຮັກສາດີແລ້ວ 2 ຄົນ ປັດຈຸບັນຍອດຜູ້ຕິດເຊື້ອຢູ່ທີ 17 ຄົນ ແລະ ໃນສະພາບການບ້ານເມືອງວິກິດແບບນີ້ ຫຼາຍພາກສ່ວນກໍໄດ້ໃຫ້ການຊ່ວຍເຫຼືອ ຫຼ້າສຸດ ຕຸບີ່ ອາລີຢາ ສີຣິໂສພາ ຫຼື (ລີຍາ) Miss Queen Laos 2020 ນາງງາມສາວປະເພດສອງລາວ ເປັນຕົວແທນຕາງຫນ້າ MissinternationalQueenlaos ເພື່ອມອບສິ່ງຂອງຈຳເປັນທີ່ຕ້ອງໃຊ້ ໃນການຊ່ວຍເຫລືອຊ່ວງວິກິດ Covid-19❤️ ?? ຮຽນປະທານໂຄງການ Laosuper model ທ່ານນາງ Vannaly Onsavath ?? ແລະ ຜູ້ຈັດການ Laosuper model ເອື້ອຍ Dony Avita ❤️ ເປັນຕົວແທນຕາງຫນ້າ ເພື່ອມອບສິ່ງຂອງຈຳເປັນທີ່ຕ້ອງໃຊ້ …
Read More »