Breaking News

pou peng

7 ວິທີການກິນອາຫານເພື່ອສຸຂະພາບທີ່ດີ

7  ວິທີການກິນອາຫານເພື່ອສຸຂະພາບທີ່ດີຂຶ້ນ ໃນແຕ່ລະມື້ເຮົາຈຳເປັນຕ້ອງກິນອາຫານຫຼາກຫຼາຍ ແລະ ຍັງມີຄຳແນະນຳຫ້າມກິນນັ້ນກິນນີ້ຈົນວ່າບໍ່ຮູ້ຊິເຊື່ອໃຜດີ, ມື້ນີ້ ວາລະສານຂັວນໃຈ ກໍມີເຄັດລັບງ່າຍໆໃນການກິນໃຫ້ໄດ້ປະໂຫຍດສູງສຸດຕໍ່ສຸຂະພາບຢ່າງເຕັມທີ່ມາຝາກດັ່ງນີ້: ກິນເຂົ້າເຊົ້າ: ເປັນພຶດຕິກໍາພື້ນຖານທີ່ສົ່ງຜົນຕໍ່ຈິດໃຈ ແລະ ພະລັງງານຊີວິດຂອງທ່ານຈົນໝົດມື້, ຊ່ວຍຫຼຸດລະດັບຄໍເລດເຕີຣອນ (Cholesterol) ໃນເສັ້ນເລືອດ, ຫຼຸດອັດຕາສ່ຽງຕໍ່ການເກີດພະຍາດຫົວໃຈ, ຊ່ວຍເຜົາຜານພະລັງງານໃຫ້ດີຂຶ້ນ ເຮັດໃຫ້ທ່ານກິນອາຫານມື້ອື່ນໄດ້ໜ້ອຍລົງ. ປ່ຽນນ້ຳມັນທີ່ໃຊ້ປຸງອາຫານ: ຍອມຈ່າຍແພງນ້ອຍໜຶ່ງເພື່ອຊື້ນໍ້າມັນໝາກກອກ ຫຼື ນໍ້າມັນດອກຕາເວັນເພື່ອປຸງອາຫານແທນນໍ້າມັນແບບເກົ່າໆທີ່ເຄີຍໃຊ້ ເພາະເປັນໄຂມັນທີ່ບໍ່ເປັນໂທດຕໍ່ຮ່າງກາຍ ແລະ ມີກົດໄຂມັນອີ່ມຕົວທີ່ເປັນປະໂຫຍດ ຊ່ວຍຫຼຸດໄຂມັນໃນເສັ້ນເລືອດໄດ້ເປັນຢ່າງດີ. ດື່ມນໍ້າໃຫ້ຫຼາຍຂຶ້ນ: ຄົນເຮົາຄວນດື່ມນໍ້າຢ່າງນ້ອຍມື້ລະ 2 ລິດ( ຍົກເວັ້ນຄົນທີ່ໝາກໄຂ່ຫຼັງເຮັດວຽກຜິດປົກກະຕິ ) ເພື່ອຫຼໍ່ລ້ຽງເຊວໃນຮ່າງກາຍ, ຟື້ນຟູລະບົບຂັບຖ່າຍ, ຮັກສາລະດັບຄວາມເຂັ້ມຂຸ້ນຂອງເລືອດ. ເສີມສ້າງແຄວຊຽມໃຫ້ກັບກະດູກ: ດ້ວຍການດື່ມນົມ, ກິນປານ້ອຍທັງຕົວທັງກ້າງ, ເຕົາຮູ້ຜະລິດຕະພັນຈາກຖົ່ວເຫຼືອງ, ຜັກໃບຂຽວ ເພາະແຄວຊຽມເປັນສິ່ງຈຳເປັນທີ່ຈະເສີມສ້າງຄວາມແຂງແຮງໃຫ້ກັບກ້າມເນື້ອ ແລະ ກະດູກ ເຮັດໃຫ້ລະບົບປະສາດເຮັດວຽກໄດ້ເຕັມທີ. ຈັດນໍ້າຊາໃຫ້ຕົວເອງ: ທັງຊາດໍາ, ຊາຂຽວ ລ້ວນແລ້ວແຕ່ມີຄຸນສົມບັດຕ້ານອະນຸມູນອິດສະລະ ການດື່ມຊາມື້ລະ 1-3ຈອກ …

Read More »

ສາວໆທີ່ຜິວພັນແຕກເຮົາມີ 4 ວິທີຊ່ວຍ…

ສາວໆທີ່ຜິວພັນແຕກເຮົາມີ 4 ວິທີຊ່ວຍ… ຜິວແຕກຫຼາຍບັນຫາຜິວໜັງທີ່ສ້າງຄວາມບໍ່ໝັ້ນໃຈໃຫ້ກັບສາວໆມາຫຼາຍແລ້ວ ໂດຍສະເພາະສາວໆທີ່ເຄີຍຕຸ້ຍມາກ່ອນແລ້ວກໍ່ຈ່ອຍລົງແບບໄວ ແນ່ນອນວ່າບັນຫາທີ່ຕາມມາກໍ່ຄືຊິໜີບໍ່ພົ້ນຜິວໜັງແຕກລາຍຕາມແຂນ, ຂາ, ໜ້າທ້ອງ ລວມໄປເຖິງພາກສ່ວນອື່ນໆຂອງຮ່າງກາຍ ແລະ ມື້ນີ້ ວາລະ ສານຂັວນໃຈ ໄດ້ນໍາເອົາວິທີງ່າຍໆທີ່ຊ່ວຍຫຼຸດຮອຍແຕກລາຍມາຝາກດັ່ງນີ້ໄປເບິ່ງກັນເລີຍ: ມັນຝຣັ່ງ. ສິ່ງທໍາອິດນໍາເອົາມັນຝຣັ່ງສົດມາ 1 ຫົວ ຈາກນັ້ນເອົາໄປປອກເປືອກແລ້ວລ້າງນໍ້າໃຫ້ສະອາດ ຈາກນັ້ນນໍາມັນຝຣັ່ງທີ່ໄດ້ໄປບົດໃຫ້ລະອຽດແລ້ວເອົາມາທາບໍລິເວນຜິວໜັງທີ່ແຕກລາຍ ປະໄວ້ປະມານ 10 ນາທີແລ້ວລ້າງອອກດ້ວຍນໍ້າລ້າໃຫ້ສະອາດ ວິທີນີ້ໄດ້ຜົນສະເພາະຄົນທີ່ມີຜິວໜັງເລີ່ມແຕກລາຍ ແລະ ຕ້ອງອາດໄດ້ໃຊ້ເວລາໃນການເຮັດດົນພໍສົມຄວນ ແຕ່ກໍ່ເປັນວິທີທີ່ປອດໄພ ແລະ ສາມາດເຮັດໄດ້ເອງ. ນໍ້າຕານ. ສໍາລັບວິທີໃຊ້ນໍ້າຕານຫຼຸດບັນຫາຜິວໜັງແຕກລາຍນັ້ນກໍ່ສາມາດເຮັດໄດ້ງ່າຍໆ ພຽງແຕ່ເອົານໍ້າຕານໄປປະສົມກັບນໍ້າມັນ Almonds ແລະ ນໍ້າໝາກນາວ ໂດຍປະສົມໃນອັດຕາສ່ວນທີ່ພໍດີຄືຢ່າໃຫ້ແຫຼວ ຫຼື ແຫ້ງຈົນເກີນໄປ ເມື່ອໄດ້ສະຄັບຕາມສູດຫຼຸດຜິວໜັງແຕກລາຍແລ້ວກໍ່ນໍາເອົາສ່ວນປະສົມທີ່ໄດ້ມາຂັດຄ່ອຍໆບໍລິເວນຜິວໜັງທີ່ແຕກລາຍ ພະຍາຍາມໃຫ້ໄດ້ປະມານອາທິດລະ 1-2 ເທື່ອເຮັດໄປເລື່ອຍໆຈົນກວ່າຮອຍແຕກຈະຄ່ອຍໆຈາງລົງໄປ. ນໍ້າໝາກນາວ. ພຽງແຕ່ທ່ານໃຊ້ສໍາລີຈຸ່ມນໍ້າໝາກນາວແລ້ວນໍາມາທາບໍລິເວນທີ່ເປັນຜິວໜັງແຕກລາຍທຸກມື້ ກົດທໍາມະຊາດໃນນໍ້າໝາກນາວຈະຊ່ວຍກໍາຈັດເຊວຜິວໜັງທີ່ຕາຍແລ້ວ ແລະ ຍັງຊ່ວຍໃຫ້ບໍລິເວນຜິວໜັງທີ່ແຕກລາຍຄ່ອຍໆຈາງລົງ ສໍາລັບຄົນທີ່ໃຈຮ້ອນຢາກເຊົາໄວແນະນໍາໃຫ້ໃຊ້ຄີມທີ່ຊ່ວຍຫຼຸດຮອຍແຕກລາຍຄວບຄູ່ກັບການທາດ້ວຍນໍ້າມັນໝາກນາວຈະຊ່ວຍຫຼຸດຮອຍແຕກລາຍໄດ້ດີ ແລະ ເຫັນຜົນໄວ. …

Read More »

ວິທີເບິ່ງແຍງເສັ້ນຜົມຫຼັງຈາກຍືດ…!!!

ການຍືດເສັ້ນຜົມຄືການໃຊ້ສານເຄມີມາຊ່ວຍປ່ຽນໂຄງສ້າງໂປຣຕີນໃນເສັ້ນຜົມໃຫ້ຈັດຮຽງຕົວໃໝ່ຈາກທີ່ເຄີຍມີໂຄງສ້າງແບບຂົດງໍ້ໃຫ້ຢຽດຊື່ໄດ້ ແລະ ທີ່ສໍາຄັນສານເຄມີຕົວນີ້ຍັງສາມາດເຮັດໃຫ້ເສັ້ນຜົມຂອງສາວໆຢູ່ຊົງໄດ້ດົນເຖິງ 6-8 ເດືອນ ແຕ່ເສັ້ນຜົມທີ່ຖືກສານເຄມີເຂົ້າໄປກະຕຸ້ນແບບນີ້ຈະສູນເສຍຄວາມສົມດຸນຂອງໂຄງສ້າງພາຍໃນເຮັດໃຫ້ເສັ້ນທີ່ແຫ້ງ, ແຕກປາຍແບບບໍ່ເປັນທໍາມະຊາດ ດັ່ງນັ້ນການເບິ່ງແຍງເສັ້ນຜົມຫຼັງຈາກຍືດຈຶ່ງເປັນສິ່ງສໍາຄັນຫຼາຍທີ່ຈະຊ່ວຍໃຫ້ທ່ານມີເສັ້ນຜົມທີ່ຊື່ງາມມີນໍ້າໜັກ, ມີສຸຂະພາບດີ, ບໍ່ແຫ້ງພັນກັນ ສາວໆລອງມາເບິ່ງກັນເລີຍວ່າເຮັດແນວໃດ? ຫ້າມຖືກນໍ້າ 3 ມື້ ຫຼັງຈາກຍືດ. ໃນຂັ້ນຕອນການຍືດຜົມນັ້ນໄດ້ມີການໃຊ້ສານເຄມີລ໋ອກຜົມເພື່ອໃຫ້ໂຄງສ້າງຂອງຜົມຈັດລຽງຕົວເປັນເສັ້ນຊື່ ດັ່ງນັ້ນໃນພາຍໃນ 3 ມື້ທໍາອິດຫຼັງຈາກຍືດຈຶ່ງຈໍາເປັນຕ້ອງລໍຖ້າໃຫ້ສານເຄມີນັ້ນຊືມເຂົ້າພາຍໃນເສັ້ນຜົມໄດ້ຢ່າງເຕັມທີ່ສາກ່ອນ ເມື່ອກາຍກໍານົດມື້ແລ້ວຈຶ່ງສາມາດສະຜົມໄດ້ຕາມປົກກະຕິ. ຫຼັງຈາກສະຜົມຕ້ອງໝັກຜົມດ້ວຍຄີມນວດ ຫຼື Treatment ທຸກເທື່ອ. ຖ້າທຽບກັບການລ້າງໜ້າກໍ່ຄືເຮົາລ້າງໜ້າດ້ວຍໂຟມແລ້ວຕາມດ້ວຍຄີມບໍາລຸງຜິວພັນຕ່າງໆ ການສະຜົມກໍ່ຄືກັນຫຼັງຈາກສະຜົມແລ້ວຄວນໃຊ້ຄີມນວດ ຫຼື ໃຜມີ Treatment ດີໆຈັກອັນຄວນໝັກປະໄວ້ 15-30 ນາທີ. ອົບອາຍນໍ້າ. ວິທີທໍາອິດປະຢັດຫຼາຍຕົ້ມນໍ້າຮ້ອນປະໄວ້ໃຫ້ອຸ່ນນ້ອຍໜຶ່ງ ຈາກນັ້ນໃຊ້ຜ້າແພຂົນໜູຈຸ່ມນໍ້າໃຫ້ປຽກແລ້ວນໍາເອົາມາປົກຫົວປະໄວ້ 15-30 ນາທີ ແລະ ອີກວິທີໜຶ່ງຄືຊື້ເຄື່ອງອົບອາຍນໍ້າມາໃຊ້ເອງ. ໃຊ້ນໍ້າມັນບໍາລຸງຜົມຕ່າງໆ Serum ຫຼື ເມັດວິຕາມິນ. ຫຼັງຈາກສະຜົມທຸກມື້ພໍເສັ້ນຜົມເລີ່ມໝາດໆເຮົາກໍ່ໃຊ້ວິຕາມິນ, ນໍ້າມັນໝາກພ້າວ ຫຼື Sleep On ຕ່າງໆມາບໍາລຸງ. ຫຼີກລ່ຽງຄວາມຮ້ອນຕ່າງໆ …

Read More »

ການສີດຜິວພັນໃຫ້ຂາວ ຊ່ວຍໃຫ້ຜິວພັນຂາວໃສໄດ້ງ່າຍແທ້ ຫຼື ບໍ່?

ການສີດຜິວພັນໃຫ້ຂາວ ຊ່ວຍໃຫ້ຜິວພັນຂາວໃສໄດ້ງ່າຍແທ້ ຫຼື ບໍ່? ໃນປະຈຸບັນກະແສນິຍົມເທຣນເກົາຫລີຫຼາຍຂຶ້ນເລື່ອຍໆ ບໍ່ມີຕົກເຮັດໃຫ້ຄົນລາວເຮົາເລີ່ມທີ່ຈະຮຽນແບບຄົນເກົາຫລີຫຼາຍຍິ່ງຂຶ້ນ ໂດຍສະເພາະການແຕ່ງຊົງຜົມ ແລະ ຮູບຮ່າງເຊິ່ງການຮຽນແບບພາຍນອກ ສາມາດເຮັດໄດ້ຢ່າງງ່າຍດາຍ ແຕ່ສີຜິວພັນ ແລະ ຮູບຮ່າງພາຍໃນທີ່ບໍ່ສາມາດຮຽນແບບໄດ້ກໍຕ້ອງເພິ່ງພາອາຫານເສີມ ແລະ ການສັນຍາກໍາຕ່າງໆ. ຜິວພັນອາດຈະບໍ່ຂາວນຽນຄືດັ່ງຜິວພັນຂອງຄົນເກົາຫລີ ດັ່ງນັ້ນການສີດຜິວພັນຈຶ່ງເປັນອີກວິທີໜຶ່ງທີ່ສາມາດປ່ຽນສີຜິວພັນເກົ່າໃຫ້ກາຍເປັນຜິວພັນທີ່ຂາວຂຶ້ນ ຕາມສະຕາຍສາວເກົາຫລີໄດ້ເຊິ່ງຄົນລາວເຮົາເລີ່ມນິຍົມວິທີການສີດຜິວພັນໃຫ້ຂາວຂຶ້ນເລື່ອຍໆ ໂດຍສະເພາະສາວໆທີ່ມີຜິວພັນສອງສີທີ່ຄິດວ່າຜິວພັນຂອງໂຕເອງບໍ່ງາມ ບໍ່ມີຄວາມເປັ່ງປະກາຍ.

Read More »