Breaking News

pou peng

5 ເຄັດລັບ! ວິທີທ່ອງທ່ຽວ ປະເທດ ຍີ່ປຸ່ນ ໃນງົບທີ່ກໍານົດເອງໄດ້!

ເວົ້າເຖິງ ປະເທດຍີ່ປຸ່ນ ແນ່ນອນວ່າສາວໆຫຼາຍຄົນຄົງຈະພໍຈິນຕະນາການອອກວ່າງົດງາມ ແລະ ໜ້າທ່ຽວຊົມຂະໜາດໃດ! ເພາະເປັນປະເທດທີ່ຫຼາຍໆຄົນໄຟ່ຝັນຢາກໄປທີ່ສຸດ ແຕ່ກໍມີຄົນຈໍານວນຫຼາຍທີ່ກັງວົນເລື່ອງຄ່າໃຊ້ຈ່າຍທີ່ຄ້ອນຂ້າງຈະສູງນັ້ນເອງ. ມື້ນີ້ ຂວັນໃຈເລີຍຢາກຈະມາແນະນໍາເຄັດລັບ! ໃນການທ່ອງທ່ຽວຍີ່ປຸ່ນດ້ວຍງົບທີ່ເຮົາກໍານົດເອງຄື ບໍ່ໃຫ້ກາຍ 3 ລ້ານກີບ… ຢາກຮູ້ວ່າເຮັດໄດ້ແນວໃດ? ນໍາມາເບິ່ງນໍາກັນ!!! 1. ວາງແຜນລ່ວງໜ້າແບບຂ້າມປີ ບາງເທື່ອຖ້າຕ້ອງການລາຄາຖືກແທ້ໆ ປັດໃຈຫຼັກຄືປີ້ຍົນນັ້ນເອງ ເຮົາຈະເຮັດແນວໃດໃຫ້ໄດ້ປີ້ລາຄາຖືກ? ແນ່ນອນວ່າຫຼາຍໆບໍລິສັດຂາຍປີ້ຍົນຈະມີໂປຣໂມຊັ່ນແຕ່ລະໄລຍະ ແລະ ຍິ່ງໄປກວ່ານັ້ນຖ້າຈອງລ່ວງໜ້າຍິ່ງດົນກໍຈະຍິ່ງໄດ້ລາຄາທີ່ຖືກລົງ. ອັນນີ້ຂໍແນະນໍາວ່າໃຫ້ຕິດຕາມ ຕິດດາວເພຈຂາຍປີ້ຍົນໄວ້ເລີຍ ເພື່ອຕິດຕາມໂປຣໂມຊັ່ນ ຖ້າເຫັນວ່າເໝາະສົມກໍຊື້ໄວ້ລ່ວງໜ້າເລີຍ ເພາະແນວໃດເຮົາກໍຈະໄປຢູ່ແລ້ວ. 2. ກິນອາຫານແບບນັກສຶກສາ ຍີ່ປຸ່ນຖືວ່າເປັນປະເທດທີ່ມີອາຫານຫຼາກຫຼາຍ ແລະ ມີແຫຼ່ງລາຄາຖືກຫຼາຍບ່ອນ ເຮົາສາມາດເຂົ້າໄປກິນອາຫານແບບ ໂຍຊິໂນຍະ, ສຸກິຍະ ຫຼື ເທນຍະ ທີ່ອີ່ມດ້ວຍລາຄາບໍ່ເກີນ 30.000 ກີບໄດ້. ຫຼືຮ້ານຕາມມະຫາວິທະຍາໄລ ຫຼືເຂດວິທະຍາໄລລາຄາກໍບໍ່ເກີນ 50.000 ກີບ. ສ່ວນອີກວິທີໜຶ່ງຄື ຊື້ອາຫານຕາມຊຸບເປີ່ມາເກັດໃນຕອນກາງຄືນ ເພາະຈະໄດ້ລາຄາທີ່ຫຼຸດແບບບໍ່ໜ້າເຊື່ອ ແຕ່ຄຸນນະພາບຍັງຄືເກົ່າ. 3. …

Read More »

ໃໝ່ຫຼ້າສຸດ! ລົດນິສສັນ ນາວາລາ ພຣີມ້ຽມ ພຣັສ (NAVARA PREMIUM PLUS) ມາພ້ອມແນວຄວາມຄິດກັບຮູບແບບສຸດພຣີມ້ຽມ!!!

ແນວຄວາມຄິດທີ່ມາພ້ອມກັບຮູບແບບພຣີມ້ຽມ ທີ່ບໍ່ມີຫຍັງໃໝ່ສະເພາະ. ມັນເປັນການດໍາເນີນການທາງການຕະຫລາດທີ່ມີປະສິດທິພາບ ເພື່ອພັກດັນຄວາມສົນໃຈຂອງລຸ້ນລົດຂອງເຂົາເຈົ້າໃນຫ້ອງວາງສະແດງລົດ; ແຕ່ຫາກເອີ້ນວ່າ “ພຣີມ້ຽມ ພລັສ” ແນ່ນອນ ນິສສັນຕ້ອງມີບາງຢ່າງໃນແນວທາງຂອງຕົນ ສໍາລັບການນໍາສະເໜີລົດນິສສັນ ນາວາລາ ພຣີມ້ຽມ ພຣັສໃໝ່ລ່າສຸດ. ພວກເຮົາລອງມາເບິ່ງ ແລະ ແນ່ໃສ່ສິ່ງທີ່ມີ ແລະ ສິ່ງທີ່ບໍ່ມີ. ສິ່ງໃໝ່ໆແມ່ນມີຢູ່ວ່າ ນິສສັນແມ່ນໄດ້ໃສ່ຄວາມຄິດຫລາຍຢ່າງທາງດ້ານແນວທາງຄວາມປອດໄພ, ວິທີທີ່ເປັນປະໂຫຍດ, ວິທີທີ່ຫລາກຫລາຍ ທີ່ລົດກະບະຄັນໜຶ່ງ ສາມາດເປັນ ດ້ວຍຄວາມສະດວກສະບາຍຂອງເຕັກໂນໂລຊີແຫ່ງການຂັບເຄື່ອນອັດສະລິຍະຂອງນິສສັນ.  (N.I.M.). ນິສສັນນາວາລາໃໝ່ ດຽວນີ້ ມາພ້ອມກັບຄຸນສົມບັດຄວາມປອດໄພທີ່ເພີ່ມຂຶ້ນແລະດີຂຶ້ນເຊັ່ນ:ຖົງລົມນິລະໄພSRS 7 ຖົງເພື່ອຮັບປະກັນວ່າທ່ານແລະຄອບຄົວຂອງທ່ານໄດ້ຮັບການປົກປ້ອງ. ຜູ້ຂັບຂີ່ຍັງໄດ້ຮັບຮູ້ເຖິງສະພາບແວດລ້ອມອ້ອມຂ້າງ ດ້ວຍການຕິດຕັ້ງເຕັກໂນໂລຊີໃໝ່ລ່າສຸດຂອງຈໍເບິ່ງສະພາບແວດລ້ອມອ້ອມຂ້າງອັດສະລິຍະຂອງນິສສັນ (‘ລະບົບi-AVM’). ລະບົບເບິ່ງສະພາບແວດລ້ອມອ້ອມຂ້າງອັດສະລິຍະຂອງນິສສັນແມ່ນນໍາໃຊ້ກ້ອງສີ່ໂຕເພື່ອເຮັດໃຫ້ຜູ້ຂັບຂີ່ສາມາດເບິ່ງເຫັນພາບລົດໄດ້360 ອົງສາຊ່ວຍໃຫ້ເຂົາເຈົ້າສາມາດເຂົ້າຈອດແລະລ້ຽວລົດໄປໃນຈຸດແຄບຫລືເທິ່ງທາງວິບາກໄດ້ເປັນຢ່າງດີ. ກ້ອງສີ່ໂຕແມ່ນຖືກຕິດຕັ້ງຢູ່ດ້ານໜ້າ, ຫລັງແລະຂ້າງຂອງຕົວລົດແລະພວກມັນຈະສົ່ງສັນຍານພາບເຂົ້າໄປໃນໜ່ວຍປະເມີນພາບເພື່ອປ່ຽນມາເປັນຮູບພາບມູມ360 ອົງສາເຊິ່ງເທົ່າກັບວ່າພວກທ່ານກໍາລັງເບິ່ງລົງຈາກດ້ານເທິ່ງຂອງຕົວລົດນິສສັນຂອງທ່ານ. ພ້ອມກັບ ບາງຢ່າງທີ່ຄັກ ແລະ ສະດວກສະບາຍຫລາຍ ທີ່ນິສສັນຍັງຄົງຮັກສາໄວ້ ເປັນຕົ້ນກຸນແຈອັດສະລິຍະ (i-Key) ດ້ວຍປຸ່ມກົດ-ສະຕາດລົດທີ່ຈະເຮັດໃຫ້ຜູ້ຂັບຂີ່ສາມາດໃຊ້ງານໄວໂດຍບໍ່ມີຄວາມຫຍຸ້ງຍາກເພື່ອປົດຣ໋ອກລົດ, ພຽງແຕ່ຕິດຈັກແລະຂັບຂີ່ໄປເທົ່ານັ້ນ. ພາຍໃນຍັງເປັນທີ່ນັ່ງບໍ່ມີແຮງໂນ້ມທ່ວງໄຟຟ້າ 8+2 …

Read More »

ບາບີ້ ປິຍະມາດ Miss International Laos 2018 ຕິດTop5ປະເທດ ຖືກເລືອກສຳພາດພິເສດກັບທາງຍີ່ປຸ່ນ.

ຫຼັງຈາກທີ່ ບາບີ້ ປິຍະມາດ ພູນປະເສີດ Miss International Laos 2018 ໄດ້ເດີນທາງໄປເປັນຕົວແທນສາວງາມປະເທດລາວ ເພື່ອໄປແຂ່ງຂັນສາວງາມໃນເວທີລະດັບໂລກ Miss International 2018 ທີ່ປະເທດຍີ່ປຸ່ນ, ຫຼ້າສຸດກໍມີເລື່ອງລາວດີໆມາອັບເດດໃຫ້ແຟນໆໄດ້ຮູ້ວ່າ ໃນວັນທີ 22 ຕຸລາ 2018 ທີ່ຜ່ານມາ ນາງຕິດ Top 5 ປະເທດທີ່ຖືກເລືອກໃຫ້ການສຳພາດແບບພິເສດກັບທາງ ປະເທດ ຍີ່ປຸ່ນ ເຊິ່ງເປັນເຈົ້າພາບຈັດງານໃນປີນີ້. ວ້າວວວ! ເຫັນແລ້ວ…ຍິນດີໄປຕາມໆກັນເລີຍແມ່ນບໍ່ແຟນໆ…. ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ ບາບີ້ ປິຍາມາດ Miss​ International​ Laos 2018​ ໃນການປະກວດເວທີລະດັບໂລກ Miss International 2018 ທີ່ ປະເທດ ຍີ່ປຸ່ນ ແລະ ຈະມີຮອບຕັດສິນໃນວັນທີ 9 ພະຈິກ 2018 ນີ້ ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??  #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? Story: ຊະນີIndy ຮູບພາບ: FB/B’Bie Piyamarth

Read More »

ສະແດງຄວາມຍິນດີ! ບໍ່ທຳມະດາ…ຊຸດປະຈຳຊາດລາວຕິດ Top12 (ແຊຣໄປໃຫ້ໂລກຮູ້)

ວ້າວວວ!!! ເປັນຂ່າວດີຂອງຄົນລາວເຮົາທຸກໆຄົນ ຫຼ້າສຸດເພສຫຼັກຂອງການປະກວດ  Miss Grand International ກໍໄດ້ປະກາດລາຍຊື່ຊຸດປະຈຳຊາດທີ່ຜ່ານເຂົ້າຮອບ 12 ປະເທດ ໂດຍເປັນການຄັດເລືອກຈາກຜົນໂຫວດຈາກຜູ້ຄົນທົ່ວໂລກ ແລະ ໜຶ່ງໃນນັ້ນກໍມີ ຊຸດປະຈຳຊາດຂອງປະເທດລາວ ທີ່ມີຊື່ວ່າ “ຊຸດນາງສັງຂານລາວ” ຕິດ Top12 ໃນເທື່ອນີ້ອີກດ້ວຍ (ສະແດງຄວາມຍິນດີ) ແຕ່ລະຊຸດຈະມີຄວາມງາມ ມີເອກະລັກ ແລະ ອະລັງການງານສ້າງດ້ານຄວາມຄິດສ້າງສັນພຽງໃດ ລອງມາເບິ່ງກັນ ເຊິ່ງປະເທດທີ່ເຂົ້າຮອບມີດັ່ງນີ້:  1. Miss Grand Cambodia 2. Miss Grand Vietnam 3. Miss Grand Indonesia 4. Miss Grand Mexico 5. Miss Grand Paraguay 6. Miss Grand Costa Rica 7. Miss Grand …

Read More »

ໃກ້ອອກພັນສາແລ້ວ! ງາມຫຼາຍ…ຄົນບັນເທິງໃນລຸກສາວລາວແດນຈຳປາ ຮ່ວມສືບສານປະເພນີລາວ!!!

ເຫັນຜ່ານຕາແລ້ວມັນອົດໃຈບໍ່ໄດ້!!! ໃກ້ອອກພັນສາແລ້ວຍິ່ງມີຮູບພາບຈາກບັນດາສາວງາມຄົນບັນເທິງ ເຊິ່ງຂໍບອກເລີຍວ່າງາມຫຼາຍໆ…ມາໃນລຸກ “ສາວລາວແດນຈຳປາ” ທີ່ຈະມາເຊີນຊວນພໍ່ແມ່ພີ່ນ້ອງຊາວລາວ ຮ່ວມສືບສານປະເພນີລາວໃນຊ່ວງບຸນອອກພັນສາ ປະຈຳປີ 2018. ມີຮູບພາບບັນດາສາວໆຄົນບັນເທິງມາຝາກ… ໂອ້ຍ!!! ຍິ່ງເບິ່ງໄປ ຍິ່ງງົດງາມ ອ່ອນຊ້ອຍ ອ່ອນຫວານ ໜ້າເອກອ້າງໃຫ້ຄົນທົ່ວໂລກໄດ້ຮູ້ວ່ານີ້ຄື ແມ່ຍິງລາວຍຸກໃໝ່ ເປັນສາວລາວແດນຈຳປາ  ທີ່ຍັງບໍ່ລືມປະເພນີອັນດີງາມທີ່ມີມາແຕ່ບູຮານນະການ. #ແຊຣໄປໃຫ້ໂລກຮູ້ນີ້ຄືແມ່ຍິງລາວ ຮູບພາບ: Lee Una

Read More »