Breaking News

Beauty

ໂອ້ຍໆໆໆ…ຫວານເວີ້! ຟຣຸກ ຈັດເຊີໄພ້ ແອັບເປີ້ນ ສະຫຼອງຄົບຮອບແຕ່ງດອງ 1 ປີ

ໂອະ ໂອະ ໂອ້ຍ! ເຮັດເອົາຄົນໂສດນັ່ງບໍ່ຕິດ ຫຼັງຈາກທີ່ມີຮູບພາບຫວານຂອງ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກສາວລາວ-ບ່າວໄທ ເພາະໃນວັນທີ 4 ພະຈິກ ທີ່ຜ່ານມາ ເປັນວັນຄົບຮອບແຕ່ງດອງ 1 ປີ ຂອງທັງສອງນັ້ນເອງ, ແຖມ ໜຸ່ມ ຟຣຸກ ຍັງຈັດເຊີໄພ້ໃຫ້ ສາວ ແອັບເປີ້ນ ພາດິນເນີໃຕ້ແສງທຽນ ພ້ອມຫອບຊໍ່ດອກໄມ້ຊໍ່ໃຫ່ຍເຊີໄພ້ ງານນີ້ຫວານ… ຊຶ້ງ…ສຸດໆ ຍັງບໍ່ໝົດ…ທັງສອງຍັງມີແຄັບຊັ່ນຫວານໆ ຢອດໃຫ້ກັນແບບໜ້າຮັກສຸດໆ!!! ເປັນອີກໜຶ່ງຄູ່ທີ່ໜ້າຮັກຫຼາຍໆ, ຢ່າງໃດກໍຂໍໃຫ້ທັງສອງຄອງຮັກກັນໄປດົນໆເລີຍເດີ້ ສາວ ແອັບເປີ້ນ ໜຸ່ມ ຟຣຸກ. ຮູບພາບ: fb/Fluke Jira, Appleminiberry

Read More »

ໃຜວ່າຫຼຸດໄຂມັນໜ້າທ້ອງເປັນເລື່ອງທີ່ເຮັດໄດ້ຍາກ??? (ເຮັດແບບນີ້ເລີຍ)

ຖ້າສາວໆຮູ້ສຶກວ່າການອອກກໍາລັງກາຍເພື່ອຫຼຸດໄຂມັນໜ້າທ້ອງເປັນເລື່ອງທີ່ເຮັດໄດ້ຍາກແລ້ວ ໃນມື້ນີ້ມີ 4 ກິດຈະກໍາການອອກກຳລັງກາຍທີ່ຮັບຮອງວ່າໜ້າທ້ອງຂອງສາວໆນັ້ນ ຈະຕ້ອງນ້ອຍລົງຢ່າງແນ່ນອນ!!!\ ປັ່ນລົດຖີບກາງອາກາດ ທ່າອອກກຳລັງກາຍງ່າຍໆ ທີ່ສາວໆສາມາດເຮັດໄດ້ຢູ່ເທິງຕຽງນອນ ພຽງແຕ່ສາວໆນອນປັ່ນລົດຖີບກໍສາມາດເພີ່ມກ້າມຊີ້ນ ໜ້າທ້ອງໄດ້ແລ້ວ ໂດຍໃຊ້ມືທັງສອງຂ້າງຈັບທາງຫຼັງຫົວເອົາໄວ້ ແຂນສອກ ແລະ ລຳຕົວຈະບິດໄປມາຕາມແຮງປັ່ນລົດຖີບ ເກັງໜ້າທ້ອງເອົາໄວ້ ຈາກນັ້ນຍົກຫົວເຂົ່າຂຶ້ນ ແລ້ວກຽມປັ່ນລົດຖີບໄດ້ ເຮັດແນວນີ້ຢ່າງນ້ອຍ 12 – 16 ຄັ້ງຕໍ່ 1 ຮອບ ເຮັດປະມານ1-3 ຮອບ. ໝາກບານໂຍຄະ ການອອກກໍາລັງກາຍດ້ວຍໝາກບານໂຍຄະນອກຈາກຈະມ່່ວນແລ້ວຍັງເຮັດໃຫ້ໜ້າທ້ອງນ້ອຍລົງ ພຽງແຕ່ໃຊ້ມືທັງ 2 ຈັບຫົວເອົາໄວ້ ແລ້ວກໍແອນຫຼັງລົງໃສ່ໝາກບານ ແລ້ວກໍSit upຂຶ້ນລົງ ເຮັດແນວນີ້ຢ່າງນ້ອຍ 12-16 ຄັ້ງຕໍ່ 1 ຮອບ ເຮັດປະມານ 1-3 ຮອບ. ນອນຍົກຂາ ນອນຍົກຂາຂຶ້ນສູງທ່ານີ້ນອກຈາກຈະຊ່ວຍໃຫ້ຂານ້ອຍແລ້ວ ຍັງຊ່ວຍຫຼຸດໜ້າທ້ອງໄດ້ດີອີກດ້ວຍ ພຽງແຕ່ເອົາມືຈັບຫົວ ຍົກຫົວຂຶ້ນ ຈາກນັ້ນຍົກຂາຂຶ້ນສູງຄ້າງເອົາໄວ້ປະມານ 12-16 ວິນາທີ …

Read More »

ສະແດງຄວາມຍິນດີ! Miss Intercontinental Laos 2018 ຈະໄປປະກວດເວທີໂລກໄວໆນີ້…

ຫຼາຍເວທີຈົນນັບບໍ່ຖ້ວນກັນແລ້ວໃນເວລານີ້… ມີຂ່າວສານເລື່ອງວົງການນາງງາມມາຝາກພໍ່ແມ່ພີ່ນ້ອງຊາວລາວອີກແລ້ວ ຫຼ້າສຸດກໍເປີດຕົວ Miss International Laos 2018 ນັ້ນກໍຄື ຢາດຟ້າ ພົມມະວົງໄຊ ອະດີດຮອງອັນດັບ 1 Miss International Laos 2018 ແຕ່ປັດຈຸບັນຖືກແຕ່ງຕັ້ງໃຫ້ເປັນ Miss Intercontinental Laos 2018 ເພື່ອກຽມໄປປະກວດໃນເວທີໂລກ ຕົ້ນປີ 2019 ທີ່ຈະມາເຖິງນີ້… ງົດງາມ ສົມມົງແທ້ໆ!!! ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ ນ້ອງ ຢາດຟ້າ Miss Intercontinental Laos 2018 ຕົວແທນສາວງາມຈາກປະເທດລາວ, ເຮົາຄົນລາວກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ??   #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: FB/FyFa Phommavongsay

Read More »

ງາມໆທັງນັ້ນ! ເປີດໂຕ  40 ສາວງາມຜູ້ຜ່ານເຂົ້າຮອບ  MISS LAOS  2018

ວົງການນາງງາມບ້ານເຮົາຖືວ່າກຳລັງມາແຮງຕິດກະແສກັນສຸດໆໃນເວລານີ້ ແວະວຽນມາທີ່ອີກໜຶ່ງເວທີ ນາງສາວລາວ (MISS LAOS  2018) ເຊິ່ງເປັນອີກເວທີໜຶ່ງທີ່ຈະເປີດໂອກາດໃຫ້ແມ່ຍິງລາວໄດ້ມາປະຊັນຄວາມງາມ ສະແດງຄວາມສາມາດ ແລະ ເປັນທູດວັດທະນະທຳ, ທ່ອງທ່ຽວລາວ ແລະ ນາງສາວທູດດ້ານການສຶກສາ. ຫຼ້າສຸດ!!! ທາງກອງປະກວດກໍໄດ້ເປີດໂຕ 40 ສາວງາມຜູ້ຜ່ານເຂົ້າຮອບ  MISS LAOS  2018 ເຊິ່ງສາວງາມທັງໝົດ 40 ຄົນແມ່ນໄດ້ຄັດເລືອກມາຈາກ 18 ແຂວງທົ່ວປະເທດລາວ, 40 ສາວງາມທີ່ຜ່ານເຂົ້າຮອບສຸດທ້າຍຈະໄດ້ຮ່ວມເກັບຕົວເພື່ອເຮັດກິດຈະກຳ ແລະ ຮອບຕັດສິນ ນາງສາວລາວ (MISS LAOS  2018 ) ຈະມີຂຶ້ນໃນວັນທີ 7 ທັນວາ 2018ທີ່ຈະມາເຖິງນີ້. (40 ສາວງາມຜູ້ຜ່ານເຂົ້າຮອບ  MISS LAOS  2018 ຕົວແທນຈາກ 18 ແຂວງ ມີໃຜແນ່ນັ້ນມາເບິ່ງກັນເລີຍ) ສາວງາມທີ່ໄດ້ຮັບຕຳແໜ່ງ Miss Laos 2018 ຈະໄດ້ຮັບເງິນ ພ້ອມມົງກຸດປະຈຳຕຳແໜ່ງ, ທຶນການສຶກສາຕໍ່ລະດັບປະລິນຍາຕີ ທີ ສປ …

Read More »

ສະແດງຄວາມຍິນດີ! “ທີມມິດຕະພາບກັນເອງ” ນັກກາຍະສິນຈາກລາວ ຜ່ານເຂົ້າສູ່ຮອບ Final ໃນລາຍການ Thailand’s Got Talent

ຊ່ວງນີ້ວົງການບັນເທີງປະເທດລາວເຮົາຖືວ່າຄຶກຄັກ ຄືກຄື້ນແບບບໍ່ເຄີຍມີມາກ່ອນ ແລະ ເມື່ອບໍ່ດົນມານີ້ກໍມີຂ່າວດີມາຝາກພໍ່ແມ່ພີ່ນ້ອງຊາວລາວເຮົາອີກແລ້ວ ເພາະຫຼ້າສຸດ “ທີມມິດຕະພາບກັນເອງ” ນັກກາຍະສິນຈາກລາວໄດ້ຜ່ານເຂົ້າສູ່ຮອບ Final ໃນລາຍການ Thailand’s Got Talent ເປັນທີ່ຮຽບຮ້ອຍ. (ຊົມເຊີຍ! ຂໍສະແດງຄວາມຍິນດີນຳຫຼາຍໆ) (ມີຄລິບ) TGT11 มิตรภาพกันเอง | Semi – Final | 29 ต.ค. 61 ? TGT11 มิตรภาพกันเอง โชว์จาก คุณแหวง และคุณสิบ สองหนุ่มสาวจากประเทศเพื่อนบ้านที่เดินทางมาจาก สาธารณรัฐประชาธิปไตยประชาชนลาว ยังคงทำให้เราประทับใจในความแข็งแกร่ง และงดงามอ่อนช้อยเหมือนเดิม ▶▶▶▶▶▶#ThailandsGotTalent ทุกวันจันทร์ เวลา 20.05 น. #Workpoint23 Posted by Thailand's Got Talent on Monday, October 29, 2018 …

Read More »