Breaking News

Beauty

ພຶດຕິກຳທີ່ຄວນຫຼີກລ່ຽງໃນເວລາທີ່ອອກກຳລັງກາຍ!!!

ການອອກກຳລັງຊ່ວຍໃຫ້ຮູບຮ່າງກະຊັບ ແລະ ສຸຂະພາບແຂງແຮງແທ້ ແຕ່ຕ້ອງອອກໃຫ້ຖືກວິທີ ບໍ່ດັ່ງນັ້ນຈະເຮັດໃຫ້ເກີດບັນຫາຜິວພັນຕາມມາໄດ້ເດີ້...

Read More »

10 ພຶດຕິກໍາທີ່ຄວນຫຼີກລ່ຽງ ເພາະອາດຈະທໍາຮ້າຍຜິວໂດຍບໍ່ຮູ້ໂຕ!!!

ສາວໆຄົນໃດທີ່ກໍາລັງເຮັດ 10 ພຶດຕິກໍານີ້ ຄວນຫຼີກລ່ຽງດ່ວນ ບໍ່ດັ່ງນັ້ນອາດຈະເຮັດໃຫ້ຜິວພັນງາມໆຫ່ຽວຍານລົງໄດ້ ສະນັ້ນເຮົາຄວນມາເບິ່ງແຍງຜິວພັນຂອງເຮົາແບບຖືກວິທີກັນເທາະ. 1. ລືມທາກັນແດດກ່ອນອອກຈາກບ້ານ 2. ອາບນໍ້າຮ້ອນດົນຈົນເກີນໄປ 3. ຂັດຜິວຕະຫຼອດ ກໍບໍ່ດີເດີ້ 4. ນອນພັກຜ່ອນບໍ່ພຽງພໍ 5. ນອນຫຼັບໂດຍທີ່ຍັງບໍ່ໄດ້ລ້າງໜ້າ 6. ບີບ, ແກະ, ເກົາເທິງໃບໜ້າ 7. ບໍ່ທໍາຄວາມສະອາດອຸປະກອນແຕ່ງໜ້າ 8. ໃຊ້ຜະລິດຕະພັນບໍາລຸງຜິວຫຼາຍຊະນິດພ້ອມກັນ 9. ບໍ່ຮູ້ຈັກຜິວໜ້າຂອງຕົວເອງ 10. ເຮັດຜິວສີແທນສ່ຽງພະຍາດມະເຮັງ ສາວໆຄົນໃດທີ່ຮູ້ສຶກວ່າຕົນເອງມັກເຮັດ 10 ຂໍ້ທີ່ກ່າວມາຂ້າງເທິງນີ້ ຮີບປ່ຽນພຶດຕິກໍາດ່ວນເລີຍເດີ້ ຖ້າບໍ່ຢາກໃຫ້ຜິວພັນຫ່ຽວແຫ້ງແຕກລາຍ.  

Read More »

ຂໍ້ຄວນຮູ້!!! ສຳລັບສາວໆທີ່ທາເລັບເປັນປະຈຳ

ເອົາໃຈສາວໆທີ່ມັກເຂົ້າຮ້ານທາເລັບ ຫຼື ມັກທາສີເລັບເປັນປະຈຳ ເຮົາຂໍແນະນຳໃຫ້ທ່ານໃສ່ໃຈກັບເລັບຫຼາຍກ່ວາປົກກະຕິເພາະການທາເລັບ ແລະ ລ້າງເລັບດ້ວຍຢາສານເຄມີຕ່າງໆຈະເຮັດໃຫ້ Cuticle ຂອງເລັບຫຼຸດອອກໄປໄດ້ ແລະ ເຮັດໃຫ້ເກີດການຕິດເຊື້ອພະຍາດ ເຊິ່ງສິ່ງທີ່ທ່ານຄວນລະວັງຄື ຄວນເລືອກຮ້ານທີ່ສະອາດ ແລະ ຄວນໃຊ້ອຸປະກອນທີ່ຂ້າເຊື້ອພະຍາດແລ້ວ, ເພາະຜົນທີ່ຕາມມາຂອງການທາເລັບດ້ວຍນ້ຳຢາເຄມີກໍຄືບັນຫາເລັບແຕກຈີກ ເຊິ່ງສຳລັບຄົນທີ່ກຳລັງພົບບັນຫານີ້ ເຮົາຂໍສະເໜີວິທີປ້ອງກັນດັ່ງຕໍ່ໄປນີ້:     ຄວນຕັດເລັບໃຫ້ສັ້ນຢູ່ຕະຫຼອດໂດຍຄວນຕັດໃຫ້ເປັນຮູບຊົງ ແນະນຳໃຫ້ຕັດເລັບຫຼັງຈາກອາບນ້ຳ ແລະ ເມື່ອຕັດເລັບແລ້ວຄວນໃຊ້ຄຣີມທາເພື່ອໃຫ້ເກີດຄວາມຊຸ່ມຊື່ນ. ຄວນທາຄຣີມຫຼັງຈາກທີ່ມືປຽກເພາະຜິວທີ່ປຽກຈະຊ່ວຍໃຫ້ຄຣີມແຊກຊືມເຂົ້າສູ່ຜິວໄດ່້ດີຫຼາຍກ່ວາ. 3. ຄວນທາຜະລິດຕະພັນທີ່ເສີມຄວາມແຂງແຮງໃຫ້ແກ່ເລັບ ຫຼີກລ່ຽງຜະລິດຕະພັນທີ່ມີສ່ວນປະກອບຂອງ Toluene sulfonamide ຫຼື Formaldehyde ເພາະສານເຄມີເຫຼົ່ານັ້ນຈະເຮັດໃຫ້ເກີດອາການຄັນໄດ້ ແລະ ຖ້າເປັນໄປໄດ້ຄວນເລືອກໃຊ້ສານທີ່ເປັນທຳມະຊາດທີ່ສຸດ. 4. ຄວນໃຊ້ຜະລິດຕະພັນປະເພດ Nail-polish ຈະຊ່ວຍເກັບຄວາມຊຸ່ມຊື່ນໄວ້ໃຫ້ເລັບໄດ້ດີ ໂດຍຄວນລ້າງ Nail polish ອອກ ແລະ ທາໃໝ່ທຸກອາທິດ. 5. ຫຼີກລ່ຽງການໃຊ້ນ້ຳຢາລ້າງເລັບທີ່ມີສ່ວນປະກອບຂອງ Acetone ເພາະຈະເຮັດໃຫ້ເລັບແຫ້ງ ແລະ ບໍ່ຄວນໃຊ້ຫຼາຍກ່ວາ …

Read More »

ວິທີທາ Lipstick ສີເຂັ້ມໃຫ້ງາມແບບມືອາຊີບ!!!

ສຳລັບລະດູໜາວ ເທຼນລິບສະຕິກສີເຂັ້ມກຳລັງມາແຮງ ແຕ່ການທີ່ຈະທາລິບສະຕິກສີເຂັ້ມນັ້ນບໍ່ແມ່ນຈະທາໆຖູໆກໍແລ້ວເລີຍ ສາວໆຈະຕ້ອງມີເຄັດລັບກັນແກ່ຈັກໜ້ອຍເຊິ່ງ ມື້ນີ້ເຮົາໄດ້ນຳເອົາຄັດລັບດັ່ງກ່າວມາຝາກກັນ ໄປເບິ່ງກັນເລີຍວ່າມີວິທີຫຍັງໃດແດ່ທີ່ເພື່ອໃຫ້ການທາລິບສະຕິກສີເຂັ້ມທາແລ້ວອອກມາງາມທີ່ສຸດ. ກຽມຮີມສົບໃຫ້ພ້ອມ ການຈະສ້າງຫຍັງໃຫ້ໝັ້ນຄົງຕ້ອງເລີ່ມຈາກຮາກຖານທີ່ດີການທາສະຕິກກໍ່ເຊັ່ນດຽວກັນ ຖ້າຮີມສົບຂອງສາວໆ ແຫ້ງ ແຕກ ແລະ ລອກ ເຖິງສາວໆຈະທາສະຕິກລົງໄປຈັກຊັ້ນກໍບໍ່ອອກມາງາມຄືທີ່ຝັນໄວ້ເດີ້, ດັ່ງນັ້ນຂັ້ນຕອນການກຽມຮີມສົບຈຶ່ງສຳຄັນເຊິ່ງສາວໆອາດຈະໃຊ້ຜ້າຂົນໜູ ຫຼື ແປງຖູແຂ້ວຖູຄ່ອຍໆ ເພື່ອໃຫ້ໜັງທີ່ເປັນຂົນອອກມາຫຼຸດອອກໄປ ເຊິ່ງວິທີນີ້ບໍ່ຈຳເປັນຕ້ອງໃຊ້ກັບສະຕິກສີຊ້ຳເທົ່ານັ້ນ ແຕ່ສະຕິກສີອື່ນກໍ່ໃຊ້ໄດ້ເຊັ່ນກັນ. ທາລິບສະຕິກໄພຼເມີເພີ່ມຄວາມແຈ້ງ ກ່ອນທີ່ຈະທາສະຕິກສີຊ້ຳທີ່ມັກລົງໄປ ສາວໆຄວນທາສະຕິກໄພຼເມີ ຂອງເຮົາກ່ອນເພາະນອກຈາກຈະຊ່ວຍເພີ່ມຄວາມແໜ້ນ ແລະ ຄວາມຄົມຊັດຂອງລິບສະຕິກແລ້ວຍັງຊ່ວຍໃຫ້ລິບສະຕິກຢູ່ຕິດຖາວອນບໍ່ຫຼຸດອອກງ່າຍ ແລະ ມີສ່ວນປະສົມບຳລຸງຮີມສົບໄປໃນຕົວພ້ອມຊ່ວຍໃຫ້ຮີມສົບຂອງສາວໆອ່ອນນຸ້ມ. ສະຕິກໄລເນີ ທາແຄມຮີມສົບ ໃຜທີ່ຄິດວ່າສະຕິກໄລເນີບໍ່ສຳຄັນຄິດຜິດແລ້ວເພາະສະຕິກໄລເນີນີ້ລະທີ່ເປັນຕົວເສີມໃຫ້ແຄມຮີມສົບຂອງສາວໆງາມຂື້ນ ຫຼື ຈະແກ້ໄຂຮູບປາກກໍ່ຍັງໄດ້ເຊັ່ນ: ຖ້າສາວໆເປັນຄົນມີຮີມສົບບາງ ແລະ ນ້ອຍກໍໃຊ້ສະຕິກໄລເນີນີ້ລະແຕ້ມກາຍອອກມາກໍຈະໄດ້ຮີມສົບທີ່ໃຫຍ່ເຊິ່ງການທາສີປາກສີຊ້ຳຄວນເລືອກໃຊ້ສະຕິກໄລເນີທີ່ມີສີເຂັ້ມກ່ວາໜ້ອຍໜື່ງ. ເກັບລາຍລະອຽດດ້ວຍຄອນຊີລເລີ ໃນບາງເທື່ອສີຮີມສົບຂອງເຮົາງາມຢູ່ແລ້ວແຕ່ຍັງຮູ້ສຶກວ່າມັນຍັງບໍ່ຄັກໃຈປານໃດ ກໍໃຫ້ເກັບລາຍລະອຽດອ້ອມໆ ດ້ວຍຄອນຊີລເລີເລີຍດ້ວຍການເອົາແປງຫົວນ້ອຍມາແຕ້ມລົງເທີງຈຸດດຳນ້ອຍໆ ທີ່ເຮົາຕ້ອງການລົບແລ້ວທາແປ້ງພັບປົກ ຢ່າລຶມເລຶອກສີຄອນຊີລເລີໃຫ້ໃກ້ຄຽງກັບສີຜີວບໍລິເວນອ້ອມຮອບຮີມສົບນຳເດີ້. ຢ່າລືມບຳລຸງຮີມສົບເປັນປະຈຳ ທາລິບສະຄິກສີເຂັ້ມງາມໄປແລ້ວກໍຢ່າລືມໝັ່ນຮັກສາ ແລະ ບຳລຸງ ບໍ່ດັ່ງນັ້ນຮີມສົບຂອງສາວໆອາດຈະແຫ້ງ ແລະ ແຕກເປັນຂຸຍຈົນເຮັດໃຫ້ທາສະຕິກບໍ່ງາມ ເຊິ່ງການບຳລຸງກໍງ່່າຍໆ …

Read More »

ໄຂຂໍ້ຂ້ອງໃຈ!!! ກິນຢາຄຸມສຸກເສີນຕອນມີປະຈຳເດືອນໄດ້ບໍ່ ແລະ ຈະເປັນອັນຕະລາຍຫຼືບໍ່?

ຂໍ້ຂ້ອງໃຈກ່ຽວກັບການກິນຢາຄຸມສຸກເສີນ ຖ້າສາວໆຈະກິນຢາຄຸມສຸກເສີນລະຫວ່າງມີປະຈຳເດືອນຈະໄດ້ບໍ່? ການມີເພດສຳພັນແບບບໍ່ໄດ້ປ້ອງກັນໃນຂະນະທີ່ເຮົາຍັງບໍ່ພ້ອມມີລູກ ເຮັດໃຫ້ຫຼາຍຄົນເລືອກໃຊ້ວິທີການກິນຢາ...

Read More »