Breaking News

Home

ຮູ້ເອົາໄວ້ເລີຍວ່າ ເປັນແມ່ຍິງຢ່າຢຸດເຮັດວຽກ ຢ່າຢຸດຫາເງິນເອງ

ແຕ່ກ່ອນ ເຮົາຈະເຫັນໄດ້ວ່າການມີຄອບຄົວນັ້ນ ຜູ້ຊາຍຈະຕ້ອງເປັນຄົນເບິ່ງແຍງຄອບຄົວ ເຮັດໜ້າທີ່ເປັນຜູ້ນໍາຄອບຄົວ ເຮັດວຽກ – ຫາເງິນເພື່ອນໍາເອົາມາໃຊ້ຈ່າຍພາຍໃນຄອບຄົວ ເພາະຄິດວ່າຜູ້ຊາຍເກັ່ງກວ່າ ສ່ວນແມ່ຍິງນັ້ນກໍລ້ຽງລູກ – ເຮັດວຽກຢູ່ເຮືອນ ແຕ່ໃນປັດຈຸບັນນີ້ຫຼາຍໆຢ່າງໄດ້ປ່ຽນແປງໄປແລ້ວ ການທີ່ເກີດມາເປັນແມ່ຍິງບໍ່ແມ່ນວ່າຈະເຮັດວຽກບໍ່ໄດ້ ບໍ່ແມ່ນວ່າຈະສະຫຼາດໜ້ອຍກວ່າຜູ້ຊາຍ ແມ່ຍິງສະໄໝນີ້ຫຼາຍໆຄົນຍັງເຮັດວຽກເກັ່ງກວ່າຜູ້ຊາຍ ທັງວຽກນອກບ້ານ ແລະ ວຽກໃນພາຍໃນບ້ານ ແມ່ຍິງບໍ່ວ່າຈະໂສດ ຫຼືຈະມີແຟນແລ້ວກໍຕາມ ຈື່ເອົາໄວ້ເລີຍວ່າຢ່າຢຸດເຮັດວຽກ ຢ່າຢຸດຫາເງິນເອງ ເພາະບໍ່ມີຜູ້ຊາຍຄົນໃດທີ່ຈະມັກຜູ້ຍິງທີ່ບໍ່ເຮັດວຽກ ນັ່ງໆ ນອນໆ ໄປແຕ່ລະມື້ ໂດຍບໍ່ເຮັດຫຍັງເລີຍ ບໍ່ວ່າເຈົ້າຈະໂສດ, ​ມີແຟນ ຫຼືແຕ່ງງານແລ້ວ ບໍ່ວ່າແຟນຂອງເຮົາຈະສາມາດເບິ່ງແຍງເຮົາໄດ້ ຫຼືສະໜັບສະໜູນເຮົາໄດ້ດີພຽງໃດກໍຕາມ ສິ່ງທີ່ສໍາຄັນທີ່ສຸດນັ້ນຄື ຢ່າຢຸດຫາເງິນເອງ ແມ່ຍິງທີ່ຫາເງິນເອງໄດ້ ເປັນຄົນທີ່ມີກຽດ ແລະ ສັງຄົມຄົນອ້ອມຂ້າງຈະຍອມຮັບ. ການທີ່ເຮົາເປັນແມ່ຍິງທີ່ບໍ່ຕ້ອງເພິ່ງພາຄົນອື່ນນັ້ນມັນເທ່ຫຼາຍ, ຄລູກວ່າ, ດູດີກວ່າ, ສະບາຍໃຈກວ່າ ສິ່ງໃດທັງໝົດ ການທີ່ເຮົາໃຊ້ເງິນທີ່ເຮົາຫາມາດ້ວຍຕົນເອງເຮົາຈະຈ່າຍເທົ່າໃດກໍໄດ້ ແລະ ຊື້ຫຍັງກໍໄດ້ໂດຍບໍ່ຕ້ອງມານັ່ງຄິດກັງວົນຫຍັງເລີຍ ແລະ ການທີ່ມີຊີວິດຢູ່ດ້ວຍການໃຊ້ຈ່າຍເງິນຂອງຄົນອື່ນນັ້ນ  ຈະເຮັດໃຫ້ເຮົາເຄົາລົບຕົນເອງໜ້ອຍລົງ ດົນໆໄປເຮົາກໍຈະບໍ່ຮູ້ເຖິງຄວາມພູມໃຈຂອງເຮົາ …

Read More »

ໜ້າຮັກຫຼາຍ!!! ໜຸ່ມເວຍ ສຸກົນລະວັດ ພະເອກດັງຈາກໄທ ເດີນທາງມາລາວ ແຟນຄຣັບຕ້ອນຮັບຢ່າງອົບອຸ່ນ…

ຖ້າເວົ້າເຖິງ ເວຍ ສຸກົນລະວັດ ແລ້ວຖືວ່າພະເອກໜຸ່ມສຸດຮອດແຖວໜ້າຂອງ ປະເທດໄທ ທີ່ມີຜົນງານການສະແດງຮູບເງົາ ທີ່ຫຼາກຫຼາຍຄົນໜື່ງ ແລະ ຜົນງານແຕ່ລະເລື່ອງຂອງໜຸ່ມເວຍນັ້ນກໍຮູ້ສຶກວ່າຈະມີກະແສຕອບຮັບທີ່ດີພໍສົມຄວນ ຈົນເຮັດໃຫ້ ໜຸ່ມເວຍ ມີຖານແຟນຄຣັບທີ່ໜ້າແໜ້ນແຮງ ບໍ່ວ່າຈະເປັນແຟນຄຣັບທາງປະເທດໄທ ແລະ ແຟນຄຣັບຈາກປະເທດລາວເຮົາກໍມີບໍ່ໜ້ອຍ… ແຫ່ງໄລຍະນີ້ທີ່ມີຂ່າວຄາວອອກມາອັບເດດ ເລື່ອງຄວາມຮັກ ກັບນາງເອກສາວ ແຖວໜ້າຂອງປະເທດໄທ ຄື ສາວເບວລ່າ ລານີ ທີ່ຕອນນີ້ແຟນຄຣັບຕ່າງກໍລຸ້ນຂ່າວດີໄປຕາມໆກັນຢູ່!!! ເຊິ່ງລ່າສຸດວັນທີ 28 ມັງກອນ 2020 ເວຍ ສຸກົນລະວັດ ກໍໄດ້ເດີນທາງມາທີ່ ນະຄອນຫຼວງວຽງຈັນ ປະເທດລາວ ເພື່ອເປີດໂຕສິນຄ້າ ແລະ ພົບປະແຟນໆຢູ່ທີ່ ຕະຫຼາດເຊົ້າ ເຊິ່ງງານນີ້ກໍມີບັນດາແຟນຄັບຄົນລາວໃຫ້ການຕ້ອນຮັບຢ່າງຫຼວງຫຼາຍ… ມື້ນີ້ແອັດມິ້ນກໍໄດ້ເກັບພາບບັນຍາກາດສົດໆຮ້ອນມາຕ້ອນສາວໆ ທີ່ບໍ່ທັນໄປ Meet & Greet ໜຸ່ມເວຍ ຕິດຂອບເວທີ ແຕ່ຮັບຮອງໄດ້ຟີນແນ່ນອນຈ່າາາາ ຂອບໃຈຮູບພາບຈາກ: IG: Star_Lao

Read More »

ເປີດແລ້ວ!!! ງານສົ່ງເສີມຜະລິດຕະພັນລາວ ເທສະການອາຫານລາວ ປະຈໍາປີ 2020… (ວັນທີ 28-31 ມັງກອນ)

ສິ້ນສຸດການລໍຄອຍ ສໍາລັບງານເທສະການອາຫານລາວ ປະຈໍາປີ 2020 ທີ່ທາງສະມາຄົມນັກທຸລະກິດຍິງລາວ ແລະ ກະຊວງອຸດສາຫະກໍາ ຮ່ວມກັນຈັດຂຶ້ນມາເພື່ອເປັນການສົ່ງເສີມໃຫ້ຄົນລາວ ຫັນມາໃຫ້ຄວາມສໍາຄັນກັບຜະລິດຕະພັນລາວ, ສິນຄ້າຂອງຄົນລາວຫຼາຍຂຶ້ນ ໂດຍງານເທສະການອາຫານລາວ ປະຈໍາປີ 2020 ແມ່ນໄດ້ຈັດຂຶ້ນຢູ່ທີ່ ເດີ່ນສວນເຈົ້າອານຸວົງ ຕັ້ງແຕ່ມື້ນີ້ ວັນທີ 28 ໄປຈົນເຖິງ ວັນທີ 31 ມັງກອນ 2020 ເລີ່ມແຕ່ 8:00-22:00 ຂອງ 4 ມື້ທີ່ໄດ້ກໍານົດໄວ້… ໃນມື້ເປີດງານທີ່ມີຄວາມໝາຍຄວາມສໍາຄັນນີ້ ກໍໄດ້ມີບັນດາເມຍການນໍາ ທີ່ນໍາພາໂດຍ ທ່ານ ນາງນາລີ ສີສຸລິດ ພັນລະຍາຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ. ລາວ. ບັນດາຫົວໜ່ວຍທຸລະກິດ, ຜູ້ສະໜັບສະໜູນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຝົດຟື້ນ… ແລະ ກ່ອນຈະຮອດເວລາເປີດງານຢ່າງເປັນທາງການນີ້ ທ່ານ ນາງຈັນທະຈອນ ວົງໄຊ …

Read More »

ບໍລິສັດ ອາລິອັນສ໌ ປະກັນໄພ ປັບປຸງການບໍລິການຢ່າງຮອບດ້ານ ພ້ອມທັງ ເປີດຕົວ ຜະລິດຕະພັນປະກັນຊີວິດແບບໃໝ່

ເພື່ອຕອບສະໜອງຄວາມຕ້ອງການ ແລະ ສ້າງຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າ ຜູ້ທີ່ໃຊ້ບໍລິການ ບໍລິສັດ ອາລິອັນສ໌ ປະກັນໄພລາວ  ໄດ້ຈັດງານຖະແຫຼງຂ່າວ ປັບປຸງການບໍລິການຢ່າງຮອບດ້ານຂອງບໍລິສັດ   ແລະ ເປີດຕົວຜະລິດຕະພັນປະກັນໄພຊີວິດແບບໃຫມ່ “ປະກັນໄພ ອຸ່ນໃຈຫາຍຫ່ວງ”  (AGL Protection Insurance) ພ້ອມທັງຮັກສາຄວາມເປັນຜູ້ນໍາທາງດ່້ານປະກັນໄພໃນ ສປປ ລາວ  ຂຶ້ນໃນຕອນບ່າຍຂອງວັນທີ 27 ມັງກອນ 2020.  ຢູ່ທີ່ສໍານັກງານໃຫຍ່ຂອງບໍລິສັດ   ອາລິອັນສ໌ ປະກັນໄພລາວ  ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ປ.ອ. ບຸນເຫຼືອ ສີນໄຊວໍລະວົງ ປະທານສະພາບໍລິຫານ ບໍລິສັດ ອາລິອັນສ໌ ປະກັນໄພລາວ, ທ່ານ ປ.ອ. ນາງ ພິລານີ ພິດສະໄໝ ກຳມະການສະພາບໍລິຫານ ບໍລິສັດ ອາລິອັນສ໌ ປະກັນໄພລາວ, ທ່ານ ກີ ອາໂປວີ ຜູ້ອຳນວຍການ ແລະ ທ່ານ ບຸນຖົມ ລໍມະນີ …

Read More »

ກຳນົດທິດທາງໃນການເຮັດວຽກ ເພື່ອຄວາມສຳເລັດຂອງທ່ານ

ໃນໂລກຂອງການເຮັດວຽກ ເຮົາຄວນຕັ້ງເປົ້າໝາຍ ກຳນົດທິດທາງໃນການເຮັດວຽກ ເພື່ອໃຫ້ໄປເຖິງຈຸດໝາຍໄດ້ໃນເວລາທີ່ກຳນົດ ຜູ້ທີ່ປະສົບຄວາມສຳເລັດໃນການເຮັດວຽກນັ້ນ ມີວິທີການປະຕິບັດຕົວດັ່ງຕໍ່ໄປນີ້: ທ່ານຈະເຮັດວຽກໄດ້ດີຄື ຕ້ອງມ່ວນຊື່ນໄປກັບວຽກທີ່ເຮັດ ເມື່ອທ່ານເຮັດວຽກດ້ວຍຄວາມມ່ວນຊື່ນ ທ່ານຈະມີແຮງຂັບເຄື່ອນ ໃນຄວາມພະຍາຍາມ. ຕ້ອງໃສ່ຄວາມຈິງຈັງມຸ່ງໝັ້ນສູ່ຄວາມສຳເລັດລົງໄປດ້ວຍຄວາມພາກພຽນພະຍາຍາມ ຈະນຳພາທ່ານໄປພົບກັບຄວາມສຳເລັດໃນທີ່ສຸດ. ຄວາມເຊື່ອໝັ້ນໃນຕົນເອງຕ້ອງມີຢູ່ສະເໝີ ເພາະນັ້ນຈະເຮັດໃຫ້ທ່ານກ້າຄິດກ້າທຳ ແລະ ກ້າຮັບຜິດຊອບ ເຊິ່ງຈະເຮັດໃຫ້ທ່ານໄດປຽບກວ່າຄົນອື່ນໆ. ມີຄວາມຄິດສ້າງສັນ ປະດິດ ຫຼື ສ້າງນະວັດຕະກຳໃໝ່ໆຂຶ້ນ ຖ້າທ່ານເປັນນັກຄິດຮັບຮອງໄດ້ວ່າຈະສຳເລັດ. ການປັບຕົວໄດ້ໄວວາ ເພາະຄົນຈາກຫຼາກຫຼາຍສັງຄົມມາຢູ່ລວມກັນໃນສັງຄົມໃໝ່. ເປັນຄົນທີ່ຄິດບວກ ແລະ ສະແດງທ່າທີໃນທາງບວກ ບໍ່ຫຍໍ້ທໍ້ຕໍ່ອຸປະສັກ ມີມະນຸດສຳພັນດີ ເປັນທີ່ຮັກ ແລະ ຊື່ນຊົມຂອງຄົນອ້ອມຂ້າງ. ມີລະບຽບວິໄນເຊັ່ນ: ຕ້ອງມາເຮັດວຽກໃຫ້ກົງເວລາ, ສົ່ງວຽກກົງເວລາ, ປະຕິບັດຕາມກົດບໍລິສັດຢ່າງເຄັ່ງຄັດ. ມີຄວາມຊື່ສັດ ແລະ ຊ່ວຍເຫຼືອຜູ້ອື່ນໃຫ້ປະສົບຄວາມສຳເລັດ ຄົນດີມີນ້ຳໃຈ ຢູ່ໃສກະມີແຕ່ຄົນຮັກເອັນດູ ແລະ ຄອຍສະໜັບສະໜູນ. ກ້າຫານທີ່ຈະສ່ຽງ ແນ່ນອນວ່າບໍ່ມີວຽກໃດຈະລຽບງ່າຍໄປໝົດທຸກວຽກ ເມື່ອພົບພໍ້ກັບອຸປະສັກ ທ່ານຕ້ອງກ້າພໍທີ່ຈະສ່ຽງ. ທ່ານຄວນພັດທະນາການຕໍ່ການສື່ສານກັບຜູ້ອື່ນຢູ່ສະເໝີ ເພື່ອໃຫ້ທ່ານສາມາດຖ່າຍທອດແນວຄິດຕ່າງໆເຂົ້າເຖິງທຸກຄົນໄດ້ຢ່າງຖືກຕ້ອງ.

Read More »