ຕ້ອງຍອມຮັບວ່າ ໃນປັດຈຸບັນມີຄົນທີ່ມີຄວາມສາມາດຫລາຍຂຶ້ນທຸກມື້ ຄົນໜຶ່ງຄົນສາມາດເຮັດວຽກໄດ້ຫຼາຍກວ່າ 1 ວຽກ ປະກອບກັບໂລກເຮົາໄດ້ມີການພັດທະນາຂຶ້ນ ແລະ ກ້າວສູ່ຄວາມເປັນທຶນນິຍົມຢ່າງເຕັມຕົວແລ້ວ ຄົນໄວເຮັດວຽກສ່ວນຫຼາຍຈື່ງມີຄວາມຕ້ອງການ Make Money ຫາເງິນ ສ້າງລາຍໄດ້ໃຫ້ຫຼາຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້ ບາງຄົນຕ້ອງການເຮັດວຽກເປັນ “Freelance” ເພື່ອເຕີມເຕັມຄວາມຮູ້ສຶກບາງຢ່າງທີ່ຂາດຫາຍໄປຈາກວຽກປະຈໍາ ຫຼືການຝຶກທັກສະ ແຕ່ບໍ່ແມ່ນໄດ້ໃຊ້ກັບວຽກປະຈໍາຕະຫຼອດ ແຕ່ອາຊີບ “Freelance” ນັ້ນ ຕ້ອງມີທັງຂໍ້ດີ ແລະ ຂໍ້ເສຍຢູ່ໃນຕົວຂອງມັນເອງຢູ່ແລ້ວ ສະນັ້ນ, ມື້ນີ້ຂວັນໃຈຈະຂໍນໍາສະເໜີ ຂໍ້ດີ ແລະ ຂໍ້ເສຍ ຂອງການເຮັດວຽກເປັນ “Freelance” ເພື່ອຕ້ອງການໃຫ້ຜູ້ທີ່ກຳລັງຫາໂອກາດສ້າງລາຍໄດ້ຈາກອາຊີບນີ້ລວມໄປເຖິງຄົນທີ່ກຳລັງເຮັດ “Freelance” ນໍາຂໍ້ມູນໄປປັບໃຊ້ໃຫ້ເກີດປະໂຫຍດ ເຮົາມາເບິ່ງນໍາກັນເລີຍ!!! ຂໍ້ດີຂອງການເຮັດອາຊີບ “Freelance” 1. ມີເວລາ ສາມາດເລືອກໄດ້ວ່າຈະເຮັດວຽກໃນເວລາໃດ ເປີດ-ປິດຮ້ານຂອງຕົນເອເວລາໃດ ບໍ່ມີໃຜບັງຄັບ ຖ້າຮູ້ສຶກບໍ່ສະບາຍກໍສາມາດພັດຜ່ອນໄດ້ ຕ່າງຈາກມະນຸດເງິນເດືອນ ທີ່ຄ່ອນຂ້າງເຄັ່ງຄັດກັບເວລາເຂົ້າວຽກ-ເລິກວຽກ ທັງນີ້ຍັງຕ້ອງມີເຫດຜົນທີ່ພຽງພໍຕໍ່ການຂໍພັກວຽກນໍາອີກ 2. ປ່ຽນບັນຍາກາດຂອງການເຮັດວຽກໄດ້ຕາມໃຈມັກ ຈະເຮັດວຽກຢູ່ສະຖານທີ່ໃດກໍໄດ້ ອາຊີບ “Freelance” ມີສິດກຳນົດສະຖານທີ່ເອງ ເພື່ອໃຫ້ຕົນເອງເຮັດວຽກໄດ້ຢ່າງສະບາຍໃຈ ຕ່າງຈາກມະນຸດເງິນເດືອນທີ່ຢູ່ແຕ່ບ່ອນເກົ່າ …
Read More »Home
ກໍາລັງຮິດ!!! ຊ່າງສັກລາຍທີ່ງານສັກດີ່ດີໆໆໆ ຈົນເຮັດໃຫ້ສາວແທ້ສາວທຽມພາກັນຖາມຫາ… ຮ້ານຢູ່ໃສ???
ຄັ້ນເວົ້າເຖິງການ “ສັກລາຍ” ສາວໆຫຼາຍຄົນກໍອາດຈະຄິດຢ້ານ ແລະ ບໍ່ຄິດຈະສັກຢູ່ແລ້ວແມ່ນບໍ່? ເພາະຂະໜາດບໍ່ສະບາຍໄປໂຮງໝໍ ໝໍສັກຢາໃຫ້ເຂັມນ້ອຍໆຍັງຮ້ອງຊິເປັນຊິຕາຍແລ້ວ ແລ້ວຊິຜີບ້າໄປສັກລາຍເຮັດຫຍັງ ເຂັມກະບັກໃຫຍ່ໆ ບໍ່ມີຄວາມຈໍາເປັນຫຍັງຕ້ອງໄປເຮັດໃຫ້ຕົວເອງເຈັບເລີຍແມ່ນບໍ່ທຸກຄົນ??? ແອັດມິ້ນກະຄິດແບບນັ້ນແຫຼະ! ແຕ່ມື້ນີ້ບໍ່ຮູ້ເປັນຫຍັງຢູ່ໆກະຢາກສັກລາຍຂຶ້ນມາທັນທີ ຮູ້ວ່າເຈັບແຕ່ຢາກສັກ ແລະ ບ່ອນອື່ນກະບໍ່ຢາກໄປສັກໃດ໋ ຢາກຈະສັກແຕ່ກັບຊ່າງຄົນນີ້ ຄົນດຽວ… ເພາະເບິ່ງຈາກຊົງ ແລະ ລີລາການສັກແລ້ວ ແອັດມິ້ນເຊື່ອວ່າເຈັບສໍ່າໃດກະທົນໄດ້ 555+ ຖ້າບໍ່ເຊື່ອແອັດມິ້ນກະລອງມາເບິ່ງນໍາກັນກະໄດ້ ວ່າຊ່າງສັກຄົນນີ້ງານດີຂະໜາດໃດ? ແຕ່ບອກໄວ້ກ່ອນວ່າ ເຫັນແລ້ວຢ່າມາຖາມເດີ້ ວ່າຮ້ານຢູ່ໃສ??? ເພາະແອັດມິ້ນກະບໍ່ຮູ້ຄືກັນ ຮູ້ແຕ່ Facebook ສ່ວນຕົວຊື່ ອ້າຍແຟ້ງ ດີ-ແມັກ ນີ້ແຫຼະ… ລອງເຂົ້າໄປສ່ອງເບິ່ງກະໄດ້! ແຕ່ກ່ອນຈະໄປສ່ອງ Facebook ເພິ່ນ ກະມາເບິ່ງຕົວຢ່າງທີ່ແອັດມິ້ນໄປສ່ອງມາກ່ອນເນາະ!!! ຂອບໃຈຮູບພາບຈາກ Facebook: ອ້າຍແຟ້ງ ດີ-ແມັກ
Read More »ສ່ອງ! Fashion ຊຸດກີ່ເພົ້າ ຂອງຄົນດັງວົງການບັນເທິງລາວ ຕ້ອນຮັບວັນກຸດຈີນ…
“ຊິນເຈຍຢູອີ່ ຊິນນີ່ຮົ່ວໄຊ” ໄລຍະນີ້ກໍໃກ້ຈະຮອດເທສະການກຸດຈີນ ກັນແລ້ວ ເຊິ່ງເປັນເທສະການໜຶ່ງທີ່ສໍາຄັນທີ່ສຸດຂອງຄົນຈີນເພາະຖືໄດ້ວ່າເປັນວັນຂຶ້ນປີໃໝ່ຂອງຈີນ. ສໍາລັບຄົນລາວທີ່ເປັນເຊື້ອສາຍຈີນ ຫລືຄົນຈີນທີ່ອາໄສຢູ່ລາວກໍກຽມພາກັນສະເຫຼີມສະຫຼອງກຸດຈີນຢ່າງຄຶກຄື້ນບໍ່ໜ້ອຍໜ້າກວ່າປະເທດອື່ນແນ່ນອນ. ເວົ້າຮອດກຸດຈີນກັນແລ້ວ ເລື່ອງ ຄອສສະຕູມ ເສື້ອຜ້າໜ້າຜົມກໍເປັນອີກໜຶ່ງຈຸດເດັ່ນທີ່ຈະໄດ້ເຫັນການໃນເທສະການນີ້ ງາມລໍ້ານໍາເທຣນ Fashion ຕ້ອງຍົກໃຫ້ຄົນດັງວົງການບັນເທິງລາວເລີຍໂດຍສະເພາະບັນດາ ນາງງາມ, ນາງແບບ, ດາລາ, ເນັດໄອດໍຄົນດັງ ທີ່ພາກັນ ນຸ່ງຊຸດກີ່ເພົ້າຖ່າຍແບບ ເອີ້ນໄດ້ວ່າເປະປັງຕ້ອນຮັບປີໃໝ່ກຸດຈີນກັນເລີຍ ງານນີ້ຈະໝວຍ ຫຼືບໍ່ໝວຍນັ້ນ ຂວັນໃຈຊິພາໄປສ່ອງເບິ່ງນໍາກັນ!!! ເລີ່ມຈາກ ນາງເອກເບີ 1 ຂອງລາວ ລູກນໍ້າ ທິດາລັດ ນາງແບບສຸດໝັ້ນແຫ່ງວົງການ… ຕຸກ The Wow ນາງແບບ – ເນັດໄອດໍຄົນດັງ ແກ້ວຕາ ພອນປະເສີດ ເມ ເນລະມິດ Miss World LAOS 2019 …
Read More »ເຕືອນ!!! ໃຫ້ລະວັງ ຝຸ່ນ PM 2.5 ຢູ່ນະຄອນຫຼວງ ວຽງຈັນ ເກີນຄ່າມາດຕະຖານ ທີ່ 50 US AQI.
ປັດຈຸບັນ ບັນຫາຝຸ່ນລະອອງເປັນພິດ ຫຼືທີ່ເອີ້ນກັນວ່າ “ຝຸ່ນ PM 2.5” ທົ່ວພື້ນທີ່ນະຄອນຫຼວງວຽງຈັນ ກາຍເປັນອີກໜື່ງບັນຫາທີ່ຫຼີກລ່ຽງໄດ້ຍາກ ແຕ່ກໍຍັງມີອີກຫຼາຍຄົນທີ່ເຂົ້າໃຈຜິດວ່າ ທ້ອງຟ້າທີ່ເຫັນໃນຕອນເຊົ້າເກີດຈາກຄວັນ ທັງໆ ທີ່ຄວາມຈິງແລ້ວ ສິ່ງນັ້ນຄືການຮວມຕົວກັນຂອງມົນລະພິດທາງອາກາດທີ່ເກີນສູງກວ່າຄ່າມາດຕະຖານ ແລະ ຍັງເປັນອັນຕະລາຍຕໍ່ສຸຂະພາບອີກດ້ວຍ ຄໍາວ່າ PM ຫຍໍ້ມາຈາກ Particulate Matters ເປັນຄໍາທີ່ເອີ້ນວ່າມາດຕະຖານຂອງຝຸ່ນລະອອງຂະໜາດນ້ອຍທີ່ເປັນອັນຕະລາຍຕໍ່ສຸຂະພາບ ຝຸ່ນ PM 2.5 ເປັນມົນລະພິດຕໍ່ສຸຂະພາບຂອງມະນຸດຕາມທີ່ອົງການອະນາໄມໂລກໃຫ້ຄວາມສໍາຄັນ ແລະ ອອກມາແຈ້ງເຕືອນ ເພາະເປັນຝຸ່ນລະອອງມີຂະໜາດນ້ອຍ (ນ້ອຍກວ່າເສັ້ນຜົນ 20 ເທົ່າ) ເມື່ອຫາຍໃຈເຂົ້າໄປແລ້ວ ສາມາດເຂົ້າໄປຫາປອດ ແລະ ຫຼອດເລືອດໄດ້ງ່າຍ ຈົນສົ່ງຜົນຕໍ່ຮ່າງກາຍໄລຍະຍາວ ຈາກຄ່າວັດ ລະດັບຄວາມເຂັ້ມຂຸ່ນ ຂອງຝຸ່ນລະອອງ ຂະຫນາດນ້ອຍ ຫຼື PM 2.5 ຢູ່ນະຄອນຫຼວງວຽງຈັນ ຕອນບ່າຍເວລາ 13:00 ຂອງວັນທີ 22/01/2020 ແລະ ອີກຫຼາຍແຂວງ ໂດຍໃຊ້ AirVisual ແລະ …
Read More »ຊ໊ອກວົງການບັນເທີງລາວ!! ແອັບເປີ່ນ ອາດີດນາງງາມ, ນາງແບບ, MC ແລະ ພິທີກອນລາຍການດັງ “ເຈັດວັນຫັນສາ” ເສຍຊີວິດ ຍ້ອນຕິດເຊື້ອໃນກະແສເລືອດ…
ເປັນອີກຂ່າວທີ່ເສົ້າສະຫຼົດໃຈແຕ່ເຊົ້າ ເພາະຕື່ນຂຶ້ນມາກໍພົບຂ່າວທີ່ເສົ້າໂສກເສຍໃຈ ໄວ້ອາໄລເຖິງອາດີດ ພິທີກອນ, ນາງແບບ, ນາງງາມ ແລະ MC ສາວ ແອັບເປິ່ນ ສຸດາລັດ ຄູນມາລາ ທີ່ໄດ້ຈາກພວກເຮົາໄປໂດຍບໍ່ມີວັນຫວນຄືນມາ ຂອງບັນດາໝູ່ເພື່ອນ ຄົນສະໜິດຂອງສາວແອັບເປິ່ນ ໂດຍສະເພາະ ອ້າຍຕຸ້ຍ ໂອເວີ້ ແດ້ນສ ທີ່ໄດ້ໂພສຜ່ານ Face book ສ່ວນຕົວ Touy Overdance ເປັນການໄວ້ອາໄລແກ່ ໝູ່ສະນິດທີ່ເຄີຍເຮັດວຽກໃນວົງການທັນເທິງນໍາກັນມາດົນວ່າ “ເສຍໃຈທີ່ໄດ້ຍີນຂ່າວແບບກະທັນຫັນ ? ແຕ່ຕ້ອງຍອມຮັບ ເພາະມັນເຖິງເວລາທີ່ນາງຟ້າຕ້ອງກັບສະຫວັນແລ້ວ…RIP Apple Khounmala “ພວກເຮົາຈົ່ງຮັກແພງກັນໄວ້ ຕອນທີ່ຍັງມີຊີວີດຢູ່ ເພາະຊີວິດຄົນເຮົາມັນແສນສັ້ນ…ຈາກກັນມື້ໃດກໍ່ບໍ່ຮູ້” ອ້າຍTar Bannokໄດ້ກ່າວໄວ້ ;(” ຫຼັງຈາກນັ້ນກໍໄດ້ມີໝູ່ເພື່ອນໃນວົງການ ພ້ອມດ້ວຍແຟນຄຣັບເຂົ້າໄປສະແດງຄວາມເສຍໃຈກັບການຈາກໄປຂອງ ສາວແອັບເປິ່ນ ເປັນຈໍານວນຫຼວງຫຼາຍ… ເຊິ່ງສາເຫດການເສຍຊີວິດຂອງ ສາວແອັບເປິ່ນ ໃນຄັ້ງນີ້ ແມ່ນຄາດວ່າອາດຈະເກີດຈາກ ອາການພູມແພ້ (ຕິດເຊື້ອໃນກະແສເລືອດ) ທີ່ຫາກໍເກີດຂຶ້ນກັບສາວແອັບເປິ່ນເມື່ອບໍ່ດົນມານີ້ ແລະ ມື້ວານນີ້ເອງ (ມື້ທີ່ນາງເສຍຊີວິດ) ຕອນເຊົ້າອາການກໍຍັງປົກກະຕິ ຍັງສາມາດໄປເຮັດວຽກໄດ້ …
Read More »