ໃນວັນທີ 1 ມິຖຸນາ 2019 ທີ່ຜ່ານມາ ໄດ້ມີການແຂ່ງຂັນບານເຕະລະດັບໂຮງຮຽນນານາຊາດໃນງານ Bangkok Soccer Schools International Tournament (BSS) ຢູ່ທີ່ພັດທະຍາ ປະເທດໄທ ເຊິ່ງປະເທດລາວເຮົາກໍໄດ້ມີການສົ່ງທີມ ນັກກິລາບານເຕະຊາຍ ລຸ້ນອາຍຸ 11ປີ (U11) ແລະ 10ປີ (U10) ລົງແຂ່ງຂັນໃນງານນີ້ອີກດ້ວຍ. ການເດີນທາງໄປຮ່ວມແຂ່ງຂັນໃນເທື່ອນີ້ນຳພາໂດຍຄູເຝິກຊາວຕ່າງຊາດກໍຄື ຄູເຝິກ Diogo ແລະ ຄູເຝິກ Hakan ໄດ້ນຳພາທີມນັກເຕະເຍົາວະຊົນຈາກລາວທີ່ສຶກສາຢູ່ໃນກຸ່ມໂຮງຮຽນນານາຊາດໄປຮ່ວມແຂ່ງຂັນ, ໃນການແຂ່ງຂັນມີທັງໝົດ 30 ທີມ ຫຼາຍກວ່າ 200 ຊີວິດ ມີຕັ້ງແຕ່ລຸ້ນອາຍຸ 7 ປີ ໄປຈົນຮອດ 12 ປີ ການແຂ່ງຂັນຖືວ່າມີຄວາມດຸເດືອດ ແລະ ທ້າທາຍຫຼາຍສຳລັບທີມນັກເຕະບານຈາກປະເທດລາວເຮົາ ແຕ່ເຖິງຢ່າງໃດກໍຕາມທີມຕົວແທນຈາກລາວເຮົາກໍຄືລຸ້ນອາຍຸ 11 ປີ ແລະ 10 …
Read More »Home
ສາຍບຸນ Come back! ນັກສະແດງຊື່ດັງລະດົມທຶນເພື່ອຊ່ວຍເຫຼືອຊື້ອຸປະກອນການແພດໃຫ້ກັບໂຮງຫມໍ 108 ທີ່ເມືອງ ວັງວຽງ!!!
ເມື່ອເວົ້າເຖິງຊື່ ລູກນໍ້າ ທິດາລັດ ວົງສິລິ ນອກຈາກແຟນໆຈະຮູ້ໃນຖານະທີ່ນາງເປັນນາງງາມ ເປັນນັກສະແດງທີ່ມີຊື່ສຽງມີໂອກາດໄປຮ່ວມງານ-ສະແດງລະຄອນເປັນນາງເອກເຖິງປະເທດໄທ ແຕ່ອີກສາຍາໜຶ່ງຂອງນາງກໍຄື “ນາງງາມສາຍບຸນ” ຫຼ້າສຸດ ລູກນໍ້າ ທິດາລັດ ກໍໄດ້ລະດົມທຶນເພື່ອຊ່ວຍເຫຼືອຊື້ອຸປະກອນການແພດໃຫ້ກັບ ໂຮງຫມໍ 108 ທີ່ເມືອງ ວັງວຽງ ແຂວງ ວຽງຈັນ ປະເທດລາວ ເຊິ່ງການລະດົມທຶນຂອງນາງໃນເທື່ອນີ້ແມ່ນໄດ້ຊື້: ຊື້ຕຽງເກີດລູກ ແລະ ໂຄມໄຟ ບາຫລອດແທກໄຂ້ ເຄື່ອງແທກຕັ່ງຊົ່ງ ໃຫ້ກັບໂຮງໝໍດັ່ງກ່າວ… ແລະ ນາງກໍຍັງໄດ້ໂພສຮູບພາບ ພ້ອມກັບແຄັບຊັ່ນອະທິບາຍວ່າ: “ປີນີ້ ເປັນອີກໂຄງການຫນຶ່ງ ໃນການ ຊ່ວຍໂຮງຫມໍ ທີ່ນ້ຳເຮັດສຳເລັດ ໃນການລວບລວມເງິນນຳຫມູ່ເພື່ອນມາຊື້ຕຽງເກີດລູກ ແລະ ໂຄມໄຟ ບາຫລອດແທກໄຂ້ ເຄື່ອງແທກຕັ່ງຊົ່ງ ໃຫ້ກັບໂຮງຫມໍ 108 ຢູ່ ເມືອງ ວັງວຽງ….. ຕຽງເກີດລູກໂຕເກົ່າແມ່ນໃຊ້ມາ 30ກວ່າປີແລ້ວ.. ຂອບໃຈຫມູ່ເພື່ອນທຸກໆຄົນທີ່ຊ່ວຍກັນ 1ແຮງຕໍ່ 1ຄົນຊ່ວຍກັນ ກາສິເປັນແຮງໃຫຍ່ ໃນການຊ່ວຍເຫລືອສັງຄົມ ຂອບໃຈຫລາຍໆເດີ້ …
Read More »ງົດງາມ ຄວາມສາມາດແໜ້ນ! ໄດ້ແລ້ວ Miss Universe Myanmar 2019 (ຂໍສະແດງຄວາມຍິນດີ)
ເລີ່ມຕົ້ນເດືອນ ມິຖຸນາ 2019 ກັບເວທີຂາອ່ອນ ຫຼ້າສຸດກໍປະກາດຜົນກັນມາແລ້ວສຳລັບ Miss Universe Myanmar 2019 ເຊິ່ງສາວງາມທີ່ມີຄວາມເໝາະສົມ ຄວ້າມົງກຸດໄປຄອງໄດ້ແກ່ ນາງ ຊະເວ ຊີນ ແທດ (Swe Zin Htet) ອາຍຸ 20 ປີ ເປັນສາວງາມທີ່ມາພ້ອມຄວາມງາມ ແລະ ຄວາມສາມາດ (ຂໍສະແດງຄວາມຍິນດີ) ສຳລັບ ຊະເວ ຊີນ ແທດ (Swe Zin Htet) ອາຍຸ 20 ປີ ລວງສູງ 179 ຊັງຕີແມັດ ເປັນສາວງາມຈາກເມືອງ ພະອານ (Pha-An) ເປັນສາວງາມທີ່ໂດດເດັ່ນ ກຳລັງສຶກສາທີ່ National University of Arts and Culture ກ່ອນໜ້ານີ້ນາງເຄີຍມີຜົນງານໃນເວທີນາງງາມມາຫຼາຍເວທີແລ້ວເຊັ່ນ: Miss Univers Hpa-An 2018 , …
Read More »“ເດັກໃນມື້ນີ້ຈະກາຍເປັນຜູ້ໃຫຍ່ໃນມື້ໜ້າ ແລະ ຈະເປັນຜູ້ຕັດສິນສະຕາຕໍ່ປະເທດຊາດ” ສານຂອງພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ
ພີ່ນ້ອງຮ່ວມຊາດ ທີ່ນັບຖື ຮັກແພງ ລູກຫຼານລາວບັນດາເຜົ່າ ທີ່ຮັກທັງຫລາຍ ! ໃນທາມກາງທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ພວມພ້ອມກັນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII, ພວກເຮົາພ້ອມກັບປະຊາຊາດໃນທົ່ວໂລກສະເຫລີມສະຫລອງວັນເດັກສາກົນ ວັນທີ 1 ມິຖຸນາ 2019 ຄຽງຄູ່ກັບການຈັດຕັ້ງຂະບວນການວັນປູກຕົ້ນໄມ້ແຫ່ງຊາດ ຢ່າງເປັນຂະບວນຟົ້ນຟື້ນ. ປີນີ້ ເປັນປີທີ່ພິເສດ ເພາະພວກເຮົາຈະໄດ້ມາຮ່ວມກັນທົບທວນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ຄົບຮອບ 30 ປີ ແລະ ກໍານົດທິດທາງການພັດທະນາເດັກລາວບັນດາເຜົ່າ ຮອດປີ 2030 ພາຍໃຕ້ຄຳຂວັນ “ສຸມທຸກກຳລັງເຫື່ອແຮງ ແລະ ຄວາມສາມາດ ເພື່ອພັດທະນາແມ່ຍິງ ແລະ ເດັກ ໃຫ້ມີສຸຂະ ພາບສົມບູນ, ແຂງແຮງດ້ານຮ່າງກາຍ …
Read More »ເປັນຫຍັງຄືຍັງບໍ່ມີແຟນ ຫຼື ປານໃດຈະແຕ່ງດອງຈັກເທື່ອ? ຄຳທີ່ບໍ່ຄວນເວົ້າ…ເພາະມັນເສຍມາລະຍາດ
ລອງມາເບິ່ງຄຳເວົ້າ ຄຳທ້ວງທີ່ມັກໄດ້ຍິນກັນເລື້ອຍໆ ແຕ່ຮູ້ບໍ່ວ່າມັນ “ເສຍມາລະຍາດ” ເພາະປັດຈຸບັນກ້າວເຂົ້າຍຸກອອນລາຍ ໂລກປ່ຽນໄປແລ້ວ ຄົນເຮົາບໍ່ຈຳເປັນຈະຕ້ອງມານັ່ງທ້ວງ ນັ່ງຖາມ ຫຼື ສົນໃຈເລື່ອງຂອງຄົນອື່ນຫຼາຍຈົນເກີນໄປ ເພາະຈະເຮັດໃຫ້ກາຍເປັນຄົນໝົກມຸ່ນບໍ່ມີວຽກ ແລະ ເບິ່ງເປັນຄົນທີ່ມີທັດສະນະຄະຕິທີ່ບໍ່ຄ່ອຍດີ, ດັ່ງນັ້ນລອງມາເບິ່ງກັບຄຳເວົ້າທີ່ບໍ່ຄວນທ້ວງ ເພາະມັນຈະເຮັດໃຫ້ຄົນທ້ວງກາຍເປັນຄົນເສຍມາລະຍາດໄປໃນທັນທີ… 1 . ຕຸ້ຍຂຶ້ນແມ່ນບໍ່? ເຊື່ອວ່າຄົງຈະບໍ່ມີໃຜຄົນໃດມັກ ແລະ ຢາກໄດ້ຍິນປະໂຫຍກນີ້ ເຖິງແມ່ນວ່າຄົນເວົ້າຈະຕັ້ງໃຈຫຼືບໍ່ກໍຕາມ 2. ຄືເຕ້ຍແທ້… ນໍ້າໜັກວ່າເປັນເລື່ອງທີ່ບໍ່ຄວນເວົ້າແລ້ວ ເລື່ອງລວງສູງກໍເຊັ່ນດຽວກັນ ເພາະບາງຄົນທີ່ເຂົາເຕ້ຍ ເກີດມາບໍ່ສູງ ຂາຍາວຄືກັບນາງແບບ ຫຼື ນາຍແບບ ເຂົາກໍຮູ້ໂຕດີຢູ່ແລ້ວ, ດັ່ງນັ້ນແນະນຳວ່າບໍ່ຄວນໄປທ້ວງພວກເຂົາເດີ້ ດີແທ້ບໍ່ຄວນເບິ່ງກັນທີ່ຮູບລັກພາຍນອກຈະສິ່ງທີ່ດີກວ່າເນາະ 3.ເປັນຫຍັງຄືຍັງບໍ່ມີແຟນ ຫຼື ປານໃດຈະແຕ່ງດອງ ຕ້ອງບອກກ່ອນເລຍວ່າບາງຄົນກໍມີຄວາມສຸກທີ່ຈະຄອງໂສດ ໃຊ້ຊີວິດແບບບໍ່ຕ້ອງການຄູ່ຄອງແຕ່ກໍມີຄວາມສຸກໄດ້ ແຕ່ເຊື່ອວ່າພວກເຂົາກໍບໍ່ໄດ້ບໍ່ຢາກມີຄູ່ເດີ້ ແຕ່ໃນເມື່ອມີແລ້ວບໍ່ມີຄວາມສຸກ ເຮັດໃຫ້ຊີວິດຕົກຕໍ່າ ແນ່ນອນເລີຍວ່າພວກເຂົາຄອງໂສດຈະດີກວ່າ, ຂໍບອກໄວ້ເລີຍວ່າທີ່ເຫັນຄົນໂສດບໍ່ມີແຟນ ກໍບໍ່ໄດ້ໝາຍຄວາມວ່າພວກເຂົາຈະໂຫຍຫາຄວາມຮັກແບບຊູ້ສາວສະເໜີໄປ ເຂົາອາດຈະມີຄວາມສຸກກັບຄົນໃນຄອບຄົວ ໝູ່ເພື່ອນ ຮັກສັດ ຫຼື ຮັກໃນສິ່ງທີ່ພວກເຂົາກຳລັງເຮັດຢູ່, …
Read More »