ເດີນທາງມາຢ້ຽມຢາມປະເທດລາວເລື້ອຍໆ ໃນວັນທີ 20 ກັນຍາ 2018 ທີ່ຜ່ານມາ ຂວັນ ອຸສາມະນີ ໄວທະຍານົນ ນັກສະແດງຊື່ດັງປະເທດໄທ ກໍ່ໄດ້ເດີນທາງມາທີ່ ແຂວງສະຫວັນນະເຂດ ປະເທດລາວ ເພື່ອໃຫ້ບັນດາແຟນຄລັບຊາວລາວໄດ້ ກຣີດໆໆໆ……. ກັນຖ້ວນໜ້າ!!! ເຊິ່ງ ສາວ ຂວັນ ກໍ່ຍັງໄດ້ໂພສຮູບພາບ ພ້ອມຄລິບ ໃນຂະນະທີ່ຢູ່ໃນ ປະເທດລາວ ໃຫ້ແຟນຄລັບທັງໄທ ແລະ ລາວ ໄດ້ອັບເດດກັນ ແລະ ກໍ່ຍັງມີບັນດາແຟນຄລັບຊາວລາວເຂົ້າໄປສະແດງຄວາມຄິດເຫັນວ່າ ຍິນດີຕ້ອນຮັບນັກສະແດງສາວຄົນນີ້ເຂົ້າສູ່ປະເທດລາວກັນຢ່າງຫຼວງຫຼາຍ. View this post on Instagram ? #laos A post shared by Kwan Usamanee Official (@kwanusa9) on Sep 18, 2018 at …
Read More »Home
“ຢາກສະຫຼາດກວ່ານີ້ເດ້…” ເລື່ອງງ່າຍໆ ທີ່ຍິ່ງເຮັດ ຍິ່ງສະຫຼາດຂຶ້ນ!!
7 ເລື່ອງງ່າຍໆ ທີ່ຍິ່ງເຮັດ ຍິ່ງສະຫຼາດຂຶ້ນ!! ເຄີຍໄດ້ຍິນຫຼາຍຄົນເວົ້າມາຕະຫຼອດວ່າ ຢາກສະຫຼາດກວ່ານີ້ເດ້… ແນ່ນອນວ່າສາວໆຫຼາຍຄົນເຖິງຈະບໍ່ເວົ້າອອກມາ ແຕ່ກໍເຊື່ອວ່າໃຜກໍຄົງຢາກເກັ່ງກັນໝົດຫັ້ນລະ ເພາະວ່າຍິ່ງເຮົາເກັ່ງຫຼາຍຂຶ້ນເທົ່າໃດ ກໍຍິ່ງຊຸກຍູ້ໃຫ້ສາວໆເຂົ້າເຖິງໂອກາດດີໆໃນຊີວິດໄດ້ຫຼາຍຂຶ້ນເທົ່ານັ້ນ ແມ່ນຫຼືບໍ່? ແຕ່ໃນຂະນະດຽວກັນ ສາວໆຫຼາຍຄົນກໍມັກເຂົ້າໃຈວ່າ ຄວາມສະຫຼາດນັ້ນເປັນພອນສະຫວັນມາແຕ່ເກີດ ຫຼືຈາກກໍາມະພັນ ໂດຍບໍ່ສາມາດປ່ຽນແປງ ຫຼືພັດທະນາໄດ້ເມື່ອອາຍຸຫຼາຍແລ້ວ ແຕ່ຄວາມຈິງ ກິດຈະກຳທີ່ເຮົາເຮັດຢູ່ທຸກໆມື້ໃນຊີວິດປະຈໍາວັນນີ້ ກໍສາມາດເຮັດໃຫ້ສາວໆປັບສະໝອງຈົນກາຍເປັນຄົນທີ່ສະຫຼາດຂຶ້ນໄດ້ເດີ້ຮູ້ບໍ່? ຈະແມ່ນກິດຈະກຳຫຍັງແດ່ ໄປອ່ານພ້ອມກັນເລີຍ ສະຫຼາດທີ່ຈະ Online ໃຫ້ໄດ້ປະໂຫຍດ ຄົນຍຸກ Digital ມັກເປັນພະຍາດເສບຕິດການ Online ແລະ ໃຊ້ເວລາສ່ວນຫຼາຍຢູ່ໃນໂລກ Online ສະນັ້ນ ເຮົາກໍຕ້ອງຊອກປະໂຫຍດຈາກມັນໃຫ້ໄດ້ຫຼາຍໆ ເພາະຄົນສ່ວນໃຫຍ່ກໍມັກ Online ພຽງເພື່ອຝອຍກັບໝູ່ຄູ່ ບາງຄົນກໍຫຼິ້ນເພື່ອຜ່ອນຄາຍອາລົມ ແຕ່ຄວາມຈິງແລ້ວ ໂລກ Online ເປັນຂຸມຊັບທາງປັນຍາຊັ້ນດີ ສໍາລັບຄົນຢາກຊອກຄວາມຮູ້ເລີຍເດີ້ ເພາະມັນຮວບຮວມເອົາຂໍ້ມູນຈາກທົ່ວໂລກໃນຫຼາຍໆດ້ານ ທີ່ສາວໆບໍ່ຄວນເບິ່ງຂ້າມໄປເດັດຂາດ ຮູ້ຈັກບັນທຶກວ່າເຈົ້າຮຽນຮູ້ຫຍັງໄປແດ່ ສາວໆຮູ້ບໍ່ວ່າທຸກສິ່ງທຸກຢ່າງໃນຊີວິດທີ່ເຮົາພົບເຫັນນັ້ນ ສາມາດກາຍເປັນບົດຮຽນຊັ້ນດີໃຫ້ເຮົາໄດ້ ຢູ່ທີ່ເຮົາເລືອກເຫັນມັນເປັນບົດຮຽນ ຫຼືເປັນເລື່ອງໄຮ້ສາລະໄປ …
Read More »ວ່າແດດຮ້ອນແລ້ວ ສາວໆຄົນບັນເທີງບ້ານເຮົາກໍ່ຮ້ອງແຮງບໍ່ແພ້ກັນ!!! (ສ່ອງຄົນບັນເທີງໃນຊຸດລອຍນໍ້າສຸດເຊັກຊີ່)
ວ່າແດດປະເທດລາວຮ້ອນແລ້ວ ສາວໆຄົນບັນເທີງບ້ານເຮົາກໍ່ຮ້ອງແຮງບໍ່ແພ້ກັນ!!! ທັກທາຍສະບາຍດີແຟນໆ ໃນມື້ນີ້ເຮົາຈະມາອັບເດດກະແສຊຸດລອຍນໍ້າ ຂອງເຫຼົ່າສາວໆຄົນບັນເທີງບ້ານເຮົາ ໄລຍະຫຼັງໆມານີ້ເຮົາກໍ່ຈະເຫັນບັນດາ ດາລາ ນາງງາມ ຫຼື ເນັດໄອດໍ້ຄົນດັງເຊັ່ນ: ແອັບເປີ້ນ ສີສະຫງຽນ, ຈີ່ຈີ່ ພອຍໄພລິນ, ຫຼິງຫຼິງ ປິຍະດາ, ຟ້າໃສ ຈິນນາລີ, ມຸກ ກິດສະດາ ແລະ ມີ່ມີ່ ວິລະພອນ ໄປພັກຜ່ອນທ່ອງທ່ຽວ ພ້ອມທັງໃສ່ຊຸດລອຍນໍ້າ ໂຊຫຸ່ນເຊັກຊີ່ ອວດຜິວດີໆ ຜ່ານໂຊຊ່ຽວໃຫ້ບັນດາແຟນຄລັບໄດ້ອັບເດດ ແລະ ກົດໄລ້ ກົດແຊຣກັນລົວໆ… ຈະມີໃຜແດ່ນັ້ນລອງມາເບິ່ງກັນ!!! ແອັບເປີ້ນ ສີສະຫງຽນ ສີຫາລາວ (ດາລາ-ເນັດໄອດໍ້) ສາວຄົນນີ້ເອີ້ນໄດ້ວ່າມີຄວາມແຊບ…ໝາກເຜັດຂີ້ໜູໝົດສວນກັນເລີຍ!!! ຈີ່ຈີ່ ພອຍໄພລິນ (ເນັດໄອດໍ້) ຄົນນີ້…ບໍ່ຕ້ອງເວົ້າຫຍັງຫຼາຍເນາະ ບອກເລີຍວ່າທັງງາມ ແລະ ເຊັກຊີ່ ແບບບໍ່ຕ້ອງພະຍາຍາມຫຍັງເລີຍ ຄະແນນເຕັມ 10 ໄປເລີຍ!!! ຫຼິງຫຼິງ ປິຍະດາ …
Read More »12 ນ້ອງນັກຮຽນດີເດັ່ນ ເດີນທາງແລກປ່ຽນທີ່ປະເທດ ຍີ່ປຸ່ນ ຄັດເລືອກໂດຍກະຊວງສຶກສາທິການ ແລະ ກິລາ.
ສະບາຍດີ ໝູ່ເພື່ອນທຸກໆຄົນ ໃນມື້ນີ້ ຂວັນໃຈ ເຮົາມີເລື່ອງລາວ ຂ່າວສານ ແວດວົງ ການສຶກສາ ແລະ ກິດສະກຳຕ່າງໆມາຕ້ອນມາຝາກກັນເຊັ່ນເຄີຍ ເຊິ່ງໃນມື້ນີ້ເຮົາຈະມາອັບເດດຂ່າວສານກິດຈະກຳດີໆທີ່ບັນດາ ນ້ອງໆ ແລະ ໝູ່ເພື່ອນໄດ້ໄປແລກປ່ຽນການຫຼິ້ນກິລາຣັກບີ້ຍີ່ປຸ່ນ-ອາຊຽນ… ໃນວັນທີ 17 ກັນຍາ 2018 ທີ່ຜ່ານມາ, ນັກຮຽນມັດທະຍົມຕອນປາຍ 12 ຄົນ, ລັດຖະກອນ 2 ທ່ານ ແລະ ພະນັກງານຈາກສະຫະພັນຣັກບີ້ລາວ 1 ທ່ານໄດ້ເດີນທາງໄປຍັງປະເທດຍີ່ປຸ່ນເພື່ອເຂົ້າຮ່ວມການແລກປ່ຽນຣັກບີ້ໄວໜຸ່ມຍີ່ປຸ່ນ-ອາຊຽນໃພໃຕ້ໂຄງການ JENESYS 2018, ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ. ພວກເຂົາຈະໄດ້ໄປພັກຢູ່ທີ່ຍີ່ປຸ່ນໃນລະຫວ່າງວັນທີ 18 ຫາ 25 ກັນຍາ 2018. ການແລກປ່ຽນຫຼິ້ນກິລາຣັກບີ້ຍີ່ປຸ່ນ-ອາຊຽນແມ່ນເພື່ອແນ່ໃສ່ການເພີ່ມຄວາມສົນໃຈໃນກິລາຣັກບີ້ລະຫວ່າງປະເທດອາຊຽນທີ່ຄາດຫວັງຈະເຂົ້າຮ່ວມໃນການແຂ່ງຂັນກິລາຣັກບີ້ໂລກ 2019 ທີ່ຈະຖືກຈັດຂຶ້ນຢູ່ປະເທດຍີ່ປຸ່ນ. ບັນດານັກຮຽນທີ່ມີຄວາມກະຕືລືລົ້ນໃນການຫຼິ້ນກິລາແມ່ນໄດ້ຖືກເຊື້ອເຊີນ ແລະ ຈະໄດ້ຮຽນການທູດໃນອະນາຄົດໂດຍຜ່ານກິດຈະກໍາກິລາ ແລະ ຫຼິ້ນກິລາແທ໋ກຣັກບີ້ກັບບັນດານັກຮຽນລຸ້ນດຽວກັນຈາກຍີ່ປຸ່ນ ແລະ ປະເທດອື່ນໆໃນອາຊຽນ. ນັກຮຽນລາວທັງ 12 …
Read More »ພາກປະຊາສັງຄົມ ເກົາຫລີໃຕ້ ຮຽກຮ້ອງໃຫ້ ບໍລິສັດ SK ຮັບຜິດຊອບກໍລະນີເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກຢູ່ ສປປ ລາວ
ເກົາຫລີໃຕ້ ກຸ່ມເຄືອຂ່າຍພາກປະຊາສັງຄົມ ເກົາຫລີໃຕ້ ແລະ ໄທ ຮຽກຮ້ອງໃຫ້ບໍລິສັດ SK ຮັບຜິດຊອບຕໍ່ເຫດການ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແລະອອກມາຊີ້ແຈງ ເຫດການທີ່ເກີດຂຶ້ນ ໃຫ້ສັງຄົມໄດ້ຮັບຮູ້ສາເຫດທີ່ແທ້ຈິງ. ດັ່ງ ທ່ານນາງ YUN JI YOUNG ອົງການ Peace MOMO ປະເທດເກົາຫລີໃຕ້ ກ່າວໃນວັນທີ 18 ກັນຍາ ວ່າ: “ອົງການພາກປະຊາສັງຄົມ ເກົາຫລີໃຕ້ ຕ້ອງການໃຫ້ບໍຣິສັດ SK ສະແດງຄວາມຮັບຜິດຊອບ ຕໍ່ເຫດການທີ່ເກີດຂຶ້ນ, ດັ່ງນັ້ນຈຶ່ງຕ້ອງການ ໃຫ້ບໍຣິສັດ SK ຕອບຮັບຂໍ້ຮຽກຮ້ອງ ໃນການຂໍເຂົ້າພົບໃນລະຫວ່າງ ທີ່ກຸ່ມເຄືອຂ່າຍ ຈາກກໍາປູເຈຍ ແລະໄທ ເດີນທາງມາ ເກົາຫລີໃຕ້ ແຕ່ທາງບໍລິສັດ ປະຕິເສດຂໍ້ຮຽກຮ້ອງ ດັ່ງກ່າວ ແລະ ບໍ່ຕອບກັບຄຳຖາມໃດໆ ທີ່ສົ່ງໄປໃຫ້, ດັ່ງນັ້ນ ເຮົາຈຶ່ງຕ້ອງການໃຫ້ ບໍລິສັດ …
Read More »