ເຄີຍເປັນບໍ່? ເບື່ອນະໂຍບາຍບໍລິສັດ ເບື່ອເພື່ອນຮ່ວມງານມັກເວົ້າຂວັນ ໂອ້ຍຍຍ ບໍ່ຢາກເຮັດວຽກຢູ່ບ່ອນນີ້ແລ້ວ ມັນວຸ່ນວາຍ ບໍ່ມີຄວາມສຸກ ຢາກລາອອກຈາກວຽກໃຈຊິຂາດ ແຕ່ກໍໄດ້ເຮັດວຽກມາດົນແລ້ວ ສັນຍາກໍຍັງບໍ່ທັນໝົດ ແລະຢ້ານຫົວໜ້າເພິ່ນບໍ່ຈ່າຍເງິນຊົດເຊີຍໃຫ້ເຕັມຈຳນວນອີກ ພາໃຫ້ອຸກອັ່ງຫົວໃຈ .. ມື້ນີ້ ຄໍລຳ ຂວັນໃຈ ຈຶ່ງເອົາ ມາດຕາ 83 ຈາກກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ປີ 2014 ມາຝາກມາຕ້ອນແຟນໆຂວັນໃຈ ໄດ້ລອງກວດກາເບິ່ງວ່າ ບັນຫາທີ່ສາວໆຢາກລາອອກຈາກວຽກ ຫຼື ຍົກເລີກສັນຍາແຮງງານຂອງຕົນນັ້ນ ຕົກຢູ່ໃນກໍລະນີໃດໜຶ່ງທີ່ນາຍຈ້າງຕ້ອງໄດ້ຈ່າຍເງິນຊົດເຊີຍໃຫ້ຫຼືບໍ່ ມາດຕາ 83 (ປັບປຸງ) ການຍົກເລີກສັນຍາແຮງງານ ໂດຍຜູ້ອອກແຮງງານ ຜູ້ອອກແຮງງານ ມີສິດສະເໜີຍົກເລີກສັນຍາແຮງງານ ໂດຍໃຫ້ຜູ້ໃຊ້ແຮງງານຈ່າຍຄ່າຊົດເຊີຍ ໃນກໍລະນີ ດັ່ງນີ້: ມີສຸຂະພາບອ່ອນເພຍ ຫຼັງຈາກໄດ້ຮັບການປິ່ນປົວແລ້ວ ໂດຍມີການຢັ້ງຢືນຈາກທາງການແພດ ແລະຜູ້ໃຊ້ແຮງງານ ກໍໄດ້ສັບຊ້ອນຕຳແໜ່ງງານໃໝ່ໃຫ້ເຮັດແລ້ວ ແຕ່ກໍຍັງບໍ່ສາມາດເຮັດໄດ້; ມີການທັກທ້ວງຂອງຜູ້ອອກແຮງງານ ໃຫ້ຜູ້ໃຊ້ແຮງງານ ປະຕິບັດຕາມສັນຍາແຮງງານມາຫຼາຍເທື່ອແລ້ວ ແຕ່ກໍ່ມີການປ່ຽນແປງ; ມີການຍົກຍ້າຍສະຖານທີ່ເຮັດວຽກ …
Read More »Home
ແຟນຄລັບມີກຣີດໆໆໆ! The Toys ນັກຮ້ອງສຸດແນວ ໂຊພະລັງສຽງທີ່ປະເທດລາວ
ກຣີດໆໆໆ! ຂໍບອກວ່າງານນີ້ແຟນຄລັບຊາວລາວເຮົາມີກຣີດໆໆໆ…ກັນແນ່ນອນ ໃນມື້ນີ້ ຊະນີIndy ຈະມາເລົ່າຂ່າວທີ່ແບບວ່າຮູ້ແລ້ວຕ້ອງຮ້ອງ ວ້າວວວ ເພາະວ່າ ໃນວັນທີ 13 ສິງຫາ 2018 ທີ່ຜ່ານມາ The Toys ນັກຮ້ອງທີ່ກຳລັງ Hot and Hit ມາແຮງທີ່ສຸດໃນເວລານີ້ຂອງປະເທດເພື່ອນບ້ານ (ປະເທດໄທ) ໄດ້ເດີນທາງມາໂຊພະລັງສຽງ ມ່ວນໆ ຫວານໆ ໃຫ້ແຟນຄລັບຊາວລາວໄດ້ຟັງກັນແບບໃກ້ຊິດ. ສຳລັບ The Toys ເຊື່ອວ່າແຟນໆຊາວລາວເຮົາບໍ່ໜ້ອຍທີ່ເປັນແຟນຄລັບຂອງໜຸ່ມຄົນນີ້ເຊັ່ນດຽວກັນ ນອກຈາກຄວາມສາມາດທາງດ້ານການຫຼິ້ນດົນຕີຫຼາຍຊະນິດ Toy ກໍ່ຍັງມີຜົນງານເພງທີ່ມ່ວນ ຮິດຕິດຫູຫຼາຍເພງເຊັ່ນ: ໜ້າໜາວທີ່ແລ້ວ, 04:00, ກ່ອນລະດູຝົນ, ຂໍໂທດທີ່ເປັນແບບນີ້, ນອນໄດ້ແລ້ວ ແລະ ຍັງມີອີກຫຼາຍຫຼາຍເພງທີ່ຮິດຕິດກະແສ ແລະ ນອກຈາກນັ້ນໜຸ່ມຄົນນີ້ກໍ່ຍັງມີ style ທີ່ບໍ່ຄືໃຜ ເປັນຕົວຂອງຕົວເອງ ບອກເລີຍວ່າມີຄວາມແນວສຸດໆ ຈົນເຮັດໃຫ້ມີແຟນຄລັບຕິດຕາມເປັນຈຳນວນຫຼວງຫຼາຍ. บินมาเพื่อรูปนี้ ?? สุดจริงๆคนนี้ ฟินทุกรอบที่ดูนางบนเวที @thetoysthetoysthetoys …
Read More »ໃຜລຶ້ງເບື້ອງຊ້າຍຍົກມືຂຶ້ນ? ວັນຖະໜັດແຮງຊ້າຍສາກົນ (International Left Handers Day)
ຮູ້ກັນຫຼືບໍ່? ວັນທີ 13 ສິງຫາ ທີ່ຜ່ານມາ ນອກຈາກຈະເປັນວັນສື່ມວນຊົນລາວ ຄົບຮອບ 65 ປີ ແລະ ວັນຄົບຮອບວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຄົບຮອບ 56 ປີ ແລ້ວ ຍັງເປັນວັນຄົນທີ່ມີຄວາມລື້ງ ຫຼື ຖະໜັດແຮງຊ້າຍສາກົນ ຫຼື #InternationalLeftHandersDay ອີກດ້ວຍ ຊຶ່ງອີງຕາມຂໍ້ມູນສະຖິຕິປະຊາກອນໃນໂລກ ສ່ວນໃຫຍ່ຈະເປັນຄົນຖະໜັດແຮງຂວາ ປະມານ 85%-90% ໃນຂະນະທີ່ຄົນຖະໜັດແຮງຊ້າຍມີພຽງ 10%-15% ເທົ່ານັ້ນ. ສຳລັບວັນຄົນຖະໜັດແຮງຊ້າຍສາກົນ ແມ່ນເລີ່ມເປັນຄັ້ງທຳອິດໃນປີ 1976 ທີ່ປະເທດສະຫະລັດອາເມຣິກາ ໂດຍອົງກອນ Lefthanders International ທີ່ມີຈຸດປະສົງເພື່ອສະເຫຼີມສະຫຼອງຄວາມສາມາດພິເສດໃນການເຮັດວຽກງານຕ່າງໆດ້ວຍແຮງຊ້າຍທີ່ເປັນເອກະລັກ ລວມທັງສົ່ງເສີມບົດບາດ ແລະ ຄວາມເທົ່າທຽມກັນຂອງຄົນທີ່ຖະໜັດແຮງຊ້າຍ ແລະ ຂວາ ໃນສັງຄົມ ຊຶ່ງໃນເມື່ອກ່ອນ ຄົນທີ່ຖະໜັດແຮງຊ້າຍ ແມ່ນຖືກດູໝີ່ນວ່າເປັນຄົນພິການ, ບົກພ່ອງ ແລະ ຜິດປົກກະຕິທາງຮ່າງກາຍ. ນອກຈາກນີ້, ຄົນທີ່ຖະໜັດແຮງຊ້າຍຍັງຖືກຄົນໃນສັງຄົມຕາເວັນຕົກບູຮານ …
Read More »ຕິດເປັນນິດໃສ! ເຫດຜົນທີ່ເຮັດໃຫ້ຕັດໃຈຈາກຄົນຮັກເກົ່າບໍ່ໄດ້ (ເຊົາໂງ່ໄດ້ແລ້ວ Ok)
ການອົກຮັກ ຜິດຫວັງຈາກຄວາມຮັກ ເປັນເລື່ອງທໍາມະດາ ຂຶ້ນຊື່ວ່າ “ຄວາມຮັກ” ກໍ່ຕ້ອງມີທັງຄວາມຮັກທີ່ “ສົມຫວັງ ແລະ ຜິດຫວັງ” ສຳລັບຄົນທີ່ມີຄວາມຮັກທີ່ສົມຫວັງ ໝັ້ນຄົງ ຄອງຄູ່ກັນໄປຈົນແກ່ຈົນເຖົ້າ ກໍຖືວ່າເປັນຄົນທີ່ປະສົບຜົນສຳເລັດໃນຄວາມຮັກໄປ ແຕ່ສຳລັບຄົນທີ່ ບໍ່ສົມຫວັງ ຫຼື ຜິດຫວັງໃນຄວາມຮັກແນ່ນອນວ່າເມື່ອຄວາມສໍາພັນຢຸດຕິລົງ ເຮົາກໍຕ້ອງໂສກເສົ້າເສຍໃຈເປັນເລື່ອງປົກກະຕິ ແຕ່ເມື່ອເວລາຜ່ານໄປ ສາວໆເຄີຍເປັນບໍ່? ທີ່ພະຍາຍາມດຶງຕົວເອງໃຫ້ເຂັ້ມແຂງຂຶ້ນ ເວົ້າກັບຕົວເອງຕໍ່ໜ້າແວ່ນວ່າຂ້ອຍ ໂອເຄ ແລ້ວ ພັດຍົກເວັ້ນເລື່ອງຄວາມຮັກຄັ້ງເກົ່າ ຫຼືແຟນເກົ່າ ອາດຈະຟັງເປັນເລື່ອງຕະຫຼົກ ແຕ່ເຊື່ອບໍ່ວ່າຜູ້ທີ່ເຄີຍພົບເຫດການນັ້ນມາແລ້ວ ມັນບໍ່ງ່າຍເລີຍ ບໍ່ວ່າຈະພະຍາຍາມລືມມັນໄປໄດ້ດົນສໍ່າໃດ ແຕ່ເມື່ອມີເລື່ອງໃດເລື່ອງໜຶ່ງມາກະທົບຈິດໃຈ ກໍເຮັດໃຫ້ມັນກັບຄິດຮອດເຂົາຄົນທີ່ເຄີຍຮັກຂຶ້ນມາໂດຍບໍ່ມີເຫດຜົນ ຄືກັບຮອຍບາດເກົ່າທີ່ບໍ່ມີມື້ຫາຍຂາດໄດ້ ແລະ ເຄີຍສົງໄສບໍ່ວ່າເປັນຍ້ອນຫຍັງ? ມາເບິ່ງ! 5 ເຫດຜົນທີ່ເຮັດໃຫ້ຕັດໃຈຈາກຄົນຮັກເກົ່າບໍ່ໄດ້ (ເຊົາໂງ່ໄດ້ແລ້ວ Ok) ຄິດຮອດເຂົາທຸກຄັ້ງທີ່ຮູ້ສຶກທໍ້ “ຖ້າເຂົາຍັງຢູ່ບ່ອນນີ້ກະຄືຊິດີເນາະ” ປະໂຫຍກທີ່ຄົນຍັງບໍ່ລືມແຟນເກົ່າມັກເວົ້າກັນ ເມື່ອພົບເລື່ອງທີ່ເຮັດໃຫ້ທໍ້ ມັນເປັນຄໍາເວົ້າທີ່ດີຫຼາຍ ແຕ່ປະໂຫຍກນີ້ລະທີ່ສະແດງໃຫ້ຮູ້ວ່າເຮົາກໍາລັງຄິດຮອດເຂົາຄົນນັ້ນຫຼາຍ ຍັງໂຫຍຫາ ຢາກໃຫ້ເຂົາກັບມາເປັນຄວາມສະບາຍໃຈ ເມື່ອພົບເລື່ອງທີ່ເຮັດໃຫ້ທໍ້ອີກຄັ້ງ ຄິດຮອດໂອກາດທີ່ຈະໄດ້ກັບໄປເປັນຄືເກົ່າອີກຄັ້ງ ບໍ່ວ່າຈະເປັນຍ້ອນສາເຫດໃດກໍຕາມທີ່ເຈົ້າຢາກໃຫ້ເຂົາກັບມາເປັນຄືເກົ່າ …
Read More »ຕໍ່ໄປນີ້! ບັດພະນັກງານ-ລັດຖະກອນ ຈະທັນສະໄໝຂຶ້ນ ສາມາດໃຊ້ເປັນບັດເອທີເອັມຮັບເງິນເດືອນໄດ້!!!
“ລັດກຽມອອກບັດໃຫ້ພະນັກງານ-ລັດຖະກອນ ທັນສະໄໝ ສາມາດໃຊ້ເປັນບັດເອທີເອັມຮັບເງິນເດືອນໄດ້” ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາ ການອອກບັດ ພະນັກງານ-ລັດຖະກອນ, ໂດຍການເປັນປະທານຮ່ວມຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ວິໄຊ ພັນດານຸວົງ ຮອງລັດຖະມົນຕີກະຊວງພາຍໃນ, ທັງເປັນຫົວໜ້າຄະນະຊີ້ນໍາການອອກບັດ ພະນັກງານ-ລັດຖະກອນຂັ້ນສູນກາງ, ມີ ພະນັກງານ-ລັດຖະກອນ ກະຊວງດັ່ງກ່າວເຂົ້າຮ່ວມເປັນຈໍາຫຼາຍ ເພື່ອຈະໄດ້ຮັບຮູ້ ແລະ ເຂົ້າເຖິງຄວາມສໍາຄັນຂອງບັດດັ່ງກ່າວຕໍ່ການຄຸ້ມຄອງ ປະຫວັດພະນັກງານ-ລັດຖະກອນໃຫ້ຖືກຕ້ອງສອດຄ່ອງກັບລະບຽບການ. ໃນໂອກາດດັ່ງກ່າວ, ທ່ານປະທານກອງປະຊຸມ ຍັງໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງບັດດັ່ງກ່າວ ເພື່ອເພີ່ມທະວີການຄຸ້ມຄອງພະນັກງານ-ລັດຖະກອນ, ນັບທັງດ້ານຈໍານວນມີໜ້າຕົວຈິງຢູ່ແຕ່ລະກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ, ໃຫ້ສອດຄ່ອງກັບລະບຽບການໃນການຄຸ້ມຄອງພະນັກງານ-ລັດຖະກອນຕາມກົດໝາຍໃຫ້ມີຄວາມທັນສະໄໝ, ພ້ອມທັງເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ນະໂຍບາຍຕ່າງໆ ຖືກຕ້ອງຕາມຕົວຈິງ ແລະ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງພະນັກງານ-ລັດຖະກອນຢູ່ແຕ່ລະຂັ້ນ ມີຄວາມສະດວກ ແລະ ຄວາມເປັນເອກະພາບການຈັດຕັ້ງປະຕີບັດຕົວຈິງໃນຂອບເຂດທົ່ວປະເທດ. ທີ່ມາ: ຂປລ
Read More »