ແມ່ຍິງຍຸກ 4.0 ຕ້ອງເຮັດໄດ້ທຸກຢ່າງ ເກັ່ງຮອບດ້ານ ເອີ້ນວ່າສິ່ງໃດທີ່ຜູ້ຊາຍເຮັດໄດ້ ແມ່ຍິງຍຸກນີ້ກໍ່ເຮັດໄດ້ເຊັ່ນດຽວກັນ, ຢາກຮູ້ບໍ່ ວ່າແມ່ຍິງທີ່ປະສົບຄວາມສຳເລັດ ເຂົາມີນິດໄສປະຈຳຕົວຫຍັງແດ່? ໄປເບິ່ງພ້ອມໆກັນ!!! ເລືອກພັດທະນາຈຸດແຂງທີ່ມີຢູ່ ແມ່ຍິງທີ່ປະສົບຄວາມສໍາເລັດ ມັກຈະເລືອກເສັ້ນທາງການເຮັດວຽກ ໂດຍຄໍານຶງເຖິງສິ່ງທີ່ພວກນາງເຮັດໄດ້ດີເປັນອັນດັບທຳອິດ ແລະຈະເຮັດໃນສິ່ງທີ່ຮັກເປັນອັນດັບຮອງ ມີຄວາມທະເຍີທະຍານສູງ ແມ່ຍິງທີ່ປະສົບຄວາມສໍາເລັດ ບໍ່ໄດ້ຝັນທີ່ຈະເປັນພຽງແຕ່ທີ່ 1 ພະແນກ ຫຼື ໜ່ວຍງານ ແຕ່ພວກເຂົາຈະຝັນແລະຕັ້ງເປົ້າໝາຍໄວ້ສູງ ເຫັນພາບຕົນເອງ ເປັນທີ 1 ເຖິງລະດັບອົງກອນ ແລະ ລະດັບປະເທດ ເບິ່ງໂລກໃນແງ່ບວກ ພວກນາງຈະຮູ້ວິທີຮັບມືກັບຄວາມຜິດຫວັງ ເພື່ອບໍ່ໃຫ້ຕົນເອງຮູ້ສຶກທໍ້ຖອຍ ຫຼືຫົດຫູ່ ພວກເຂົາເຊື່ອວ່າອະນາຄົດຂ້າງໜ້າຈະຕ້ອງດີກວ່ານີ້ສະເໝີ ຄວາມທໍ້ຖອຍກັບຄວາມສຳເລັດເປັນຂອງຄູ່ກັນ ທຸກໆຄົນຕ່າງເຄີຍທໍ້ຖອຍມາ ກ່ອນທີ່ຈະກ້າວໄປເຖິງເປົ້າໝາຍ ຫຼືປະສົບຄວາມສໍາເລັດໃນຊີວິດກັນທັງນັ້ນ ສະນັ້ນ ຈົ່ງເຫັນມັນເປັນພຽງເລື່ອງທຳມະດາ ທີ່ຕ້ອງຜ່ານໄປ ຮຽນຮູ້ສະເໝີ ແມ່ຍິງເຫຼົ່ານີ້ມັກຈະພັດທະນາຕົວເອງຢູ່ສະເໝີ ອີກທັງຍັງຮູ້ຈັກຊອກຫາທີ່ປຶກສາທີ່ດີ ເພື່ອຊ່ວຍເລັ່ງໃຫ້ພວກນາງພັດທະນາຕົນເອງໄດ້ໄວຂຶ້ນອີກດ້ວຍ ກະຕັນຍູຮູ້ບຸນຄຸນ ພວກນາງມັກຈະໃຫ້ເຄຼດິດ ແກ່ຄົນທີ່ເຄີຍຊ່ວຍເຫຼືອພວກເຂົາສະເໝີ ພວກເຂົາຈະສໍານຶກບຸນຄຸນຕໍ່ສິ່ງທີ່ມີ ແລະ ເບິ່ງເຫັນຄຸນຄ່າຕໍ່ທຸກໆການສະໜັບສະໜູນອ້ອມຂ້າງ …
Read More »Home
ກິນເປັນຊີວິດປ່ຽນ! ມາຮູ້ຈັກກັບອາຫານທີ່ຈະຊ່ວຍຫຼຸດນໍ້າໜັກໄດ້ແທ້
ເອົາຄົນທີ່ກໍາລັງຢາກຫຼຸດນໍ້າໜັກຢ່າງຈິງຈັງ ຂວັນໃຈ ກໍເລີຍໄດ້ຮວບຮວມເອົາອາຫານເພື່ອສຸຂະພາບ ທີ່ຫາຊື້ໄດ້ຕາມຮ້ານຄ້າທົ່ວໄປມາແນະນໍາໃຫ້ ສາມາດເລືອກຊື້ກິນໄດ້ງ່າຍໆ ບໍ່ແພງ ບໍ່ຕ້ອງຢ້ານຕຸ້ຍມາຝາກ ແຖມຍັງມີລົດຊາດທີ່ແຊບອີກດ້ວຍ. ນົມຖົ່ວເຫຼືອງທີ່ບໍ່ມີນໍ້າຕານ ນົມຖົ່ວເຫຼືອງທີ່ບໍ່ມີນໍ້າຕານ ມີປະໂຫຍດຫຼາກຫຼາຍ ເພາະມີໄຂມັນໜ້ອຍ ໂຊດ້ຽມ (Sodium)ຕໍ່າ, ໃຍອາຫານ (Fiber) ສູງ ຊ່ວຍໃຫ້ການເຄື່ອນໄຫວຂອງລະບົບທາງເດີນອາຫານເຮັດວຽກເຄື່ອນຕົວໄດ້ດີ ອີກທັງຍັງຫຼຸດຜ່ອນການຂັບຖ່າຍຍາກໄດ້ອີກດ້ວຍ ຫຼັງຈາກອອກກໍາລັງກາຍແລ້ວ ແນະນໍາໃຫ້ດື່ມນົມຖົ່ວເຫຼືອງ 1 ຈອກ ກໍຍັງຊ່ວຍສ້າງກ້າມຊີ້ນໄດ້ເປັນຢ່າງດີ ເຄື່ອງດື່ມທີ່ມີໃຍອາຫານສູງ ເຄື່ອງດື່ມທີ່ມີໃຍອາຫານສູງ ບໍ່ວ່າຈະເປັນ ເຄື່ອງດື່ມເຂົ້າບາເລ້ (Barley), ນໍ້ານົມເຂົ້າ ແມ່ນຊ່ວຍໃຫ້ສາວໆອີ່ມໄວ້ ກະຕຸ້ນການເຜົາຜານອາຫານ ຫຼຸດການເກີດໂຄເລສເຕີໂຣລ (Cholesterol)ແຕ່ແນະນໍາໃຫ້ເລືອກເຄື່ອງດື່ມທີ່ບໍ່ມີນໍ້າຕານ ເພາະໃຫ້ພະລັງງານ (Calories) ຕໍ່າ ບໍ່ດັ່ງນັ້ນກໍບໍ່ມີປະໂຫຍດທີ່ສາວໆຈະຫຼຸດນໍ້າໜັກ ອາຫານປະເພດຊີຣຽວ (Cereals) + ນົມສົ້ມ ເລືອກຊື້ນົມສົ້ມກິນຄູ່ກັບຊີຣຽວ (Cereals) ໃນຕອນເຊົ້າ ຫຼື ເວລາຢາກກິນເຂົ້າໃນຕອນກາງຄືນ ກໍຊ່ວຍສ້າງຄວາມສົມດຸນທາງໂພຊະນາການ ບໍ່ເຮັດໃຫ້ຕຸ້ຍແລ້ວຍັງຢູ່ທ້ອງອີກດ້ວຍ ໄຂ່ຕົ້ມ …
Read More »ແຊຣສະໜັ່ນ! ພາບຖ່າຍມຸມສູງ ສວນເຈົ້າອະນຸວົງ – ແຄມຂອງ ຫຼັງນໍ້າຖ້ວມຕະຫຼາດກາງຄືນແຫ່ງທີສອງ!!!
ແຊຣສະໜັ່ນ! ພາບຖ່າຍມຸມສູງ ສວນເຈົ້າອະນຸວົງ – ແຄມຂອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຫຼັງນໍ້າຖ້ວມຕະຫຼາດກາງຄືນແຫ່ງທີສອງ ໃນວັນທີ 19 ສິງຫາ 2018. ຂໍເປັນກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງທີ່ໄດ້ຮັບຜົນກະທົບ ແລະ ຢ່າລືມຕິດຕາມຂ່າວຢ່າງໃກ້ຊິດ. ຮູບພາບຈາກ: Drone by Jettana
Read More »7 ຈຸດຊົມວິວ ໃບໄມ້ປ່ຽນສີທີ່ເກົາຫລີ ຖ່າຍຮູບງາມໆລົງ Social …
ລະດູໃບໄມ້ປ່ຽນສີ ຫຼື ລະດູໃບໄມ້ຫຼົ່ນ (ປະເທດເກົາຫລີ) ຖືວ່າເປັນໄລຍະທີ່ແສນຈະໂຣແມນຕິກ ເພາະຕົ້ນໄມ້ຈະພາກັນພັດປ່ຽນໃບ ປ່ຽນເປັນໂທນສີສົ້ມ, ແດງ, ເຫຼືອງ ເບິ່ງສົດໄສ ເຮັດໃຫ້ເຮົາດື່ມດໍາກັບທໍາມະຊາດແບບຟີນໆ ແລະ ພິເສດໄປກວ່ານັ້ນຄື ຈະມີພຽງປີລະຄັ້ງເທົ່ານັ້ນ… ປົກກະຕິແລ້ວ ໃບໄມ້ປ່ຽນສີຢູ່ທີ່ເກົາຫລີຈະເກີດຂຶ້ນໃນໄລຍະ ທ້າຍເດືອນຕຸລາ-ຕົ້ນເດືອນພະຈິກ ແລ້ວແຕ່ສະພາບອາກາດ ເຊິ່ງມື້ນີ້ ຂວັນໃຈກໍຢາກຈະມາບອກລ່ວງໜ້າກ່ຽວກັບຈຸດຊົມວິວ ທີ່ຈະເຮັດໃຫ້ສາວໆໄດ້ບັນຍາກາດແບບຟີນໆທີ່ສຸດ ແລະ ໄດ້ຮູບງາມທີ່ສຸດ ມາອ້າງໝູ່ໃນ Social ໃຫ້ອິດສາຕາຮ້ອນໄປເລີຍ ແບບວ່າບໍ່ໄດ້ບໍ່ໄດ້ແລ້ວ… 1. ອຸທະຍານແຫ່ງຊາດ ຊໍຣັກຊານ ສະຖານທີ່ແຫ່ງນີ້ ຕັ້ງຢູ່ໃນເມືອງຊົກໂຊ ແຂວງຄັງວອນໂດ ທາງຕາເວັນອອກຂອງເກົາຫລີ ຈຸດເດັ່ນຄື ມີທີວທັດທີ່ອ້ອມລ້ອມໄປດ້ວຍພູຜາ ແລະ ທໍາມະຊາດທີ່ອຸດົມສົມບູນ ຕາມສາຍາທີ່ເອີ້ນກັນວ່າ ສະວິດເຊີແລນເກົາຫລີ. ໂດຍສະເພາະໃນລະດູໃບໄມ້ຫຼົ່ນ ບັນດາຕົ້ນໄມ້ ແລະ ຕົ້ນເມເປີ້ນຕ່າງໆ ທີ່ຢູ່ອ້ອມອຸທະຍານກໍຈະປ່ຽນເປັນສີສົ້ມ, ແດງ, ເຫຼືອງ ແຈກຄວາມງົດງາມໄປທົ່ວໜ່ວຍພູ. ສໍາລັບຄ່າເຂົ້າສະຖານທີ່ແມ່ນ: ຜູ້ໃຫຍ່ຄົນລະ …
Read More »ໜ້າຮັກຫຼາຍໆ! ເຈ້ຍ ປາຊີຟິກ ເຜີຍພາບຄອບຄົວສຸດອົບອຸ່ນ ແຟນຄລັບຮ່ວມສະແດງຄວາມຍິນດີ
ຫຼັງຈາກທີ່ຄົບຫາເບິ່ງໃຈກັນມາເປັນເວລາຫຼາຍປີ ສຳລັບ ເຈ້ຍ ປາຊີຟິກ ແລະ ໄຊ ທະວີໄຊ ຫຼ້າສຸດ ກໍ່ມີພະຍານຮັກໂຕນ້ອຍໆອອກມາແລ້ວໃນວັນທີ 8 ສິງຫາ 2018 ທີ່ຜ່ານມາ ເປັນລູກຊາຍ ນາມວ່າ “ເວຫາ”ນໍ້າໜັກແລກເກີດ 3.33 kg. ຫຼ້າສຸດ ເຈ້ຍ ປາຊີຟິກ ຍັງໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ: “ຄໍ້າກໍາຮັບອ້າຍ ເວຫາ ກັບບ້ານ ໃຜຢາກມາ ຫລີ້ນໄພ້ ກິນເຂົ້າປຸ້ນ ກິນເຂົ້າປຽກ ແລະ ອາຫານແຊບໆ ເຊີນມາໂລດເດີ້ ຢູ່ບ້ານສາຍນໍ້າເງີນ ຖາມທາງມາທາງເຟດບຸກກະໄດ້ ສົ່ງຂໍ້ຄວາມມາເລີຍ ຍິນດີຕ້ອນຮັບ ທຸກໆຄົນເດີ້” “ພໍ່ເຖົ້າໃຫຍ່ ພໍ່ເຖົ້າ ສີສະຫວາດ ແກ້ວບຸນພັນ ມາອຸ້ມຮັບຂວັນຫລານຊາຍ ທ້າວ ເວຫາ ແກ້ວບຸນພັນ ??” ຢ່າງໃດ ຂວັນໃຈ ແລະ ແຟນໆ ກໍ່ຂໍສະແດງຄວາມຍິນດີກັບພໍ່ແມ່ມືໃໝ່ ອ້າຍ …
Read More »