ຫຼວງພະບາງເມືອງໜ້າທ່ຽວອີກເມືອງໜຶ່ງທີ່ຫຼາຍໆຄົນຕ້ອງການໄປພັກຜ່ອນ ນອກຈາກຈະທ່ຽວຊົມແຫຼ່ງທ່ອງທ່ຽວທໍາມະຊາດ, ບູຮານສະຖານແລ້ວ ອີກບ່ອນໜຶ່ງທີ່ໄປຫຼວງພະບາງແລ້ວຕ້ອງໄດ້ແວ່… “ສວນພູນສຸກ” (Phounsouk garden) ເປັນຄາເຟ່ກາງທົ່ງນາ ສວຍງາມທັງທິວທັດທໍາມະຊາດອ້ອມຮອບ ບັນຍາກາດຮ້ານດີ ພ້ອມທັງມີເຄື່ອງດື່ມ ແລະ ອາຫານແຊບໆໄວ້ຖ້າຕ້ອນຮັບອີກຫຼາກຫຼາຍ ຈະໄປຊິວມື້ໃດກໍປະທັບໃຈ ນອກຈາກນັ້ນຍັງມີບ່ອນໃຫ້ພັກ ນອນຊົມແສງເດືອນໃນຍາມຄໍ່າຄືນໄປພັກຜ່ອນກັບຄົນຮັກກໍໄດ້ຄວາມໂລແມນຕິກສຸດໆ ສໍາລັບໃຜທີ່ກໍາລັງຊອກຫາບ່ອນທ່ຽວດີໆຈັກແຫ່ງເພື່ອໄປນັ່ງຊິວພັກກາຍພັກໃຈໃນຊ່ວງວັນວ່າງ ຫຼືຫາສະຖານທີ່ທ່ອງທ່ຽວຖ່າຍຮູບງາມໆເກ໋ໆ ຕ້ອງໄດ້ມາແວ່ແລ້ວ “ສວນພູນສຸກ” (Phounsouk garden) ວິວທໍາມະຊາດງາມແຮງ ເໝາະກັບການພັກຜ່ອນສຸດໆ ນັ່ງຊິວທ່າມກາງບັນຍາກາດທົ່ງນາຜືນຂຽວ ມີມຸມຖ່າຍຮູບງາມໆ ຂຶ້ນຊື່ວ່າມາທ່ຽວກໍຕ້ອງມີງາມໆເພື່ອເປັນຄວາມຊົງຈໍາດີໆ ປ່ອຍໃຈປ່ອຍກາຍໄປກັບສາຍລົມ ນັ່ງຊິວດື່ມດໍ່າກັບບັນຍາກາດ ພ້ອມເຄື່ອງດື່ມ ແລະ ເຂົ້າໜົມແຊບໆ ພັກຜ່ອນຍາມຄໍ່າຄືນ ອາກາດເຢັນສະບາຍ ພາຍໃຕ້ແສງໄຟ ແລະ ແສງເດືອນ
Read More »Home
ອີກໜຶ່ງທາງເລືອກທີ່ບໍ່ຢາກໃຫ້ພາດ!! ກັບຮ້ານເຂົ້າປຸ້ນແຈ່ວຂີງ249
ມື້ນີ້ຂວັນໃຈພາໄປຊິມເມນູເດັດ! ເຂົ້າປຸ້ນແຈ່ວຂີງ… ທີ່ເຊື່ອວ່າຕ້ອງເປັນອາຫານຈານໂປດຂອງຫຼາຍໆຄົນ! ຄວາມຈິງແລ້ວກໍເປັນອາຫານທີ່ຫາກິນໄດ້ບໍ່ຍາກ ແຕ່ຈະຫາຮ້ານທີ່ເຮັດແຊບໄດ້ຖືກໃຈຄົງຈະບໍ່ແມ່ນງ່າຍຄືກັນ! ແອບສົງໃສຢູ່ວ່າເປັນຫຍັງເຂົ້າປຸ້ນແຈ່ວຂີງຂອງຮ້ານນີ້ຄືແຊບ ໂດຍສະເພາະເສັ້ນເຂົ້າປຸ້ນຄືນຸ້ມແຮງ! ແອັດເລີຍໄດ້ສອບຖາມເຈົ້າຂອງຮ້ານມາເພີ່ນບອກວ່າ ເຂົ້າປຸ້ນທາງຮ້ານໄດ້ບີບໃໝ່ເສີບແບບສົດໆຮ້ອນໆທຸກມື້! ອົງປະກອບທຸກຢ່າງຄືຕ້ອງໃຊ້ມື້ຕໍ່ມື້ເທົ່ານັ້ນ (ເຮັດໃໝ່ທຸກມື້)ກໍວ່າແລະເປັນຫຍັງຈຶ່ງແຊບຂະໜາດນີ້ ແຖມຍັງລູກຄ້າເຕັມຕະຫຼອດ. ຮ້ານນີ້ບໍ່ໄດ້ມີດີແຕ່ເຂົ້າປຸ້ນແຈ່ວຂີງເທົ່ານັ້ນຍັງມີເມນູຫຼາກຫຼາຍຢ່າງໃຫ້ໄດ້ເລືອກຊິມແບບອິ່ມອົກອິ່ມໃຈກັນເລີຍ ທີ່ສໍາຄັນແຕ່ລະເມນູຄືເດັດໆທັງນັ້ນ… ບໍ່ວ່າຈະເປັນປິ້ງໄກ່ທາປາແດກ, ຕໍາແຊບໆ, ແກງໜໍ່ໄມ້… ນອກນັ້ນຍັງ ມີຕູບໄວ້ໃຫ້ລູກຄ້ານັ່ງແບບສະບາຍສະບາຍ (ທີ່ສໍາຄັນລາຄາບໍ່ແພງຈາ…) ຄືວ່າແຫຼະໃຊ້ຊີວິດຍຸກນີ້ກິນແຊບໄດ້ແຕ່ກໍຕ້ອງປະຢັດເງິນໃນກະເປົ໋າພ້ອມເນາະ!
Read More »ວຽງທາລາ ວິນລາ ວັງວຽງ
ວັງວຽງຖືໄດ້ວ່າເປັນອີກໜຶ່ງເມືອງທ່ອງທ່ຽວຍອດນິຍົມ ແລະ ເດີນທາງສະດວກ ໃຊ້ເວລາບໍ່ດົນກໍໄປຮອດ ແຝງໄປດ້ວຍມົນສະເໜ່ຂອງທໍາມະຊາດ, ສາຍນໍ້າ ແລະ ອາກາດທີ່ແສນຈະສົດຊື່ນ ແບບພັກທັງທີສູດຫາຍໃຈໄດ້ເຕັມປອດ!! ຄິດຈະໄປພັກຜ່ອນທັງທີເລື່ອງທີ່ພັກກໍສໍາຄັນບໍ່ແພ້ກັນເລີຍວ່າບໍ່?ມື້ນີ້ແອັດມິນຂວັນໃຈພາມາແນະນໍາທີ່ພັກ ທີ່ຈະເຮັດໃຫ້ການພັກຜ່ອນຂອງເຈົ້າ “ຄຸ້ມຄ່າ” ກັບວຽງທາລາ ວັງວຽງ ລີສອດViengTara VangVieng Resort ບ່ອນນີ້ຕັ້ງຢູ່ຫ່າງຈາກສູນກາງ ຂອງໂຕເມືອງວັງວຽງບໍ່ໄກ ທີ່ພັກງາມບັນຍາກາດດີ ໂອບອ້ອມໄປດ້ວຍທົ່ງນາສີຂຽວ ແລະ ພູສາຍໝອກ!! ພຽງແຕ່ໄດ້ເຫັນກໍສະບາຍຕາແລ້ວມີທາງຍ່າງເປັນຂົວໄມ້ຍາວເປັນເອກະລັກ ມຸມພັກຜ່ອນກໍເຕີມພະລັງໃຫ້ເຮົາໄດ້ຫລາຍແລ້ວ! ລວມໄປເຖິງມຸມຖ່າຍຮູບເກ໋ໆຊຶມຊັບທໍາມະຊາດແບບສະໜິດຕິດແທດເລີຍ ພ້ອມນັ້ນບ່ອນນີ້ຍັງມີຫ້ອງອາຫານວິວທົ່ງນາ ແລະ ສິ່ງອໍານວຍຄວາມສະດວກຄົບ! ໃນສ່ວນຂອງຫ້ອງພັກນັ້ນມີໃຫ້ເລືອກ 3 ແບບຄືຫ້ອງສຸບພິເລ່ຍ ດີລັກວິນລາ ຈູ່ເນ່ຍວິນລາ ຫ້ອງ ແລະ ວິນລາ ລວມມີອາຫານເຊົ້າສຳຫລັບ2ທ່ານ ສໍາຜັດກັບບັນຍາກາດອັນແສນສົດຊື່ນ ຜ່ອນຄາຍອາລົມໄປກັບທົ່ງນາສີຂຽວ ແລະ ວິວງາມໆ ຢູ່ຕິດແທດກັບທໍາມະຊາດ ອ້ອມຮອບດ້ວຍຕົ້ນໄມ້ສີຂຽວອຸດົມສົມບູນຫຼາຍ! ບ່ອນພັກງາມ, ມີຄວາມສະດວກສະບາຍ ກວ້າງຂວາງ ແລງມາກໍຕັ້ງວົງສັງສັນກັບໝູ່ເພື່ອນ ໂອ້ລົມກັນແບບມ່ວນໆພາຍໃຕ້ບັນຍາກາດດີໆ ນີ້ຄືທີ່ສຸດຂອງຄວາມສຸກແລ້ວ!!! …
Read More »5 ກ້ອງໄລ້ສົດ 2022 ສໍາລັບຄົນເລີ່ມຕົ້ນ ດ້ວຍງົບພຽງ 15000-30000 ບາດ
ສໍາລັບໃຜທີ່ຢາກໄລ້ ຢາກເຮັດໃຫ້ໄລ້ອອກມາດີມີຄຸນນະພາບ ແບບເປັນມືອາຊີບ ແນ່ນອນວ່າກໍຕ້ອງຢາກໄດ້ກ້ອງດີໆຈັກເຄື່ອງທີ່ໃຊ້ງານງ່າຍ ຕອບໂຈດການເຮັດວຽກທັງເລື່ອງພາບ ແລະ ສຽງ ພ້ອມນັ້ນຍັງບໍ່ເກີນງົບທີ່ວາງໄວ້ ມື້ນີ້ຂວັນໃຈພາມາເບິ່ງ 5 ກ້ອງໄລ້ສົດ 2022 ສໍາລັບຄົນເລີ່ມຕົ້ນ ແລະ ເໝາະກັບງານລະດັບມືອາຊີບ ດ້ວຍງົບພຽງແຕ່ 15000-30000 ບາດ ມາເບິ່ງກັນເລີຍວ່າຈະມີລຸ້ນໃດແນ່… Sony ZV-1. ໂດດເດັ່ນທີ່ຂະໜາດນ້ອຍ, ພົກພາງ່າຍ ແລະ ພາບງາມຄົມຊັດ. ອໍໂຕ້ໂຟກັສແມ້ນ ຈັບໂຕແບບໄດ້ແມ່ນແຕ່ກໍາລັງເຄື່ອນໄຫວ. ໜ້າຈໍແບບ Clean HDMI ຄວາມລະອຽດ 4K HDR. ຊ່ອງຕໍ່ໄມ ແລະ ຫູຟັງເພື່ອຮອງຮັບການເຮັດວຽກທີ່ຕ້ອງການຄຸນນະພາບສຽງສູງຂຶ້ນ. ໄລ້ໄດ້ທັງແນວນອນ ແລະ ແນວຕັ້ງ Canon EOS M50 Mark II. ກ້ອງຂະໜາດນ້ອຍ, ກະທັດຮັດ ໃຊ້ງານງ່າຍ. ພາບງາມຄົມຊັດ ໃຫ້ລາຍລະອຽດສີສັນທີ່ຄົບຖ້ວນ. ໂຟກັສໄວເຖິງແມ່ນຈະເຄື່ອນທີ່ລະຫວ່າງໄລ້. …
Read More »ສາຍຄາເຟ່ພາດບໍ່ໄດ້ ໄປກ່ອນເຊັກອິນກ່ອນຈະໄດ້ບໍ່ຕົກເທຣນ!
ມື້ນີ້ຂວັນໃຈພາມາອັບເດດ #ຄາເຟ່ເປີດໃໝ່ສົດໆຮ້ອນໆ ກັບຮ້ານ ໂມນາກ Monarch Restaurant & Cafe ໃຜທີ່ເປັນສາຍຄາເຟ່ພາດບໍ່ໄດ້ ໄປກ່ອນເຊັກອິນກ່ອນຈະໄດ້ບໍ່ຕົກເທຣນ! ບອກໄດ້ເລີຍວ່າຮ້ານນີ້ເຫັນປຸບສະດຸດຕາປັ໊ບ ເພາະຮ້ານມີສະໄຕລການຕົບແຕ່ງທີ່ໂດດເດັ່ນ ມີຄວາມຫລູແຕ່ກໍແຝງດ້ວຍຄວາມຮູ້ສຶກສະບາຍສາມາດນັ່ງຜ່ອນຄາຍແບບຊິວໆໄດ້ ຈະນັດໝູ່ໄປລົມວຽກ ຫລືເມົ້າມອຍກໍສະບາຍ ມີຫລາຍມຸມໃຫ້ນັ່ງ. ທີ່ສໍາຄັນມີມຸມຖ່າຍຮູບງາມໆໄວ້ເຊັກອິນນໍາອີກ! ຍັງບໍ່ໝົດເທົ່ານັ້ນ ຍັງມີເມນູໃຫ້ໄດ້ເລືອກແບບຫຼາກຫຼາຍທັງອາຫານ, ເຄື່ອງດື່ມເຢັນ-ຮ້ອນ ແລະ ເບເກີຣີ້ ທີ່ຈັດໜັກອັດເຕັມຄວາມແຊບ! ແບບນີ້ບໍ່ລອງລະວັງພາດເດີ້… ບັນຍາກາດນອກຮ້ານໂລ່ງສະບາຍ ນັ່ງແບບຊິວໆ ຕົບແຕ່ງດ້ວຍຕົ້ນໄມ້ສີຂຽວເຮັດໃຫ້ຮູ້ສຶກຜ່ອນຄາຍ… ພາຍໃນຮ້ານມີຄວາມຫລູ ແລະ ເກ໋ມີສະໄຕລ ກວ້າງຂວາງພ້ອມ! ເຮັດໃຫ້ນັ່ງໄດ້ແບບສະບາຍສະບາຍ ແມ່ນແຕ່ມຸມນັ່ງຍັງສາມາດຖ່າຍຮູບອອກມາໄດ້ງາມເລີຍ ອີກມຸມຂອງບັນຍາກາດພາຍໃນຮ້ານມັກມຸມໃດເລືອກນັ່ງໄດ້… ມາພ້ອມເມນູເຄື່ອງດື່ມທີ່ຫຼາກຫຼາຍມີທັງເຄື່ອງດື່ມແບບຮ້ອນ, ແບບເຢັນ ແລະ ຍັງມີເມນູເບເກີຣີ້ໃຫ້ໄດ້ໄດ້ຊິມ. ບໍ່ໄດ້ມີສະເພາະເຄື່ອງດື່ມ ແລະ ຂອງຫວານເທົ່ານັ້ນ ຍັງມີອາຫານແຊບໆໃຫ້ໄດ້ເລືອກແບບບໍ່ອັ້ນ!! ພຽງແຕ່ເຫັນກໍຫິວແລ້ວ…🥰 ທີ່ຕັ້ງ: ວົງວຽນໂພນຕ້ອງສະຫວາດ, ບ້ານໂພນຕ້ອງສະຫວາດ, ເມືອງຈັນທະບູລີ ເປີດ: ວັນຈັນ – …
Read More »