Breaking News

Home

ມາເບິ່ງ! ເຄັດລັບ ແລະ ເປົ້າໝາຍໃນການສຶກສາ ຂອງນັກສຶກສາກຽດນິຍົມລະດັບຊາດ…

ສໍາຫລັບນ້ອງໆທີ່ກຽມໂຕຈະຮຽນຕໍ່ລະດັບວິຊາອາຊີບ ຫຼືນ້ອງໆທີ່ກໍາລັງສຶກສາຢູ່ ບໍ່ວ່າຈະເປັນ ມະຫາວິທະຍາໄລ ຫຼືວິທະຍາໄລທັງຫຼາຍ ແມ່ນພາກັນມີເປົ້າໝາຍໃນການສຶກສາແລ້ວບໍ່!! ເຊັ່ນວ່າ ເປົ້າໝາຍຂອງໃບປະກາດ ຢາກໄດ້ໃບປະກາດສະນີຍະບັດ ຫຼືໃບປະກາດສະນີຍະບັດກຽດນິຍົມ. ເຊິ່ງການຮຽນຈົບໄດ້ຮັບໃບປະກາດກໍຖືກວ່າເປັນເລື່ອງທີ່ດີຢູ່ແລ້ວ ແຕ່ຈົບແລ້ວໄດ້ໃບປະກາດກຽດນິຍົມເດ!! ນ້ອງໆລອງຈິນຕະນາການເບິ່ງວ່າ ຖ້າໄດ້ໃບປະກາດແດງ….? ເຮົາຈະມີຄວາມພູມໃຈ-ຕື່ນເຕັ້ນພຽງໃດ? ໂດຍສະເພາະໃບປະກາດແດງຈາກມະຫາວິທະຍາໄລລະດັບປະເທດ ເຮັດແນວໃດຈະໄດ້…. ? ແນ່ນອນ ມື້ນີ້ຂວັນໃຈຈະພາມາຮູ້ຈັກກັບແບບຢ່າງ, ທັດສະນະ ແລະ ເປົ້າໝາຍໃນການຮຽນແບບກຽດນິຍົມ ຂອງທັງ 2 ນ້ອງ ທີ່ຫາກໍຮຽນຈົບໃນປີນີ້ ( ປີ 2020) ນັ້ນຄື: ນ້ອງ “ສຸລິນຍາ ອຸດົມລິດ” ນ້ອງນັກສຶກສາກຽດນິຍົມ ສາຂາພາສາຟຣັ່ງ, ພາກວິຊາພາສາຟຣັ່ງ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ແລະ ນ້ອງ “ກິ່ງຄໍາ ນິດສະຫວັນ” ນັກສຶກສາກຽດນິຍົມ ສາຂາການເງິນ ແລະ ທະນາຄານ, ຄະນະເສດຖະສາດ ແລະ ການທ່ອງທ່ຽວ …

Read More »

ຟຸກ-ແອັບເປີ້ນ ປະກາດຂ່າວດີ ຈູນີ່ຈະໄດ້ເປັນເອື້ອຍແລ້ວ….

ປະກາດຂ່າວດີອີກແລ້ວ!! ຟຸກ ຈິຣະ – ແອັບເປີ້ນ ສີສະຫງຽນ ຄູ່ຮັກຜົວ-ເມຍດາຣາຄົນດັງ ໄທ-ລາວ ຫຼັງຈາກທີ່ໄດ້ລູກສາວທີ່ໜ້າຮັກຕາແພງແບບນ້ອງຈູນີ່ຍັງບໍ່ທັນຮອດປີ ພໍ່ຟຸກກໍໄດ້ໂພສປະກາດຂ່າວດີວ່າ ເມຍສຸດທີ່ຮັກຂອງຕົນກໍາລັງຖືພາລູກຄົນທີ 2 ໄດ້ 3ເດືອນ ຫຼື 14 ອາທິດແລ້ວ! ເຊິ່ງພໍ່ຟຸກກໍໄດ້ໂພສແບບຢອກໆອາລົມດີວ່າ “ແນວໃດໂຄວິດກໍເຮັດໃຫ້ເຮົາຫວ່າງວຽກແລ້ວ ມີນ້ອງໃຫ້ຈູນີ່ຊິເປັນຫຍັງໄປ ຈູນີ່ ໄດ້ເປັນເອື້ອຍຄົນແລ້ວ#flukeapplebaby2 “ ສ່ວນທາງດ້ານແມ່ແອັບເປີ້ນເອງ ກໍບໍ່ພາດທີ່ຈະມາອັບເດດເລື່ອງລາວດີໆ ແລະ ຫຼັກຖານຕ່າງໆ ບໍ່ວ່າຈະເປັນ ຜົນກວດທ້ອງ ແລະ ຮູບພາບລູກໃນທ້ອງ ພ້ອມໂພສພາບຄອບຄົວກັນຢ່າງອົບອຸ່ນກັບແຄັບຊັ້ນທີ່ວ່າ “ຄອບຄົວເຮົາໃຫຍ່ຂຶ້ນແລ້ວ, ຮັກທີ່ສຸດ ໄລຍະນີ້ແມ່ແພ້ທ້ອງຢ່າງໜັກ, ຂໍໂທດບັນດາພີ່ໆ, ນ້ອງໆ, ເພືອນໆ ທີ່ງຽບຫາຍໄປເຖິງ 3 ເດືອນ ເຖິງຕອນນີ້ກໍຍັງແພ້ທ້ອງບໍ່ເຊົາ ແຕ່ມີຄວາມສຸກທີ່ສຸດ ແມ່ສູ້ເດີ #14weekspregnant” ຕອນນີ້ສາວນ້ອຍຈູນີ່ກໍກໍາຈະໄດ້ເປັນເອື້ອຍຄົນແລ້ວ. ເຊິ່ງຫຼັງຈາກທີ່ ພໍ່ຟຸກ ແລະ ແມ່ແອັບເປີ້ນ …

Read More »

ສາວ”ຈິນນີ້”ໜຶ່ງໃນຜູ້ເຂົ້າປະກວດ Miss Laos 2020 ທີ່ຊາວເນັດຈັບຕາ ແລະ ຕິດຕາມເຊຍ!!

“ບຸນພະສອນ ບຸດດາຣາ ຫຼື ຈິນນີ້” ສາວນະຄອນຫຼວງວຽງຈັນ ປັດຈຸບັນອາຍຸ 24 ປີ ກໍາລັງສຶກສາລະດັບປະລິນຍາໂທ ໃນຄະນະການຄ້າ ພາກວິຊາທຸລະກິດສາກົນ ທີ່ນະຄອນຫຼວງປາກກິ່ງ ປະເທດຈີນ. ສາວງາມຄົນນີ້ກໍເປັນອີກຄົນໜຶ່ງທີ່ແຟນໆຊາວເນັດຕ່າງກໍພາກັນເຊຍ ແລະ ໃຫ້ກໍາລັງໃຈ ເຊິ່ງການປະກວດນາງສາວລາວ 2020 ກໍເປັນອີກໜຶ່ງຄວາມຮັກ-ຄວາມຝັນ ຂອງສາວຈິນນີ້ຄົນນີ້ເຊັ່ນກັນ ເພາະມັນເປັນເວທີທີ່ເປິດໂອກາດໃຫ້ສາວລາວທັງຫຼາຍໄດ້ມາສະແດງຄວາມສາມາດ ແລະ ສັກກາຍາພາບຂອງຕົນເອງນັ້ນເອງ. ຈິນນີ້ ເປັນສາວລາວຄົນໜຶ່ງທີ່ມີຄວາມພຽບພ້ອມທາງດ້ານຮູບຮ່າງໜ້າຕາ ແລະ ທັກສະທາງດ້ານ ພາສາຕ່າງປະເທດ ທີ່ບອກເລີຍວ່າບໍ່ທໍາມະດາ ໂດຍສາວຈິນນີ້ສາມາດເວົ້າໄດ້ 2 ພາສາຄື ອັງກິດ ແລະ ພາສາຈິນ ໄດ້ເປັນຢ່າງດີ, ບໍ່ພຽງແຕ່ເທົ່ານັ້ນ ສາວຈິນນີ້ຍັງສາມາດຫຼີ້ນເຄື່ອງດົນຕີຂອງຈິນໄດ້ອີກ ເຊັ່ນ: ການຕີຂີມ. ສໍາຫຼັບຜົນງານໃນວົງການບັນເທິງກໍຈະມີ ການຖ່າຍແບບ, ເດີນແບບ ແລະ ເຄີຍຜ່ານການແຂ່ງຂັນມາແລ້ວເວທີໜຶ່ງ ນັ້ນກໍຄື Kids and Young Model …

Read More »

ອັບເດດ!!! ຍອດຊ່ວຍເຫຼືອຈາກສັງຄົມອອນລາຍ ພຸ່ງ 29 ລ້ານກວ່າກີບແລ້ວ

ກໍາລັງເປັນກະແສທີ່ຮືຮາໃນສັງຄົມອອນລາຍກັນເລີຍທີດຽວ!!ໃນກໍລະນີນັກສຶກສາສາວໃຈເດັດທີ່ມີຊື່ວ່າ ນາງ ລີນາ ບຸນສີວິໄລພອນ ເປັນນັກສຶກສາ ຢູ່ສະຖາບັນສຶກສາແຫ່ງໜຶ່ງ ທີ່ໄດ້ຂີ່ລົດໄລ່ຕຳໂຈນດຶງກະເປົ໋າຢູ່ທີ່ບ້ານໂພນປາເປົ້າ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໃນວັນທີ 22 ຕຸລາ 2020 ທີ່ຜ່ານມາ ຈົນໄດ້ຮັບບາດເຈັບ. ຈາກເຫດການດັ່ງກ່າວ, ເຮັດໃຫ້ນັກສຶກສາສາວໃຈເດັດໄດ້ຮັບບາດເຈັບຈົນຄາງແຕກ ຫຍິບ 8 ເຂັມ ແລະ ລົດເປ່ເພ (ໃນຄວາມໂຊກຮ້າຍດັ່ງກ່າວ ກໍຍັງເຫັນໄດ້ເຖິງນໍ້າໃຈຂອງຄົນລາວນໍາກັນທີ່ເຂົ້າມາຊ່ວຍເຫຼືອໃນເລື່ອງຂອງຄ່າໃຊ້ຈ່າຍກັບເຫດການດັ່ງກ່າວ) ມາຮອດຕອນເຊົ້າວັນທີ23/10/2020 ເວລາ 07:17 ນາທີ ມີຍອດຊ່ວຍເຫຼືອຈາກສັງຄົມອອນລາຍທັງໝົດ: 29 ລ້ານກວ່າກີບ. ສາວຜູ້ໃຈເດັດດັ່ງກ່າວ ຈະແບ່ງເງິນສ່ວນໜຶ່ງທີ່ໄດ້ຈາກການຊ່ວຍເຫຼືອຂອງສັງຄົມໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ແຂວງ ສະຫວັນນະເຂດຊົມເຊີຍນ້ຳໃຈຂອງນ້ອງ ທັງເກັ່ງທັງມີນ້ຳໃຈ ຖືໄດ້ວ່າເປັນອີກໜຶ່ງສາວທີ່ມີຄວາມກ້າຫານກັນເລີຍທີດຽວ ແອັດຫວັງວ່າຈາກເຫດການດັ່ງກ່າວຈະເປັນອຸທາຫອນເຕືອນໃຈໃຫ້ທຸກຄົນມີສະຕິຫຼາຍຂຶ້ນ. ຈັງໃດຂວັນໃຈກໍຂໍສົ່ງກໍາລັງໃຈໃຫ້ ສາວ ລີນາ ຫາຍດີໄວໆເດີ້!!!!! ເບິ່ງຄລິບໄລ່ຕຳໂຈນຍ້ອນຫລັງໄດ້ທີ່ນີ້: https://youtu.be/M6mdQLV-XZo

Read More »

ເກັ່ງຫຼາຍສາວ”ພິກກີ້”ຖອຍລົດໃຫມ່ປ້າຍແດງດ້ວຍເງິນຈາກເຫື່ອແຮງຕົນເອງ

ພິກກີ້ ພິລາລັກ ສີຫາລາດ ສາວງາມຜູ້ມີສະເຫນ່ນ້ອງສາວຫຼ້າຫນ້າຫວານຂອງ ແອັບເປີ້ນ ສີສະຫງຽນ ສີຫາລາດ. ສໍາຫລັບສາວ ພິກກີ້ ຄົນນີ້ຕ້ອງບອກເລີຍວ່ານອກຈາກໜ້າຕາດີ ແລະ ເຊັກຊີແລ້ວ ຍັງພຽບພ້ອມໄປດ້ວຍຄວາມສາມາດ, ເຮັດວຽກເກັ່ງ ເຊິ່ງຈະເຫັນໄດ້ວ່າພິກກີ້ນັ້ນໄດ້ຮັບວຽກເປັນພຣີເຊັນເຕີໂຄສະນາ ແລະ ໂຊທັງຄວາມສາມາດໃນການຮ້ອງເພງອອກມາໃຫ້ຟັງຢູ່ເລື້ອຍໆທາງຢູທູບ ແນ່ນອນເຮັດວຽກມາເມື່ອຍໆ…!! ກໍຕ້ອງໄດ້ໃຫ້ຂອງຂວັນຕົວເອງແດ່ອີຫຍັງແດ່ແຫລະເນາະສາວພິກກີ້! ໂດຍເຊິ່ງຫຼ້າສຸດ ມື້ວັນທີ 22 ຕຸລາ 2020 ເປັນມື້ງາມຍາມດີ ສາວພິກກີ້ກໍໄດ້ຖອຍລົດໃຫມ່ປ້າຍແດງ ເຊິ່ງເປັນເງິນທີ່ຫາມາໄດ້ດ້ວຍເຫື່ອແຮງຂອງຕົວເອງ. ດ້ວຍຄວາມພູມໃຈ ງານນີ້ທາງສາວແອັບເປີ້ນຜູ້ເປັນເອື້ອຍກໍໄດ້ໂພສເຖິງນ້ອງສາວຄົນເກັ່ງວ່າ: “ຖອຍລົດແລ້ວນ້ອງສາວເອື້ອຍ, ເທື່ອນີ້ຖອຍເອງ, ເລືອກເອງ, ອອກເງິນເອງ ພູມໃຈຕະຫຼອດທຸກເທື່ອທີ່ເຫັນນ້ອງໄດ້ເງິນ ຕື່ນເຊົ້າອອກຈາກບ້ານ ບາງເທື່ອເອື້ອຍຍັງບໍ່ທັນຕື່ນຊໍ້ານ້ອງໄປເຮັດວຽກແລ້ວ, ຕັ້ງແຕ່ປີ້ນຖືພາ ຜ່ານມາກໍາລັງຈະ 2 ປີ ບໍ່ຢາກຈະເຊື່ອວ່າມີແຕ່ພິກກີ້ໄປຈັດການທຸກຢ່າງ ພະນັກງານເກືອບ 60 ຊີວິດ ນາງຄຸມໝົດ ກັບມາເຮືອນຍັງມີເຮັດກິນໃຫ້ ຈູນີ່ (ຫຼານ), ແຕ່ລະເດືອນຍັງໃຫ້ເງິນເດືອນແມ່ອີກ ແລະ …

Read More »