Breaking News

Home

ບອກລາຂອບຕາດໍາດ້ວຍ 6 ວິທີງ່າຍໆດັ່ງນີ້….

ສາວໆຫຼາຍໆຄົນເຄີຍເປັນບໍ່ ຕື່ນຂຶ້ນມາຂອບຕາດໍາ? ແຕ່ງໜ້າບໍ່ງາມ ແຍງແວ່ນຍາມໃດປານເປັນໝີແພນດ້າເອົາໂລດ!! ເສຍຄວາມໝັ້ນໃຈຍາມແຕ່ງໜ້າອອກໄປນອກ ຖ້າສາວໆຄົນໃດກໍາລັງພົບບັນຫານີ້ ບໍ່ຟ້າວນ້ອຍໃຈ, ຢ່າຟ້າວຜິດຫວັງ!! ລຸກຂຶ້ນມາເບິ່ງແຍງຕົວເອງ ໂດຍການຮັກສາຂອບຕາໃຫ້ເຊົາເປັນຫມີແພນດ້າໄດ້ແລ້ວ ດ້ວຍ 6 ວິທີງ່າຍໆແຕ່ເຫັນຜົນແທ້ ແລະ ສາວໆສາມາດເຮັດເອງໄດ້ທີ່ເຮືອນແບບສະບາຍ ມາປ່ຽນຂອບຕາດໍາໃຫ້ກາຍເປັນຕາງາມເດັ່ນ ດ້ວຍວິທີຕໍ່ໄປນີ້…. ພອກເປືອກຕາດ້ວຍໝາກແອັບເປີ້ນ: ເອົາແອັບເປີ້ນສົດມາຟານບາງ ແລ້ວເອົາມາພອກເປືອກຕາຖີ້ມໄວ້ປະມານ 15 ນາທີ ເຮັດມື້ລະເທື່ອ ປະມານອາທິດໜຶ່ງຮັບຮອງວ່າເຫັນຜົນແທ້ ເຊິ່ງຮອຍດໍາມັນຈະຄ່ອຍໆຈາງລົງໄປຢ່າງເຫັນໄດ້ຊັດເຈນ!! ໄຂ່ຕົ້ມ: ໄຂ່ຕົ້ມສຸກປອກເປືອກອອກໃນຂະນະທີ່ໄຂ່ຍັງອຸ່ນໆຢູ່ ແມ່ນໃຫ້ເອົາຜ້າມົນນ້ອຍໆທີ່ສະອາດມາຫໍ່ໄຂ່ ແລ້ວນໍາໄປນວດບໍລິເວນໃຕ້ດວງຕາຄ່ອຍໆ ການເຮັດແບບນີ້ແມ່ນຈະຊ່ວຍໃຫ້ເລືອດມີການໄຫຼວຽນດີ ຖ້າເຮັດເປັນຈໍາຂອບຕາດໍາກໍຈະໝົດໄປ.ໝາກແຕ່ງກວາ: ວິທີນີ້ເປັນວິທີທີ່ໄດ້ຮັບຄວາມນິຍົມທີ່ສຸດ ເອົາໝາກແຕງກວາມາຊອຍເປັນອັນນ້ອຍໆບາງໆ ແລ້ວເອົາໄປແຊ່ຕູ້ເຢັນໄວ້ປະມານ 30 ນາທີ ຈາກນັ້ນເອົາມາວາງໃສ່ເປືອກຕາທັງສອງຂ້າງ ແລ້ວປະໄວ້ປະມານ 10-15 ນາທີ ພຽງເທົ່ານີ້ຂອບຕາເຮົາກໍຈະເປັ່ງປັ່ງ ແລະ ສົດຊື່ນຂຶ້ນ.ຖົງຊາ: ສາວໆຄົນໃດທີ່ມັກດື່ມນໍາຊາຢູ່ແລ້ວກໍສາມາດໃຊ້ປະໂຫຍດຕໍ່ໄດ້ເລີຍ ໂດຍນໍາເອົາຖົງຊາທີ່ຊົງແລ້ວ ໄປແຊ່ຕູ້ເຢັນບໍ່ມານ 30 ນາທີ ຈາກນັ້ນໃຫ້ເອົາມາປົກໄວ້ທີ່ເປືອກຕາ ແລະ …

Read More »

ດ່ວນ!! ພົບຜູ້ຕິດເຊື້ອໂຄວິດ-19 ໃຫມ່ໃນລາວ 1 ກໍລະນີ ເປັນນັກສຶກສາລາວ ເດີນທາງມາຈາກປະເທດລັດເຊຍ

ຕາມການລາຍງານຂອງ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃນວັນທີ 21 ຕຸລາ 2020 ໃຫ້ຮູ້ວ່າ: ສປປ ລາວ ພົບຜູ້ຕິດເຊື້ອພະຍາໂຄວິດ-19 ເພີ່ມອີກ 1 ຄົນ, ເປັນຄົນລັດເຊຍ ເດີນທາງມາໃນຖ້ຽວບິນ Inson ມາ ສປປ ລາວ ໃນວັນທີ 18 ຕຸລາ 2020 ຜູ້ກ່ຽວກວດພົບເຊື້ອຢູ່ລັດດເຊຍ ແລະ ໄດ້ປິ່ນປົວແລ້ວກວດເຊື້ອ COVID-19 ຢູ່ລັດດເຊຍ ຜົນເປັນລົບໃນວັນທີ 5 ຕຸລາ 2020 ຜູ້ກ່ຽວເດີນທາງອອກຈາກຣັດເຊຍໃນວັນທີ 15 ຕຸລາ 2020 ຮອດລາວວັນທີ່18, ໄດ້ແຍກປ່ຽວຢູ່ ຫຼັກ 27 ແລະ ເກັບຕົວຢ່າງມາກວດເຊື້ອCOVID ພົບເຊື້ອ(+) ໄດ້ຮັບມາປິ່ນປົວຢູ່ມິດຕະພາບໃນວັນທີ່ 20 ຕຸລາ 2020, …

Read More »

ດີໃຈນໍາ ນ້ອງ ນູນູ່ ຄ້ວາລາງວັນຊະນະເລີດ ເວທີ Kids & Young Model Contest 2020

ສໍາເລັດໄປແລ້ວສໍາລັບການປະກວດ Kids & Young Model Contest 2020 (ໄວໝຸ່ມ) ໃນວັນທີ 18 ຕຸລາ 2020 ທີ່ໄດ້ຈັດຂຶ້ນທີ່ສູນການຄ້າ ລາວ-ໄອເຕັກ ແລະ ຜູ້ຊະນະເລີດປີນີ້ກໍຄື ນ້ອງ ນູນູ່ ຈິນນາລີ ອິນທະປັນຍາ ພ້ອມກັບລາງວັນພິເສດ Best Model ເຊິ່ງບອກໄດ້ເລີຍວ່ານ້ອງນູນູ່ນັ້ນ ແມ່ນຄວາມສາມາດ ແລະ ບຸກຄະລິກກະພາບທີ່ໂດດເດັ່ນ ຈົນເປັນທີ່ຕ້ອງຕາ, ຖືກໃຈກໍາມະການ ແລະ ສື່ມວນຊົນທັງຫຼາຍນັ້ນເອງ ເອີ້ນນວ່າເປັນສາວນ້ອຍທີ່ມີຄວາມໝັ້ນ, ກ້າສະແດງອອກ ແລະ ຄູ່ຄວນກັບລາງວັນທີ່ໄດ້ຮັບອີ່ຫລີ. ສາວ ນູນູ່ ຈິນນາລີ ອາຍຸ 17 ປີ ຮຽນຢູ່ຊັ້ນ ມ 7 ໂຮງຮຽນ ທີ່ມໍປາຍ ໂນນສະຫວ່າງ. ເຊິ່ງນ້ອງນູນູ່ໄດ້ໃຫ້ສໍາພາດວ່າ ຮູ້ສຶກທັບປະໃຈ ແລະ …

Read More »

ຫລ້ານ້ອຍ ພໍໃຈ ສົມທົບທຶນ 10 ລ້ານ ໃຫ້ເທິ ຢູ່ນາ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ຫລ້ານ້ອຍ ພໍໃຈ ເນັດໄອດໍ້ ຄົນດັ່ງຂອງລາວ ທັງງາມ-ເກັ່ງ-ມີນໍ້າໃຈ ບໍ່ລືມທີ່ຈະຊ່ວຍເຫຼືອພີ່ນ້ອງຊາວລາວທີ່ປະສົບໄພນໍ້າຖ້ວມ ສົມທົບທຶນ 10 ລ້ານກີບ ສົມທົບທຶນກັບ ເທິ ຢູນາ. ເຊິ່ງວ່າ ເທິຢູນາ ກໍໄດ້ໂພສ໌ເຟສ໌ບຸກສ່ວນຕົວຂອບໃຈ ຫລ້ານ້ອຍພໍໃນວ່າ “ຄົນໃຈ ຄົນຈິງ ອີ່ນີ້ມັນບ້າຂອບໃຈແທນພີ່ນ້ອງຊາວເຊໂປນ ຂໍໃຫ້ແມ່ອີ່ວຶ່ງ Larnoy PhorJai ລ້ຳຫຼວຍປັງໆຂຶ້ນໄປເລື້ອຍ ຢູ່ດີມີແຮງ ຢ່າເຈັບ ຢ່າຈົນ ຢ່າຕາຍກ່ອນໄວອັນຄວນ ພ້ຽງ !!! ເງິນຈຳນວນນີ້ຊິຊື້ເຄື່ອງກິນຂອງໃຊ້ທີ່ຈຳເປັນແລະຊ່ວຍແຈກຈ່າຍໃຫ້ເຖິງມື” ຊົມເຊີຍ ແລະ ສຸທານໍາທັງສອງ ແລະ ອີກຫຼາຍຄົນທີ່ຊ່ວຍເຫຼືອທັງວັດຖຸປັດໃຈ ແລະ ເຫື່ອແຮງ ນໍາເດີ. ຂວັນໃຈຂໍເປັນກໍາລັງໃຈ ແລະ ຂໍໃຫ້ພີ່ນ້ອງຜູ້ປະສົບໄພຜ່ານພົ້ນເຫດການນີ້ໄປໄດ້ໄວໆເດີ!! ຂ້ມູນຈາກ: Youlike ແລະ Ther Una

Read More »

ບໍ່ຄວນເບິ່ງຂ້າມ! ອາການ “ເຈັບທ້ອງ” ທີ່ບົ່ງບອກເຖິງພະຍາດ!!

ປັດຈຸບັນປັດໃຈສ່ຽງຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາແມ່ນມີຫຼາຍແນວ ບໍ່ວ່າຈະເປັນ ສະພາບອາດກາດທີ່ປ່ຽນແປງ, ການພັກຜ່ອນບໍ່ພຽງພໍ, ເລື່ອງອາຫານການກິນ ແລະ ອື່ນໆອີກຫຼາຍຢ່າງ….ເຊິ່ງສົ່ງຜົນກະທົບຕໍ່ຮ່າງກາຍທັງພາຍໃນ ແລະ ພາຍນອກ ເຮັດໃຫ້ເຮົາເກີດອາການເຈັບໄຂໄດ້ປ່ວຍໄດ້ງ່າຍ ເປັນຕົ້ນແມ່ນອາການເຈັບທ້ອງທີ່ສາມາດເກີດຂຶ້ນໄດ້ທຸກຄົນ ບໍ່ວ່າຈະເປັນຜູ້ຍິງ ຫຼືຜູ້ຊາຍ, ທັງຜູ້ໃຫຍ່ ແລະ ເດັກນ້ອຍ ນັ້ນເອງ. ອາການ ເຈັບທ້ອງ ເປັນອາການທີ່ພົບເຫັນໄດ້ເລື້ອຍໆ ແຕ່ເຄີຍສົງໄສບໍ່ວ່າອາການເຈັບເຫຼົ່ານີ້ ເປັນຍ້ອນສາເຫດຫຍັງ? ແລະ ອາການເຈັບແຕ່ລະແບບແມ່ນບົງບອກວ່າເຮົາເປັນຫຍັງ? ອາການ ເຈັບທ້ອງ ສາມາດບອກພະຍາດໄດ້ດັ່ງນີ້: ເຈັບບໍລິເວນຂ້າງເບື້ອງຂວາ ເປັນຕຳແໜ່ງຂອງຕັບ, ຖົງນໍ້າດີ ແລະ ມ້າມເຈັບບໍລິເວນກາງຕົວ ເປັນຕຳແໜ່ງຂອງກະເພາະອາຫານ ຕັບ ແລະ ກະດູກລິ້ນປີ່ເຈັບບໍລິເວນບັ້ນເອວເບື້ອງຂວາ ຫຼື ຊ້າຍ ເປັນຕຳແໜ່ງຂອງທໍ່ໄຕ, ໄຕ ແລະ ລຳໃສ້ໃຫ່ຍເຈັບບໍລິເວນອ້ອມສະບື ກົງກັບຕຳແໜ່ງລຳໃສ້ນ້ອຍ ເວລາເນັ່ນແລ້ວຮູ້ສຶກເຈັບອາດເປັນ ໄສ້ຕິ່ງເຈັບບໍລິເວນທ້ອງນ້ອຍບື້ອງເຂວາ ເປັນຕຳແໜ່ງ ໃສ້ຕິ່ງ, ທໍ່ໄຕ ແລະ ປີກມົດລູກເຈັບບໍລິເວນທ້ອງນ້ອຍບ່ອນເຄິ່ງກາງ …

Read More »