ທ້າຍອາທິດແບບນີ້ ມາເບິ່ງຫຍັງທີ່ມັນຜ່ອນຄາຍກັນແດ່ເນາະ!!! ຢາກຈະບອກວ່າຫຼັງຈາກ ທີ່ເວັບໃຊ້ ຂວັນໃຈ ເຮົາໄດ້ນຳສະເໜີຂ່າວຂອງສາວ ກິນນະລອນ ນັນທະລາດ (ຕ້ອມ) ອາຍຸ 33 ປີ ນັກກິລາຍິງຜູ້ໄປສ້າງຊື່ສຽງໃຫ້ປະເທດລາວ ໃນງານແຂ່ງຂັນກິລາໃນລຸ້ນ Model Physique ໃນງານ Thailand International Sport Expo 2017 ທີ່ເມືອງທອງທານີ (ປະເທດໄທ) ໃນຊ່ວງເດືອນ ພະຈິກ ທີ່ຜ່ານມາ, ແຖມງານນີ້ສາວລາວເຮົາກໍບໍ່ທຳມະດາ ສາມາດເປັນໜຶ່ງໃນຜູ້ເຂົ້າແຂ່ງຂັນທີ່ຜ່ານເຂົ້າໄປໃນຮອບ 10 ຄົນສຸດທ້າຍ ຈົນສ້າງສຽງຮືຮາໃຫ້ວົງການນັກກິລາລາວ ແຖມເປັນແມ່ຍິງລາວ ຈົນເປັນທີ່ໜ້າຍິນດີມາແລ້ວ. ຫຼ້າສຸດ ຂວັນໃຈ ເຮົາກໍຍັງຢາກຈະອັບເດດເລື່ອງລາວຂອງສາວຄົນນີ້ມາໃຫ້ແຟນໆໄດ້ຕິດຕາມກັນຕື່ມ ແລະ ຈະເປັນຫຍັງບໍ່ໄດ້ເລີຍ ເພາະເວົ້າເຖິງ ນັກກິລາກໍຄົງຈະໜີບໍ່ພົ້ນເລື່ອງຫຸ່ນ ແບບວ່າຫຸ່ນຂອງນາງນິນະ ປະໂທະ!!! ດີຫຼາຍໆ ຢາກຈະຮ້ອງອອກໄປດັງໆເລີຍວ່າ ຫຸ່ນແບບນີ້ມີຂາຍບໍ່? (555) ເອົ້າໆ!!! ດຽວຈະຫາວ່າເວົ້າເກີນເຫດ ລອງເບິ່ງຫຸ່ນຂອງ ກິນນະລອນ …
Read More »Home
ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ຈັດງານພິທີເປີດໄຟຕ້ອນຮັບວັນຄຣິດສມາດສ ເປັນຄັ້ງທໍາອິດ
ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ຈັດງານພິທີເປີດໄຟຕ້ອນຮັບວັນຄຣິດສມາດສ ເປັນຄັ້ງທໍາອິດ ໃນຕອນແລງຂອງວັນທີ 6 ທັນວາ 2017 ທີ່ຜ່ານມາ ຢູ່ທີ່ໂຮງແຮມ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ໄດ້ຈັດງານພິທີເປີດໄຟຕ້ອນຮັບວັນຄຣິດສມາດສ ເປັນຄັ້ງທໍາອິດ. ພາຍໃນງານຕົກແຕ່ງດ້ວຍຕົ້ນ ຄຣິດສມາດສໃຫຍ່ ທ່ປະດັບປະດາຢ່າງສວຍງາມ ແລະເຮືອນເຂົ້າໜົມປັງຍັກ ງານດັ່ງກ່າວໄດ້ສ້າງຄວາມຮູ້ສຶກອົບອຸ່ນ ໄດ້ບັນຍາກາດຂອງວັນຄຣິດສມາດສ ໃຫ້ກັບແຂກພາຍໃນໂຮງແຮມ ແລະແຂກທີ່ເຂົ້າຮ່ວມໃນງານໄດ້ມ່ວນຊື່ນກັບການຮ້ອງເພງ ຄຣິດສມາດສ ຂອງນ້ອງນ້ອຍນັກຮຽນຈາກໂຮງຮຽນ ປະຖົມສົມບູນ ພະໄຊ. ນອກນັ້ນບັນດາແຂກທີ່ເຂົ້າຮ່ວມໃນງານຍັງໄດ້ເພີດເພີນກັບການທົດລອງຊີມເມນູອາຫານພິເສດຂອງ Magical Christmas Eve ທີ່ພ້ອທໃຫ້ທ່ານສໍາພັດໄດ້ໃນວັນທີ 24 ທັນວາ 2017 ທີ່ຈະມາເຖິງນີ້!
Read More »ສ່ອງ! ຄວາມງາມຫວານປານນໍ້າເຜິ້ງຂອງ ບີ່ໂບ້ ດວງພະໄທ ເຈົ້າຂອງຕຳແໜ່ງ Miss Laos 2017
ມາສ່ອງສາວງາມອີກ 1 ເວທີກັນແດ່ນັ້ນກໍຄຶເວທີ ນາງສາວລາວ (Miss Laos 2017) ທີ່ໄດ້ຮູ້ກັນໄປໃນໄລຍະໜຶ່ງແລ້ວວ່າສາວງາມທີ່ສາມາດຄວ້າຕຳແໜ່ງອັນຊົງກຽດນີ້ໄປໄດ້ນັ້ນກໍຄື ດວງພະໄທ ເມກສີທອງ ຫຼື ບີ່ໂບ້ ສາວນ້ອຍອາຍຸ 19 ປີ ທີ່ມີຄວາມງາມພຽບພ້ອມ ເຂົ້າຕຳລາໃນແບບສະບັບ ນາງສາວລາວ. ແຟນໆຫຼາຍຄົນພາກັນເວົ້າເປັນສຽງດຽວກັນວ່າ ນ້ອງ ບີ່ໂບ້ ດວງພະໄທ Miss Laos 2017 ນາງມີຄວາມເໝາະສົມໃນຕຳແໜ່ງນີ້ຫຼາຍ ເພາະຍິ່ງເບິ່ງແລ້ວຍິ່ງງາມ ເປັນສາວນ້ອຍໜ້າຫວານ ບໍ່ວ່າຈະເບິ່ງມຸມໃດກໍງາມໄປໝົດ ແຖມຍັງມີພິບໄຫວດີເອົາຊະນະໃຈກຳມະການໃນການຕອບຄຳຖາມມາແລ້ວ. ບີ່ໂບ້ ດວງພະໄທ ຈະມີຄວາມງາມ ແລະ ໜ້າຮັກ ພຽງໃດ ແຟນໆລອງເບິ່ງເອົາເອງເລີຍສະເນາະ!!! ຮູບພາບ: Bibo Duangphathai
Read More »ຊົມເຊີຍຜູ້ຊາຍທີ່ບໍ່ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ
ບົດເພງ “ຊົມເຊີຍຜູ້ຊາຍທີ່ບໍ່ໃຊ້ຄວາມຮຸນແຮງ” ເພງທີ່ຊະນະໃນການປະກວດຮ້ອງເພງ ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 2013 ທີ່ຈັດຂຶ້ນໂດຍ ສະຫະພັນແມ່ຍິງນະຄອນຫຼວງ ຮ່ວມກັບອົງການແຄນາໆຊາດ ປະຈຳລາວ. ເນື່ອງໃນວັນຕ້ານການໃຊ້ຄວາມຮຸຸນແຮງຕໍ່ແມ່ຍິງສາກົນ ວັນທີ 25 ພະຈິກນີ້ ວາລະສານຂວັນໃຈ ຂໍປະກາດຈຸດຢືນວ່າ ຈະບໍ່ເມີນເສີຍຕໍ່ຄວາມຮຸນແຮງໃນສັງຄົມລາວ ແລະຂໍເຊີນຊວນທຸກໆຄົນ ຮ່ວມປະກາດຈຸດຢືນວ່າຈະຍຸຕິຄວາມຮຸນແຮງຕໍ່ແມ່ຍິງໃຫ້ໝົດໄປ
Read More »ແມ່ຍິງສະໄໝນີ້ຕ້ອງ Strong ບໍ່ຕ້ອງງໍ້ໃຜ ໝົດຍຸກດຣາມ່າກັນແລ້ວ… 5 ວິທີປ່ຽນເຈົ້າໃຫ້ກາຍເປັນສາວ Strong!!!
5 ວິທີປ່ຽນເຈົ້າໃຫ້ກາຍເປັນສາວ Strong ສະບາຍດີສາວໆ ຂວັນໃຈ ທຸກຄົນ ໝົດເວລາແມ່ຍິງຍຸກເກົ່າ ປ່ຽນມາເປັນແມ່ຍິງຍຸກໃໝ່ກັນດີກວ່າແບບວ່າສາຍ Strong ສຸດໆ ແມ່ນຫຍັງກໍເຮັດໄດ້ດ້ວຍຕົນເອງ ບໍ່ຕ້ອງງໍ້ໃຜໃຫ້ເຮັດໃຫ້ ບໍ່ຕ້ອງໄປໃສ່ໃຈກັບເລື່ອງບໍ່ເປັນເລື່ອງ ຫຼືຕົນເປັນທີ່ເພິ່ງແຫ່ງຕົນນັ້ນເອງ ເຮັດໄດ້ບໍ່ຍາກເລີຍສາວໆ ພ້ອມທີ່ຈະປ່ຽນແປງຕົວເອງແລ້ວ ຫຼືຍັງ… ຖ້າພ້ອມແລ້ວມາເບິ່ງກັນເລີຍ ແມ່ຍິງສາຍ Strong ເຂົາເຮັດແນວໃດແດ່??? ບໍ່ງໍ້ໃຜ… ໝັ້ນໃຈລຸຍເອງ ເຊື່ອວ່າຫຼາຍໆຄົນຖ້າມີແຟນແລ້ວ ກໍຢາກໃຫ້ແຟນເອົາໃຈເປັນທໍາມະດາ… ຢາກໄດ້ຫຍັງກໍອອດອ້ອນຈັກໜ້ອຍເຂົາກໍຕາມໃຈແລ້ວ ກັບໝູ່ເພື່ອນກໍຄືກັນ ເວລາຈະນັດກັນໄປໃສກໍຕ້ອງຖ້າໃຫ້ຄົບແກ໋ງຈຶ່ງໄດ້ໄປ. ເບື່ອແມ່ນບໍ່ສວໆ ຖ້າບໍ່ຢາກເກີດຄວາມຮູ້ສຶກແບບນີ້ຕະຫຼອດ ກໍຕ້ອງ… ຢ່າໄປສົນໃຈ ຢ່າໄປ Care ຄົນອື່ນໃຫ້ຫຼາຍເກີນໄປ Care ຕົວເຮົາເອງດີກວ່າ ແບບວ່າເຮັດຫຍັງກໍເຮັດດ້ວຍຕົວເອງໄປເລີຍ ເຊື່ອເທາະວ່າມັນຈະດີກວ່າຫຼາຍເລີຍ ປາກກັບໃຈຕົງກັນ ສາວໆຈະມົວເສຍເວລາຢູ່ກັບສິ່ງທີ່ອຶດອັດ ຫຼືສິ່ງຕົວເອງບໍ່ມັກຢູ່ເຮັດຫຍັງ… ແບບວ່າ “ຈະບໍ່ທົນກັບມັນອີກຕໍ່ໄປ” ນັ້ນແຫຼະ ລະເບີດອອກໄປເລີຍ ບາດນີ້ລະໃຜຈະກ້າກໍໃຫ້ມັນຮູ້ໄປ… ວ່າບາງຄັ້ງການກະທໍາຂອງໃຜບາງຄົນນັ້ນ ເຮົາກໍບໍ່ໄດ້ຍິນດີນໍາພໍເທົ່າໃດ… ມີຫຍັງກໍເວົ້າຕົງໆກັນໄປເລີຍສາວໆ …
Read More »