ມາອັບເດດຄວາມໜ້າຮັກຂອງຄູ່ຮັກສາວລາວ-ບ່າວໄທ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ດ່ານບະວອນກຽດ ທີ່ໄດ້ມີພິທີສົມຣົດໄປໃນຊ່ວງເດືອນ ພະຈິກ ທີ່ຜ່ານມາ ແລະ ປັດຈຸບັນກຳລັງຢູ່ໃນຊ່ວງຫວານ ຫຼື ຈະເອີ້ນແບບລາວໆເຮົາກໍແມ່ນ ເຂົ້າໃໝ່ປາມັນ ນັ້ນລະ, ຫຼ້າສຸດ ແອັບເປີ້ນ ກໍໄດ້ໂພສຄລິບທີ່ ຟຸກ ຈິຣະ ນຳເຂົ້າໜົມມາປ້ອນຮອດຕຽງ… ແບບວ່າຈັ່ງແມ່ນຫວານກັນແທ້ເດ ຂໍບອກເລີຍງານນີ້ຄົນໂສດຕ້ອງມີອິດສາແນ່ນອນ. ເອົ້າໆ!! ລອງມາເບິ່ງເອງເລີຍເດີ້ວ່າ ແອັບເປີ້ນ ແລະ ຟຸກ ຄູ່ຮັກສາວລາວ-ບ່າວໄທ ຫວານກັນຊໍ່າໄດ… สาน่ารักกก เอาคุกกี้มาเสีพถึงเตียง 555 อยากกินเองหรืออยากให้พันยากิน? บอกม๊า @fluke_jira #flukeapple Appleminiberryさんの投稿 2017年12月4日(月) ບອກເລີຍວ່າ ຫວານເວີ້… ຢ່າງໃດກໍຂໍໃຫ້ ແອັບເປີ້ນ ແລະ ຟຸກ ມີເບບີ້ໂຕນ້ອຍໆມາໃຫ້ແຟນຄລັບໄດ້ເຫັນກັນໄວໆເດີ້. ຮູບພາບ: Appleminiberry
Read More »Home
ສາທຸ! “ໃຫ້ເລືອດ ໃຫ້ຊີວິດ” ກິດຈະກຳ ບໍລິຈາກເລືອດ ທີ່ນຳໃຊ້ເຂົ້າໃນການປິ່ນປົວ ແລະ ກອບກູ້ຊີວິດຂອງຄົນເຈັບ!!!
“ຂໍຂອບໃຈ ຜູ້ຮ່ວມບໍລິຈາກເລືອດທຸກທ່ານ ບໍລິສັດ ນິວຈິບເຊັງ ຈຳກັດ ແລະ ຮ້ານຕົວແທນ ຈຳໜ່າຍ ລົດຈັກຮອນດ້າ 3s ທົ່ວປະເທດ ຮ່ວມກັບ ອົງການກະແດງລາວ ຍອດລວມທັງໝົດ 609 ຖົງ” ນະຄອນຫຼວງວຽງຈັນ ວັນທີ 6 ທັນວາ 2017 ໄດ້ມີພິທີຖະແຫຼງຂ່າວ ກິດຈະກຳ ບໍລິຈາກເລືອດ ຈັດຂຶ້ນໂດຍ ກຸ່ມບໍລິສັດ ນິວຈິບເຊັງ ຮ່ວມກັບ ອົງການກາແດງລາວ ເຊິ່ງກິດຈະກຳດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 15 ເຖິງ 30 ພະຈິກ 2017 ທີ່ຜ່ານມາ, ໃຫ້ກຽດເປັນປະທານ ໂດຍທ່ານ ດຣ ຈັນໄຊ ກຽດສີທະນາກອນ (ປະທານກຸ່ມ ບໍລິສັດ ນິວຈິບເຊັງ ຈຳກັດ), ທ່ານ ສະເໜີ ຈຸນລະມະນີ (ຮອງປະທານ ກຸ່ມ …
Read More »Update ຄວາມເຈົ້າຊູ້ຂອງອາຈານ ຫຼົງ (ພັດທະນາຂຶ້ນ ຫຼືຄົງຄວາມເຈົ້າຊູ້ບໍ່ປ່ຽນແປງ) ບອກໃຫ້ອາຈານໃຫ້ຮູ້ນໍາເດີ່ນ້ອງໆ!!!
ສາວໆ ຈື່ໄດ້ບໍ່? ເມື່ອບໍ່ດົນມານີ້ທີ່ຂວັນໃຈ ໄດ້ນໍາເອົາຮູບພາບຂອງໜຸ່ມເຈົ້າຊູ້ຄົນໜຶ່ງທີ່ຖ່າຍຮູບໃນຊຸດຄູມາໂພສລົງໃນ Page kuanjai Magazine ຫຼາຍຄົນກໍເລີຍໃຫ້ຄວາມສົນໃຈວ່າ ແມ່ນອາຈານແທ້ ຫຼືເປັນພຽງການຖ່າຍແບບເທົ່ານັ້ນ ເພາະເບິ່ງຈາກໜ້າຕາ, ຫຸ່ນຕ່າງໆ ລວມແລ້ວແລ້ວກໍເຊື່ອວ່າເປັນນາຍແບບອີ່ຫຼີ! ແຕ່ມີແຟນຄັບ kuanjai ຫຼາຍຄົນກໍໄດ້ອອກມາໃຫ້ສະແດງຄວາມຄິດເຫັນວ່າ ຄົນໃນຮູບແມ່ນເປັນອາຈານແທ້ໆ ແລະເຄີຍສອນຕົວເອງມານໍາຫຼາຍຄົນເອີ້ນວ່າ ອາຈານຫຼົງ ສອນຢູ່ ວິທະຍາໄລແຫ່ງໜຶ່ງຂອງ ແຂວງ ຫຼວງພະບາງ… ພໍຮູ້ວ່າເປັນອາຈານຕົວຈິງເທົ່ານັ້ນແຫຼະ! ທັງສາວແທ້ ສາວທຽມ… ກໍພາກັນແຫ່ເຂົ້າມາຄອມເມັ້ນວ່າຢາກຈະກັບໄປຮຽນອີກຄັ້ງເພື່ອທີ່ຈະໄດ້ຮຽນນໍາອາຈານຫຼົງຄົນນີ້… ແລະມື້ນີ້ແອັດກໍເລີຍຢາກຈະມາ Update ຄວາມຫຼໍ່, ເຈົ້າຊູ້ຂອງອາຈານ ຫຼົງ ໃຫ້ສາວແທ້ ສາວທຽມ ໄດ້ຟີນກັນອີກຮອບໜຶ່ງ ເຊິ່ງຖ້າໃຜທີ່ເປັນ FC ຂອງອາຈານທ່ານນີ້ຢູ່ແລ້ວກໍຄົງຈະໄດ້ເຫັນຄວາມເຈົ້າຊູ້ຂອງເພິ່ນຜ່ານທາງ Facebook ສ່ວນຕົວ Gabriel Along Kirivong ຢູ່ເປັນປະຈໍາ ແຕ່ສໍາລັບໃຜທີ່ບໍ່ໄດ້ເປັນ FC ຂອງເພິ່ນ ກໍສາມາດຕິດຕາມກັນໄດ້ທາງ Page Kuanjai …
Read More »ງາມເລີດຫຼູ! ລູກນໍ້າ ທິດາລັດ ຮ່ວມເສີດສາຍໃນງານ “Asean China Film Festival” ທີ່ປະເທດ ມາເລເຊຍ
ງາມເລີດຫຼູ!!! ນັກສະແດງສາວຊື່ດັງ ລູກນໍ້າ ທິດາລັດ ວົງສິຣິ ຮ່ວມເສີດສາຍໃນງານ “Asean China Film Festival” ທີ່ປະເທດ ມາເລເຊຍ ໃນວັນທີ 2 ທັນວາ 2017 ທີ່ຜ່ານມາ, ເຊິ່ງງານນີ້ ລູກນໍ້າ ກໍມາເປັນອີກໜຶ່ງນັກສະແດງທີ່ໄປຮ່ວມໃນງານ ໃນຖານະນັກສະແດງຈາກຮູບເງົາ “ຫົງຫາມເຕົ່າ” ຮູບເງົາຈາກລາວເຮົາ ແລະ ງານນີ້ຂໍບອກເລີຍວ່ານາງຈັດເຕັມ ງາມຫຼາຍສົມກັບເປັນຊຸບເປີສະຕາຈາກລາວ, ລອງມາເບິ່ງຮູບຂອງ ລູກນໍ້າ ທິດາລັດ ວົງສິຣິ ກັນເລີຍ… ແລະ ຍັງມີຮູບອື່ນໆຂອງສາວ ລູກນໍ້າ ທິດາລັດ ມາຝາກນຳເດີ້!!! ຮູບພາບ: Louknum Vongsili
Read More »ສຸດຍອດ! ຮູບເງົາລາວ “ຫົງຫາມເຕົ່າ” ຮັບລາງວັນໃນລະດັບ ອາຊຽນ ທີ່ປະເທດ ມາເລເຊຍ!!!
ວ້າວວວວ!!! ເປັນທີ່ໜ້າຍິນດີກັນສຸດໆເລີຍ ເປັນຂ່າວດີໃຫ້ກັບວົງການບັນເທີງລາວ ເພາະຮູບເງົາ “ຫົງຫາມເຕົ່າ” ດັງໄກ ແລະ ໄດ້ຮັບລາງວັນ ຮູບເງົາດີເດັ່ນ (Excellent Film Award) ລະດັບອາຊຽນໃນງານ Asean-China Film Festival ທີ່ ປະເທດ ມາເລເຊຍ, ເຊິ່ງງານນີ້ມີທີມງານຜູ້ສ້າງ ແລະ ບັນດານັກສະແດງນັ້ນກໍຄື: ເຈ້ຍ ປາຊິຟິກ, ລູກນໍ້າ ທິດາລັດ ວົງສິຣິ, ບ໋ອບບີ້ ອັດສະວິນ ໄປຮ່ວມງານ ແລະ ຮັບລາງວັນກັບມາຝາກຄົນລາວເຮົາທຸກຄົນດ້ວຍຄວາມຍິນດີ. Phoumsana Sirivongsaさんの投稿 2017年12月4日(月) ສຳລັບ ຮູບເງົາລາວ “ຫົງຫາມເຕົ່າ ທີ່ໄດ້ຮັບລາງວັນ ຮູບເງົາດີເດັ່ນ (Excellent Film Award) ໃນລະດັບອາຊຽນໃນຄັ້ງນີ້ຖືເປັນອີກບາດກ້າວໜຶ່ງຮູບເງົາລາວ ຂອງວົງການບັນເທີງລາວ ເພາະຈະເຮັດໃຫ້ຊາວໂລກໄດ້ຮູ້ວ່າວົງການຮູບເງົາຂອງລາວເຮົາກໍນັບມື້ນັບພັດທະນາຂຶ້ນໄປເລື້ອຍໆ. #ແຊຣໄປໃຫ້ໂລກຮູ້ເຖິງສີມືຂອງຄົນລາວ ທີ່ມາ: Phoumsana Sirivongsa , Louknum …
Read More »