ທຸກມື້ນີ້ປະຕິເສດບໍ່ໄດ້ເລີຍວ່າ ການເຮັດສັນຍະກຳ ດັງ ກາຍເປັນສັນຍະກຳຍອດຮິດ ແລະ ເປັນເລື່ອງທຳມາສຸດໆ ເຊິ່ງເຕັກນິກອັນດັບຕົ້ນໆຂອງການເຮັດສັນຍະກຳນັ້ນກໍຄືການໃຊ້ ຊິລິໂຄນ ແລະ ແນ່ນອນວ່າການນຳສິ່ງແປກປອມເຂົ້າໄປໃນຮ້າງກາຍ ອາດຈະເຮັດໃຫ້ມີຄວາມກັງວົນໃຈ ຫຼືບັນຫາຫຼາຍໆຢ່າງຕາມມາກໍເປັນໄດ້ ເຊິ່ງບັນຫາຫຼັກໆຂອງຄົນທີ່ເຮັດສັນຍຳກຳມັກພົບເຈິ ແລະ ເປັນກັນຫຼາຍເລີຍກໍຄື ອາການຂອງ ຊິລິໂຄນດັງທະລຸ ນັ່ນເອງ, ເນື່ອງມາຈາກຫຼາຍສາເຫດ ແລະ ຫຼາຍປັດໄຈເຊັ່ນ: ບໍ່ວ່າຈະເປັນຊີ້ນດັງໜ້ອຍ ແຕ່ຢາກເສີມໃຫ້ໂມ, ຊິລິໂຄນທີ່ບໍ່ໄດ້ມາດຕະຖານ, ການແກ້ດັງຫຼາຍໆຮອບ ເຮັດໃຫ້ຊີ້ນດັງບາງລົງ ຫຼື ເສີມດັງດົນໆໄປ ອາດເຮັດໃຫ້ຊີ້ນດັງເກີດອາການທະລຸໄດ້ເຊັ່ນດຽວກັນ ເຊິ່ງບັນຫາດັງທະລຸນີ້ ຖືໄດ້ວ່າເປັນເລື່ອງໃຫ່ຍ ແລະ ສຳຄັນຂອງຄົນທີ່ເຮັດສັນຍະກຳດັງເລີຍກໍວ່າໄດ້, ດັ່ງນັ້ນ ຖ້າໝູ່ເພື່ອນຄົນໃດບໍ່ຢາກເຈິບັນຫາສາຍເກີນແກ້ ລອງມາເບິ່ງວີທີສັງເກດອາການ ແລະ ສັນຍານເຕືອນຂອງດັງທະລຸເອົາໄວ້ກ່ອນຈະເປັນການດີທີ່ສຸດ ຫາກມີອາການດັ່ງນັ້ນຄວນຮີບຮ້ອນໃຈປຶກສາແພດເພື່ອຈະໄດ້ແກ້ໄຂໃຫ້ທັນເວລາ ແລະ ບໍ່ຕ້ອງມານັ່ງເສີຍໃຈພາຍຫຼັງ. ປາຍດັງສະທ້ອນແສງ ດັງສະທ້ອນແສງ ມັນວາວກວ່າປົກກະຕິ ຫຼືມີສີຂາວໆໃສໆ ສັງເກດງ່າຍໆໄດ້ທີ່ບໍລິເວນປານດັງ ຫາກມີອາການແບບນີ້ສະແດງວ່າເນື້ອທີ່ປາຍດັງເລີ່ມບາງລົງ ຈຶ່ງເປັນສາເຫດເຮັດໃຫ້ເບິ່ງເຫັນຜິວຂອງຊິລິໂຄນທີ່ຢູ່ໃຕ້ຜິວໜັງຂອງເຮົາສະທ້ອນອອກມາ 2. ລູບປາຍດັງແລ້ວຮູ້ສຶກສຽວໆ ເມື່ອຊິລິໂຄນເກີດການດັນອອກມາຢູ່ຜິວໜັງລາຍຈົນເກີນໄປ …
Read More »Home
ແຈກກກ! 20 Idea “ຖ່າຍຮູບກັບແຟນ” ແນວໃດ? ໃຫ້ມົດຕ້ອງຂໍລາອອກຈາກການເປັນມົດ (ຄົນບໍ່ມີຄູ່ ຖ່າຍກັບໝູ່ກໍດ້າຍຍຍຍ) Share ວົນໄປຈ່າາາ
Say hi ຈ່າ!!! ສາວໆທີ່ໜ້າຮັກຂອງ ຂວັນໃຈທັງຫຼາຍ ຊ່ວງນີ້ວ່າງວຽກແອັດບໍ່ຄ່ອຍມີວຽກຫຼາຍເລີຍໄປຊອກເລື່ອນເບິ່ງແຕ່ Facebook ເລື່ອນໄປເລື່ອນມາເລີຍໄປພົບເຫັນວ່າ ຄົນສ່ວນໃຫຍ່ຈະມີບັນຫາກ່ຽວກັບ “ການຖ່າຍຮູບກັບແຟນ” ບາງຄົນອາດຈະເຂີນແນ່, ບໍ່ກ້າເບິ່ງກ້ອງ, ບາງເທື່ອກະມີວ່າເຂົາຕຸ້ຍບໍ່ຢາກຖ່າຍນ່າ ແອັດກໍເລີຍຢາກຈະມາ Share Idea ການຖ່າຍຮູບທີ່ໜ້າຮັກໜ້າຮັກກັບແຟນເອົາໃຫ້ຄົນທີ່ເຂົ້າມາເບິ່ງຕາລຸກກັນເປັນໄຟໄປເລີຍ!!! ແຕ່ໆໆ ຖ້າໃຜທີ່ບໍ່ມີແຟນໃຫ້ຖ່າຍຮູບຫວານໆແບບນີ້ກໍສາມາດຖ່າຍນໍາໝູ່ໄດ້ນ໋ະຈ໋ະ (ນຽນໆກັນໄປຈ່າາາາ) ຈູງມືກັນກະໂດດແຄມທະເລ 2. ຖ່າຍມຸມສູງ 3. ມາໃນຕີມເສື້ອຄູ່ຈ່າ 4. Breakfast ກັນ 5. ທ່ານັ່ງກິນກາເຟທ່າມກາງທໍາມະຊາດ ແລະຄວາມຮັກ (ຟີນນນ) 6. ນອນຫັນຫຼັງໃຫ້ກ້ອງໄປເລີຍ 7. ກັບລົດຍັງໂພສໄດ້… 8. ເຮັດຄືວ່າໂລກນີ້ມີແຕ່ເຮົາສອງຄົນ555 9. ເບື່ອເທິງບົກກໍລົງນໍ້າໄປເລີຍຈ່າ 10. ແມ່ນແຕ່ດາດຟ້າກໍຍັງມີຮູບງາມໄດ້ 11. ຍ່າງຈູງມືກັນ ເກ໋ໆ 12. ມີຄວາມສຸກເຫຼືຶເກີ໋ນນນ 13. ຖ່າຍແຕ່ເກີບແຕະກະໄດ້ ແຕ່ຕ້ອງຄູ່ກັນເດີ່ …
Read More »ຄົນລາວເຮົາເກັ່ງຫຼາຍໆ! ສ້າງສຽງຮືຮາ ແຈັກກີ້ ໄຊປະເສີດ ຜ່ານເຂົ້າຮອບໃນລາຍການ The Voice Thailand Season 6 (ມີຄລິບ)
ຄົນລາວເຮົາເກັ່ງຫຼາຍໆ!!! ກາຍເປັນທີ່ຮືຮາໃນຊ່ວງວັນພັກຍາວ ໃນວັນທີ 2 ທັນວາ 2017 ທີ່ຜ່ານມາ… ເຊື່ອວ່າແຟນໆຫຼາຍທ່ານຄົງຈະເປັນແຟນຄລັບຂອງລາຍການ The Voice Thailand ແລະ ກໍສ້າງເຊີໄພ້ໃຫ້ຄົນລາວບໍ່ແມ່ນໜ້ອຍ ເພາະມີນັກຮ້ອງສຽງດີຈາກລາວເຮົານັ້ນກໍຄື ໜຸ່ມ ແຈັກກີ້ ໄຊປະເສີດ ພົມມະວົງໄຊ ອາຍຸ 18 ປີ ໄປແຂ່ງຂັນໃນຮອບ Blind Audition ແລະ ຜ່ານເຂົ້າໃນຮອບຕໍ່ໄປຂອງລາຍການ (ວ້າວວວ!!! ຊົມເຊີຍເກັ່ງຫຼາຍໆ) , ແຈັກກີ້ ໃຊ້ບົດເພງ “ພູດທຳໄມ” ໃນການແຂ້ງຂັນໃນຮອບນີ້ ແລະ ຮ້ອງໄດ້ມ່ວນ ມີນໍ້າສຽງເປັນເອກະລັກສຸດໆ ຈົນເຮັດໃຫ້ກຳມະການກົດປຸ່ມເລືອກ ແລະ ປິ່ນມາ. ເຊິ່ງກຳມະການຜູ້ທີ່ເລືອກ ແຈັກກີ້ ໃນການແຂ່ງຂັນໃນເທື່ອນີ້ກໍຄື ສິງໂຕ ນຳໂຊກ ສິລະປິນຊື່ດັງອີກໜຶ່ງທ່ານຂອງປະເທດເພື່ອນບ້ານເຮົານີ້ເອງ. ສຳລັບ ແຈັກກີ້ ໄຊປະເສີດ ໜຸ່ມນ້ອຍຄົນນີ້ ມີດີກຼີເປັນເຖິງນັກຮ້ອງນຳວົງ “Yes” ແຫ່ງຄ້າຍເພງ “ອິນດີ້ ເຣັກຂອດ” …
Read More »ເພື່ອເປັນແຮງບັນດານໃຈ! ມິເຄລ່າ ໂຮມເກັ້ນ ຄົນທຳອິດໃນປະຫວັດສາດ ຜູ້ປ່ວຍດາວຊິນໂດມຮ່ວມປະກວດນາງງາມ!!!
ຫຼັງຈາກທີ່ເຮົາໄດ້ຮູ້ຜົນການປະກວດ Miss Universe 2017 ກັນໄປແລ້ວ ເທື່ອນີ້ຂໍແວະມາເກາະຕິດຂອບເວທີ ມິສຢູເອສເອ ກັນແດ່ ເພາະເວທີນີ້ກໍສ້າງກະແສຮືຮາບໍ່ແມ່ນໜ້ອຍ ເຊິ່ງໃນປີນີ້ມີຜູ້ເຂົ້າປະກວດທີ່ເປັນ ດາວຊິນໂດມ (Down’s syndrome) ຫຼື ຄົນທີ່ມີສະຕິບໍ່ສົມປະກອບ ລົງສະໜາມຊິງມົງກຸດ ມິສຢູເອສເອ ເພື່ອສານຝັນໃຫ້ເປັນຈິງ ສາວງາມຜູ້ປ່ວຍ ດາວຊິນໂດມ ຄົນນີ້ມີຊື່ວ່າ ມິເຄລ່າ ໂຮມເກັ້ນ ອາຍຸ 22 ປີ ເປັນຜູ້ປ່ວຍ ດາວຊິນໂດມ ຄົນທຳອິດໃນປະຫວັດສາດທີ່ເຂົ້າປະກວດ ມິສຢູເອສເອ ລະດັບຣັດ ໂດຍກ່ອນໜ້ານີ້ ມິເຄລ່າ ເຄີຍປະກວດໃນເວທີນາງງາມລະດັບເຍົາວະຊົນ ແລະ ໄດ້ຕຳແໜ່ງ ມິສມິນນີ່ໂຊຕ້າ ຈູເນີຍ ແລະ ເປັນຕົວແທນຣັດເຂົ້າປະກວດມິສອະເມຊິ່ງລະດັບເຍົາວະຊົນທີ່ ລອສແອງເຈີລິສ ມາແລ້ວ… “ຂ້ອຍຕ້ອງການສະແດງຄວາມສາມາດໃຫ້ຄົນອື່ນເຫັນວ່າ ຂ້ອຍສາມາດເຮັດສິ່ງທີ່ຍາກໄດ້ ແລະສະແດງໃຫ້ເຫັນວ່າຄົນທີ່ເປັນ ດາວຊິນໂດມ ມີຄວາມສາມາດ ແລະ ສາມາດເຮັດຕາມຄວາມຝັນໄດ້” (ມິເຄລ່າ ໂຮມເກັ້ນ ກ່າວວວ) ເຊິ່ງທີ່ຜ່ານມາ ມິເຄລ່າ ບໍ່ເຄີຍຄິດວ່າຕົວເອງແຕກຕ່າງຈາກຄົນປົກກະຕິເພື່ອມາເປັນອຸປະສັກໃນການໃຊ້ຊີວິດແຕ່ຢ່າງໃດ …
Read More »ງາມຫຼາຍໆ! ກັບສາວງາມຜູ້ຊະນະການປະກວດ ນາງສາວປະຕິທິນ 2018 ຂອງຮ້ານຄໍາ ສີດາ ລາດຊະວົງ!!!
ເລີດເດີ້ໆໆໆ…ກັບສາວງາມ ຜູ້ຊະນະການປະກວດ ນາງສາວປະຕິທິນ 2018 ຂອງຮ້ານຄໍາ ສີດາ ລາດຊະວົງ ຊື່ວ່າ ສຸດທິດາ ອານຸສິນ ຊື່ຫຼິ້ນ ມີ່ມີ່ ອາຍຸ 20 ປີ ລອງມາຮູ້ຈັກກັບສາວງາມຄົນນີ້ກັນລອງເບິ່ງເດີ້ ທັງງາມ ແລະ ໜ້າຮັກຫຼາຍ… ສະບາຍດີຊ່ວຍແນະນໍາຕົວເອງໃຫ້ຮູ້ຈັກແດ່? ສະບາຍດີ! ຊື່ ສຸດທິດາ ອານຸສິນ ຊື່ຫຼິ້ນ ມີ່ມີ່ ອາຍຸ 20 ປີ ປັດຈຸບັນກໍາລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ຄະນະເສດຖະສາດບໍລິຫານທຸລະກິດ ສາຂາ ການຄ້າ ປີທີ 4 ກໍາລັງຊິຈົບແລ້ວ. ສ່ວນຕົວເປັນຄົນມັກກ່ຽວກັບການຄ້າລະຫວ່າງປະເທດ ແຕ່ຢູ່ບ້ານບໍ່ມີສາຂານີ້ກໍເລີຍຕ້ອງມາຮຽນຢູ່ວຽງ. ພື້ນຖານເປັນຄົນສະຫວັນນະເຂດ (ຍິ້ມ) ຄ້ອນຂ້າງຈະເປັນຄົນຂີ້ອາຍ, ເວົ້າບໍ່ເກັ່ງ (ຍິ້ມອາຍໆ) ຮູ້ຈັກໂຄງການປະກວດນາງສາວປະຕິທິນໄດ້ແນວໃດ? ຮູ້ຈັກຈາກທາງ Facebook ພໍດີເຫັນເພິ່ນປະກາດວ່າຢາກຄັດເລືອກເອົານາງແບບປະຕິທິນ ໃຫ້ຄອມເມັ້ນຢູ່ໃຕ້ໂພສ ຕອນນັ້ນບໍ່ທັນຕັດສິນໃຈຄອມເມັ້ນເທື່ອ ເພາະຕົວເອງເປັນຄົນຂີ້ອາຍບໍ່ໝັ້ນໃຈໃນຕົວເອງ …
Read More »