ເຊີນຮ່ວມໂຫວດໃຫ້ຄະແນນ 6 ນາງສາວລາວ ຈາກ 6 ເວທີນາງງາມ ເພື່ອຮັບລາງວັນ “People’s Choice Award 2017” (ລາງວັນຂວັນໃຈປະຊາຊົນ 2017) ເຊິ່ງທ່ານທຸກຄົນສາມາດໂຫວດໃຫ້ຄະແນນ. ຜູ້ທີ່ໄດ້ຄະແນນສູງສຸດຈາກການໂຫວດຈະໄດ້ຮັບລາງວັນດັ່ງກ່າວ. ວິທີການໂຫວດ: ກົດ Like ໄດ້ 1 ຄະແນນ, ກົດ Share ໄດ້ 3 ຄະແນນ. ເລີ້ມໂຫວດແຕ່ດຽວນີ້ ຈົນຮອດເວລາ 22:00ມ ຂອງວັນທີ 24/12/2017. ແຟນໆສາມາດເຂົ້າໄປໂຫວດນາງງາມຈາກທັງ 6 ເວທີໄດ້ທີ່ເພສທາງການຂອງກອງປະກວດເຊັ່ນ: (Miss Universe Laos ມີສຢູນີເວີຣສ ລາວ) , (MISS GRAND LAOS ມີສແກຣນລາວ) ມັກໃຜເຊຍໃຜຢ່າລືມ Like&Share ໃຫ້ນາງງາມລາວໃນດວງໃຈຂອງທຸກໆຄົນກັນແດ່ເດີ້!!! ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos 2017 …
Read More »Home
ເມື່ອຕົກເປັນເຫຍື່ອ ຫຼືຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຕໍ່ແມ່ຍິງ ເຮົາມີສິດຫຍັງແດ່?
ສິດຂອງຜູ້ຖືກເຄາະຮ້າຍຈາກ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເມື່ອຕົກເປັນເຫຍື່ອ ຫຼືຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຕໍ່ແມ່ຍິງ ເຮົາມີສິດຫຍັງແດ່? ຢາກຮູ້ແລ້ວແມ່ນບໍ່? ເຮົາໄປເບິ່ງຈາກ ກົດໝາຍວ່າດ້ວຍ ການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ (2015) ທີ່ໄດ້ກ່າວເຖິງ 10 ສິດ ຂອງຜູ້ຖືກເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງໄວ້ດັ່ງນີ້: ມີສິດຮ້ອງຂໍ ຫຼືໄດ້ຮັບການຊ່ວຍເຫຼືອຈາກສະມາຊິກໃນຄອບຄົວ, ບຸກຄົນທີ່ຢູ່ໃກ້ຄຽງ, ອົງການປົກຄອງບ້ນ, ການຈັດຕັ້ງບ່ອນຕົນ ຫຼືຜູ້ໃຊ້ຄວາມຮຸນແຮງສັງກັດຢູ່, ສະຫະພັນແມ່ຍິງ, ຕາໜ່າງ ຫຼືຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອເດັກ, ເຈົ້າໜ້າທີ່ຕຳຫຼວດ ຫຼື ອົງການອື່ນທີ່ມີສິດອຳນາດ; ມີສິດໄດ້ຮັບການເຄົາລົບສິດ, ຖືກປະຕິບັດດ້ວຍຄວາມເອົາໃຈໃສ່ ແລະວິທີການທີ່ເປັນມິດ; ມີສິດແຈ້ງກ່ຽວກັບການໃຊ້ຄວາມຮຸນແຮງ ໃຫ້ອົງການປົກຄອງບ້ານ, ເຈົ້າໜ້າທີ່ຕຳຫຼວດ, ສະຫະພັນແມ່ຍິງ ຫຼື ຕາໜ່າງ ຫຼືຄະນະກຳມະການປົກປ້ອງ ແລະຊ່ວຍເຫຼືອເດັກ ເພື່ອໃຫ້ການປົກປ້ອງ ແລະຊ່ວຍເຫຼືອ ຫຼືດຳເນີນຄະດີຕໍ່ຜູ້ໃຊ້ຄວາມຮຸນແຮງ; ມີສິດເລືອກຮູບການແກ້ໄຂການໃຊ້ຄວາມຮຸນແຮງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 47 ຂອງກົດໝາຍສະບັບນີ້; …
Read More »10 ພຶດຕິກຳຄວາມຮຸນແຮງຕໍ່ແມ່ຍິງ ທີ່ລະເມີດຕໍ່ກົດໝາຍບ້ານເມືອງ
ແມ່ຍິງທັງຫຼາຍຟັງທາງນີ້ ຖ້າໃຜຍັງສົງໄສວ່າ ພຶດຕິກຳໃດແດ່ ທີ່ຖືວ່າເປັນຄວາມຮຸນແຮງຕໍ່ແມ່ຍິງຕາມກົດໝາຍບ້ານເຮົາ ມື້ນີ້ເຮົາມີຄຳຕອບມາຝາກມາຕ້ອນເດີ້: ອີງຕາມມາດຕາ 17 ຈາກກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງແລະເດັກ (2015) 10 ພຶດຕິກຳທີ່ເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກມີດັ່ງນີ້: ການທາລຸນ, ການທໍລະມານ, ການທຸບຕີ, ການບັງຄັບ, ການຂົ່ມຂູ່, ການໂຍນເດັກຖິ້ມ, ການກະທຳທີ່ຫຍາບຊ້າ ຫຼືການປະພຶດອື່ນໂດຍເຈຕະນາ ທີ່ແຕະຕ້ອງຕໍ່ສຸຂະພາບ, ຊີວິດ ຫຼືຈິດໃຈ; ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການເຍາະເຍີ້ຍສຽດນີ, ການໝິ່ນປະໝາດ, ຫຼືການປະພຶດອື່ນໆ ໂດຍເຈຕະນາ ທີ່ເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ ຫຼືຈິດໃຈ; ການຈຳແນກ, ການເຮັດໃຫ້ໂດດດ່ຽວ, ການໄລ່ອອກຈາກທີ່ພັກອາໄສ ຫຼືໃຫ້ອອກຈາກວຽກໂດຍບໍ່ຖືກຕ້ອງ ຫຼືສ້າງຄວາມກົດດັນທາງຈິດຕະສາດ; ການບໍ່ໃຫ້ໂອກາດ, ການກີດກັ້ນການປະຕິບັດໜ້າທີ່, ການເຄື່ອນໄຫວວຽກງານທາງ ເສດຖະກິດ-ສັງຄົມ ຫຼືກີດກັ້ນການປະຕິບັດສິດ ແລະພັນທະຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະລະບຽບການ; ການທຳລາມົກ, ການທຳອະນາຈານ, ການເຜີຍແຜສິ່ງລາມົກ, ການທຳມມິດສະຈານ, …
Read More »ຊຶ້ງກິນໃຈ! ນຸ້ຍ ສຸພາພອນ ໂພສຂອບໃຈຄົນລາວທຸກຄົນທີ່ໃຫ້ກຳລັງໃຈຕະຫຼອດໄລຍະການປະກວດ Miss Universe 2017
“ຂໍຂອບໃຈທຸກໆຄົນຈາກໃຈ ຖ້າບໍ່ມີທຸກໆຄົນຄົງຈະບໍ່ມີນຸ້ຍໃນມື້ນີ້ເຊັ່ນກັນ” ເປັນຄຳເວົ້າທີ່ອອກມາຈາກໃຈ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ທີ່ຫຼ້າສຸດໄດ້ອອກມາໂພສໃນເຟສບຸກສ່ວນຕົວເພື່ອຂອບໃຈຄົນລາວທຸກໆຄົນທີ່ໃຫ້ການສະໜັບສະໜູນ ຄອຍສົ່ງກຳລັງໃຈຕະຫຼອດໄລຍະທີ່ເຮັດພາລະກິດໃນກອງປະກວດ Miss Universe 2017 ທີ່ ລາສເວກັດ (USA). ລອງມາອ່ານຂໍ້ຄວາມບາງສ່ວນທີ່ນຸ້ຍໄດ້ໂພສຜ່ານເຟສບຸກ: “ຈົບໄປແລ້ວກັບການປະກວດ Miss Universe ນຸ້ຍເອງຂໍສະແດງຄວາມຍິນດີກັບຜູ້ທີ່ຖືກເລືອກແລະເໝາະສົມກັບຕຳແໜ່ງນີ້ກໍຄືສາວງາມຈາກ South Africa ສຳລັບນຸ້ຍເອງເປັນສິ່ງໜຶ່ງທີ່ພາກພູມໃຈໃນຊີວິດຂອງຜູ້ຍິງຄົນໜຶ່ງ ເປັນຢ່າງກັບຝັນ ບໍ່ເຄີຍຄິດວ່າຕົນເອງຊິມາຢືນຢູ່ເວທີນີ້ເຄີຍນັ່ງເບິ່ງແຕ່ຢູ່ໂທລະທັດແລ້ວຊີ້ວ່າ “ຜູ້ນັ້ນງາມຜູ້ນີ້ງາມ“ ແຕ່ມາມື້ນີ້ໄດ້ມາສຳຜັດຕົວຈິງໄດ້ຍ່າງ ແລະ ມີທຸງລາວພ້ອມປະກາດຄຳວ່າລາວ… ດັງໆໃຫ້ທົ່ວໂລກໄດ້ຍິນເຮັດໃຫ້ໂຕເອງພາກພູມໃຈຫຼາຍ ❤️?? ສຳຫຼັບນຸ້ຍຄິດວ່າມາຮອດນີ້ບໍ່ມີຄຳວ່າແພ້ຫຼືຊະນະ ທຸກໆຄົນເຮັດເຕັມທີ່ໃນໜ້າທີ່ຂອງໂຕເອງໄດ້ດີທຸກຄົນ ເຮົາເຫັນເຖີງຄວາມຕັ້ງໃຈຂອງແຕ່ລະຄົນ ແຕ່ບໍ່ໄດ້ໝາຍເຖີງເຮົາຈະມາແຂ່ງຂັນກັນພຽງຢ່າງດຽວ ເຮົາມີຄວາມຮັກ ແລະ ມິດຕິພາບໃຫ້ກັນ ສິ່ງທີ່ໄດ້ຈາກຈຸດນີ້ເປັນຫຍັງທີ່ວິເສດແລະມີຄ່າຫຼາຍ ນຸ້ຍເອງຈະນຳມາພັດທະນາໂຕເອງໃຫ້ດີຂຶ້ນກວ່າເກົ່າ ແລະ ຫວັງວ່າທຸກຄົນຍັງຈະຮັກແລະເຊຍນຸ້ຍເດີ້… ຂໍຂອບໃຈທຸກໆຄົນຈາກໃຈ ຖ້າບໍ່ມີທຸກໆຄົນຄົງຈະບໍ່ມີນຸ້ຍໃນມື້ນີ້ເຊັ່ນກັນ” Nui Soupphaphone Somvichitさんの投稿 2017年11月29日(水) ຢ່າງໃດກໍຕາມ ເປັນທີ່ໜ້າພູມໃຈຫຼາຍທີ່ມີທຸງຊາດລາວ ແລະ ແມ່ຍິງລາວໄປຮ່ວມປະກວດໃນເວທີ …
Read More »ເປັນທີ່ຮືຮາ! ງາມຫຼາຍໆ ນາງສາວເຜົ່າມົ້ງລາວ ປະຈຳປີ 2018 “Miss Hmong Laos ” (ຂໍສະແດງຄວາມຍິນດີນຳເດີ້)
ຂໍສະແດງຄວາມຍິນດີກັບ ນາງ ນູ້ວົງສາ ລໍ່ເຢຍ ອາຍຸ 25 ປີ ລວງສູງ 157 ຊັງຕີແມັດ ສາວງາມຈາກ ແຂວງ ຊຽງຂວາງ ຜູ້ເຂົ້າປະກວດໝາກເລກ 9 ຄວ້າຕຳແໜ່ງ ນາງສາວເຜົ່າມົ້ງລາວ 2018 “Miss Hmong Laos”, ເຊິ່ງການແຂ່ງຂັນຈັດຂຶ້ນໃນວັນທີ 28 ພະຈິກ 2017 ທີ່ຜ່ານມາຢູ່ທີ່ ບ້ານຊຳເກດ,ເມືອງສີໂຄດຕະບອງ,ນະຄອນຫຼວງວຽງຈັນ, ງານນີ້ເຮັດເອົາຊາວເນັດທີ່ໄດ້ເຫັນຮູບໂສມຂອງຜູ້ທີ່ຊະນະເລີດໄດ້ເປັນ ນາງສາວເຜົ່າມົ້ງລາວ ປະຈຳປີ 2018 ຕ່າງກໍເວົ້າເປັນສຽງດຽວກັນວ່າງາມຫຼາຍໆເດີ້. / ທີ່ມາ: Miss Hmong Laos , Lany Lor
Read More »