Breaking News

Home

ແຟນຄຣັບລຸ້ນ!! ພີເຈ ນຸຖາ ຫວນຄືນສູ່ວົງານອີກຄັ້ງ ຫຼັງຫ່າງຫາຍໄປດົນເປັນປີ…

ໃນວົງການ MC ພິທີກອນ ຄົງບໍ່ມີໃຜບໍ່ຮູ້ຈັກ PJ ນຸຖາ ພິທີກອນສາວງາມທີ່ຫຼາກຫຼາຍຄວາມສາມາດ ແລະ ຢູ່ຄູ່ວົງການບັນເທີງລາວມາດົນ!! ແຕ່ຊ່ວງ 2 ປີກ່ອນ ສາວນຸຖາ ໄດ້ອອກມາປະກາດວ່າ ຕົນໄດ້ຜັນຕົວເອງອອກຈາກວົງການບັນເທີງແລ້ວ ພ້ອມມາກັບກະແສດຣາມ່າທີ່ຄ້ອນຂ້າງເປັນກະແສ ເຊິ່ງເປັນທີ່ເວົ້າເຖິງຫຼາຍທີ່ສຸດໃນຊ່ວງນັ້ນ ພ້ອມທັງຫາຍໜ້າຫາຍຕາໄປຈາກວົງການໄປ… ແຕ່ເມື່ອບໍ່ດົນມານີ້ ນຸຖາ ກໍໄດ້ອອກມາເຄື່ອນໄຫວໃນເຟສບຸກອີກຄັ້ງ ຈົນແຟນຄຣັບຫຼາຍຄົນລຸ້ນວ່າ ພິທີກອນສາວຄົນນີ້ຈະຫວນຄືນມາສູ່ວົງການອີກຄັ້ງ ຫຼືບໍ່? ແນວໃດກໍລຸ້ນກັນຕໍ່ໄປເນາະ!!! ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Pj Nutha ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

8 ອຸປະສັກໃນການເຮັດວຽກ ຂອງນັກສຶກສາຈົບໃໝ່ທີ່ເຮັດໃຫ້ບໍ່ກ້າວໜ້າໃນອາຊີບ!!

ເມື່ອຮຽນຈົບແລ້ວ ເຂົ້າສູ່ໂໝດເຮັດວຽກ ຫຼາຍຄົນໂຊກດີພົບສິ່ງແວດລ້ອມດີໆ ໃຫ້ພ້ອມຮຽນຮູ້ ແລະ ພັດທະນາຕົນເອງ ແຕ່ກໍມີຫຼາຍຄົນເຊັ່ນກັນທີ່ໜ້າຕາໝົ່ນໝອງເປັນທຸກ ເຊິ່ງກໍຖືວ່າເປັນເລື່ອງປົກກະຕິທີ່ຈະຕ້ອງພົບບັນຫາ ແລະ ອຸປະສັກຢູ່ແດ່ ທັງນີ້ ຄົນທີ່ຮູ້ສຶກຕົວເອງບໍ່ມີຄວາມສຸກໃນການເຮັດວຽກ ລອງພິຈາກລະນາປັດໃຈເຫຼົ່ານີ້ເບິ່ງ!!! ບັນຫາ ຫຼືອຸປະສັກທີ່ຈະເຮັດໃຫ້ພະນັກງານໃໝ່ ນັກສຶກສາຈົບໃໝ່ບໍ່ມີຄວາມກ້າວໜ້າ ຈະມີຫຍັງແດ່ ແລ້ວຈະແກ້ໄຂບັນຫາແນວໃດແດ່? – ຂາດຄວາມພ້ອມໃນການເຮັດວຽກ ເດັກຈົບໃໝ່ບາງຄົນ ບໍ່ເຄີຍເຮັດວຽກໃນອົງກອນມາກ່ອນ ເຖິງວ່າຈະເຄີຍເຝິກງານໃນໄລຍະເວລາສັ້ນໆ ແຕ່ກໍຍັງບໍ່ທັນໄດ້ຮຽນຮູ້ຢ່າງດີພໍ ແລະ ອົງກອນທີ່ໄປເຝິກງານ ອາດຈະມີຄວາມແຕກຕ່າງຈາກອົງກອນທີ່ເຮັດວຽກແທ້ ໃນມື້ທີ່ເຈົ້າເລີ່ມເປັນພະນັກງານເງິນເດືອນ ຫຼືກ້າວເຂົ້າສູ່ໂລກຂອງການເຮັດວຽກແລ້ວ ເຈົ້າຕ້ອງບອກຕົວເອງວ່າ ເຮົາເປັນຜູ້ໃຫຍ່ໄປອີກຂັ້ນໜຶ່ງ ບໍ່ແມ່ນເດັກນ້ອຍແລ້ວ ທີ່ຈະບໍ່ມີຄວາມຮັບຜິດຊອບວຽກທີ່ໄດ້ຮັບມອບໝາຍ ຕ້ອງເຮັດໃຫ້ເຕັມຄວາມສາມາດ ພິສູດໃຫ້ຫົວໜ້າເຫັນວ່າ ເຈົ້າມີຄວາມສາມາດ ແລະ ຈະຜ່ານການທົດລອງວຽກນີ້ໄດ້ – ບໍ່ມີຄວາມສາມາດ ເຖິງວ່າຈະຜ່ານການຄັດເລືອກມາຫຼາຍດ່ານ ແຕ່ເມື່ອເຖິງເວລາເຮັດວຽກແທ້ ຫຼາຍຄົນບໍ່ມີຄວາມສາມາດຕາມທີ່ບອກໃນໃບສະ$ັກ ວຽກທຸກຢ່າງມີການປັບປ່ຽນໄປ ຫຼາຍຄົນບໍ່ເຄີຍພົບໂຈດແບບນັ້ນ ບໍ່ຄືກັບທີ່ຮຽນມາ ອາດຈະເປ໋ໄປໄດ້ງ່າຍໆ ວຽກບາງຢ່າງຕ້ອງການຄວາມຊໍານານ ຄວາມເຂົ້າໃຈ ເມື່ອຂາດຄວາມສາມາດທີ່ຕ້ອງການເບື້ອງຕົ້ນໄປແລ້ວ …

Read More »

ສະແດງຄວາມຍິນດີນໍາ!!! ເຈົ້າສາວປ້າຍແດງ ຈັກຈັ່ນ ອະຄໍາສິຣິ ນັກສະແດງຊື່ດັງ (ປະເທດໄທ) ຫຼັງນັກທຸລະກິດໜຸ່ມທີ່ຄົບກັນ 2 ປີ ຂໍແຕ່ງງານ…

ຖືວ່າເປັນອີກນັກສະແດງສາວງາມທີ່ຝືມືການສະແດງບໍ່ເປັນສອງຮອງໃຜເລີຍ ສໍາລັບສາວ ຈັກຈັ່ນ ອະຄໍາສິຣິ ສຸວັນນະຄຸດ ດາຣາສາວຊື່ດັງປະເທດໄທ ທີ່ເຖິງວ່າຊ່ວງນີ້ຫຼາຍຄົນອາດຈະບໍ່ຄ່ອຍເຫັນຜົນງານການສະແດງຜ່ານໜ້າຈໍພໍເທົ່າໃດ ແຕ່ຊີວິດຂອງສາວຈັກຈັ່ນກໍຢູ່ໃນຊ່ວງທີ່ແຮັບປີ່ທີ່ສຸດ!!! ໂດຍຫຼ້າສຸດ ສາວຈັກຈັ່ນ ກໍຫາກະໂພສຮູບ ເຄ ວັດທະນາ ແຟນໜຸ່ມນອກວົງການທີ່ຫາກໍຄົບກັນມາ 2 ປີ ສວມແຫວນແຕ່ງງານໄປແລ້ວເປັນທີ່ຮຽບຮ້ອຍ ເຊິ່ງຈັກຈັ່ນ ໄດ້ເຜີຍຮູບສຸດຫວານຜ່ານທາງ IG ພ້ອມລະບຸແຄັບຊັ່ນວ່າ “I do 21.08.2020 #jjkstories” ແລະ ງານນີ້ກໍມີບັນດາໝູ່ເພື່ອນພີ່ນ້ອງທັງໃນ ແລະ ນອກວົງການ ລວມເຖິງແຟນໆ ຕ່າງກໍເຂົ້າມາຮ່ວມສະແດງຄວາມຍິນດີກັບສາວຈັກຈັ່ນຢ່າງຫຼວງຫຼາຍ ສໍາລັບວ່າທີ່ເຈົ້າບ່າວສຸດຫຼໍ່ຂອງສາວຈັກຈັ່ນນັ້ນ ຖ້າໄດ້ຮູ້ເຖິງໂປຣຟາຍເປັນຕ້ອງຮ້ອງ ວ້າວ ກັນຢ່າງແນ່ນອນ ເຊິ່ງ ເຄ ວັດທະນາ ຈະເລີນສັກວັດທະນາ ເປັນທາຍາດລຸ່ນທີ່ 2 ຂອງທຸລະກິດອະສັງຫລິມມະຊັບຊື່ດັງປະເທດໄທ ຕອນນີ້ກໍຮັກສາຕໍາແໜ່ງເປັນເຖິງ ຮອງກໍາມາທິການຜູ້ຈັດການຂອງບໍລິສັດ… ເທົ່ານັ້ນຍັງບໍ່ພໍ ໜຸ່ມເຄ ຍັງມີທຸລະກິດສ່ວນຕົວຄື ໝູ່ບ້ານທະເລຣີສອດທີ່ເກາະສະເມັດ ແລະ Blanc Patisserie ເຊິ່ງເປັນບໍລິການຜະລິດເຂົ້າໜົມສໍາລັບຄາເຝ່ …

Read More »

ໜ້າຮັກຄູນສາມໄປເລີຍ!!! ເມື່ອ ສາວຢາຢ່າ-ນ້ອງສາຍຟ້າ-ພາຍຸ ມາຖ່າຍຮູບນໍາກັນ…

ໂອ່ຍ… ລາລາຍແລ້ວ!!! ກັບຄວາມໜ້າຮັກຂອງ ສາວຢາຢ່າ ນາງເອກອັນດັບຕົ້ນໆຂອງປະເທດໄທ ທີ່ຖ່າຍຮູບທໍາມະດາທົ່ວໄປກໍໜ້າຮັກຈົນອົດຫຼົງຮັກບໍ່ໄດ້ແລ້ວ ທີ່ຊ່ວງຫຼັງມາຍິ່ງມີກະແສທີ່ເປັນ ທ໊ອກອອຟເດິທາວ ກ່ຽວກັບເທຣນຕົ້ນໄມ້ ທີ່ລາຄາສູງຂຶ້ນຍ້ອນສາວຄົນນີ້… ເພາະເວລາຖ່າຍຮູບຄູ່ກັບຫຍັງກໍຈະເຮັດໃຫ້ເປັນລາໄປໝົດ!! ຈົນຊາວເນັດຕ້ອງອອກມາຂໍຮ້ອງໃຫ້ຢາຢ່າຢຸດຖ່າຍຮູບຄູ່ສິ່ງຂອງຕ່າງໆໄລຍະໜຶ່ງ ເພາະຊື້ບໍ່ໄຫວແລ້ວ 555+++ ແຕ່ຫຼ້າສຸດ ສາວຢາຢ່າ ກໍໄດ້ໂພສຮູບທີ່ເຮັດໃຫ້ຊາວເນັດລະລາຍອີກຄັ້ງ ເມື່ອໄປຮ່ວມລາຍການທີ່ສາວຊົມພູ່ ນາງເອກຊຸບຕາເບີ 1 ຂອງໄທເປັນພິທີກອນ ແລະ ຕອນນີ້ນາງກໍມີລູກຊາຍຝາແຝດທີ່ແສນຈະໜ້າຮັກຄື ນ້ອງສາຍຟ້າ-ນ້ອງພາຍຸ ຈົນຕອນນີ້ມີປ້າໆນ້າຫຼົງຮັກໄປແລ້ວຫຼວງຫຼາຍທັງພາຍໃນ ແລະ ຕ່າງປະເທດ… ງານນີ້ເມື່ອທັງ 3 ມາຖ່າຍຮູບຮ່ວມກັນ ບໍ່ຕ້ອງບັນຍາຍເຖິງຄວາມໜ້າຮັກເລີຍຈ່າ!!! ເພາະໜ້າຮັກຢ່າງດຽວບໍ່ພໍ ຕ້ອງບອກວ່າໜ້າຮັກຄູນສາມໄປເລີຍ… ຮຽບຮຽວໂດຍ: Kuanjai Magazine ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ມາເບິ່ງ!!! ວີທີເພີ່ມໄຟໃນການເຮັດວຽກ ທີ່ຈະຊ່ວຍໃຫ້ມະນຸດເງິນເດືອນມີຄວາມສຸກຫຼາຍຂຶ້ນ

ຊີວິດໃນໄວເຮັດວຽກຫຼາຍໆ ຄົນຄົງຈະເຄີຍປະສົບກັນມາແດ່ກັບບັນຫາຫຼາກຫຼາຍຮູບແບບ ເຊິ່ງແຕ່ລະຄົນກໍມີວິທີຮັບມືທີ່ແຕກຕ່າງກັນອອກໄປ ແຕ່ມີບັນຫາໜຶ່ງທີ່ເປັນຕາຢ້ານທີ່ສຸດສໍາລັບມະນຸດເງິນເດືອນ ກໍຄື ການໝົດໄຟໃນການເຮັດວຽກ ສົ່ງຜົນກະທົບເຖິງປະສິດທິພາບໃນການເຮັດວຽກ ຈົນອາດຈະນໍາໄປເຖິງການລາອອກ… ດັ່ງນັ້ນ ເພື່ອເປັນການປ້ອງກັນການໝົດໄຟນການເຮັດວຽກ ເຮົາຕ້ອງຊອກວິທີທີ່ຈະຊ່ວຍເພີ່ມໄຟຂຶ້ນມາ ທີ່ນອກຈາກຊ່ວຍໃຫ້ເຮົາໄດ້ເຮັດວຽກແບບເຕັມທີ່ຫຼາຍຂຶ້ນ ລວມເຖິງຄຸນນະພາບຊີວິດໃນແຕ່ລະມື້ກໍຈະດີຂຶ້ນນໍາ ແຕ່ການແກ້ບັນຫານັ້ນກໍຄວນທີ່ຈະເຮັດໃຫ້ກົງຈຸດ ຖ້າບໍ່ດັ່ງນັ້ນກໍຈະເສຍເວລາລ້າ ດີບໍ່ດີ ອາດຈະແກ້ບໍ່ໄດ້ເລີຍ… ຖ້າຮູ້ສຶກວ່າຕົວເອງກໍາລັງໝົດໄຟໃນການເຮັດວຽກລອງເຮັດຕາມວິທີເຫຼົ່ານີ້ເບິ່ງເດີ້!! 1. ໃຫ້ເວລາກັບເລື່ອງອື່ນຫຼາຍຂຶ້ນ ບັນຫາຫຼັກຂອງການເຮັດວຽກກໍຄື ເຮົາມັກຈະບໍ່ມີເວລາໃຫ້ກັບເລື່ອງອື່ນໆ ໃນຊີວິດເລີຍ ເຮັດໃຫ້ຊີວິດມີແຕ່ວຽກ ແລະ ເປັນການເພີ່ມຄວາມກົດດັນຈົນເຮັດໃຫ້ເຮົາເມືື່ອຍກັບການເຮັດວຽກ ດັ່ງນັ້ນ ການເພີ່ມເວລາໃຫ້ກັບສິ່ງອື່ນໆ ເຊັ່ນ ງານອະດິເລກ ພັກຜ່ອນ ຄວາມບັນເທີງ ກໍຈະຊ່ວຍໃຫ້ເຮົາຄິດເລື່ອງອືື່ນ ແລະ ຫຼຸດຄວາມຕຶງຄຽດໃນການເຮັດວຽກລົງໄດ້ ສົ່ງຜົນໃຫ້ການເຮັດວຽກດີຂື້ນໄດ້… 2. ໄປທ່ອງທ່ຽວ ເປີດຫູເປີດຕາ ແນ່ນອນວ່າສິ່ງເຫຼົ່ານີ້ອາດຈະເປັນຕົວເລືອກທໍາອິດ ຂອງໃຜຫຼາຍໆຄົນທີ່ຢາກເພີ່ມໄຟໃນການເຮັດວຽກ ເພາະການໄດ້ໄປທ່ອງທ່ຽວຖືວ່າເປັນການເປີດໂລກໃຫ້ກັບຕົວເອງ ຊ່ວຍໃຫ້ເຮົາໄດ້ຮ-ຽນຮູ້ສິ່ງໃໝ່ໆ ເພີ່ມໄຟໃນການໃຊ້ຊີວິດ ແລະ ການເຮັດວຽກໃຫ້ຫຼາຍຂຶ້ນ 3. ຈັດລະບຽບຊີວິດໃໝ່ ຈັດລະບຽບໃນທີ່ນີ້ອາດຈະເປັນການຈັດໂຕະເຮັດວຽກໃໝ່ ຈັດລະບຽບຟາຍວຽກໃນຄອມພິວເຕີ …

Read More »