Breaking News

Home

ຈື່ໄດ້ບໍ່?? ນ້ອງເນີຍ Live ຂາຍເຄື່ອງແຕ່ຖືກບູລີ່ໜ້າຕາບໍ່ງາມ ລຸກຂຶ້ນແຕ່ງໜ້າແຕ່ງຕົວ ງາມລະດັບດາຣາ…

ຍັງຈື່ກັນບໍ່ກັບ ນ້ອງເນີຍ ສາວນ້ອຍ (ປະເທດໄທ) ທີ່ອອກມາ Live ຂາຍເຄື່ອງ ຫາເງິນຊ່ວຍພໍ່ແມ່ ແຕ່ຖືກຊາວເນັດຄອມເມັ້ນບູລີ່ດ້ວຍຖ້ອຍຄໍາບໍ່ສຸພາບປະມານວ່າ ໜ້າຕາບໍ່ງາມ ຜິວດໍາ ກ້າມາຂາຍເຄື່ອງສໍາອາງໄດ້ແນວໃດ? ຈົນນ້ອງກັ້ນນໍ້າຕາໄວ້ບໍ່ຢູ່ ແຕ່ກໍຍັງ Live ຕໍ່ຈົນຈົບ… ຈົນກາຍເປັນກະແສທີ່ໄດ້ຮັບຄວາມສົນໃຈໄປຫຼາຍພໍສົມຄວນໃນໄລຍະນັ້ນ… ແຕ່ຫຼ້າສຸດເຟສບຸກສ່ວນຕົວຂອງນ້ອງຊື່ວ່າ Kenika Siri(เนย) ໄດ້ໂພສພາບຫຼັງຊ່າງແຕ່ງໜ້າ Makeup ໃຫ້ແບບເປ໊ະແລ້ວ ເຊິ່ງຕ້ອງບອກເລີຍວ່າ ງາມບໍ່ທໍາມະດາ ລະດັບດາຣາ ເລີຍຈ່າ… ເຊິ່ງມື້ນີ້ ຂວັນໃຈກໍໄດ້ນໍາພາບດັ່ງກ່າວມາຕ້ອນນໍາ ໄປເບິ່ງກັນເລີຍ!!! ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Kenika Siri(เนย) #KuanjaiMagazine#WorkingWomenສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ເພີ່ມແຮງໃຈໃຫ້ມີກໍາລັງໃຈເຮັດວຽກ!!! 7 ຂໍ້ຄິດດີໆ ສໍາລັບມະນຸດເງິນເດືອນ…

ເວົ້າເຖິງມະນຸດເງິນເດືອນແລ້ວ ເຊື່ອວ່າແຟນເພຈຂອງຂວັນໃຈສ່ວນຫຼາຍກໍາລັງເຮັດອາຊີບນີ້ຢູ່ ແລະ ບາງຄົນອາດຈະກໍາລັງເມື່ອຍ ໝົດໄຟ ກັບວຽກທີ່ເຮັດຢູ່ ເລີຍຢາກຈະນໍາເອົາຂໍ້ຄິດດີໆ ເພີ່ມແຮງໃຈໃຫ້ມີແຮງເຮັດວຽກຕໍ່ໄປ ມາໃຫ້ເຫຼົ່າມະນຸດເງິນເດືອນໄດ້ອ່ານເພື່ອເປັນກໍາລັງໃຈກັນ!!! ຄວາມສໍາເລັດເລີ່ມຕົ້ນທີ່ການລົງມືເຮັດ ຫາກເຈົ້າມີເປົ້າໝາຍ ຫຼືມີຄວາມຝັນ ຢ່າປ່ອຍໃຫ້ມັນເປັນພຽງແຕ່ຄວາມຝັນ ຢ່າດູຖູກຄວາມສາມາດຂອງຕົວເອງ ຈົ່ງເລີ່ມຕົ້ນວາງແຜນ ແລ້ວລົງມືເຮັດເພື່ອໃຫ້ຄວາມຝັນນັ້ນຈະກາຍເປັນຄວາມຈິງ “ຖ້າບໍ່ລອງແລ້ວຝັນໄປເລື້ອຍກໍບໍ່ມີວັນເປັນຄວາມຈິງໄດ້” ຢ່າຢຸດພັດທະນາຕົນເອງ ຄົນທີ່ລົ້ມເຫຼວສ່ວນຫຼາຍມາຈາກຄວາມຄິດຫຼົງຕົວເອງ ຄິດວ່າຕົວເອງເດັ່ນ ເໜືອກວ່າຄົນອື່ນ ແລະ ຢຸດພຽງເທົ່ານີ້ ບໍ່ຄິດຈະເພີ່ມສັກກະຍາພາບໃນການເຮັດວຽກ ຫຼືຊອກແນວທາງໃໝ່ໆ ມາເພື່ອເຮັດໃຫ້ວຽກມີປະສິດທິພາບເພີ່ມຂຶ້ນ ຢ່າລືມວ່າໂລກໝູນອ້ອມຕົວເອງຢູ່ຕະຫຼອດເວລາ ມີຜູ້ຄົນຫຼາກຫຼາຍທີ່ກໍາລັງເຝິກຝົນຕົນເອງ ຖ້າເຈົ້າມີຄວາມຄິດພຽງເທົ່ານີ້ ບອກໄດ້ເລີຍວ່າ ເຈົ້າບໍ່ມີວັນທີ່ຈະໄດ້ສໍາພັດກັບຄໍາວ່າ ປະສົບຄວາມສໍາເລັດຢ່າງແທ້ຈິງ ກໍາລັງໃຈຈາກໃສກໍບໍ່ສໍາຄັນ ກໍາລັງໃຈຈາກຕົນເອງເທົ່ານັ້ນທີ່ໝັ້ນຄົງ ໃນມື້ທີ່ເຈົ້າຕ້ອງພົບກັບອຸປະສັກຕ່າງໆ ກໍອາດຈະມີຫຼາຍໆຄົນທີ່ເຂົ້າມາປອບໃຈ ຫຼືໃຫ້ກໍາລັງໃຈ ແຕ່ຖ້າຫາກຈິດໃຈຂອງເຈົ້າຫົດຫູ່ ບໍ່ເຂັ້ມແຂງ ບໍ່ພ້ອມຝ່າຟັນ ເຈົ້າກໍບໍ່ສາມາດກ້າວຜ່ານອຸປະສັກຕ່າງໆ ໄປໄດ້ຢ່າງແນ່ນອນ ສິ່ງສໍາຄັນທີ່ຈະຊ່ວຍໄດ້ຄື ກໍາລັງໃຈຂອງຕົວເອງທີ່ເຂັ້ມແຂງເທົ່ານັ້ນແຫຼະ ຮັບຟັງໃຫ້ຫຼາຍກວ່າເວົ້າ ການຮັບຟັງຄວາມຄິດເຫັນຂອງຄົນອື່ນເປັນສິ່ງງ່າຍໆ ທີ່ອາດຈະເຮັດໄດ້ດີກວ່າການເວົ້າ ແຕ່ຈົ່ງຟັງຢ່າງເຂົ້າໃຈ ແລະ ຄິດພິຈາລະນາໃຫ້ຖີ່ຖ້ວນກ່ອນເວົ້າ …

Read More »

ແຟນຄຣັບແຫ່ແຊຣ໌!!! ລູກນໍ້າ ໂພສ “ແມ່ຍິງທີ່ເຮັດວຽກ ອາດຈະເບິ່ງຄອບຄົວບໍ່ໄດ້ດີ ແມ່ຍິງທີ່ດູແລຄອບຄົວໄດ້ດີ ອາດຈະຫາເງິນບໍ່ເກັ່ງ”

ແມ່ຍິງທຸກຄົນຕ້ອງເຄີຍຜ່ານຈຸດນີ້ ບໍ່ວ່າຈະເປັນເລື່ອງການເຮັດວຽກ ແລະ ການເປັນແມ່ບ້ານແມ່ເຮືອນ ເປັນຜູ້ດູແລຄອບຄົວພໍ່-ແມ່ ເມື່ອແຕ່ງງານໄປກໍຍັງມີໜ້າທີ່ ທີ່ຕ້ອງເບິ່ງແຍງລູກ-ຜົວອີກ ເມື່ອເຮັດບໍ່ໄດ້ກໍອາດຈະມີຫາງສຽງມາວ່າ ມີຄວາມບົກຜ່ອງ… ມື້ນີ້ ຂວັນໃຈຢາກໃຫ້ມາອ່ານ ຂໍ້ຄວາມຈາກ ສາວລູກນໍ້າ ທິດາລັດ ຊຸບຕາອັນດັບຕົ້ນໆຂອງລາວເຮົາ ທີ່ໂພສໄວ້ໃນ Facebook ສ່ວນຕົວ ລັກນະເປັນການບອກຄວາມໃນໃຈແທນແມ່ຍິງຫຼາຍຄົນ ຈົນແຟນຄຣັບແຫ່ແຊຣ໌ ເປັນຈໍາຫຼວງຫຼາຍວ່າ… ຜູ້ຍິງ, ເຮັດວຽກ… ອາດຈະດູແລຄອບຄົວໃຫ້ສົມບູນບໍ່ໄດ້. ຜູ້ຍິງ, ທີ່ດູແລຄອບຄົວໃຫ້ສົມບູນໄດ້…ອາດຈະຫາເງິນບໍ່ເກັ່ງ. ຜູ້ຍິງ, ທີ່ເຊື່ອຟັງ…ອາດຈະອ່ອນແອ ບໍ່ກ້າສູ້ພຽງລຳພັງ ຕ້ອງການທີ່ເພິ່ງ. ຜູ້ຍິງ, ທີ່ກ້າຫານ… ອາດຈະມີຄວາມຄິດເປັນຂອງໂຕເອງ. ຜູ້ຍິງ, ທີ່ງາມ… ອາດຈະໃຊ້ຈ່າຍໂດຍບໍ່ເສຍດາຍເງິນ. ຜູ້ຍິງ, ທີ່ປະຫຍັດ… ອາດຈະບໍ່ທັນສະໄໝ. ຜູ້ຍິງ, ທີ່ມີຄວາມສາມາດ… ອາດຈະເອົາແຕ່ໃຈໂຕເອງ ບໍ່ຟັງເຫດຜົນ. ຜູ້ຍິງ, ທີ່ສະຫລາດ… ອາດຈະບໍ່ມັກເພິ່ງໃຜ ມີຄວາມຄິດເປັນຂອງໂຕເອງ ມີຄວາມເປັນຜູ້ນຳສູງ. ຜູ້ຍິງທີ່ພຽບພ້ອມ ແລະ …

Read More »

ມາເບິ່ງ!!! 5 ຂໍ້ຄິດດີໆ ປ່ຽນມຸມມອງໃນການເຮັດວຽກ ເພື່ອໃຫ້ມີຄວາມສຸກຍິ່ງຂຶ້ນ…

ຖ້າເຈົ້າຕ້ອງເຮັດວຽກຮ່ວມກັບເພື່ອນຮ່ວມງານເປັນຈໍານວນຫຼວງຫຼາຍ ແລະເຈົ້ານາຍຍຈຸກຈິກ ເຈົ້າຄວນພະຍາຍາມເຂົ້າກັບເພື່ອນຮ່ວມງານໃຫ້ໄດ້ ພະຍາຍາມຄວາມສ້າງຄວາມສໍາພັນທີ່ດີກັບເພື່ອນຮ່ວມງານໄວ້ ແຕ່ນັ້ນກໍອາາດຈະບໍ່ແມ່ນຂໍ້ແກ້ໄຂທັງໝົດ ເພາະວຽກທຸກຢ່າງມັນມີບັນຫາສະເພາະ ແລະ ນີ້ຄື 5 ຂໍ້ຄິດປ່ຽນມຸມມອງໃນການເຮັດວຽກ ເພື່ອການເຮັດວຽກທີ່ມີຄວາມສຸກຍິ່ງຂື້ນ… ຄວາມຜິດພາດເປັນເລື່ອງທໍາມະດາ ບໍ່ແມ່ນເລື່ອງໃຫຍ່ ໃນການເຮັດວຽກນັ້ນຄົນເຮົາຍ່ອມມີຄວາມຜິດພາດເກີດຂຶ້ນໄດ້ສະເໝີ ສະນັ້ນ ການທີ່ເຮົາມານັ່ງໂທດຕົວເອງນັ້ນມັນກໍບໍ່ມີປະໂຫຍດຫຍັງດອກ ລອງປ່ຽນມຸມມອງໃໝ່ ມາເປັນໃຫ້ກໍາລັງໃຈຕົວເອງເພື່ອວຽກງານທີ່ດີຂຶ້ນຈະດີກວ່າ ແລ້ວຖ້າວ່າເຮົາມາຢູ່ກັບຄວາມຜິດພາດຊໍ້າໆເກົ່າໆ ເຮົາກໍບໍ່ສາມາດເຮັດວຽກຕໍ່ໄປໄດ້ ເຮົາລອງປ່ຽນຄວາມຜິດພາດນັ້ນມາເປັນການຮຽນຮູ້ໃນການເຮັດວຽກຕໍ່ໄປຈະດີກວ່າ… ເຮັດວຽກໜັກຕອນນີ້ ເພື່ອຄວາມສະບາຍໃນອະນາຄົດ ບາງຄົນມີວຽກເຂົ້າມາຫຼາຍໃນຊີວິດ ບາງຄັ້ງອາດຈະເກີດຄວາມທໍ້ຖອຍຂຶ້ນມາ ນັ້ນເປັນເລື່ອງທໍາມະດາ ເພາະວ່າຄົນເຮົາເມື່ອມີວຽກເຂົ້າມາມັນກໍຈະເຂົ້າມາເລື້ອຍໆ ຖ້າເົາເຮັດໄດ້ດີ ມັນກໍເປັນຄວາມພາກພູມໃຈຂອງເຈົ້າຫຼາຍກວ່າ ເພາະມັນໝາຍຄວາມວ່າມີຄົນມັກໃນການເຮັດວຽກຂອງເຈົ້າ ດີກວ່າຄົນທີ່ບໍ່ມີວຽກໃຫ້ເຮັດເລີຍ ແມ່ນບໍ່? ແຕ່ເຈົ້າຊໍ້າພັດມານັ່ງອຸກໃຈວ່າວຽກຫຼາຍ ບໍ່ມີເວລາພັັກຜ່ອນ ເອົາເວລາທີ່ນັ່ງອຸກໃຈມາເຮັດວຽກໃຫ້ແລ້ວຮຽບຮ້ອຍໄດ້ຕາມກໍານົດຈະດີກວ່າ ເພາະເມື່ອຜ່ານມັນໄດ້ໄດ້ ຈະພົບກັບຄວາມສະບາຍໃນອະນາຄົດນັ້ນເອງ. ວຽກນີ້ເຮົາບໍ່ເກັ່ງ ແຕ່ເຮົາກໍຮຽນຮູ້ໄດ້ ຫຼາຍຄັ້ງທີ່ເຮົາອາດຈະໄດ້ຮັບມອບໝາຍວຽກທີ່ເຮົາບໍ່ຖະນັດ ແລ້ວເຮົາກໍມານັ່ງອຸກໃຈຢູ່ ແມ່ນຢູ່ວ່າເຮົາບໍ່ສາມາດເຮັດວຽກໃນສິ່ງທີ່ເຮົາບໍ່ຖະນັດໄດ້ ໃນຊີວິດນີ້ມັນກໍຕ້ອງມີເລື່ອງທີ່ເຮົາບໍ່ມັກເຂົ້າຢູ່ຕະຫຼອດແຫຼະ ເຊິ່ງມັນກໍເຂົ້າມາເພື່ອຈະທົດສອບວ່າເຮົາເຮັດມັນໄດ້ດີສໍ່າໃດ ຄືເປັນການທົດອບຕົວເອງໄດ້ອີກດ້ວຍ ໃນການເຮັດວຽກກໍເຊັນກັນ ເຈົ້າອາດຈະຕ້ອງເຮັດໃນເລື່ອງທີ່ບໍ່ຖະນັດ ຂໍໃຫ້ເຈົ້າປ່ຽນມຸມມອງໃນການເຮັດວຽກ ມາເຮັດກັບມັນໃຫ້ເຕັມທີ່ກ່ອນ ເພາະຄົນອ້ອມຂ້າງຈະເປັນຄົນບອກວ່າມີຂໍ້ຜິດພາດຫຍັງແດ່ …

Read More »

ສະແດງຄວາມຍິນດີນໍາ!!! ສາວນ້ອຍ ແຮນນ່າ ໄດ້ຮັບໝວກ MVP ໄປຄອງ ຈາກການແຂ່ງຂັນເພື່ອເປັນ Girl Group Star ທີ່ປະເທດໄທ…

ພັດທະນາຂຶ້ນມາເລື້ອຍໆສໍາລັບຄວາມສາມາດຂອງສາວນ້ອຍ ແຮນນ່າ ໂຣເຊັ້ນບລູມ ສາວລາວໜຶ່ງດຽວທີ່ໄປຮ່ວມແຂ່ງຂັນເພື່ອເປັນ Girl Group Star ທີ່ປະເທດໄທ ແລະ ຜ່ານມາ ແຮນນ່າ ກໍໄດ້ຜ່ານເຂົ້າຮອບຫຼາຍຄັ້ງຈົນໄດ້ເຂົ້າມາຢູ່ໃນທີມ 3 ທີມສຸດທ້າຍທີ່ຈະມາຮ່ວມແຂ່ງຂັນກັນ ໂດຍແຮນນ່າ ແມ່ນໄດ້ສັງກັດເປັນເດັກເຝິກໃນຄ່າຍຂອງທີມ UNICORN ແລະ ມື້ຄືນທີ່ຜ່ານມາກໍໄດ້ມີການແຂ່ງຂັນໃນຮອບສຸດທ້າຍ Group Star ເຊິ່ງງານນີ້ນ້ອງແຮນນ່າ ກໍໄດ້ສາມາດສະແດງລີລາການຮ້ອງການເຕັ້ນໄດ້ດີທີ່ສຸດໃນທີມ ຈົນໄດ້ຮັບໝວກ MVP ເຊິ່ງເປັນສັນຍາລັກຂອງຄົນທີ່ໂດດເດັ່ນທີ່ສຸດໃນທີມໄປຄອງ ຈາກການຕັດສິນຂອງລຸ່ນເອຶ້ອຍທີມ UNICORN ນັ້ນເອງ… ແນວໃດກໍຂໍສະແດງຄວາມຍິນດີນໍານ້ອງແຮນນ່າ ຫຼາຍໆເດີ້ ແລະ ຂໍຊື່ນຊົມໃນຄວາມສາມາດທຸກດ້ານຂອງນ້ອງ ເຊຍນ້ອງຕະຫຼອດເດີ້… ສໍາລັບໃຜທີ່ຢາກຕິດຕາມການແຂ່ງຂັນຂອງແຮນນ່າຄັ້ງນີ້ກໍສາມາດເບິ່ງໄດ້ທີ່ຊ່ອງ Work Point ແລະ Page: Girl Group Star ເດີ້!!! ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Hannah Rosenbloom ສົນໃຈລົງໂຄສະນາ …

Read More »