Breaking News

Home

ຮູ້ ຫຼືບໍ່?ວ່າ “Laurene Powell Jobs” ພັນລະຍາຂອງ (STEVE JOBS ວິລະບູລຸດແຫ່ງວົງການໄອທີໂລກ) ເປັນແມ່ຍິງທີ່ເກັ່ງ ແລະ ລວຍທີ່ສຸດໃນໂລກ…

ຮູ້ ຫຼືບໍ່ວ່າ  Laurene Powell Jobs   ພັນລະຍາຂອງ STEVE JOBS ເປັນແມ່ຍິງທີ່ເກັ່ງ ແລະ ລວຍທີ່ສຸດໃນໂລກອັນດັບທີ 8 ເຊິ່ງສ່ວນໜື່ງຂອງຄວາມລວຍແມ່ນມາຈາກມໍລະດົກຕົກຫຸ້ນ  Apple ແລະ  Disney ຈາກສາມີທີ່ລ່ວງລັບໄປແລ້ວນັ້ນກໍຄື Steve Jobs ວິລະບູລຸດແຫ່ງວົງການໄອທີໂລກ… ຫຼາຍຄົນອາດເບິ່ງວ່າແມ່ຍິງຄົນນີ້ໂຊກດີທີ່ໄດ້ແຕ່ງດອງຮ່ວມໃຊ້ຊີວິດຄູ່ກັບ Steve Jobs ເພາະຄົນທົ່ວໂລກຕ່າງກໍພາກັນຍ້ອງວ່າ Steve Jobs ສາມາດປ່ຽນໂລກດ້ວຍນະວັດຕະກຳ ຕັ້ງແຕ່ iPod iPhone ແລະ  iPad ແລ້ວເລື່ອງລາວຂອງ Laurene Powell Jobs  ນ່າສົນໃຈແບບໃດ? ມື້ນີ້ຂວັນໃຈຈະມາເລົ່າໃຫ້ຟັງ… ນາງ  Laurene Powell Jobs ເກີດຢູ່ທີ່ລັດ ນິວເຈຊີ ປະເທດສະຫະລັດອາເມລິກາ ປະຫວັດຂອງແມ່ຍິງຄົນນີ້ບໍ່ຄ່ອຍເປັນທີ່ຮູ້ຈັກກັນຫຼາຍປານໃດເພາະວ່າ Laurene Powell ບໍ່ຄ່ອຍໃຫ້ສໍາພາດກັບສື່ຕ່າງໆ ລວມໄປເຖິງຕອນທີ່ Steve Jobs ຍັງມີຊີວິດຢູ່  ລາວເປັນຄົນທີ່ມັກໃຫ້ຄວາມສໍາຄັນກັບເລື່ອງເປັນສ່ວນຕົວຂອງຄອບຄົວ ຈື່ງເຮັດໃຫ້ຍາກທີ່ຈະເຫັນຮູບຄູ່ຂອງທັ້ງສອງຕາມທີ່ສາທາລະນະຕ່າງໆ ເທົ່າທີ່ມີຂໍ້ມູນ Laurene Powell …

Read More »

ຊົມເຊີຍ! ແມັດທິວ-ລີເດຍ ໄດ້ຮັບລາງວັນ “ຮີໂຣ່ຂອງມວນຊົນ” ຈາກສະພາມວຍໂລກ (ນັບຖືຄວາມກ້າຫານ ອອກມາເຜີຍວ່າຕິດໂຄວິດ-19 ພ້ອມທັງໃຫ້ຄວາມຮູ້ລະຫວ່າງປິ່ນປົວ)

ຫຼັງຈາກທີ່ຄູ່ຮັກນັກສະແດງ ແມັດທິວ ດິນ ແລະ ລີເດຍ ປິ່ນປົວຈົນຫາຍດີຈາກໂຄວິດ-19 ແລ້ວ ຕໍ່ມາທັງສອງກໍໄດ້ມີການຕອບແທນສັງຄົມດ້ວຍການບໍລິຈາກ (Plasma) ສໍາຫຼັບຊ່ວຍຜູ້ຕິດເຊື້ອໂຄວິດ-19 ນໍາອີກ ຫຼ້າສຸດ ວັນທີ 23 ພຶດສະພາ 2020 ສະພາມວຍໂມກ ຫຼື WBC ໄດ້ມອບລາງວັນ “Heroes of Humanity” ຫຼື ຮີໂຣ່ຂອງມວນຊົນ ໃຫ້ແກ່ ແມັດທິວ ແລະ ລີເດຍ ເນື່ອງຈາກວ່າທັງສອງມີຄວາມກ້າຫານທີ່ອອກມາເປີດເຜີຍວ່າຕິດໂຄວິດ-19 ແລະ ຮັບຜິດຊອບຕໍ່ສັງຄົມດ້ວຍການປິ່ນປົວຕົນເອງຢູ່ທີ່ໂຮງໝໍ ລວມໄປເຖິງໃຫ້ຄວາມຮູ້ລະຫວ່າງການຮັກສາ  ໂດຍລາງວັນນີ້ເປັນລາງວັນພິເສດທີ່ WBC  ຈະມອບໃຫ້ບຸກຄົນທີ່ເປັນແບບຢ່າງສ້າງຄວາມດີຂອງປະເທດຕ່າງໆ ທົ່ວໂລກ ເຊິ່ງທັງ 2 ຄົນຖືໄດ້ວ່າເປັນຄົນໄທກຸ່ມທໍາອິດທີ່ໄດ້ຮັບລາງວັນນີ້ ແມັດທິວໄດ້ເວົ້າວ່າ ຮູ້ສຶກເປັນກຽດຫຼາຍທີ່ໄດ້ຮັບລາງວັນ  WBC  ໃນຄັ້ງນີ້ ຕົນໄດ້ຮ່ວມງານກັບ WBC ມາຫຼາຍປີແລ້ວ ຮູ້ສຶກເຖິງການທີ່ WBC ຮັກເພື່ອນຮ່ວມໂລກດ້ວຍກັນ ເຫັນຄວາມສໍາຄັນຂອງໂຄງການທົ່ວໂລກ ເຊິ່ງມຶ້ນີ້ທີ່ໄດ້ຮັບລາງວັນ Heroes of Humanity ຕົນບໍ່ຄິດວ່າໄດ້ເປັນຮີໂຣ່ແຕ່ຢ່າງໃດເລີຍ  ແຕ່ກໍຮູ້ສຶກມີຄວາມພາກພູມໃຈເລັກນ້ອຍກັບສະຖານະການທີໄດ້ພົບພໍ້ …

Read More »

ນັກຄົ້ນຄວ້າລາວ ຮ່ວມທົດລອງໃຊ້ຢາຕ້ານໂຄວິດ-19 ກັບ ນານາຊາດ…

ປັດຈຸບັນນັກວິທະຍາສາດທົ່ວໂລກກຳລັງພາກັນເລັ່ງດ່ວນໃນການຄົ້ນຄວ້າທົດລອງວັກຊິນຕ້ານໂຄວິດທີ່ໄດ້ຜົນຫຼາຍທີ່ສຸດ… ຫຼ້າສຸດ ນັກຄົ້ນຄວ້າຈາກລາວ, ອັງກິດ, ໄທ, ຫວຽດນາມ, ກຳປູເຈຍ ແລະ ອີຕາລີ ໄດ້ເຂົ້າຮ່ວມທົດລອງໃຊ້ຢາຕ້ານໂຄວິດ-19. ຈະມີການໃຊ້ຢາຕ້ານມາລາເຣຍສອງຊະນິດ ຄຶື ຢາ ໂຄຼໂຣຄວີນ ແລະ ໄຮດຣອກຊິໂຄຼໂຣຄວີນ ແລະ ຢາຫຼອກ (placebo) ກັບ ແພດໝໍຈາກເອີຣົບ, ອາຝຣິກາ, ອາຊີ ແລະ ອາເມລິກາໃຕ້ຈຳນວນ 40.000 ກວ່າຄົນ ທີ່ສຳພັດກັບຄົນຕິດເຊື້ອໂຄວິດ-19. ຜູ້ເຂົ້າຮ່ວມການທົດລອງຈາກອັງກິດຈະໄດ້ກິນຢາ ໄຮດຣອກຊິໂຄຼໂຣຄວີນ ແລະ ຢາຫຼອກເປັນເວລາສາມເດືອນ ຂະນະທີ່ຜູ້ເຂົ້າຮ່ວມຈາກອາຊີຈະໄດ້ຮັບຢາ ໂຄຼໂຣຄວີນ ແລະ ຢາຫຼອກ ເພື່ອພິສູດວ່າຢາທັງສອງປະເພດສາມາດປ້ອງກັນແພດໝໍທີ່ສຳພັດກັບເຊື້ອໂຄວິດບໍ່ໃຫ້ຕິດເຊື້ອ. ຄາດວ່າຈະຮູ້ຜົນການທົດລອງໃນທ້າຍປີນີ້. ໂຄຼໂຣຄວີນ ແລະ ໄຮດຣອກຊິໂຄຼໂຣຄວີນ ເປັນຢາທີ່ສາມາດຫຼຸດໄຂ້ ແລະ ການອັກເສບ ແລະ ຖືກນຳໃຊ້ເປັນຢາຕ້ານ ແລະ ປິ່ນປົວພະຍາດມາລາເຣຍ. ແຫຼ່ງຂ່າວ: ບີບີຊີ …

Read More »

YouTuber ດັງສາວເກົາຫຼີໃຕ້ “Yang Soobin” ກາຍເປັນສາຍກິນທີ່ສ້າງແຮງບັນດານໃຈໃນການຫລຸດນໍ້າໜັກ…

Yang Soobin ເປັນYouTuber  ສາຍກິນ ເປັນທີ່ໂດ່ງດັງທັ້ງໃນໂລກ Online ແລະ ປະເທດເກົາຫຼີໃຕ້  ສາວ Yang Soobin ໂດ່ງດັງຈາກການອັດຄລິບກິນອາຫານລົງໃນ Social Media ຫຼາຍຊ່ອງ ຈາກຄລິບການກິນແຕ່ລະຄັ້ງອາຫານແຕ່ລະຢ່າງແມ່ນເປັນອາຫານຈານໃຫຍ່ ແລະ ຖ້າເຮົາເບິ່ງສາວຄົນນີ້ກິນຕອນໃດ ກໍຢາກຫາອາຫານມາກິນນໍາຕອນນັ້ນ  ນອກຈາກການສະແດງກິນທີ່ເປັນຕາແຊບແລ້ວ ຫົວໃຈທີ່ສໍາຄັນອີກເລື່ອງກໍຄື ສຽງ ສຽງໃນຄລິບວິດີໂອເຊິ່ງ Yang Soobin  ຖືໄດ້ວ່າເປັນ YouTuber ສາຍກິນຄົນທໍາອິດຂອງເກົາຫຼີໃຕ້ ທີ່ໃຊ້ວິທີ່ອັດສຽງ  ASMR ເປັນການເອົາໄມມາໃກ້ໆປາກໃນຂະນະທີ່ກຳລັງກິນ  … ເບື້ອງຕົ້ນແລ້ວ Yang Soobin  ເລີ່ມຈາກການບັນທຶກຄລິບສອນແຕ່ງໜ້າມາກ່ອນ ແຕ່ບໍ່ໄດ້ຮັບຄວາມນິຍົມພໍປານໃດ ຈົນມາຮອດປີ 2016 ລາວຈື່ງໄດ້ໂພສຄລິບວີດີໂອທີ່ສະແດງການກິນອາຫານຫຼາຍຢ່າງ ຈົນເຮັດໃຫ້ຈໍານວນຜູ້ຕິດຕາມ ແລະ ຮັບຊົມ ເພີ່ມເປັນຈໍານວນຫຼາຍຂຶ້ນເລື້ອຍໆ ໂດຍຄລິບທີ່ມີຜູ້ຮັບຊົມຫຼາຍທີ່ສຸດເກືອບຍອດວິວຮອດ 39 ລ້ານຄັ້ງ. ປັດຈຸບັນ  Yang Soobin ມີຍອດຜູ້ຕິດຕາມຫຼາຍລ້ານຄົນຈາກຊ່ອງທາງ Facebook ຜູ້ຕິດຕາມ 5,310,000 ຄົນ  …

Read More »

ສາວສຸດເຮັງຖືກເລກ 280 ລ້ານກີບຍ້ອນ BIB NUMBER (ນີ້ແລະທີ່ເຂົາເວົ້າວ່າ ແຂ່ງຫຍັງກໍແຂ່ງໄດ້ ແຕ່ແຂ່ງບຸນວາດສະຫນາແຂ່ງກັນບໍ່ໄດ້)

ກຳລັງເປັນກະແສ ແລະ ທີ່ຮືຮາຢູ່ໃນ Social Media ກັນເລີຍທີດຽວວິນາທີນີ້ ເພາະ ມີຜູ້ໃຊ້ເຟສບຸກຄົນໜື່ງໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວວ່າ  ຕົນເອງສ່ຽງໂຊກຖືກເລກ 2 ບໍລິສັດໃນງວດດຽວກັນຈໍານວນ 280 ກວ່າລ້ານກີບ!!! ໃນວັນທີ 21 ພຶດສະພາ 2020 ທີ່ຜ່ານມາ E BIB NUMBER ຄືຫຍັງເກາະ ອັນທີ່ເຂົາແຈກເລກຜູ້ທີ່ສະຫມັກແລ່ນຫັ້ນນະ?? ຮູ້ແຕ່ວ່າເຫັນມັນມີເລກໃນນັ້ນ 5 ໂຕ ກະເລີຍລອງຈັບປີ້ນມາຊື້ຫລິ້ນໆລອງເບິ່ງຊື່ໆ ເສືອກອອກແທ້ ວູ້…. ເສຍດາຍເດ…ຊື້ເລກກະຊື້ຟາດໃສ່ແຕ່ 5ໂຕ, 4ໂຕພັດບໍ່ຊື້ຈັກກີບ. ໂອ້ຍນໍ……(ຢາກລຳ??) ຄັນຮູ້ວ່າຊິອອກເປະກະຊິຟາດ 4ໂຕໃສ່ນຳດອກ ຮື… ງວດນີ້ລອງທາງຊື່ໆ ເລກເດັດບໍ່ມີ ຄິດເລກຫຍັງບໍ່ອອກກະຟາດຊື້ເລກອັນເຂົາແຈກເບີເສື້ອຫັ້ນລະ ຜູ້ໃດຮູ້ອັນ E BIB NUMBER ນິນະມັນແປວ່າຫຍັງ??? ຕອບຂ້ານ້ອຍດ້ວຍ?? ປລ ຂອບໃຈ E BIB NUMBER …

Read More »