Breaking News

Home

ສ່ອງສາວໆວົງ “Whiz G” girl group ນ້ອງໃຫມ່ຂອງວົງການເພງລາວ ກຳລັງເປັນທີ່ຈັບຕາເບິ່ງທີ່ສຸດໃນຕອນນີ້…

ປັດຈຸບັນວົງການນັກຮ້ອງບ້ານເຮົາກໍກຳລັງເປັນທີ່ຮູ້ຈັກກັນໃນວົງກວ້າງ ແລະ ຍັງມີສິລະປິນໜ້າໃໝ່ເກີດຂຶ້ນຫຼາຍກຸ່ມບໍ່ວ່າເປັນສິລະປິນດ່ຽວ, ສິລະປິນກຸ່ມຍິງ-ຊາຍ!! ມື້ນີ້ຂວັນໃຈຈະພາທຸກຄົນໄປສ່ອງສິລະປິນ  girl group ລາວວົງໃຫມ່ວົງໜື່ງ ແລະ ກຳລັງມາແຮງທີ່ສູດໃນຕອນນີ້ນັ້ນກໍຄືວົງ “Whiz G” ເຮົາໄປສ່ອງພ້ອມໆກັນເລີຍ… ສຳຫລັບວົງ  Whiz G ເປັນວົງ  girl group   ແລະ ກ່ອນຈະມາເປັນສິລະປິນຢູ່ວົງນີ້ໄດ້ ນັກຮ້ອງທັງ 4 ຄົນໄດ້ຜ່ານການຄັດເລືອກ ຈາກຜູ້ສະໜັກຫຼາຍຮ້ອຍຄົນ…ຈາກສັງກັດ A-LIST ຫລືຄ່າຍອິນດີ້   ເຊິ່ງສະມາຊິກໃນວົງນີ້ນໍາທີມໂດຍ ສາວ ປ໋ອບປີ້ ແອນນາລີ້ທາລາສິນ ເປັນອາຈານສອນເຕັ້ນ, ຕໍ່ມາສາວ ເອມິນາ ຕຳແຫນ່ງນັກຮ້ອງຈາກເວທີລະດັບປະເທດ ບອກໄດ້ເລີຍວ່າ ນໍ້າສຽງບອກມ່ວນແຮງ, ສາວ ປູເປ້  ນາງງາມທີ່ຄວ້າຕຳແຫນ່ງຂວັນໃຈມະຫາຊົນ ທີ່ມີຄວາມສາມາດເຕັ້ນ- ສະເເດງ – ເດີນແບບ ແລະ ປິດທ້າຍດ້ວຍສາວຄົນນີ້ ລິດສະດາ  ສາວງາມດີກຣີນາງງາມເຊັ່ນກັນ ບອກໄດ້ເລີຍວ່າສາວໆວົງ girl group ເປັນສິລະປິນວົງທຳອິດຂອງລາວ ທີ່ເວົົ້າໄດ້ເລີຍວ່າຄົບເຄື່ອງອີຫຼີ! …

Read More »

ມາທໍາຄວາມຮູ້ຈັກກັບ! Jennis BNK 48 ສິນລະປິນ idol ໄທເຊື້ອສາຍລາວທີ່ກາລັນຕີຄວາມສາມາດດ້ວຍລາງວັນລະດັບສາກົນ…

ປັດຈຸບັນວົງການ Idol ກໍໄດ້ເກີດຂຶ້ນຫຼາຍທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນວົງການທີ່ໄດ້ຮັບຄວາມນິຍົມຈາກໄວໜຸ່ມເປັນຈໍານວນຫຼາຍເພາະເປັນວົງການທີ່ລວມເອົາຄົນທີ່ມີໃຈມັກຮັກໃນການຮ້ອງ-ເຕັ້ນ…ມາລວມກັນເປັນກຸ່ມເພື່ອຝຶກຝົນຕົນເອງຈົນກາຍເປັນເປັນສິນລະປິນ-ນັກຮ້ອງອາຊີບ… ເພື່ອສ້າງຄວາມບັນເທິງໃຫ້ກັບແຟນໆ ນອກຈາກນີ້ແລ້ວຍັງຕ້ອງໄດ້ທີ່ເປັນແບບຢ່າງທີ່ດີ, ສ້າງແຮງບັນດານໃຈ ຫຼືເປັນຕົ້ນແບບທີ່ີດີໃຫ້ກັບແຟນຄັບອີກດ້ວຍ!! ສະນັ້ນ, ມື້ນີ້ຂວັນໃຈຈະພາແຟນໆມາຮູ້ຈັກກັບນັກຮ້ອງ Idol ໄທແຕ່ມີເຊື້ອສາຍໄທ-ລາວ-ຈີນ  ນັ້ນກໍຄືເຈນນິສ ໂອ່ປະເສີດ ຫຼື  Jennis BNK48  ເປັນ Idol ວົງ BNK48  ວົງ Idol ອັນດັບ 1 ຂອງປະເທດໄທ ຫຼືທີ່ຫຼາຍຄົນຮູ້ຈັກນັ້ນກໍຄືວົງສ້າງຜົນງານເພງ ຄຸກກີ້ສ່ຽງທາຍ ທີ່ໂດດດັງໄປທົ່ວປະເທດ ລວມທັງຄົນລາວເຮົາກໍເປັນທີ່ຮູ້ຈັກກັນດີ ແລະ ເປັນໜື່ງໃນສະມາຊິກທີມ (Team BⅢ) ໃນຕໍາແໜ່ງຮອງກັບຕັນທີມ!! Jennis ເຂົ້າວົງການບັນເທິງເທື່ອທຳອິດດ້ວຍການສະແດງຮູບເງົາເລື່ອງ ແປດວັນ ແປກຄົນ ຕັ້ງແຕ່ອາຍຸໄດ້ພຽງ 6 ປີໂດຍຮັບບົດເປັນ ນ້ອງແພ ດ້ວຍຄວາມສາມາດຈົນເຮັດໃຫ້ໄດ້ມີຊື່ເຂົ້າຊີງນັກສະແດງສົມທົບຍິງໂດດເດັ່ນ ລາງວັນສຸວັນນະຫົງ ແຕ່ປີ 2551 ຈາກນັ້ນມາຮອດປີ ພສ 2559 Jennis  …

Read More »

ໄດ້ດີແລ້ວບໍ່ລືມຕົວ!! ແມນນີ່ ປາກຽວ ນັກມວຍໂລກ ຈົກເງິນສ່ວນຕົວສ້າງເຮືອນ 1.000 ຫຼັງຢູ່ບ້ານເກີດ ໃຫ້ຄົນບໍ່ມີເຮືອນຢູ່ຟຣີ… “ເພາະເຄີຍຢູ່ໃນຈຸດນັ້ນມາກ່ອນ”

ໃນສະຖານະການທີ່ຮ້າຍແຮງ ກໍຍັງມີເລື່ອງດີໆໃຫ້ຍິ້ມຢູ່… ເຊິ່ງເລື່ອງລາວດີໆທີ່ນໍາມາໃຫ້ຍິ້ມໃນມື້ນີ້ ກໍເປັນເລື່ອງລາວຂອງນັກມວຍໂລກທີ່ຊື່ວ່າ ມັນນີ່ ປາກຽວ ເຊິ່ງຖ້າເວົ້າເຖິງຊື່ນີ້ແລ້ວ ເຊື່ອວ່າທຸກຄົນຄົງຕ້ອງຮູ້ຈັກດີຢ່າງແນ່ນອນ ເພາະເລື່ອງລາວຂອງ ປາກຽວ ໄດ້ຖືກຖ່າຍທອດອອກມາຢ່າງຫຼວງຫຼາຍກ່ຽວກັບຊີວິດໃນໄວເດັກ ຄວາມທຸກຍາກລໍາບາກຂອງຄອບຄົວສະໄໝຍັງບໍ່ມີຊື່ສຽງ… ແຕ່ມາຮອດມື້ນີ້ ປາກຽວ ໄດ້ສ້າງປະຫວັດສາດໃຫ້ວົງການມວຍໂລກ ແລະ ເປັນບຸກຄົນທີ່ປະສົບຄວາມສໍາເລັດອິກຄົນໜຶ່ງ!! ແຕ່ ປາກຽວ ກໍຍັງບໍ່ລືມວ່າຕົນເອງກໍາເນີດມາຈາກສັງຄົມແບບໃດ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມທຸກຍາກນັ້ນ ປາກຽວ ຈຶ່ງຕັດສິນໃຈຈົກເງິນສ່ວນຕົວທີ່ໄດ້ຈາກການຕີມວຍແຕ່ລະຄັ້ງ ສ້າງເຮືອນໃນດິນຂອງຕົນເອງເປັນຈໍານວນ 1.000 ຫຼັງທີ່ບ້ານເກີດ ເພື່ອໃຫ້ປະຊາຊົນຊາວ ຟີລິບປິນ ທີ່ບໍ່ມີເຮືອນ ໄດ້ເຂົ້າມາພັກອາໄສແບບຟຣີໆ ແລະ ຢູ່ໄດ້ຕະຫຼອດຊີວິດ… ສໍາລັບ ເລື່ອງລາວດັ່ງກ່າວນີ້ ຖືເປັນເລື່ອງລາວດີໆທີ່ສັງຄົມຄວນໃຫ້ຄວາມຍົກຍ້ອງໃນນໍ້າໃຈຂອງ ແມນນີ້ ປາກຽວ Manny Pacquiao ທີ່ບໍ່ວ່າຈະໄປໄດ້ໄກຂະໜາດໃດກໍຍັງບໍ່ລືມບ້ານເກີດ ຖິ່ນກໍາເນີດ ແລະ ບໍ່ລືມຄວາມລໍາບາກທີ່ຕົນເອງເຄີຍພົບພໍ້ມາ ຈົນນໍາມາເຊິ່ງຄວາມຊ່ວຍເຫຼືອທີ່ຍິ່ງໃຫຍ່ໃນຄັ້ງນີ້… ແອັດຂໍຍົກຍ້ອງ ແລະ ກາບໃນຄວາມດີຂອງ ປາກຽວ ຢ່າງສຸດໃຈ!! …

Read More »

ພະຍາບານ ຣັສເຊຍ ຖືກລົງໂທດທາງວິໄນ ຫຼັງໃສ່ຊຸດຊັ້ນໃນ-ໃຕ້ຊຸດປ້ອງກັນໂຄວິດ-19

ເຫດການເກີດຂຶ້ນທີ່ໂຮງໝໍແຫ່ງໜື່ງ ຢູ່ທີ່ກຸງ ມອສໂກ ປະເທດຣັສເຊຍ ໂດຍພະຍາບານສາວທີ່ຄາດວ່າອາຍຸປະມານຊາວປາຍປີ ກຳລັງປີ່ນປົວຜູ້ທີ່ຕິດເຊື້ອໄວຣັສທີ່ອາຄານຜູ້ຕິດເຊື້ອເພດຊາຍ ໂດຍພາບດັ່ງກ່າວໄດ້ຖືກນໍາເອົາໄປເຜີຍແຜ່ຢູ່ໃນສື່ສັງຄົມອອນລາຍ ແລະ ກາຍເປັນປະເດັນດຣາມ່າ ພາກັນສະແດງຄວາມຄິດເຫັນຢ່າງຫລວງຫລາຍມີທັງດ້ານດີ ແລະ ລົບ ເຊັ່ນວ່າ ຢ່າງຫນ້ອຍກໍຍັງມີຄົນມີອາລົມຫົວໃນຊ່ວງເວລາທີ່ເຄັ່ງຄຽດແບບນີ້, ເກັ່ງຫລາຍລາວຊ່ວຍໃຫ້ຄົນເຈັບໃຫ້ອາລົມດີຂື້ນ ບາງຄົນເວົ້າວ່າ ເປັນຫຍັງຕ້ອງລົງໂທດພະຍາບານຄົນນີ້ ຕ້ອງໃຫ້ລາງວັນເຖິງຈະຖືກເພາະພໍຄົນເຈັບເຫັນຊຸດລາວ ຮັບຮອງບໍ່ມີໃຜຢາກຕາຍດອກ ແລະ ອີກຄົນກໍບອກວ່າ ບາງທີເຈົ້າຄວນໄປດ່າຜູ້ບໍລິຫານ ເພາະອາກາດທີ່ນັ້ນບໍ່ຖ່າຍເທ… ເມື່ອເຫດການດັ່ງກ່າວເກີດຂຶ້ນພະຍາບານສາວໄດ້ຖືກຜູ້ບໍລິຫານເອີ້ນໄປສອບຖາມ ແລະ ພະຍາບານສາວຄົນນັ້ນໃຫ້ເຫດຜົນວ່າຕົນເອງຮູ້ສຶກຮ້ອນ ຈື່ງແຕ່ງກາຍແບບນັ້ນ ໂດຍບໍ່ຄິດວ່າຊຸດ PPE ຈະໂປ່ງໃສຈົນເຫັນຮອດທາງໃນແບບນີ້ ສ່ວນຜູ້ປ່ວຍຊາຍກໍບໍ່ມີໃຜເວົ້າໃຫ້ລາວ ຂະນະດຽວກັນນັ້ນ ກະຊວງສາທາລະນະສຸກຂອງຣັສເຊຍບໍ່ພໍໃຈກັບເລື່ອງນີ້ທີ່ສຸດ ແລະ ໃຫ້ສັ່ງດໍາເນີນການລົງໂທດທາງວິໄນກັບພະຍາບານຄົນນີ້ທີ່ຝ່າຝືນຄໍາສັ່ງໃນການໃສ່ຊຸດສໍາຫຼັບການປ້ອງກັນຕິດເຊື້ອ! ແຫລ່ງຂໍ້ມູນ: ສຳນັກຂ່າວ Dailymail     

Read More »

ລວມຄົນດັງລາວ ຮ່ວມໃຈຊ່ວຍເຫຼືອສັງຄົມ ໃນຊ່ວງວິກິດໂຄວິດ-19

ດັ່ງທີ່ເຮົາຮູ້ກັນແລ້ວວ່າ ທົ່ວໂລກກຳລັງປະເຊີນກັບວິກິດການແຜ່ລະບາດຂອງໂຄວິດ-19 ເປັນໄລຍະເວລາ 5 ກວ່າເດືອນແລ້ວ ໄດ້ສົ່ງຜົນໃຫ້ຄົນຕິດເຊື້ອ-ເສຍຊີວິດເປັນຈໍານວນຫຼາຍ ແລະ ເສດຖະກິດໄດ້ຮັບຜົນກະທົບຫຼາຍຢ່າງ ການດໍາລົງຊີວິດພົບຂໍ້ຫຍຸ້ງຍາກ…ເຊິ່ງປະເທດລາວເຮົາກໍເຊັ່ນດຽວກັນ ແຕ່ຢູ່ໃນສະຖານະວິກິດໂຄວິດ-19 ເຮົາຍັງໄດ້ເຫັນພາກສ່ວນອອກມາຊ່ວຍເຫລືອສັງຄົມເຮົາ ລວມທັງ ບັນດາຄົນບັນເທິງລາວ ກໍໄດ້ມີການລະດົມທຶນ ຊ່ວຍເຫຼືອ ເຄື່ອງອຸປະກອນການແພດ ແລະ ອາຫານໃຫ້ແກ່ ບັນດາໂຮງໝໍ, ກູ້ໄພ, ຄົນທີ່ຂາດເຂີນ ແລະ ວັດໃນເຂດຊົນນະບົດ… ມື້ນີ້ຂວັນໃຈ ຈະລວມເອົາບັນດາຄົນດັງລາວເຫຼົ່ານັ້ນມາໃຫ້ແຟນໆໄດ້ຮູ້ຈັກກັນວ່າຈະມີໃຜແດ່? ເຮົາໄປເບິ່ງນໍາກັນເລີຍ… ຄົນທໍາອິດ ໝໍແນ່ງ ຫຼື ຈັນດາລີ ສິດພະໄຊ ນັກສະແດງສາວ ທີ່ໄດ້ເປັນສື່ກາງໃນການລະດົມທຶນ ສົມທົບອຸປະກອນທາງການແພດ ເພື່ອປະກອບສ່ວນເຂົ້າໃນວຽກງານການຕ້ານພະຍາດໂຄວິດ-19 ໂດຍສະເພາະກໍ່ແມ່ນ ໜ້າກາກອະນາໄມ ເຈວລ້າງມື ແລະ ອາຫານ ນໍ້າດື່ມ ເພື່ອນໍາໄປມອບໃຫ້ກັບ ເຈົ້າໜ້າທີ່ ທີ່ປະຕິບັດໜ້າວຽກ ການຕ້ານພະຍາດໂຄວິດ-19   ມາຕໍ່ກັບສາວ ລູກນໍ້າ ທິດາລັດ ວົງສິຣິ  ຊຸບຕາອັນດັບໜື່ງຂອງປະເທດລາວ  …

Read More »