ນັບຕັ້ງແຕ່ໂຄວິດ-19 ເດີນທາງມາຮອດອັງກິດ ກໍໄດ້ແຜ່ລະບາດໄປຢ່າງໄວວາ ແລະ ສະຖານະການກໍເອີ້ນໄດ້ວ່າວິກິດ ສະນັ້ນ ລັດຖະບານຈື່ງຈໍາເປັນຕ້ອງປະກາດການ Lock down ທົ່ວປະເທດຢ່າງເຂັ້ມງວດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍອະນຸຍາດໃຫ້ປະຊາຊົນອອກນອກບ້ານດ້ວຍເຫດຈໍາເປັນເທົ່ານັ້ນ ແລະ ມາດຕະການ Lock down ນີ້ຈື່ງເຮັດໃຫ້ຫຼາຍຄອບຄົວຕ້ອງແຍກຈາກກັນ ເຊັ່ນດຽວກັບຄອບຄົວນີ້… Website Daily mail ລາຍງານວັນທີ 18 ພຶດສະພາ 2020 ທີ່ຜ່ານມາວ່າ ແອນໂຣນີ ຄໍວິນ ຊາຍໜຸ່ມອາຍຸ 29 ຜູ້ທີ່ອາໄສຢູ່ໃນເມືອງ stamford ທາງພາກໃຕ້ຂອງເກາະອັງກິດ ລາວຄິດຮອດພໍ່ເຖ້າແມ່ເຖົ້າຂອງລາວຫຼາຍ ໂດຍສະເພາະແມ່ນແມ່ເຖົ້າ ແມ່ເຖົ້າຂອງ ແອນໂຣນີ ເປັນຫົວໜ້າຄອບຄົວ ແລະ ເປັນແມ່ຍິງທີ່ເກັ່ງ ລາວມີລູກ 3 ຄົນ ແລະ ລ້ຽງລູກຫຼາຍດ້ວຍຄວາມນຮັກ ການແຍກຫ່າງຈາກລູກຫຼານນັ້ນຈື່ງເຮັດໃຫ້ລາວເປັນທຸກບໍ່ໜ້ອຍເລີຍ ດ້ວຍເຫດນີ້ ໜຸ່ມ ແອນໂຣນີ ຈື່ງຕັດສິນໃຈເດີນທາງໄປຫາແມ່ເຖົ້າຂອງລາວ ແຕ່ດ້ວຍມາດຕະການ Social …
Read More »Home
ຊົມເຊີຍ!! ສ.ອາເມລິກາ ມອບເຂົ້າສານ ແລະ ໝາກຖົ່ວ 1.290 ໂຕນ ໃຫ້ລັດຖະບານລາວ ເພື່ອນຳໄປຈັດຕັ້ງປະຕິບັດໂຄງການອາຫານທ່ຽງສໍາຫຼັັບເດັກນ້ອຍຢູ່ເຂດຊົນນະບົດ…
ລັດຖະບານອາເມລິກາ ມອບເຂົ້າສານ ແລະ ໝາກຖົ່ວ 1.290 ໂຕນ ໃຫ້ລັດຖະບານລາວ ຜ່ານໂຄງການອາຫານໂລກ (WFP) ເພື່ອນຳໄປຈັດຕັ້ງປະຕິບັດໂຄງການອາຫານທ່ຽງສຳລັບເດັກນ້ອຍຢູ່ເຂດຊົນນະບົດ ໃນວັນທີ 19 ພຶດສະພາ 2020 ນີ້ ເຂົ້າສານ ແລະ ໝາກຖົ່ວທີ່ ລັດຖະບານສະຫະລັດອາເມລິກາ ໃຫ້ການສະໜັບສະໜູນມາຮອດປະເທດລາວແລ້ວໃນອາທິດນີ້ ເຊິ່ງບັນດາການຊ່ວຍເຫຼືອນີ້ ແມ່ນຈະໄດ້ສົ່ງໄປຍັງໂຮງຮຽນປະຖົມ 925 ແຫ່ງໃນທົ່ວປະເທດທີ່ອົງການອາຫານໂລກ (WFP) ໄດ້ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດກິດຈະກຳອາຫານທ່ຽງໃນໂຮງຮຽນ ເຊິ່ງ ທ່ານ ດຣ. ປີເຕີ ເອັມ ເຮມອນ ເອກອັກຄະລັດສະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ໃຫ້ກຽດຮັບສິນຄ້າຢູ່ສາງຂອງອົງການອາຫານໂລກ ທີ່ນະຄອນຫຼວງວຽງຈັນ ປັດຈຸບັນການຂົນສົ່ງເຂົ້າສານ ຈຳນວນ 68 ຕູ້ຄອນເທນເນີ ແລະ ໝາກຖົ່ວ 4 ຕູ້ຄອນເທນເນີ້ ລວມທັງໝົດ 1.290 ໂຕນ …
Read More »ເກັ່ງຫຼາຍ!! ແຣັບເປີ່ສາວລາວ Aezy Red ໂຊພະລັງສຽງ ແລະຄວາມສາມາດແບບຈັດເຕັມເທິງເວທີດັງ (ປະເທດໄທ) ເຖິງຈະໄປບໍ່ຮອດຮອບ Final ແຕ່ໄດ້ໃຈແຟນຄຣັບໄປຄອງເຕັມໆ…
ແຣັບເປີ່ສາວລາວ ເອ-ເອຊີ່ ສາວນ້ອຍອາຍຸ 19 ປີ 1 ໃນຜູ້ເຂົ້າແຂ່ງຂັນໃນລາຍການຊື່ດັງຄື The Rapper 2020 Civil War. ຕັ້ງແຕ່ເລີ່ມເຂົ້າຮ່ວມການແຂ່ງຂັນ ສາວເອຊີ່ກໍໄດ້ຮັບກໍາລັງໃຈ ແລະ ສຽງຍ້ອງຍໍເປັນຈໍານວນຫຼວງຫຼາຍ ເພາະນາງບອກແຕ່ທໍາອິດແລ້ວວ່າ ໃນແຂ່ງຂັນໃນຄັ້ງແມ່ນເຮັດຕາມຄວາມຝັນທີ່ຕົນເອງມີມາແຕ່ນ້ອຍ… ຫຼ້າສຸດ ວັນຈັນທີ 18 ພຶດສະພາທີ່ຜ່ານມາ ສາວນ້ອຍຈາກ ປະເທດລາວເຮົາກໍໄດ້ເຂົາຮ່ວມແຂ່ງຂັນຈົນຮອດຮອບ Semi-Final (ຖ້າຊະນະຮອບນີ້ກໍຈະເຂົ້າໄປແຂ່ງຂັນໃນຮອບ Final) ໂດຍໃນການແຂ່ງຂັນຮອບນີ້ ເອຊີ່ ໄດ້ຈັບເອົາເພງ ຜິດທີ່ໄວ້ໃຈ ມາແຣັບ ເຊິ່ງກໍສ້າງຄວາມຮືຮາໃຫ້ກັບແຟນຄຣັບພໍສົມຄວນ ທັງສຽງຮ້ອງ-ສຽງແຣັບ ແລະ ແອັກຕິ່ງແບບຂັ້ນສຸດ…. ຈົນມາເຖິງນາທີການຕັດສິນຂອງກໍາມະການທີ່ບອກວ່າ ເອຊີ່ ບໍ່ໄດ້ໄປຕໍ່ໃນຮອບ Final ກໍໄດ້ສ້າງຄວາມເສຍດາຍໃຫ້ກັບເອຊີ່ ແລະ ແຟນຄຣັບຢູ່ ແຕ່ເຖິງແນວໃດກໍຕາມຕອນນີ້ ເອຊີ່ ໄດ້ໃຈແຟນຄຣັບໄປຄອງເຕັມແລ້ວຈ່າ!! ແນວໃດ ຂວັນໃຈ ກໍຂໍສະແດງຄວາມເສຍໃຈທີ່ບໍ່ໄດ້ໄປຕໍ່ຮອບສຸດທ້າຍ ແລະ …
Read More »ນາຍົກລັດຖະມົນຕີ ນີວຊີແລນ ຖືກຮ້ານອາຫານດັງປະຕິເສດ ເນື່ອງຈາກໂຕະເຕັມ ແລະ ຕ້ອງເວັ້ນໄລຍະຫ່າງຕາມກົດຊ່ວງ Covid-19 …
ເມື່ອວັນທີ 16 ພຶດສະພາ 2020 ທີ່ຜ່ານມາ ສໍານັກຂ່າວຕ່າງປະເທດລາຍງານວ່າ ທ່ານນາງ Jacinda Ardern ນາຍົກລັດຖະມົນຕນີວຊີແລນ ແລະ ສາມີ ຖືກປະຕິເສດບໍ່ໃຫ້ເຂົ້າໃຊ້ບໍລິການຮ້ານດັ່ງແຫ່ງໜື່ງ ເນື່ອງຈາກວ່າຄົນໃນຮ້ານເຕັມ ແລະ ທາງຮ້ານຈໍາເປັນຕ້ອງປະຕິບັດຕາມນະໂຍບາຍ Social Distancing ຢ່າງເຄັ່ງຂັດ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19 ທ່ານນາງ Jacinda Ardern ແລະ ສາມີ ໄດ້ເດີນທາງໄປທີ່ຮ້ານ Olive ເຊິ່ງເປັນຮ້ານອາຫານ ແລະ ຄາເຟ່ ຊື່ດັງໃນກຸງ ເວລລິງຕັນ ເມືອງຫລວງຂອງປະເທດນິວຊີແລນ ໃນວັນເສົາທີ່ຜ່ານມາ ເຊິ່ງທາງຮ້ານໄດ້ຈັດໂຕະຫ່າງຈາກກັນປະມານ 1 ແມັດ ໂດຍ ໂຈອີ້ ລູກຄ້າທີ່ພົບເຫັນເຫດການໄດ້ເລົ່າວ່າ ຕົນເອງຕົກໃຈຫຼາຍທີ່ເຫັນນາຍົກລັດຖະມົນຕີມາທີ່ຮ້ານອາຫານແຫ່ງນີ້ ແລະ ກໍຖືກປະຕິເສດບໍ່ໃຫ້ເຂົ້າຮ້ານ ໃນເວລາຕໍ່ມາ ສາມີຂອງທ່ານນາຍົກ ກໍໄດ້ມາທະວິດຂໍ້ຄວາມຕອບ ໂຈອີ້ ວ່າ ເລື່ອງນີ້ເປັນຄວາມຜິດຂອງຕົນເອງທີ່ບໍ່ໄດ້ຈອງໂຕະໄວ້ກ່ອນລ່ວງໜ້າ ພ້ອມທັງເວົ້າວ່າ ມັນເປັນເລື່ອງທີ່ດີຫຼາຍທີ່ຕົນກັບພັນລະຍາຖືກທາງຮ້ານໄລ່ອອກໄປ ເພາະເຮັດຕາມກົດໝາຍ ແລະ ພວກເຂົາກໍບໍລິການດີແລ້ວ …
Read More »ຂ່າວດີຂອງໂລກ!! ວັກຊີນຕ້ານ Covid-19 ທົດສອບກັບຄົນໃຊ້ໄດ້ຜົນແລ້ວ… ຄາດວ່າຈະຜະລິດສໍາເລັດໃນທ້າຍປີນີ້!!
ຂ່າວດີຂອງຊາວໂລກ… ເມື່ອບໍລິສັດ Moderna Inc ເຊິ່ງເປັນບໍລິສັດໃນທຸລະກິດ Biotech ຂອງ ສ.ອາເມຣິກາ ໄດ້ຈັດຖະແຫຼງການໃນມື້ວານນີ້ວ່າ ຜົນການທົດລອງທາງ Clinic ໃນການສີດວັກຊີນຕ້ານ Covid-19 ໄດ້ເຮັດໃຫ້ຮ່າງກາຍຂອງອາສາສະໝັກ ສາມາດຜະລິດ Antibody ເຊິ່ງສາມາດຂ້າເຊື້ອໄວຣັສໃນຜູ້ປ່ວຍ Covid-19 ໄດ້… ໃນການທົດສອບແມ່ນໄດ້ແບ່ງກຸ່ມອອກເປັນ 3 ກຸ່ມ ກຸ່ມລະ 15 ຄົນຄື: 25 ໄມໂຄຼກຣັມ ສໍາລັບ ຜູູ້ທີ່ເຄີຍເປັນແລ້ວເຊົາ 100 ໄມໂຄຼກຣັມ ສໍາລັບ ຜູ້ທີ່ເປັນແລ້ວກັບມາເປັນອີກ 250 ໄມໂຄຼກຣັມ ສໍາລັບ ຜູ້ທີ່ມີຜົນຂ້າງຄຽງເລັກນ້ອຍ Dose ຫຼາຍໄປ! ບໍ່ຈໍາເປັນ ຜົນການສຶກສາທີ່ດໍາເນີນການໂດຍສະຖາບັນສຸຂະພາບແຫ່ງຊາດ (NIH) ພົບວ່າ ລະດັບຂອງ Antibody ດັ່ງກ່າວເທົ່າກັບໃນຕົວຢ່າງເລືອດຂອງຄົນເຈັບທີ່ຝື້ນຕົວຈາກ Covid-19; Moderna ຍັງລະບຸອີກວ່າ ວັກຊີນດັ່ງກ່າວ …
Read More »