ມື້ວານນີ້ຫຼາຍຄົນອາດຈະໄດ້ເບິ່ງການຖະແຫຼງຂ່າວຂອງ ທ່ານ ເຄນ ເທບວົງສາ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຫົວໜ້າຝ່າຍປະຕິບັດການໄຟຟ້າ ນະຄອນຫຼວງວຽງຈັນ ໃຫ້ສຳພາດໃນວັນທີ 14 ພຶດສະພາ 2020 ວ່າ: ເພື່ອປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 31/ນຍ ລົງວັນທີ 02 ເມສາ 2020 ວ່າດ້ວຍການກຳນົດນະໂຍບາຍ ແລະ ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ຕໍ່ສະພາບເສດຖະກິດຂອງ ສປປ ລາວ ໃຫ້ຄົ້ນຄວ້າຜ່ອນຜັນລາຄາ ແລະ ຕໍ່ເວລາໃນການຊຳລະຄ່າໄຟ ແລະ ນ້ຳປະປາ ຂອງຜູ້ຊົມໃຊ້ຄົວເຮືອນ ແລະ ພາກທຸລະກິດ ພາຍຫຼັງໄດ້ຮັບຂໍ້ຕົກລົງ ດັ່ງກ່າວ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຄົ້ນຄວ້າ ແລະ ຮີບຮ້ອນສົມທົບກັບໜ່ວຍງານສະເພາະກິດຂອງລັດຖະບານ ທີ່ຄົ້ນຄວ້ານະໂຍບາຍທີ່ຕິດພັນກັບພາກປະຊາຊົນ ແລະ ສັງຄົມ ເພື່ອຄົ້ນຄວ້ານະໂຍບາຍກ່ຽວກັບການຫຼຸດຄ່າກະແສໄຟຟ້າ ເພື່ອເປັນສ່ວນໜຶ່ງໃນການຊ່ວຍເຫຼືອພໍ່ແມ່ປະຊາຊົນ ພະນັກງານ ລັດຖະກອນ …
Read More »Home
ເຊີນຊວນ!! ຮ່ວມສົມທົບທຶນກັບນາງເອກສາວ ຊຸບຕາເບີ 1 ຂອງລາວ “ລູກນໍ້າ ທິດາລັດ” ຊື້ອຸປະກອນຍົກລະດັບການສຶກສາ ໃຫ້ໂຮງຮຽນທີ່ຂາດເຂີນ…
ລູກນໍ້າ ທິດາລັດ ລາດາ ນັກສະແດງ ຊຸບຕາອັນດັບຕົ້ນໆຂອງປະເທດລາວ ເປັນດາລາສາວອີກຄົນທີ່ບໍ່ມີດີພຽງໜ້າຕາແຕ່ເຕັມໄປດ້ວຍຄວມຮູ້ຄວາມສາມາດທີ່ຫຼາກຫຼາຍ ແລະ ມີຜົນງານອອກມາໃຫ້ເຮົາໄດ້ເຫັນກັນຢູ່ເລື້ອຍໆບໍ່ວ່າຈະເປັນງານເດີນແບບ ຮູບເງົາ, ລະຄອນ ແລະ ພີເຊັນເຕີ… ຜ່ານມາລູກນໍ້າຍັງໄດ້ມີໂອກາດໄປຮ່ວມງານການສະແດງຢູ່ປະເທດເພື່ອນບ້ານເຮົານັ້ນກໍຄືປະເທດໄທບໍ່ວ່າຈະເປັນ ລະຄອນ ດອກຄູນສຽງແຄນ ທີ່ອອກອາກາດທາງຊ່ອງ GMM25 ແລະ ຜົນງານອື່ນໆອີກຫຼາກຫຼາຍ!!! ປັດຈຸບັນປະເທດລາວເຮົາກໍເປັນອີກໜື່ງປະເທດທີ່ກຳລັງພັດທະນາ ລວມທັງດ້ານສຶກສາຂອງປະເທດລາວເຮົາເຊັ່ນກັນ ເຊິ່ງກໍມີຫຼາຍພາກສ່ວນຍືດມືເຂົ້າໄປຊ່ວຍດ້ານນີ້ ລວມທັງຄົນດັງວົງການບັນເທີງບ້ານເຮົາ ໜື່ງໃນນັ້ນກໍຄື ສາວ “ລູກນໍ້າ ທິດາລັດ” ຊຸບຕາເບີໜື່ງຂອງປະເທດລາວເຮົາກໍເປັນອີກຄົນທີ່ຄອຍສະໜັບສະໜູນ ໃຫ້ການຊ່ວຍເຫຼືອທຶິນການສຶກສາບໍ່ວ່າຈະເປັນອຸປະກອນຕ່າງໆ ຢູ່ໂຮງຮຽນເຂດຫ່າງໄກຊອກຫຼີກຕະຫຼອດຜ່ານມາ ຫຼ້າສຸດ ສາວລູກນໍ້າກໍໄດ້ອອກມາໂພສຜ່ານເພສສ່ວນຕົວເພື່ອລະດົມທຶນຊື້ຄອມພິວເຕີ້ໃຫ້ໂຮງຮຽນ ບ້ານດອນຕິ້ວ ເມືອງພຽງ ຢູ່ແຂວງ ໄຊຍະບູລີ: “ລະດົມທຶນຄອມໃຫ້ໂຮງຮຽນ ບ້ານດອນຕິ້ວ ເມືອງພຽງ ຢູ່ແຂວງ ໄຊຍະບູລີ #ລາຄາ2.000.000ກີບ #ໃຜຢາກຮ່ວມເຮັດນຳມາຮ່ວມນຳກັນເດີ້ ທາງໂຮງຮຽນຂາດເຂີນຄອມໃຊ້ ໄວ້ພິມເອກກະສານ ວຽກຕ່າງໆ ອີ່ດູໂຕນເພິ່ນ ຮ່ວມສົມທົບໄດ້ຕາມບັນຊີ BCEL ເງິນກີບ 090120000094627001 Ms …
Read More »ວ້າວໆ!! Good job… Twitter ເປັນບໍລິສັດທໍາອິດໃນໂລກທີ່ອະນຸຍາດໃຫ້ພະນັກງານ Work from home ໄດ້ຕະຫຼອດຊີວິດ “ບໍລິສັດເນັ້ນກະຈາຍເຄືອຄ່າຍ ບໍ່ເນັ້ນການເຮັດວຽກແບບສູນກາງ”
ການເຮັດວຽກແບບ Work from home ນັ້ນ ເກີດເປັນກະແສມາແຮງທີ່ສຸດໃນໄລຍະ 2-3 ທີ່ຜ່ານມາ ເນື່ອງຈາກສະຖານະການ ການແຜ່ລະບາດຂອງ ໂຄວິດ-19 ທີ່ໄດ້ແຜ່ລະບາດໄປທົ່ວໂລກ ເຮັດໃຫ້ຫຼາຍໆບໍລິສັດຕ້ອງໄດ້ອະນຸຍາດໃຫ້ພະນັກງານເຮັດວຽກຢູ່ເຮືອນໄດ້ ເພື່ອຄວາມປອດໄພ ຫ່າງໄກຈາກເຊື້ອພະຍາດ… ລວມທັງບໍລິສັດ Technology ຍັກໃຫຍ່ລະດັບໂລກ ຄື Twitter, Google, Facebook, Microsoft ແຕ່ປັດຈຸບັນສະຖານະການເລີ່ມຄີ່ຄາຍ ຫຼາຍບໍລິສັດກໍເລີ່ມທະຍອຍເປີດຕົວ ແລະ ເຂົ້າເຮັດວຽກຢູ່ຫ້ອງການໄດ້ແລ້ວ!! ຍົກເວັ້ນບໍລິສັດ Twitter; ເພາະຈາກການລາຍງານຂ່າວຈາກ nbc news ໃຫ້ຮູ້ວ່າ ທ່ານ ແຈັດ ດໍຣຊີ່ (Jack Dorsey) ຫົວໜ້າບໍລິຫານ Twitter ໄດ້ກ່າວກັບພະນັກງານຂອງເຂົາເມື່ອວັນອັງຄານທີ່ຜ່ານມາວ່າ ພະນັກງານຈະໄດ້ຮັບອະນຸຍາດໃຫ້ເຮັດວຽກຢູ່ເຮືອນຂອງຕົນເອງໄດ້ ເຖິງແມ່ນວ່າຈະສິ້ນສຸດວິກິດການໂຄວິດ-19 ແລ້ວກໍ່ຕາມ ແລະ ຄາດວ່າທະວິດເຕີ້ຈະເປີດຫ້ອງການໄວທີ່ສຸດໃນເດືອນກັນຍາ ສ່ວນກິດຈະກຳກ່ຽວກັບການປະຊຸມ ຫຼືການພົບປະກັນແມ່ນຈະເລື່ອນອອກໄປຈົນເຖິງປີໜ້າ. ທັງນີ້, ທາງ Twitter ຈະມີແຜນການປະເມີນສະຖານະການຂອງປີ …
Read More »ອະນຸໂມທະນາບຸນນໍາ!! ຜູ້ກຳກັບພັນລ້ານ “ເຈ້ຍ ປາຊີຟິກ” ບວດອຸທິດບຸນໃຫ້ ພໍ່ເຖົ້າໃຫຍ່ “ທ່ານສີສະຫວັດ ແກ້ວບຸນພັນ” …
“ເຈ້ຍ ປາຊີຟິກ” ນັກຮ້ອງ-ນັກສະແດງຕະລົກ- ຜູ້ກຳກັບ ແຖວໜ້າຂອງລາວ ເປັນອີກບຸກຄົນໜື່ງທີ່ຜົນງານດ້ານວົງການບັນເທິງລາວທີ່ຫຼາກຫຼາຍບໍ່ວ່າຈະເປັນ ຜູ້ກຳກັບຮູບເງົາເລື່ອງ ຫຼົງຫາມເຕົ້າ, ຮັກມະຍ່ອມມະແຍ່ມ… ເຊິ່ງຜົນງານຂອງ ເຈ້ຍ ປາຊີຟິກກໍ່ໄດ້ສ້າງຊື່ສຽງໂດ່ງດັງໄປທົ່ວປະເທດ ແລະ ຕ່າງປະເທດ ຈົນເຮັດໃຫ້ກາຍເປັນຮູບເງົາທໍາອິດຂອງລາວທີ່ສ້າງລາຍໄດ້ຫຼາຍທີ່ສຸດໃນ ປະເທດລາວ ຈົນໄດ້ສາຍາ ຜູ້ກຳກັບພັນລ້ານຂອງເມືອງລາວ ນອກຈາກນີ້, ຍັງມີຜົນງານສຽງເພງ ໄກ່ຖືກຄ້ອນ… ລວມທັງງານສະແດງທັງພາຍໃນ ແລະ ຕ່າງປະເທດອີກຫຼາກຫຼາຍ ເອີ້ນໄດ້ວ່າ ເຈ້ຍ ເປັນອີກໜື່ງບຸກຄົນວົງການບັນເທິງລາວມີເຕັມໄປດ້ວຍຄວາມສາມດ ແລະ ຜະລິດຜົນງານອອກມາໃຫ້ຄົນລາວເຮົາໄດ້ຕິດຕາມຢູ່ຕະຫຼອດມາ!! ວັນທີ 12 ພຶດສະພາ 2020 ທີ່ຜ່ານມາຖືໄດ້ວ່າເປັນອີກໜື່ງຂ່າວທີ່ນ່າສະຫຼົດໃຈ ຂອງຄອບຄົວ ແກ້ວບຸນພັນ ເຊິ່ງເປັນພໍ່ເຖົ້າໃຫຍ່ “ເຈ້ຍ ປາຊີຟິກ” ທ່ານສີສະຫວັດ ແກ້ວບຸນພັນ ໄດ້ເສຍຊີວິດ ເອີ້ນໄດ້ວ່າເປັນສູນເສຍຄັ້ງຍິ່ງໃຫຍ່ ຂອງຄອບຄົວ ແກ້ວບຸນພັນ ຫຼ້າສຸດວັນທີ 13 ພຶດສະພາ 2020 “ເຈ້ຍ ປາຊີຟິກ” …
Read More »ແພດຝາກເຕືອນ!! ພະຍາດໄຂ້ຍຸງລະບາດໜັກໃນ ສປປ.ລາວ ພົບຜູ້ຕິດເຊື້ອຫຼາຍກວ່າ 1 ພັນຄົນ ເສຍຊີວິດແລ້ວ 1 ຄົນ… ນະຄອນຫຼວງເປັນອັນດັບ 1
ອີງຕາມການໃຫ້ຂໍ້ມູນຂອງສູນຂ່າວສານການແພດສຸຂະສຶກສາ ໄດ້ໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ທັນວາ 2019-7 ພຶດສະພາ 2020 ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ1.033 ກໍລະນີ ແລະ ເສຍຊີວິດ 01 ກໍລະນີ ໃນນັ້ນ ນະຄອນຫຼວງວຽງຈັນພົບຜູ້ຕິດເຊື້ອໄຂ້ຍຸງລາຍຫຼາຍກວ່າໝູ່ ມີ 309 ກໍລະນີ ແລະ ເສຍຊີວິດ 1 ຄົນ. ຮອງລົງມາແມ່ນ ແຂວງອັດຕະປື 159 ກໍລະນີ, ວຽງຈັນ 123 ກໍລະນີ, ຄຳມ່ວນ 76 ກໍລະນີ, ບໍລິຄຳໄຊ 74 ກໍລະນີ, ສາລະວັນ 72 ກໍລະນີ, ສະຫວັນນະເຂດ 59 ກໍລະນີ, ໄຊຍະບູລີ 46 ກໍລະນີ, ເຊກອງ 41 ກໍລະນີ, ຫຼວງນໍ້າທາ 28 …
Read More »