ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ເຊື່ອວ່າຕອນນີ້ຍັງມີຄົນລາວຈຳນວນຫຼາຍທີ່ຕົກຄ້າງຢູ່ຕ່າງປະເທດ ມາບໍ່ທັນກ່ອນການ Lock down ສະນັ້ນ ຈື່ງຢາກຮູ້ວ່າຖ້າຢາກກັບມາຕອນນີ້ຕ້ອງເຮັດແນວໃດ? ປັດຈຸບັນການເຂົ້າ-ອອກ ນອກປະເທດແມ່ນຍັງບໍ່ມີຄວາມສະດວກພໍປານໃດ ເພາະວ່າທຸກປະເທດລ້ວນແຕ່ມີມາດຕະການເຝົ້າລະວັງ ບໍ່ຢາກໃຫ້ມີການນຳເຊື້ອເຂົ້າ-ອອກລະຫວ່າງປະເທດ ແລະ ມີໂອກາດສ່ຽງສູງຕໍ່ການແຜ່ເຊື້ອຈາກຄົນໜຶ່ງໄປສູ່ອີກຫຼາຍຄົນ… ເຖິງແນວໃດກໍ່ຕາມ, ອີງຕາມຄຳແນະນຳຂອງກະຊວງການຕ່າງປະເທດ ເນື່ອງຈາກວ່າ ລັດຖະບານລາວ ຍັງສືບຕໍ່ປີດດ່ານ ຊາຍແດນທາງບົກ ແລະ ທາງອາກາດໃນຂອບເຂດທົ່ວປະເທດ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດທີ່ຮ້າຍແຮງ ຢູ່ ສປປ ລາວ ຂອງພະຍາດ ໂຄວິດ-19, ສະນັ້ນ ຖ້າຫາກບຸກຄົນ ຫຼື ນິຕິບຸກຄົນໃດ ທີ່ມີຈຸດປະສົງຈະເດີນທາງເຂົ້າ-ອອກ ສປປ ລາວ ຈະຕ້ອງໄດ້ປະຕິບັດຕາມຂັ້ນຕອນ ແລະ ມາດຕະການຂອງປະເທດເຮົາຢ່າງເຄັ່ງຄັດຄື: ສະເພາະຂາເຂົ້າ ບຸກຄົນ ຫຼື ນິຕິບຸກຄົນເດີນທາງເຂົ້າ ສປປ ລາວ ຕ້ອງຂຽນຄໍາຮ້ອງ ທີ່ລະບຸລາຍລະອຽດກ່ຽວກັບ ວັນເວລາ, ດ່ານທີ່ຈະເດີນທາງເຂົ້າ, …
Read More »Home
ອີກບໍ່ດົນ!! ໜຸ່ມ “ອີ໊ດ ໂປງລາງສະອອນ” ກໍຈະໄດ້ເປັນພໍ່ຄົນແລ້ວ…
ໜຸ່ມ ອີ໊ດ ໂປງລາງສະອອນ ນັກຮ້ອງ-ນັກສະແດງໄທສາຍຕະລົກ ຫຼືເປັນທີ່ຮູ້ຈັກດີໃນນາມຫົວໜ້າວົງ ໂປງລາງສະອອນ… ເປັນອີກໜື່ງຄົນວົງການບັນເທິງໄທທີ່ມີຜົນງານຫຼາກຫຼາຍບໍ່ວ່າຈະເປັນງານສະແດງ ຮູບເງົາ ໄທບ້ານ The series, ແກ້ວກາງດົງ, ຄູ່ປັ່ນຄູ່່ປ່ວນ… ແລະຜົນງານສຽງເພງໝໍລໍາ ຕ່າງໆ ລວມໄປເຖິງກຳມະການລາຍການດັງ ຢ່າງ ໝໍລໍາໄມທອງຄໍາ ທີ່ຄົນລາວຮູ້ຈັກກັນດີ! ເຊິ່ງໜຸ່ມ ອີ໊ດ ໂປງລາງສະອອນ ກໍໄດ້ສະລະໂສດໄປມາໄລຍະໜື່ງແລ້ວ ຫຼ້າສຸດ ອີ໊ດ ກຳລັງຈະມີທາຍາດຄົນທໍາອິດແລ້ວເດີ້ ເປັນລູກຊາຍ ທີ່ ພັນລະຍາຢ່າງສາວ ນ້ຳ ຈະຣິຍາ ກຳລັງຖືພາ ແລະ ອີກບໍ່ດົນກໍເກີດແລ້ວ!!! ອົດໃຈຖ້າອີກບໍ່ດົນ! ເຮົາກໍຈະໄດ້ເຫັນໜ້າຕາທາຍາດຂອງ ໜຸ່ມ ອີ໊ດ ກັນແລ້ວ! ເຮົາມາລຸ້ນນໍາກັນວ່າຈະນ່າຮັກພຽງໃດ… ຂອບໃຈແຫຼ່ງຂໍ້ມູນ: https://www.soupsipupdate.com
Read More »ເຄຣຍຊັດເຈນ!! ຈາກປາກເອື້ອຍນາງເອກສາວ ສາເຫດແຕ້ວ ເລິກ ຕົ້ນ ພ້ອມປະກາດຄວາມສໍາພັນ ກັບໄຮໂຊໝຸ່ມນັກທຸລະກິດ…
ກຳລັງເປັນກະແສມາແຮງ! ຈາກຂ່າວ ຄວາມສໍາພັນຂອງນາງເອກສາວ ແຕ້ວ ນັດຕະພອນ ຫຼັງຈາກທີ່ເລິກລາກັບແຟນໜຸ່ມ ຕົ້ນ ທີ່ຄົບຫາດູໃຈກັນເປັນເວລາດົນກວ່າ 14 ປີ ແລ້ວ ແຕ່ກໍມີກະແສອອກມາວ່າ ມີໄຮໂຊຫຼາຍຄົນຕາມຈີບ ຈົນຫຼ້າສຸດໄດ້ມີວົງໃນອອກມາເວົ້າວ່າ ໜຸ່ມທີ່ກຳລັງແອບຄົບກັບແຕ້ວນັ້ນກໍຄື ໄຮໂຊ “ໄນ ປະໄນ ພອນປະພາ” ໜຸ່ມຕີ໋ ທຸລະກິດແຖວໜ້າຂອງປະເທດໄທ ແຟນເກົ່າຂອງສາວ “ວຸ່ນເສັ້ນ ທີ່ເປັນອະດີດພັນລະຍາຂອງ ໝຸ່ມ ຊາຄິດ ແຍ້ມນາ” ນັ້ນເອງ ເຊິ່ງຕອນນີ້ເຮັດໃຫ້ເປັນກະແສວິພາກວິຈານໃນ Social ບໍ່ໜ້ອຍເລີຍທີດຽວ ຫຼ້າສຸດເພສດັງ ໃຕ້ຕຽງດາລາ ກໍໄດ້ເຜີຍຂໍ້ຄວາມຈາກເອື້ອຍແທ້ໆຂອງສາວ ແຕ້ວ ກ່ຽວກັບເລື່ອງນີ້ ແລະ ສາເຫດທີ່ ແຕ້ວເລິກກັບຕົ້ນ ຍ້ອນວ່າທັງສອງຄົບກັນມາດົນແຕ່ຍັງເບິ່ງຄວາມສໍາພັນຂອງທັ້ງສອງບໍ່ເຫັນຊັດເຈນໃນຂັ້ນຕໍ່ໄປ ກໍເລີຍຕັດສິນໃຈຫຼຸດຄວາມສໍາພັນລົງ ເລິກລາກັນດ້ວຍດີ ແລະ ຍັງຫ່ວງໃຍກັນຄືເກົ່າ!!! ທັງ ຍອມຮັບວ່ານາງເອກສາວ ກຳລັງປຸກຕົ້ນຮັກ ກັບໄຮໂຊດັງ ໄນ ຈາກປະເດັນທັ້ງໝົດນີ້ …
Read More »ຊົມເຊີຍ! ຮ້ານອາຫານ ແສງດາວ ແລະ ເລີ ປາກແດກ ທີ່ປະຕິບັດຕາມຄໍາສັ່ງເລກທີ 06/ນຍ ໄດ້ດີ ແລະ ສາມາດດໍາເນີນກິດຈະການຕໍ່ຫຼັງພັກໂຄວິດ…
ຫຼັງຈາກທີ່ປະເທດເຮົາໄດ້ມີມາດຕະການຜ່ອນການ Lock down ໜ່ວຍງານກວດກາສະເພາະກິດໂຄວິດ-19 ນະຄອນຫຼວງວຽງຈັນ ໄດ້ອອກກວດກາ ການເຄື່ອນໄຫວ ຂອງພາກທຸລະກິດ ໃນໄລຍະທີ່ມີການລະບາດຂອງພະຍາດ COVID-19 ຕາມທີ່ໄດ້ກຳນົດໃນຄໍາແນະນໍາ 031/ສພກ ກ່ຽວກັບການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະຂອງພະຍາດໂຄວິດ-19 ເລີ່ມແຕ່ວັນທີ 04 -17 ພຶດສະພາ 2020 ຄື: ມີສະຖານທີ່ບໍ່ແອອັດ ເວລານັ່ງກິນອາຫານຕ້ອງມີໄລຍະຫ່າງ 1 ແມັດຂຶ້ນ ພະນັກງານ ຕ້ອງມີຜ້າອັດປາກ-ດັງ, ບ່ອນລ້າງມື, ສະບູ ຫຼື ເຈວລ້າງມື ແລະ ໃສ່ຖົງມື ທຸກຄັ້ງໃນການບໍລິການ ຕ້ອງມີຈຸດກວດອຸນຫະພູມ ແລະ ສະໜອງເຈວລ້າງມື ໃຫ້ພະນັກງານ ແລະ ແຂກທີ່ເຂົ້າມາບໍລິການ ຢູ່ທາງເຂົ້າ-ອອກ ຖ້າພົບຜູ້ທີ່ມີອາການໄຂ້ (ອຸນຫະພູມສູງກວ່າ 37,5 ອົງສາ) ຫຼື …
Read More »ມາເບິ່ງ!! ປະຫວັດຫຍໍ້ຂອງ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ນັກຮົບປະຕິວັດອາວຸໂສ ວີລະບູລຸດຂອງປະຊາຊົນລາວ…
ຕອນເຊົ້າຂອງມື້ວານນີ້ ວັນທີ 12 ພຶດສະພາ 2020 ປະຊາຊົນລາວໄດ້ຮັບຂ່າວທີ່ເສົ້າສະລົດໃຈວ່າ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ນັກຮົບປະຕິວັດລຸ້ນອາວຸໂສ ອະດີດນາຍົກລັດຖະມົນຕີແຫ່ງ ສ.ປ.ປ.ລາວ ແລະ ອະດີດປະທານສູນກາງແນວລາວສ້າງຊາດ ໄດ້ເຖິງແກ້ມໍລະນະກໍາແລ້ວດ້ວຍອາຍຸ 92 ປີ. ປະຊາຊົນຫຼາຍພາກສ່ວນກໍອອກມາສະແດງຄວາມໄວ້ອາໄລເຖິງດວງວິນຍານ ແລະ ຈາລຶກເຖິງຄຸນງາມຄວາມດີທີ່ທ່ານໄດ້ສ້າງຜ່ານມາ… ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດວັນທີ 1 ພຶດສະພາ 1928 ທີ່ບ້ານຫ້ວຍກະລຶມ ຕາແສງເມືອງປົວ ເມືອງຊໍາເໜືອ ແຂວງຫົວພັນ ມີເອື້ອຍນ້ອງຮ່ວມກັນ 3 ຄົນ. ຊິວີດຕອນຍັງນ້ອຍຂອງເພີ່ນກໍ່ເປັນຄືເດັກນ້ອຍທົ່ວໄປ ທີ່ໃຊ້ຊິວີດຕາມບ້ານນອກ ເປັນຊາວໄຮ່ນາ ຫາກິນຕາມທໍາມະຊາດ. ພໍ່-ແມ່ ເສຍຊິວີດ ຕັ້ງແຕ່ຕອນເພີ່ນອາຍຸ 14 ປີ. ທ່ານ ສີສະຫວາດ ຕ້ອງລ້ຽງນ້ອງ 3 ຄົນ ໂດຍອາໄສວັດ ເປັນບ່ອນຮຽນໜັງສື. …
Read More »