ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ວັນທີ 11 ພຶດສະພາ 2020 ນີ້ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ ຖະແຫຼງການ ກ່ຽວກັບສະຖານະການຂອງໂຄວິດ-19 ໃນປະເທດ ວ່າ ຜູ້ເສຍຊີວິດຍັງຄົງທີ່ 4.633 ຄົນ ແລະ ປິ່ນປົວເຊົາດີແລ້ວ 78.144 ຫຼັງຈາກແພດໄດ້ອະນຸຍາດໃຫ້ຜູ້ປ່ວຍ 24 ຄົນ ອອກຈາກໂຮງໝໍ ເມື່ອວັນອາທິດຜ່ານມາ ເຮັດໃຫ້ຜູ້ປ່ວຍໃນລະບົບຍັງເຫຼືອ 141 ຄົນ ໃນນັ້ນ 9 ຄົນ ອາການຍັງວິກິດ. ຂະນະທີ່ ພາຍໃນຮອບ 24 ຊົ່ວໂມງ ຜ່ານມາ ໄດ້ຢືນຢັນພົບຜູ້ປ່ວຍໃໝ່ 17 ຄົນ ເປັນສະຖິຕິສູງທີ່ສຸດ ຕັ້ງແຕ່ວັນທີ 28 ເມສາ ແລະ ເຮັດໃຫ້ສະຖິຕິຜູ້ປ່ວຍເພິ່ມຂຶ້ນ 82.918 ຄົນ ໂດຍຜູ້ປ່ວຍກຸ່ມຫຼ້າສຸດ ແບ່ງເປັນຜູ້ເດີນທາງມາຈາກຕ່າງປະເທດ 7 ຄົນ …
Read More »Home
ຂ່າວດີ!!! ໂຮງງານຜະລິດຜ້າອັດປາກ-ດັງ ຈຳນວນ 8 ໂຮງງານ ທີ່ນະຄອນຫຼວງວຽງຈັນ ກະກຽມເປີດການຜະລິດອອກຮັບໃຊ້ສັງຄົມ…
ຕໍ່ເນື່ອງກັບສະພາບການແຜ່ລະບາດຂອງໂຄວິດ-19 ທີ່ກຳລັງແຜ່ລະບາດໄປທົ່ວໂລກນັບມື້ນັບຮຸນແຮງ ແລະ ໜື່ງໃນວິທີການປ້ອງພະຍາດລະບາດດັ່ງກ່າວແມ່ນການໃສ່ຜ້າອັດປາກ ແລະ ຜ່ານມາດັ່ງທີ່ເຮົາຮູ້ກັນແລ້ວວ່າ ຜ້າປິດປາກກຳລັງເປັນທີ່ຕ້ອງການຂອງປະຊາຊົນໃນສັງຄົມ ແລະ ຂາດຕະຫຼາດຈົນເຮັດໃຫ້ລາຄາຜ້າອັດປາກນັ້ນລາຄາສູງ ຈົນກາຍເປັນປະເດັນມີຄິດເຫັນຕ່າງໆນາໆອອກມາ… ແຕ່ບໍ່ຕ້ອງກັງວົນອີກຕໍ່ໄປ ເພາະວ່າ ຫຼ້າສຸດ ໂຮງງານຜະລິດຜ້າອັດປາກ-ດັງ ຈຳນວນ 8 ໂຮງງານ ທີ່ ນະຄອນຫຼວງວຽງຈັນ ກະກຽມເປີດສາຍການຜະລິດອອກຮັບໃຊ້ສັງຄົມ ຈໍານວນຫຼາຍກ່ວາ 1.2 ລ້ານແຜ່ນ ຕໍ່ມື້ ລາຄາຂາຍ ສະເລ່ຍຕໍ່ແຜ່ນ ພຽງ 1.200-1.400 ກີບ !!!
Read More »ຊົມເຊີຍ!!! ນັກສຶກສາລາວ ຄວ້າໃບປະກາດແດງ ກຽດນິຍົມອັນດັບ 1 ທີ່ປະເທດຣັດເຊຍ…ພ້ອມທັງ ປະດັບຫຼຽນຄຳທີ່ຕົນໄດ້ຮັບໃສ່ທຸງຊາດລາວ ດ້ວຍຄວາມພາກພູມໃຈ
ລາວ-ຣັດເຊຍ ມີສາຍສຳພັນກັນມາຍາວນານ ສອງປະເທດໄດ້ຮ່ວມມືກັນພິເສດໃນດ້ານການທະຫານ ແລະ ສປປ ລາວໄດ້ຈັດສົ່ງບຸກຄະລາກອນຫຼາຍຊຸດໄປຮຽນຢູ່ຣັດເຊຍຈົບມາກໍປະກອບອາຊີບໃນຖັນແຖວປ້ອງກັນຊາດຢ່າງມີປະສິດທິພາບ ຫຼ້າສຸດຖືວ່າເປັນອີກໜື່ງຂ່າວທີ່ດີ ແລະ ຊົມເຊີຍ ຕໍ່ຜົນສໍາເລັດ ຂອງນັກສຶກສາລາວ ທີ່ປະເທດຣັດເຊຍ ໃນວັນທີ 10 ພຶດສະພາ 2020 ທີ່ໄດ້ມີການມອບໃບປະກາສະນິຍະບັດ ຈົບການສຶກສາ ທີ່ ວິທະຍາຄານທະຫານ ຣັດເຊຍ. ເຊິ່ງ 1 ໃນ ຈໍານວນ ນັກສຶກສາລາວ ແມ່ນໄດ້ ປະສົບຜົນສໍາເລັດ ອັນສູງ ທີ່ໄດ້ຮັບກຽດ ຖືກຄັດເລືອກໃຫ້ເປັນນັກສຶກສາຕ່າງປະເທດພຽງຄົນດຽວໃນປີນີ້ ທີ່ໄດ້ຮັບຫລຽນຄຳຈາກກະຊວງປ້ອງກັນປະເທດຣັດເຊຍ (Золотой медаль) ແລະ ພ້ອມທັງໃບປະກາດແດງ (красный диплом) ຂອງວິທະຍາຄານທະຫານອາກາດຣັດເຊຍແຫ່ງນີ້. ສະຫາຍ ວຽງພອນ ສີສົມລິດ ປະດັບຫຼຽນ ທີ່ຕົນໄດ້ຮັບໃສ່ທຸງຊາດລາວ ດ້ວຍຄວາມພາກພູມໃຈ ຜູ້ຄວ້າມາສອງຜົນງານໃຫຍ່ຄືຫຼຽນຄຳ ແລະ ປະກາສະນີຍະບັດກຽດນິຍົມຄື ສະຫາຍ ວຽງພອນ …
Read More »ເຫັນແລ້ວລະລາຍ! ໜຸ່ມນັກບິນສຸດຫລໍ່ ສາຍການບິນໄທ… ເຫັນແບບນີ້ແລ້ວຢາກໄດ້ມາເປັນແຟນເດເນາະ!!!
ນະທີ່ນີ້ບໍ່ມີຫຍັງຮ້ອນໄປກວ່າ ໝຸ່ມສະຈວດສຸດຫຼໍ່ຄົນນີ້ແລ້ວ… ເຫັນພາບໃດກໍລະລາຍໃຈໄປໝົດ ຫັ້ນແນ່ ອາດຈະບໍ່ເຊື່ອແມ່ນບໍ!! ດຽວແອັດຈະພາໄປສ່ອງເບິ່ງນໍາກັນວ່າໜຸ່ມຄົນນີ້ທີ່ຫຼໍ່ລະລາຍແທ້ປານໃດ ເຮົາໄປເບິ່ງນໍາກັນເລີຍ… ເປັນແນວໃດລະລາຍໄປນໍາກັນບໍ! ເຫັນແລ້ວກໍຢາກໄດ້ໜຸ່ມນັກບິນມາຢູ່ຂ້າງກາຍ ແລະໃຈຈັກຄົນເດເນາະ!!! IG:most1795
Read More »ຢາກໃຫ້ນ້ອງໆໄດ້ອ່ານ!! ຈາກເດັກນັກຮຽນທີ່ມີຄະແນນ 5-4 ເປັນທີ່ສຸດທ້າຍໃນຫ້ອງ ສູ່ນັກສຶກສາກຽດນິຍົມອັນດັບ 1 “ຄະແນນບໍ່ໄດ້ບົ່ງບອກຄວາມສາມາດ ຂໍໃຫ້ເອົາຕົວລອດຫຼັງຮຽນຈົບກໍພໍ”
ໃນຊ່ວງເວລາຂອງການເປັນນັກຮຽນ ເຊື່ອວ່າທຸກຄົນຕ້ອງເຄີຍສໍາພັດກັບຄວາມກົດດັນ ເລື່ອງການສອບເສັງເຮັດແນວໃດໃຫ້ໄດ້ຄະແນນຫຼາຍໆ ເພື່ອຈະຍາດເອົາທີ 1-2-3 ໃຫ້ພໍ່ແມ່ພູມໃຈ ແລະ ໄດ້ລາງວັນຕາມທີ່ພໍ່ແມ່ຕັ້ງໃຫ້; ຕັ້ງແຕ່ນ້ອຍຈົນໃຫຍ່ ຕັ້ງແຕ່ຮຽນອະນຸບານ-ປະຖົມ-ມັກທະຍົມ-ວິທະຍາໄລ-ມະຫາວິທະຍາໄລ ເຮົາກໍຈະຍິນພໍ່ແມ່ຖາມຕະຫຼອດວ່າ ໄດ້ທີ່ເທົ່າໃດລູກ ແຕ່ບໍ່ມີໃຜເຄີຍຄິດເຖິງຄວາມສາມາດຂອງເດັກນ້ອຍເລີຍວ່າ ເຂົາມີຄວາມຮູ້ຄວາມສາມາດສໍ່າໃດ? ແລ້ວຮູ້ໄດ້ແນວໃດວ່າຄະແນນສູງຈະມີຄວາມຮູ້ສູງ? ມື້ນີ້ ຂວັນໃຈຈຶ່ງໄດ້ນໍາເອົາບົດຄວາມດີໆ ຈາກອາຈານທ່ານໜຶ່ງມາໃຫ້ນ້ອງ ລວມໄປເຖິງຜູ້ປົກຄອງໄດ້ອ່ານເພື່ອເປັນຂໍ້ຄິດ… ເຕືອນສະຕິຕົວເອງ ແລະ ນ້ອງໆ ຫຼາຍໆຄົນເລື່ອງຄະແນນ ຈາກເດັກນັກຮຽນທີ່ມີ 5-4 ມາແລ້ວ ສໍາພັດທີ່ໂຫຼ່ຂອງຫ້ອງມາແລ້ວ ດັ່ງນັ້ນ ກໍຈະເຂົ້າໃຈຄວາມຮູ້ສຶກທັງຄົນທີ່ຄະແນນຕໍ່າ ແລະ ສູງ + ສາເຫດເລື່ອງຄະແນນຕໍ່າ-ສູງ – ໄອຄິວ-ຄວາມສະຫຼາດ – ຄວາມມັກ-ຄວາມຖະນັດ – ຄວາມດຸໝັ້ນ-ເອົາໃຈໃສ່ – ພອນສະຫວັນຄືສິ່ງສໍາຄັນ ຫຼາຍຄົນບອກວ່າພອນສະແຫວງສຳຄັນກວ່າ ແຕ່ຄົນທີ່ມີພອນສະຫວັນຄືຄົນທີ່ມີປິກມາຕັ້ງແຕ່ເກີດດັ່ງນັ້ນການທີ່ຈະບິນກະບໍ່ແມ່ນເລື່ອງງ່າຍພຽງແຕ່ສະແຫວງຫາໜ້ອຍດຽວກະເຂົ້າໃຈ ແຕ່ຖ້າອາໄສແຕ່ພອນສະແຫວງເຈົ້າຕ້ອງຝຶກໜັກເປັນຮ້ອຍເປັນພັນ ເພື່ອຈະໄດ້ເທົ່າກັບເຂົາ – ການສະໜັບສະໜູນ ແລະ ໂອກາດ ແລະອື່ນໆອີກຫຼາຍປັດໃຈ …
Read More »