ບີ້ ທະລັດສະພາກ ແລະ ກຸບກີ້ບ ສຸມົນທິບ ຄູ່ຜົວເມຍຄົນດັງວົງການບັນເທິງໄທ ເຊິ່ງທັງສອງ ເປັນດາລາ-ນັກຮ້ອງ-ນັກສະແດງ ແຖວໜ້າຂອງປະເທດ ຜ່ານມາ ໝຸ່ມບີ້ ແລະ ສາວກຸບກີ້ບກໍໄດ້ມີຜົນງານຫຼາກຫຼາຍອອກມາໃຫ້ເຮົາໄດ້ຕິດຕາມນໍາກັນຢູ່ເລື້ອຍໆ ໂດຍໜຸ່ມບີ້ ເປັນທັງນັກຮ້ອງ-ນັກສະແດງທີ່ມີຜົນງານທັງພາຍໃນປະເທດໄທ ແລະ ຕ່າງປະເທດເອີ້ນໄດ້ວ່າເປັນອີກຄົນທີ່ ໄດ້ໂກອິນເຕີ ໄປສ້າງຊື່ສຽງຢູ່ຕ່າງປະເທດໂດຍສະເພາະໃນເຂດດິນແດນແຫ່ງມັງກອນ ປະເທດຈີນນັ້ນເອງ ແລະ ສາວກຸບກີ້ບ ກໍເປັນດາລາສາວອີກຄົນທີ່ຜົນງານການສະແດງອອກມາໃຫ້ໄດ້ຕິດຕາມຢູ່ສະເໜີບໍ່ວ່າຈະເປັນເລື່ອງ ເກມຮ້າຍ ເກມຮັກ, ເລ່ລັບສະຫຼັບຮ່າງ ແລະ ອີກຫຼາຍໆເລື່ອງ… ທັງສອງໄດ້ຄົບຫາເບິ່ງໃຈກັນ ແລະ ຕັດສິນໃຈແຕ່ງງານນໍາກັນ ແລະ ມີພະຍານຮັກມາແລ້ວຄົນໜື່ງນັ້ນກໍຄື ນ້ອງເປົາເປົາ ທີ່ກຳລັງຢູ່ໃນໄວທີ່ນ່າຮັກ ແລະ ຍັງເປັນຂວັນໃຈຂອງແຟນຄັບທັງປະເທດ ລວມທັງແອັດນໍາ! ຫຼ້າສຸດພັນລະຍາສາວຄົນງາມ ກຸບກິ້ບ ກໍໄດ້ເກີດລູກສາວຄົນທີ່ 2 ຕອນເຊົ້າຂອງມື້ນີ້ວັນທີ 8 ພຶດສະພາ 2020 ໂດຍໃສ່ຊື່ວ່າ ເດັກຍິງ ລາລິນ່າ ແລະ ມີຊື່ຫຼີ້ນວ່ານ້ອງ …
Read More »Home
ຢາກໃຫ້ຜູ້ຊາຍຄິດໄດ້ແບບ Mark Zuckerberg… “ຄວາມງາມຈາກພາຍນອກຈະຫຼຸດລົງຕາມອາຍຸ ແຕ່ຄວາມຈາກພາຍໃນຈະເພີ່ມຂຶ້ນຕາມອາຍຸ ຂ້ອຍຈຶ່ງເລືອກສິ່ງທີ່ມີຄຸນຄ່າເພີ່ມຂຶ້ນສະເໝີບໍ່ແມ່ນຫຼຸດລົງ”
ຖ້າເວົ້າເຖິງຊື່ Mark Zuckerberg ເຊື່ອວ່າຄົງບໍ່ມີໃຜທີ່ບໍ່ຮູ້ຈັກ ຫຼືຖ້າບໍ່ຮູ້ຈັກຊື່ ແລະໃບໜ້າກໍຈະຕ້ອງຮູ້ຈັກໃນນາມຜູ້ກໍ່ຕັ້ງ Facebook ຢ່າງແນ່ນອນ. Mark Zuckerberg ຂຶ້ນແທ່ນເປັນມະຫາເສດຖີອັນດັບຕົ້ນໆຂອງໂລກ ແລະ ເປັນຜູ້ທີ່ປະສົບຄວາມສໍາເລັດແຕ່ອາຍຸທີ່ຍັງນ້ອຍຫຼາຍຄົນໜຶ່ງ… ແຕ່ທີ່ຜ່ານມາເຮົາມັກຈະເຫັນເພິ່ນໃນ Look ຂອງຜູ້ປະສົບຄວາມສໍາເລັດທີ່ອອກມາໃຫ້ຄໍາເຫັນກ່ຽວກັບແຮງບັນດານໃຈຕ່າງໆໃນການເຮັດທຸລະກິດ ແຕ່ແນ່ນອນວ່າ ຄຽງຄູ່ກັບຄວາມປະສົບຜົນສໍາເລັດໃນວຽກງານນັ້ນ ສິ່ງໜຶ່ງທີ່ຂາດອີກບໍ່ໄດ້ ກໍຄືຄວາມສໍາເລັດໃນຊີວິດຄອບຄົວ Mark Zuckerberg ແຕ່ງງານກັບສາວຊາວຈີນສ້າງຄອບຄົວທີ່ໜ້າຮັກ ແລະ ອົບອຸ່ນຫຼາຍ… ແຕ່ກໍຍັງມີຄໍາຖາມຫຼວງຫຼາຍຈາກສັງຄົມທີ່ Mark Zuckerberg ຫຼີກລ່ຽງບໍ່ໄດ້ກ່ຽວກັບເມຍຊາວຈີນຂອງລາວ ເພາະຫຼາຍຄົນນັ້ນເບິ່ງວ່າ ສາວຄົນນີ້ຮູບຮ່າງ, ໜ້າຕາບໍ່ຄ່ອຍງາມ ບໍ່ສົມກັບມະຫາເສດຖີໜຸ່ມເລືອກມາເປັນເມຍເລີຍ!! ແລະໃນທີ່ສຸດ Mark Zuckerberg ກໍໄດ້ອອກມາຕອບຄໍາຖາມກ່ຽວກັບເມຍຂອງລາວວ່າ: ມີຫຼາຍຄົນຖາມຂ້ອຍ ເປັນຫຍັງເຈົ້າຈຶ່ງເລືອກເມຍຊາວຈີນທີ່ບໍ່ງາມ? ເພາະຄວາມຈິງຂ້ອຍສາມາດຊອກຫາແຟນທີ່ງາມກວ່ານີ້ໄດ້ງ່າຍໆ? Mark ໄດ້ຕອບວ່າ ຂ້ອຍຈະຖາມຄືນວ່າຄວາມງາມ ແລະບໍ່ງາມຂອງແມ່ຍິງນັ້ນແມ່ນຫຍັງ? ຄວາມຈິງແລ້ວ, ຂ້ອຍມີໂອກາດພົບແມ່ຍິງທີ່ສວຍງາມຫຼາຍໃນຊີວິດ ທີ່ຕ້ອງການໃຊ້ຊີວິດຮ່ວມກັບຂ້ອຍ ແຕ່ຜູ້ຍິງງາມໆເຫຼົ່ານັ້ນຫົວໃຈເຂົາປຽບດັ່ງແກ້ວ (ບອບບາງຫຼາຍ) ເຊິ່ງຈຸດປະສົງຂອງພວກເຂົາ …
Read More »ຣັສເຊຍ ຕິດໂຄວິດ-19 ກະໂດດຂຶ້ນສູງ 5ມື້ຕິດຕໍ່ກັນ ຫຼັງກວດຫາເຊື້ອໄປແລ້ວກວ່າ 4,8 ລ້ານຄົນ
ວັນທີ 8 ພຶດສະພາ 2020 ການແຜ່ລະບາດຂອງໂຄວິດ-19 ຜ່ານມາແລ້ວຫຼາຍກວ່າ 4 ເດືອນ ຍອດຜູ້ປ່ວຍໂຄວິດ-19 ທົ່ວໂລກຍັງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງເຖິງ 3.85 ລ້ານຄົນແລ້ວ ປົວດີແລ້ວ 1.3 ລ້ານຄົນ ຫຼື 1 ສ່ວນ 3 ຂອງຜູ້ຕິດເຊື້ອທັ້ງໝົດເສຍຊີວິດແລ້ວ 2.6 ແສນຄົນ ອັດຕາການເສຍຊີວິດຢູ່ທີ່ 6.9% ຫຼ້າສຸດ ພົບຜູ້ຕິດເຊື້ອໄວຣັສສາຍພັນໃໝ່ນີ້ຫຼາຍກວ່າ 180 ປະເທດແລ້ວ ໂດຍປະເທດທີ່ພົບຜູ້ຕິດເຊື້ອຫຼາຍທີ່ສຸດ 5 ອັນດັບທໍາອິດຄື ສະຫະລັດອາເມລິກາ (1,266,442 ຄົນ) ສະເປນ (256,855 ຄົນ) ອີຕາລີ (214,457 ຄົນ) ອັງກິດ (201,101 ຄົນ) ແລະ ຣັສເຊຍ (177,160 ຄົນ) ເຊິ່ງພົບຜູ້ຕິດເຊື້ອໃນຈີນຄິດເປັນພຽງ 2.15% ຂອງຜູ້ຕິດເຊື້ອສະສົມທັງໝົດທົ່ວໂລກ ຣັສເຊຍພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ເພີ່ມກວ່າ 10 ພັນຄົນ 5 ວັນຕິດຕໍ່ກັນ ຫຼັງສາທາລະນະສຸກໄດ້ກວດເຊື້ອໄປແລ້ວ 4.8 …
Read More »ວ້າວ! “ແກ້ວຕາ” ເນັດໄອດໍລາວດັງໄກ ຮ່ວມສະແດງນາງເອກເອັມວີ ນັກຮ້ອງດັງໄທ… ຍອດວິວທະລຸ 60 ລ້ານ
ແກ້ວຕາ ເນັດໄອດໍ້ລາວ ທີ່ໂດ່ງດັງໃນ Social Media ແລະ ມີຄົນຕິດຕາມເປັນຈໍານວນຫຼວງຫຼາຍໃນເພສເຟສບຸກຫຼາຍກວ່າ 4 ແສນຄົນ ຍ້ອນຄວາມນ່າຮັກສົດໃສ ແລະ ຄວາມສາມາດ ສາວຄົນນີ້ຈື່ງໄດ້ມີໂອກາດເຂົ້າຮ່ວມວົງການບັນເທິງລາວທັງໄດ້ເປັນນາງແບບ-ນັກສະແດງ ແລະ ໄດ້ເປັນພີເຊັນເຕີສິນຄ້າດັງລະດັບຕ່າງປະເທດ ພ້ອມດຽວກັນນັ້ນ, ສາວຄົນນີ້ຍັງມີໂອກາດໄດ້ຮ່ວມສະແດງເປັນນາງເອກເອັມວີເພງດັງຫຼາຍເພງຢ່າງຫຼ້າສຸດຄືເພງ ພາບເຄື່ອນໄຫວ ຂອງນັກຮ້ອງດັງລະດັບປະເທດຢ່າງໜຸ່ມ ຕ່າຍ ອາກາດ ເວົ້າໄດ້ວ່າເປັນເພງທີ່ມາແຮງອັນດັບຕົ້ນໆຂອງລາວໃນຍຸກນີ້ ແລະ ປະຕິເສດບໍ່ໄດ້ເລີຍວ່າບໍ່ມີໃຜຈະບໍ່ຮູ້ຈັກເພງນີ້ ໄປໃສກໍຍິນແຕ່ຄົນຟັງເພງນີ້ ປັດຈຸບັນຢູ່ທີ່ 7 ລ້ານວິວ ຈົນເຮັດໃຫ້ໄດ້ຮັບສາຍາ ເຈົ້າແມ່ເອັມວີເພງລາວ… ຍ້ອນຄວາມສາມາດທີ່ຫຼາກຫຼາຍ ຈື່ງເຮັດໃຫ້ສາວງາມຄົນນີ້ມີໂອກາດຮ່ວມງານທີ່ຕ່າງປະເທດ ໂດຍຫຼ້າສຸດໄດ້ມີໂອກາດຮ່ວມສະແດງນາງເອກເອັມວີຂອງນັກຮ້ອງຊື່ດັງຂອງໄທ ໜຸ່ມ ໄຜ່ ພົງສະທອນ ທີ່ມີຊື່ເພງ “ອ້າຍເກັ່ງກະດໍ້” ເປັນເພງທີ່ມີເນື້ອຫາກ່ຽວກັບຄວາມຮັກທີ່ບໍ່ສົມຫວັງ ຟັງແລ້ວນໍ້າໄຫຼແນ່ນອນ… ຈົນປັດຈຸບັນມີຍອດວິວທະລຸ 60 ລ້ານວິວແລ້ວ ຂອບໃຈຮູບພາບ: Keota Phonepasert
Read More »ຄວາມຫວັງຂອງຄົນທັງໂລກ!! ທີມນັກວິໄຈຈາກ ເນເທີແລນ ແລະ ອິດສະລາເອວອ້າງວ່າ ຄົ້ນພົບສານພູມຕ້ານທານປ້ອງກັນໂຄວິດ-19 ສໍາເລັດ…
ທີມນັກວິໄຈ 2 ກຸ່ມ ຄືປະເທດເນເທີແລນ ແລະ ປະເທດ ອິດສະລາເອວ ອ້າງພວກເຂົາຄົ້ນພົບສານພູມຕ້ານທານ ທີ່ປ້ອງກັນການຕິດເຊື້ອໄວຣັດໂຄວິດ-19 ສຳເລັດ ເຊິ່ງເປັນບາດກ້າວສຳຄັນໃນການພັດທະນາວິທີຮັກສາພະຍາດເຊື້ອໄວຣັດໂຄວິດ-19 ສຳນັກຂ່າວ the guardian ລາຍງານວ່າ ທີມນັກວິທະຍາສາດເນເທີແລນ ລະບຸວ່າ ພວກເຂົາຄົ້ນພົບສານພູມຕ້ານທານ ຫຼື ແອນຕິ້ບໍດີ້ (antibody) ທີ່ສາມາດຢຸດຢັ້ງບໍ່ໃຫ້ໄວຣັດໂຄວິດ-19 ຕິດຕໍ່ກັບເຊວໄດ້ໃນການທົດລອງໃນຫ້ອງແລັບ. ສ່ວນ ກະຊວງປ້ອງກັນຊາດຂອງປະເທດອິດສະລະເອວ ປະກາດວ່າ : ສູນວິໄຈຂອງລັດ ແມ່ນໄດ້ສານພູມຕ້ານທານທີ່ສາມາດຕໍ່ຕ້ານໄວຣັດໂຄວິດໃນຮ່າງກາຍໄດ້. ຜົນການວິໄຈຂອງເນເທີແລນ ຖືກເຜີຍແຜ່ໃນວາລະສານ ‘Nature Communications’ ໃນວັນຈັນ ທີ 4 ພຶດສະພາ ທີ່ຜ່ານມາວ່າ ທີມນັກວິໄຈຈາກມະຫາວິທະຍາໄລ ອູເທຣຕ໌ ແລະ ສູນການແພດ ເອຮາສມັນ ໃນເມືອງຮອຕເທີດາມ ສີດແທ່ງໂປຣຕີນ ທີ່ຍື່ນອອກມາຈາກເຍື່ອຫຸ້ມຂອງໄວຣັດໂຄວິ-19 ສາຍພັນຕ່າງໆ ລວມທັງຕົວທີ່ກໍໃຫ້ເກີດພະຍາດ SARS ແລະ MERS ເພື່ອຍືດເກາະກັບເຊວ ເຂົ້າໄປໃນໂຕໜູທົດລອງເພື່ອໃຫ້ຕິດຕໍ່ກັບເຊວ ຂະບວນການດັ່ງກ່າວເປັນການສ້າງພູມຕ້ານທານ ເຮັດໃຫ້ເຊວສາມາດຜະລິດສານພູມຕ້ານທານອອກມາຕໍຕ້ານໄວຣັດ ເຊິ່ງນັກວິໄຈໄດ້ນຳເອົາມາເຮັດໃຫ້ບໍລິສຸດແລ້ວນຳໄປໃຊ້ຕ້ານໄວຣັດໂຄວິດ-19 ແລະ ໄວຣັດພະຍາດ …
Read More »