Breaking News

Home

ມາເບິ່ງ!! ສຸດຍອດວິທີຮັບມືກັບໂຄວິດ-19 ຂອງວີລະສະຕີແຫ່ງຍຸກ ກັບ 7 ຜູ້ນໍາຍິງຄົນເກັ່ງນໍາພາປະເທດໃຫ້ລອດພົ້ນຈາກວິີກິດຄັ້ງນີ້ໄດ້ສໍາເລັດ…

 ວາລະສານຟຣອບໄດ້ຂຽນໃນບົດຄວາມ “What Do Countries With The Best Coronavirus Responses Have In Common? Women Leaders” ຫຼື ສິ່ງທີ່ປະເທດຮັບມືກັບໄວຣັສໂຄໂຣນາໄດ້ດີທີ່ສຸດມີຄືກັນຄື ຜູ້ນໍາຍິງ ໂດຍມີເນື້ອຫາຊື່ນຊົມຜູ້ນໍາຍິງຈາກ 7 ປະເທດ ທີ່ສາມາດອອກມາດຕະການຮອງຮັບກະແສລະບາດຂອງໂຄວິດ-19 ໄດ້ຢ່າງມີປະສິດທິພາບ.  ຟອບສ໌ ກ່າວເຖິງຄວາມໂດດເດັ່ນໃນການຮັບມືກັບສະຖານະການລະບາດຂອງຜູ້ນໍາຍິງເຫຼົ່ານີ້ວ່າ Angela Dorothea Merkel ນາຍົກລັດຖະມົນຕີເຢຍລະມັນ ຖະແຫຼງຜ່ານໂທລະພາບດ້ວຍຄໍາເວົ້າທີ່ຈິງໃຈ ແລະ ມີທີ່ສຸຂຸມ ເຖິງສະຖານະການລະບາດທີ່ຄາດວ່າອາດຈະມີປະຊາຊົນຫຼາຍກວ່າ 70% ຕິດເຊື້ອ ແລະ ເລືອກໃຊ້ຄໍາທີ່ຈິງຈັງເຊັ່ນ “ນີ້ເປັນເລື່ອງຈິງຈັງ ທີ່ເຮົາທຸກຄົນຕ້ອງຮັບມືກັບມັນຢ່າງຈິງຈັງເຊັ່ນດຽວກັນ” ລວມໄປເຖິງການທີ່ເຢຍລະມັນສາມາດນໍາປະຊາຊົນທັງປະເທດ ທີ່ເຂົ້າຄ່າຍຕິດເຊື້ອ ເຂົ້າຮັບການກວດເຊື້ອໄດ້ຢ່າງທັນເວລາ ຈື່ງສົ່ງຜົນໃຫ້ເຢຍລະມັນເຖິງຈະມີຜູ້ຕິດເຊື້ອສູງ ແຕ່ອັດຕາການເສຍຊີວິດຖືວ່າໜ້ອຍກວ່າປະເທດເພື່ອນບ້ານໃນກຸ່ມສະຫະພາບເອີຣົບ (ອີຢູ) ດ້ວຍກັນ. ໃນຂະນະທີ່ທ່ານນາງ Jarinda da Modern ນາຍົກລັດຖະມົນຕີ ປະເທດນິວຊີແລນ ບໍ່ພຽງແຕ່ໃຊ້ມາດຕະການປິດປະເທດຂັ້ນສູງສຸດເປັນເວລາ 1 …

Read More »

ຜູ້ນໍາ ສ.ອາເມຣິກາ ສັ່ງໃຫ້ຫຼຸດຜ່ອນມາດຕະການ Lockdown ຫຼັງປະຊົນປະທ້ວງໜັກ!! “ຜູ້ຊ່ຽວຊານປະທ້ວງຍັງບໍ່ຮອດເວລາທີ່ເໝາະສົມ ນັກວິຍາສາດເຕືອນການລະບາດຍັງບໍ່ທັນຮອດຈຸດສູງສຸດ”

ວັນທີ 6 ພຶດສະພາ บีบีซี ລາຍງານຄວາມຄືບໜ້າຂອງຄວາມພະຍາຍາມຫຼຸດຜ່ອນການລະບາດຂອງພະຍາດ ໂຄວິດ-19 ຢູ່ທີ່ ສ.ອາເມຣິກາ ໃນຖານະຊາດທີ່ມີຍອດຜູ້ຕິດເຊື້ອຫຼາຍທີ່ສຸດໃນໂລກ. ຫຼ້າສຸດປະທານາທິບໍດີ ໂດນັລ ທຣັ້ມ ຜູ້ນໍາສູງສຸດຂອງ ສ. ອາເມຣິກາ ເຊິ່ງມີຈຸດຢືນຕໍ່ຕ້ານມາດຕະການ Lock down ຈາກບັນດາແພດ ແລະ ນັກວິທະຍາສາດ ກຽມຫຼຸດຈໍານວນພະນັກງານເຮັດວຽກສະເພາະກິດ ເພື່ອຮັບມືກັບ Covid-19 ພາບໃນອີກບໍ່ເທົ່າໃດອາທິດທາງໜ້າ ທ່າມກາງສຽງທັກທ້ວງຈາກຜູ້ຊ່ຽວຊານເຖິງການທະຍອຍຫຼຸດຜ່ອນມາດຕະການ Lock Down ເນື່ອງຈາກຍັງບໍ່ແມ່ນເວລາທີ່ເໝາະສົມ… ການເຄື່ອນໄຫວຂອງ ຜູ້ນໍາສ.ອາເມຣິກາ ເກີດຂຶ້ນຫຼັງມີການຊຸມນຸມປະທ້ວງຂອງຊາວ ອາເມຣິກາ ຈໍານວນຫຼາຍໃນລັດທີ່ເບິ່ງວ່າ ຄໍາສັ່ງ Lock Down  ແລະ ການບັງຄັບໃຫ້ໃສ່ໜ້າຜ້າອັດປາກ-ດັງ ແມ່ນລະເມີດສິດຂັ້ນພື້ນຖານລັດຖະທໍາມະນູນຂອງ ສ. ອາເມຣິກາ ເຖິງວ່າ ສ. ອາເມຣິກາຈະມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼ້າສຸດຫຼາຍເຖິງ 20,000 ຄົນ ແລະ ເສຍຊີວິດຫຼາຍກວ່າ 1,000 ຄົນໃນຮອບ 24 …

Read More »

ສຸດຍອດໄປເລີຍ!! ນັກສຶກສາລາວໃນຕ່າງປະເທດ ຊ່ວຍເຫຼືອຄົນໂດດນໍ້າໃຫ້ພົ້ນຈາກຄວາມຕາຍ ປະຊາຊົນແຫ່ຊົມເຊີຍ-ພາກລັດມອບໃບຍ້ອງຍໍ…

ຄວາມດີຢູ່ທີ່ໃຈ ບໍ່ວ່າຈະຢູ່ໃສ ສະຖານະການໃດກໍສາມາດເຮັດໄດ້ ຄືກັບເລື່ອງລາວຂອງໜຸ່ມນັກສຶກສາລາວຄົນນີ້ ທີ່ຮຽນຢູ່ທີ່ປະເທດຫວຽດນາມ ທີ່ໄດ້ຕັດສິນໃຈຊ່ວຍເຫຼືອຊາຍໄວກາງຄົນທີ່ກໍາລັງຂ້າຕົວຕາຍໄດ້ສໍາເລັດ ຈົນກາຍເປັນກະແສຮືຮາ ແລະ ໄດ້ຮັບຄວາມສົນໃຈຫຼາຍຢູ່ທີ່ປະເທດຫວຽດນາມ… ເຫດການດັ່ງກ່າວແມ່ນເກີດຂຶ້ນຢູ່ທີ່ປະເທດຫວຽດນາມ ຕັ້ງແຕ່ວັນທີ 1 ພຶດສະພາ 2020 ທີ່ໄດ້ມີການເຜີຍແຜ່ ຄຣິບ VDO ຜ່ານທາງໂລກອອນລາຍທີ່ປະເທດຫວຽດນາມ ໃນ VDO ດັ່ງກ່າວແມ່ນຈະເຫັນວ່າ ມີຊາຍໄວກາງຄົນ 1 ຄົນກະໂດດນໍ້າຫວັງຈະຂ້າຕົວຕາຍ ແຕ່ໂຊກດີທີ່ນັກສຶກສາລາວຂັບຄົນມາເຫັນພໍດີເລີຍຕັດສິນໃຈໂດດລົງໄປຊ່ວຍໂດຍການດຶງຄໍເສື້ອເຂົ້າມາຫາຝັ່ງ ແຕ່ກໍຄ້ອນຂ້າງຈະຫຍຸ້ງຍາກແດ່ ແລະໂຊກດີທີ່ມີເຮືອປະມົງຜ່ານມາຈຶ່ງຊ່ວຍກັນເອົາຊາຍຄົນດັ່ງກ່າວຂຶ້ນຝັ່ງໄດ້ສໍາເລັດ… ຫຼັງຈາກເຫດການດັ່ງກ່າວຖືກເຜີຍແຜ່ອອກໄປບໍ່ດົນກໍເກີດເປັນກະແສຮືຮາ ຫຼາຍຄົນກໍໄປຊອກຄົ້ນຫາປະຫວັດຂອງນັກສຶກສາລາວຜູ້ມີຈິດໃຂກ້າຫານ ຈົນໄດ້ຮູ້ວ່າ  ຮີໂຣ່ຄົນນັ້ນມີຊື່ວ່າ ທ້າວ ວົງຍະສອນ ຫຼືມິນນີ່ ອາຍຸ 22 ປີ ປັດຈຸບັນກໍາລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ ຫວຽດນາມ ຄະນະວິທະຍາສາດ ສິ່ງແວດລ້ອມ ປີ 2. ແລະ ມິນນີ່ກໍໄດ້ຮັບຄວາມຍ້ອງຍໍ-ຊົມເຊີຍ ພ້ອມທັງຄວາມຂອບໃຈຈາກປະຊາຊົນລາວ ແລະ ຫວຽດນາມຢ່າງຫຼວງຫຼາຍ. ຫຼ້າສຸດວັນທີ …

Read More »

ອັບເດດຄວາມຄືບໜ້າ 17 ບໍລິສັດທົ່ວໂລກທີ່ກຳລັງຮີບດ່ວນຄົ້ນຄິດວັກຊິນ ແລະ ຢາປີ່ນປົວໂຄວິດ-19…

ເປັນທີ່ຮູ້ດີກັນແລ້ວວ່າ COVID-19 ຍັງບໍ່ມີຢາຮັກສາໂດຍກົງ ແຕ່ການຮັກສາຈະເປັນຕາມອາການ ແລະ ປະຄັບປະຄອງເພື່ອໃຫ້ຜູ້ປ່ວຍຟື້ນຟູລະບົບການຫາຍໃຈໄດ້ເອງ ນີ້ຈື່ງເຮັດໃຫ້ COVID-19  ກາຍເປັນພະຍາດຮ້າຍແຮງທີ່ມີໂອກາດຂ້າຊີວິດຜູ້ຄົນເປັນຈໍານວນຫຼາຍ ປັດຈຸບັນມີການພະຍາຍາມຄິດຄົ້ນຫາຢາຮັກສາພະຍາດເພື່ອຢຸດການແຜ່ລະບາດຂອງ COVID-19 ທີ່ມີ ຍັງຄົງມີແນວໂນ້ມການລະບາດສູງ ອີກແນວທາງທີ່ນ່າສົນໃຈຄືການສ້າງວັກຊິນ ແລະ “ຢາຮັກສາ (Treatment)” ເຊິ່ງບໍ່ແມ່ນຢາຮັກສາພະຍາດ Coronavirus ໂດຍປັດຈຸບັັນມີຫຼາຍບໍລິສັດຄິດຄົ້ນວັກຊິນ ແລະ ຢາຮັກສາ (Treatment) ເຫຼົ່ານີ້ສໍາລັບ ວັກຊິນ ຄືການນໍາເຊື້ອຢ່າງອອ່ອນໃສ່ເຂົ້າໄປໃນຮ່າງກາຍເພື່ອໃຫ້ພູມຄຸ້ມກັນຮ່າງກາຍ ຮູ້ຈັກ ແລະ ຮຽນຮູ້ວິທີການຈໍາກັດເຊື້ອເຫຼົ່ານີ້ ຫາກໃນອະນາຄົດເຊື້ອເຫຼົ່ານີ້ເຂົ້າສູ່ຮ່າງກາຍ ລະບົບຄຸ້ນກັນຈະເຮັດການຈໍາກັດໂດຍອັດຕະໂນມັດ ສ່ວນ“ຢາຮັກສາ ຕ້ອງທໍາຄວາມເຂົ້າໃຈກ່ອນວ່າບໍ່ມີຢາຮັກສາ ແຕ່ເປັນຢາທີ່ມີໜ້າທີ່ເຂົ້າໄປຢຸດຢັ້ງການແຜ່ກະຈາຍຊົ່ວຄາວ ຫຼື ເຮັດໃຫ້ການແບ່ງຕົວຂອງເຊື້ອໄວຣັສຊ້າລົງ ເພື່ອໃຫ້ໂອກາດກັບພູມຄຸ້ມກັນໃນຮ່່າງກາຍໄດ້ຮຽນຮູ້ ແລະ ຮູ້ຈັກເຊື້ອນັ້ນ ກ່ອນທີ່ພູມຄຸ້ມກັນໃນຮ່າງກາຍຈະເລີ່ມຈໍາກັດເຊື້ອເຫຼົ່ານັ້ນ ກ່ອນທີ່ພູມຄຸ້ນກັນໃນຮ່າງກາຍຈະເລີ່ມກຳຈັດເຊື້ອເຫຼົ່ານັ້ນໃຫ້ໝົດໄປ ເປັນໜື່ງຮູບແບບຂອງການຮັກສາໃນປັດຈຸບັນ ແຕ່ອາດຈະຕ້ອງໃຊ້ໄລຍະເວລານານກວ່າການໃຊ້ຢາຮັກສາໂລກທີ່ເນັ້ນເຂົ້າໄປກໍາຈຈັດເຊື້ອໂດຍກົງ ເຮົາມາເບິ່ງນໍາກັນວ່າ 17 ບໍລິສັດໃນປັດຈຸບັນທີ່ກຳລັງຜະລິດຢາຮັກສາ (Treatment) ແລະ ວັກຊີນໄປຮອດໃສກັນແລ້ວ ຊື່ບໍລິສັດ ຊື່ຢາ ປະເພດ ຂັ້ນຕອນການຜະລິດ 1 BioNTech SE และ Pfizer …

Read More »

ຂ່າວດ່ວນ! ນັກວິທະຍາສາດພົບພູມຄຸ້ມກັນທີ່ສາມາດຕ້ານເຊື້ອໄວຣັດໂຄວິດ-19 ໄດ້ແລ້ວ…

ສຳນັກຂ່າວ ເດລີ້ເມວ ຍູເຄ ລາຍງານວ່າ ນັກວິທະຍາສາດພົບພູມຄຸ້ມກັນທີ່ສາມາດຕ້ານການຕິດເຊື້ອ SARS-CoV-2 ເຊື້ອໂຄໂຣນາໄວຣັດທີ່ຢູ່ເບື້ອງຫຼັງວິກິດການໃນໂລກເຮົາຕອນນີ້. ພູມຄຸ້ມກັນນີ້ມີຊື່ວ່າ 47D11 ໂດຍມີເປົ້າໝາຍໃນການຂ້າເຊື້ອໄວຣັດ ບໍລິເວນ ສະໄປ້ໂປຣຕີນ (Spike Protein) ທີ່ໄປຈັບກັບເຊວ ພາໃຫ້ເກີດການແຜ່ເຊື້ອໄວຣັດໃນຮ່າງກາຍ. ຜົນການທົດລອງກັບໜູພົບວ່າ 47D11 ຈະໄປລວມກັບ ສະໂປ້ໂປຣຕີນໃນຮ່າງກາຍ ແລະ ປ້ອງກັນບໍ່ໃຫ້ມັນໄປຈັບເຊື້ອໄວຣັດເຂົ້າສູ່ເຊວຮ່າງກາຍໄດ້. ເມື່ອມີລາຍງານເພີ່ມເຕີ່ມຈາກອົງການອະນາໄມໂລກວ່າການຄົ້ນພົບດັ່ງກ່າວສາມາດໃຊ້ໄດ້ແທ້ ກັບປະຊາກອນທົ່ວໂລກໃນການຕ້ານເຊື້ອໄວຣັດໂຄວິດ-19, ທາງທີມງານລາວໂພສຈະແຈ້ງຂ່າວໃຫ້ທາງຮູ້ເພີ່ມເຕີມ. ແຫຼ່ງທີ່ມາ: Laopost

Read More »