ຖືໄດ້ວ່າເປັນອີກໜື່ງຂ່າວທີ່ເສົ້າສະຫຼົດໃຈ ທີ່ວົງການນັກຂຽນ-ນັກປະພັນລາວ ສູນເສຍບຸກຄົນສໍາຄັນໄປ ເມື່ອ ທ່ານ ສົມໃຈ ຈັນທະວົງ ນາມປາກກາ ສ. ພວງດອກຊ້ອນ ນັກປະພັນ ຜູ້ທີ່ມີຊື່ສຽງຂອງລາວທັງເປັນເຈົ້າຂອງລາງວັນຊີໄຣ ໄດ້ຕັດສິນໃຈ ຈົບຊີວິດດ້ວຍການໂດດຕຶກ ເພື່ອຕັດບັນຫາທຸກຢ່າງໃນຊີວິດ ພ້ອມຖິ້ມຈົດໝາຍລາໄວ້ໃຫ້ຄອບຄົວແທນກາຍ… ຈາກການລາຍງານຂອງຜູ້ເຫັນເຫດການ ໃຫ້ຮູ້ວ່າ: ວັນທີ 7 ພຶດສະພາ 2020 ມີຄົນກະໂດດຕຶກ ຈາກຊັ້ນ 8 ໂຮງໝໍ 103 ຕຶກໃໝ່ (ຕຶກກວດເສັ້ນປະສາດ) ເປັນເພດຊາຍ ພ້ອມກວດສອບມີຂຽນໃບສັ່ງລາຕາຍ ສາເຫດຄາດວ່າ ນ້ອຍໃຈຍ້ອນຕົນເອງຈະຕ້ອງເປັນອຳມະພາດຕະຫຼອດຊີວິດ (ອຳມະພາດບາງສ່ວນ) ດ້ານລາຍລະອຽດຕົວຈິງຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນຢູ່ ທັງນີ້, ຜູ້ກ່ຽວຍັງໄດ້ຂຽນຈົດໝາຍໄວ້ ໂດຍມີເນື້ອໃນວ່າ: ການນໍາທຸກຂັ້ນ, ການຈັດຕັ້ງທຸກພາກສ່ວນ ກ່ອນອື່ນຂ້າພະເຈົາຕ້ອງຂໍໂທດທີ່ເລືອກຈົບຊີວິດແບບນີ້ ແຕ່ກໍ່ຈຊາເປັນເພາະພະຍາດຮ້າຍແຮງ, ຂ້າພະເຈົ້າຮູ້ວ່າຈະຕ້ອງເປັນອໍາມະພາດ ທໍລະມານໄປຕະຫຼອດຊີວິດ ສະນັ້ໜຈຶ່ງບໍ່ມີທາງເລືອກ ເພື່ອຈະບໍ່ເປັນພາລະແກ່ຄົນອື່ນ. ຂ້າພະເຈົ້າບໍ່ມີຫຍັງຕໍ່ການຈັດຕັ້ງ, ແພດໝໍ, ລູກເມຍ, ຍາດຕິພີ່ນ້ອງ ແລະ …
Read More »Home
ລັດຖະບານ! ກຽມອະນຸມັດງົບປະມານສຸກເສີນຈໍານວນ 23 ຕື້ກວ່າກີບ ເພື່ອຕ້ານໂຄວິດ-19…
ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າໜ່ວຍງານງົບປະມານ ແລະ ພາລາທິການ ກ່າວໃນພິທີຖະແຫຼງຂ່າວຄະນະສະເພາະກິດຄວບຄຸມໂຄວິດ-19 ວັນທີ 6 ພຶດສະພາ 2020 ຜ່ານມາວ່າ: ລັດຖະບານໄດ້ອະນຸມັດງົບສຸກເສີນແລ້ວ 2 ຄັ້ງ ຈຳນວນ 30 ຕື້ກີບ ແລະ ກຽມອະນຸມັດ ຄັ້ງທີ 3 ອີກ ຈຳນວນ 23 ຕື້ກວ່າກີບ ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານພະຍາດໂຄວິດ-19. ສ່ວນການຊ່ວຍເຫຼືອຈາກປະເທດຕ່າງໆ, ອົງການຈັດຕັ້ງສາກົນ, ຫົວໜ່ວຍທຸລະກິດ ແລະ ບຸກຄົນ ນັບແຕ່ວັນທີ 19 ກຸມພາ ເຖິງ 6 ພຶດສະພາ 2020 ເປັນເງິນສົດ 11 ຕື້ກວ່າກີບ, 487.892 ໂດລາ ແລະ 2,5 ລ້ານກວ່າບາດ. ສ່ວນການຊ່ວຍເຫຼືອທີ່ເປັນອຸປະກອນ ມີທັງໝົດ 73 …
Read More »ໜ້າຮັກຫຼາຍ!! ຕ່າຍ ອໍລະໄທ ນັກຮ້ອງຊື່ດັງ (ປະເທດໄທ) ໂພສຮູບນຸ່ງສິ້ນຕໍ່ໜ້າພຣະທາດຫຼວງໃນວັນ ວິສາຄະບູຊາ…
ເປັນນັກຮ້ອງລູກທົ່ງສາວ ທີ່ກະແສມາແຮງແບບບໍ່ມີຕົກຕັ້ງແຕ່ເລີ່ມເຂົ້າວົງການໃໝ່ຈົນຮອດປັດຈຸບັນເລີຍ ສໍາລັບ ສາວຕ່າຍ ອໍລະໄທ ນັກຮ້ອງຊື່ດັງຈາກປະເທດເພື່ອນບ້ານ (ປະເທດໄທ) ມີຖິ່ນກໍາເນີດຈາກພາກ ອີ່ສານ ຂອງໄທ ທີ່ມີພາສາປາກເວົ້າຄ້າຍຄືກັບ ພາສາລາວເຮົາທີ່ສຸດ ຈຶ່ງບໍ່ແປກເລີຍທີ່ຜົນງານຂອງສາວຕ່າຍນັ້ນ ໄດ້ຮັບຄວາມນິຍົມຈາກປະຊາຊົນທັງຝັ່ງລາວເຮົາຫຼາຍພໍສົມຄວນ ບໍ່ວ່າບຸນງານ ຫຼືງານຫຍັງກໍຕາມເຮົາກໍມັກຈະໄດ້ຍິນສຽງເພງຂອງສາວຕ່າຍຢູ່ເປັນປະຈໍາ… ນອກຈາກຈະຮ້ອງເພງທີ່ມ່ວນອອນຊອນແຮງ ຈົນເປັນກະແສແຮງແບບບໍ່ຕົກມາຕະຫຼອດແລ້ວ ສາວຕ່າຍຍັງໄດ້ຮັບສາຍາ ນັກຮ້ອງຕິດດິນ, ນັກຮ້ອງຍອດກະຕັນຍູ ແລະ ນັກຮ້ອງສາຍບຸນນໍາອີກ ເຊິ່ງຖ້າໃຜທີ່ເປັນແຟນຄຣັບ ຫຼືຕິດຕາມແຟນເພຈ Tai Orathai ກໍຈະຮູ້ດີວ່າ ບັນດາສາຍາທີ່ນາງໄດ້ມານັ້ນ ເໝາະສົມກັບນາງທີ່ສຸດແລ້ວ… ຫຼ້າສຸດວັນທີ 6 ພຶດສະພາ (ມື້ວານ) ກໍເປັນວັນ ວິສາຄະບູຊາ ທີ່ສາສະນິກະຊົນຊາວພຸດເຊື່ອຖື ແລະ ປະຕິບັດກັນມາແຕ່ບູຮານ… ລວມທັງສາວຕ່າຍເອງທີ່ມີສາຍາ ນັກຮ້ອງສາຍບຸນຢູ່ແລ້ວ ກໍບໍ່ພາດທີ່ຈະເຂົ້າວັດເຮັດບຸນ ເຊິ່ງຮູບທີ່ເຮັດໃຫ້ສະດຸດຕາແຟນຄຣັບຊາວລາວຫຼາຍທີ່ສຸດກໍຍ້ອນວ່າ ສາວຕ່າຍໄດ້ໂພສຮູບພາບຕົນເອງທີ່ນຸ່ງສິ້ນຢືນຢູ່ຕໍ່ໜ້າພະທາດຫຼວງ ທີ່ນະຄອນຫຼວງວຽງຈັນ ພ້ອມແຄັບຊັ່ນວ່າ “ວັນທີ 6 ພຶດສະພາ 63 ກັງກັບວັນ …
Read More »ອັບເດດຕົວເລກຫຼ້າສຸດ!! ຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກເກືອບ 4 ລ້ານຄົນແລ້ວ… “ຣັສເຊຍ-ບຣາຊິລ ພົບຜູ້ຕິດເຊື້ອ 10.000 ກວ່າຄົນໃນມື້ດຽວ”
ຫຼ້າສຸດ ວັນທີ 7 ພຶດສະພາ 2020 ທົ່ວໂລກມີຜູ້ຕິດເຊື້ອໂຄວິດທະລຸ 3.8 ລ້ານຄົນແລ້ວ ແລະະ ສໍານັກຂ່າວຕ່າງປະເທດຍັງລາຍງານຕື່ມວ່າ ຍອດຜູ້ປ່ວຍສະສົມເພີ່ມຂຶ້ນ 3,812,707 , ເສຍຊີວິດແລ້ວ 264,128 ຄົນ ແລະ ປົວດີແລ້ວ 1,291,937 ຄົນ ສະຫະລັດອາເມລິກາຍັງມີຜູ້ຕິດເຊື້ອສະສົມ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ ມີຜູ້ຕິດເຊື້ອສະສົມ 1,258,051 ຄົນ ເປັນຜູ້ຕິດເຊື້ອຄົນໃໝ່ໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາ ຈໍານວນ 20,418 ຄົນ ເສຍຊີວິດເພີ່ມອີກ 1,929 ຄົນ ສົ່ງຜົນໃຫ້ຍອດຜູ້ເສຍຊີວິດລວມເພີ່ມຂຶ້ນເປັນຢ່າງໜ້ອຍ 74,200 ຄົນ Workers move the body of a deceased person from a refrigerated truck trailer set up at a temporary …
Read More »ປະຕິບັດແທ້! ເຈົ້າໜ້າທີ່ລົງສຶກສາອົບຮົມ ບັນດາຮ້ານທີ່ເປີດໃຫ້ບໍລິການເກີນ 10 ຄົນ ແລະ ບໍ່ຮັກສາໄລຍະຫ່າງ…
ຫຼັງຈາກທີ່ປະເທດເຮົາໄດ້ມີມາດຕະການຜ່ອນການ Lock down ໃນຄືນວັນທີ 06 ພຶດສະພາ 2020, ກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໄດ້ອອກກວດກາລາດຕະເວນຕາມເສັ້ນທາງ ຢູ່ນະຄອນຫຼວງວຽງຈັນ ພົບເຫັນບັນດາຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ຈໍານວນໜື່ງໄດ້ເປີດໃຫ້ປະຊາຊົນເຂົ້າມາໃຊ້ບໍລິການເປັນຈໍານວນຫຼາຍ ເກີນ 10 ຄົນຂຶ້ນໄປ ແລະ ບໍ່ມີການຮັກສາໄລຍະຫ່າງ 1 ແມັດ ເຊິ່ງເປັນການລະເມີດຕໍ່ຄໍາສັ່ງເລກທີ 06/ນຍ ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະຂອງພະຍາດໂຄວິດ-19 ເລີ່ມແຕ່ວັນທີ 04 -17 ພຶດສະພາ 2020. ຕໍ່ກັບບັນດາຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ດັ່ງກ່າວທາງເຈົ້າໜ້າທີ່ກໍ່ໄດ້ ສຶກສາອົບກ່າວເຕືອນ ແລະ ເຮັດບົດບັນທຶກ ພ້ອມທັງອະທິບາຍໃຫ້ບັນດາເຈົ້າຂອງຮ້ານເຂົ້າໃຈກ່ຽວກັບການເປີດຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ທີມີປະຊາຊົນເຕົ້າໂຮມກັນເປັນຈໍານວນຫຼາຍ ເຊິ່ງມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່.
Read More »