ຄະນະບໍລິຫານງານສູນກາງພັກສູງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ, ຄອບຄົວແກ້ວບຸນພັນ ພ້ອມປວງຊົນລາວ ຈຳນວນຫລວງຫລາຍ ໄດ້ພ້ອມກັນເຂົ້າຮ່ວມພິທີຊາປະນະກິດສົບ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເຊິ່ງເປັນຜູ້ໜຶ່ງທີ່ອົງອາດກ້າແກ່ນໃນບັນດາການນໍາຮຸ່ນທໍາອິດທີ່ກໍ່ຕັ້ງພັກ ແລະ ກອງທັບປະຊາຊົນລາວ. ພິທີຊາປະນະກິດສົບ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ພຶດສະພາ 2020 ທີ່ຜ່ານມາ ຢູ່ທີ່ເດີ່ນພະທາດຫລວງ ຢ່າງເປັນທາງການ ແລະ ຢ່າງສົມກຽດ ໃນທ່າມກາງບັນຍາກາດແຫ່ງຄວາມໂສກເສົ້າ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປໂດຍບໍ່ມີວັນກັບຄືນມາ. ເຂົ້າຮ່ວມພິທີຊາປະນະກິດສົບ ມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ສະຫາຍ ທອງລຸນ …
Read More »Home
ຊົມເຊີຍ! ກຸ່ມບໍລິສັດ K&C ມອບອຸປະກອນຕ້ານໂຄວິດ-19 ໃຫ້ແກ່ໂຮງຮຽນ ມສ ວຽງຈັນ…
ຕອນບ່າຍ ວັນທີ 15 ພຶດສະພາ 2020, ທີ່ໂຮງຮຽນ ມັດທະຍົມສຶກສາສົມບູນວຽງຈັນ, ບໍລິສັດ ເຄແອນຊີ ກຣຸບ ໄດ້ເຂົ້າມອບອຸປະກອນ ປ້ອງກັນ ຄວບຄຸມໂຄວິດ-19 ໃຫ້ກັບໂຮງຮຽນ ມສ ວຽງຈັນ ລວມມູນຄ່າທັງໝົດ 10 ລ້ານກວ່າກີບ. ຕ່າງໜ້າບໍລິສັດ ເຄແອນຊີກຣຸບມອບໂດຍ ທ່ານ ວັດທະນາ ແສງສຸລິຍາ ຮອງປະທານບໍລິຫານການເງິນ ກຸ່ມບໍລິສັດ ເຄແອນຊີກຣຸບ ແລະ ທ່ານ ສີວຽງໄຊ ຈັນທະວົງ ຜູ້ຈັດການຝ່າຍພັດທະນາບໍລິສັດປັນຍາທິບແພລບີ ມີເດຍລາວ ພ້ອມດ້ວຍຄະນະບໍລິຫານ , ເຊິ່ງກ່າວຮັບໂດຍ ທ່ານນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການ ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ. ໂດຍເຄື່ອງທີ່ນຳໄປມອບໃນຄັ້ງນີ້ ປະກອບມີ: ເຈວລ້າງມື ແອວກໍຮໍ 10 ແກັດ ແລະ ຖົງຂີ້ເຫຍື້ອ ຜ້າໄວນິວ …
Read More »ເພງທີ່ມາແຮງທີ່ສຸດໃນຕອນນີ້!! “ບິນເກີຍຕື້ນ” ໃສວ່າຈະຫຼຸດຄ່າໄຟຟ້າໃຫ້??? ຟັງເພື່ອຄວາມບັນເທີງເດີ້ພີ່ນ້ອງ…
ແລງວັນສຸກລະເດີ້ພີ່ນ້ອງ ໃຜທີ່ກໍາລັງຄຣຽດນໍາຄ່າໄຟຟ້າກະຫຼຸດຜ່ອນລົງແນ່ ຊອກຫາແນວຜ່ອນຄາຍກັນແດ່ເດີ້!! ສ່ວນແອັດເອງກໍຄືກັນ ຄຣຽດຢູ່ດີໆ ເປີດ Facebook ມາເຈິເພງນີ້ບັນເທີງກັບບາດ ເບິ່ງແລ້ວກະອົດບໍ່ໄດ້ທີ່ຈະມາແຊຣຕໍ່ໃຫ້ແຟນໆໄດ້ເບິ່ງນໍາກັນຕາມຄຣິບດ້ານລຸ່ມນີ້ເລີຍ… ຝາກອີກເພງ >> ວານເກີຍຕື້ນ <<< cover by #ຄຶດບໍ່ອອກ>>> ຫ້າມຫົວ ຫ້າມແຊ ຫ້າມເບິ່ງ ຫ້າມຟັງ 555 Posted by Yomi Yomiko Drummer on Thursday, May 14, 2020 ສໍາລັບຄຣິບ VDO ເພງດັ່ງກ່າວແມ່ນໄດ້ຖືກເຜີຍແຜ່ຜ່ານ Facebook ທີ່ຊື່ວ່າ Yomi Yomiko Drummer ພ້ອມແຄບຊັ່ນໂດນໆ “ຝາກອີກເພງ >> ວານເກີຍຕື້ນ <<< cover by #ຄຶດບໍ່ອອກ >>> ຫ້າມຫົວ ຫ້າມແຊ ຫ້າມເບິ່ງ ຫ້າມຟັງ 555″ ສໍ່ານີ້ກໍຮູ້ແລ້ວວ່າສ້າງຂຶ້ນມາເພື່ອຄວາມບັນເທີງ …
Read More »“ການບິນລາວ” ຈະເປີດໃຫ້ບໍລິການພາຍໃນປະເທດ ເລີ່ມວັນທີ 22 ພຶດສະພາ 2020 ນີ້…
ຍ້ອນສະພາບການແຜ່ລະບາດຂອງໂຄວິດ-19 ຈື່ງເຮັດໃຫ້ປະເທດມີການ Lock down ເພື່ອປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວໄລຍະໜື່ງຜ່ານມາ… ຫຼັງຈາກສະພາບການເລີ່ມດີຂຶ້ນເລື້ອຍໆທາງລັດຖະບານລາວຈື່ງມີມາດຕະການໄລຍະທີ 1 ເຊິ່ງຫຼ້າສຸດວັນທີ 15 ພຶດສະພາ 2020 ການບິນລາວ Lao Airlines ໄດ້ປະກາດຜ່ານເພສວ່າທາງລັດວິສາຫະກິດ ການບິນລາວ ຈະໄດ້ເລີ່ມ ເປີດບໍລິການ ຕັ້ງແຕ່ ວັນທີ 22 ພຶດສະພາ 2020 ເປັນຕົ້ນໄປ, ສະເພາະສາຍບິນພາຍໃນປະເທດເທົ່ານັ້ນ. ທ່ານສາມາດຈອງປີ້ຍົນໄດ້ແລ້ວ… ຕາມເວັບໄຊ, ແອັບ ແລະ ຕົວແທນຈໍາໜ່ວຍ!
Read More »ຊົມເຊີຍ! ທ້າວ ວົງຍະສອນ ຫຼືມິນນີ່ ຮີໂຣ໋ນັກສຶກສາລາວ ທີ່ໄດ້ັຮັບໃບຍ້ອງຍໍ ຈາກລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ…
ວັນທີ 1 ພຶດສະພາ 2020 ທີ່ຜ່ານມາ ທ້າວ ມີນີ ວົງຍະສອນ ໄດ້ຊ່ວຍຊີວິດຊາຍຄົນໜື່ງທີ່ຫວັງຄິດຂ້າຕົນເອງ ດ້ວຍການກະໂດດຈາກຂົວສູງລົງໄປໃນແມ່ນໍ້າ ທີ່ນະຄອນ ຮ່າຕິງ ຄຣິບ VDO ຜ່ານທາງໂລກອອນລາຍທີ່ປະເທດຫວຽດນາມ ໃນ VDO ດັ່ງກ່າວແມ່ນຈະເຫັນວ່າ ມີຊາຍໄວກາງຄົນ 1 ຄົນກະໂດດນໍ້າຫວັງຈະຂ້າຕົວຕາຍ ແຕ່ໂຊກດີທີ່ນັກສຶກສາລາວຂັບຄົນມາເຫັນພໍດີເລີຍຕັດສິນໃຈໂດດລົງໄປຊ່ວຍໂດຍການດຶງຄໍເສື້ອເຂົ້າມາຫາຝັ່ງ ແຕ່ກໍຄ້ອນຂ້າງຈະຫຍຸ້ງຍາກແດ່ ແລະໂຊກດີທີ່ມີເຮືອປະມົງຜ່ານມາຈຶ່ງຊ່ວຍກັນເອົາຊາຍຄົນດັ່ງກ່າວຂຶ້ນຝັ່ງໄດ້ສໍາເລັດ… ຫຼັງຈາກເຫດການດັ່ງກ່າວຖືກເຜີຍແຜ່ອອກໄປບໍ່ດົນກໍເກີດເປັນກະແສຮືຮາ ຫຼາຍຄົນກໍໄປຊອກຄົ້ນຫາປະຫວັດຂອງນັກສຶກສາລາວຜູ້ມີຈິດໃຂກ້າຫານ ຈົນໄດ້ຮູ້ວ່າ ຮີໂຣ່ຄົນນັ້ນມີຊື່ວ່າ ທ້າວ ວົງຍະສອນ ຫຼືມິນນີ່ ອາຍຸ 22 ປີ ປັດຈຸບັນກໍາລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ ຫວຽດນາມ ຄະນະວິທະຍາສາດ ສິ່ງແວດລ້ອມ ປີ 2. ແລະ ມາຮອດ ວັນທີ 13 ພຶດສະພາ 2020 ທ່ານ ປອ. ດວານ ຮວາຍເຊີນ …
Read More »