Breaking News

Kuanjai Foodie

ບັນຍາກາດດີ ພາກິນບິງຊູແຊບ

ອາກາດດີແບບນີ້ ມານັ່ງກິນບິງຊູຫວານໆແຊບໆ ກິນເຂົ້າໄປແລ້ວເຢັນສົດຊື່ນ ຟິນກັນໄປຍາວໆ ອິ່ມກາຍສະບາຍໃຈກັບບິງຊູ ຮ້ານ Bingsu Tree ບິງຊູທຣີ ຊະນິດທີ່ວ່າສາວໆສາຍຂອງຫວານພາດບໍ່ໄດ້ທີ່ຈະໄປລອງ! ຈະໄປກິນບິງຊູທັງທີ ບັນຍາກາດຮ້ານຕ້ອງດີພ້ອມ ກັບການຕົບແຕ່ງຮ້ານເຂົ້າທາງໄວລຸ້ນ ສີສັນສົດໃສ ແຖມມີບ່ອນໃຫ້ໄດ້ເຊວຟີ້ງາມໆ ແບບນີ້ແຫຼະທີ່ໃຈຕ້ອງການ! ເມນູຂອງຮ້ານມີໃຫ້ເລືອກຫຼາກຫຼາຍລົດຊາດ ຫຼາກຫຼາຍທ໋ອບປິ້ງເລືອກໄດ້ແບບບໍ່ອັ້ນບໍ່ໜ້າເບື່ອແນ່ນອນ ສ່ວນເມນູແນະນໍາທີ່ໄປແລ້ວຕ້ອງໄດ້ສັ່ງນີ້ເລີຍ ບິງຊູ chocolate ແລະ ບິງຊູແຄນຕາລູບ ເພາະເປັນໂຕເດັດຂອງຮ້ານ ແອັດມິນປັກໝຸດໃຫ້ ມາຕາມນີ້ໄດ້ເລີຍ… Bingsu trees ມີ 2 ສາຂາ ສາຂາ1 ນາໄຊ ທີ່ຕັ້ງ: ໜ້າປໍ້າ ສາມແຍກ ປຕທ ນາໄຊ ເປີດວັນ: ຈັນ-ອາທິດ ເວລາ: 09:00-20:00 ຕິດຕໍ່ສອບຖາມ: ໂທ: 78880800 ສາຂາ2 ສີຫອມ ທີ່ຕັ້ງ: ຢູ່ສີຫອມ ໜ້າຮ້ານອາຫານລ່ຽງຊ່ຽງ …

Read More »

ແຊເກັບໄວ້ເລີຍ!!! 10 ໄອເດຍເຮັດເຂົ້າໜົມແບບບໍ່ງໍ້ເຕົາອົບ

ມີໃຜເປັນແນ່? ຢາກເຮັດເຂົ້າໜົມແຕ່ບໍ່ມີເຄື່ອງມືອຸປະກອນຄົບ ໃສຊິແມ່ນເຕົາອົບ, ບ່ວງກະຕວງຕ່າງໆ… ແລ້ວຈະເຮັດແນວໃດດີ? ມື້ນີ້ແອັດມີ 10 ໄອເດຍ ເຮັດເຂົ້າໜົມຫວານທີ່ເຮັດເອງໄດ້ງ່າຍໆແບບບໍ່ຕ້ອງງໍ້ເຕົາອົບຫຼືເຄື່ອງມືຕ່າງໆໃຫ້ຫຍຸ້ງຍາກ ແຖມເປັນຕາກິນພ້ອມ ຫຼືຈະເຮັດເປັນຂວັນໃຫ້ກັບຄົນຮັກກໍໜ້າຮັກໄປອີກແບບ! ສະແດງເຖິງຄວາມເອົາໃຈໃສ່ຄົນຮັກພ້ອມ ຕາມແອັດມາເບິ່ງເລີຍດີກວ່າວ່າຈະມີຫຍັງແນ່… ວິທີການເຮັດແບບລະອຽດຄິກເຂົ້າລິ້ງໄດ້ເລີຍຈາ… 1 ທຣິບເປີ້ຊ໋ອກໂກແລັດບາວນີ້ (by : food52) https://food52.com/recipes/22219-no-bake-triple-chocolate-brownies 2 ຊີສເຄັກ Red Velvet (by : jellytoastblog) https://www.jeab.com/life/cooking/18-no-bake-desserts 3 ຊ໋ອກໂກແລັດເຄັກແບບບໍເຂົ້າເຕົາອົບ(by : 101cookbooks) An Incredible No Bake Chocolate Cake 4 ຊີສເຄັກໂຢເກີດລາດຊ໋ອດທັບທິມ (by : bonappetit) https://www.bonappetit.com/recipe/greek-yogurt-cheesecake-with-pomegranate-syrup 5 ໄວ້ຊ໋ອກໂກແລັດຮູບຫົວໃຈ (by : number-2-pencil) umber-2-pencil.com/valentines-day-white-chocolate-bark-bites-5/ …

Read More »

5 ເທຣນອາຫານເພື່ອສຸຂະພາບມາແຮງ ແຫ່ງປີ 2022

ປີນີ້ເຊື່ອວ່າຈະມີສິ່ງເຂົ້າມາປັບປ່ຽນການດໍາລົງຊີວິດຂອງເຮົາອີກຫຼາຍຢ່າງ ບໍ່ສະເພາະແຕ່ການໃຊ້ຊີວິດ ລວມເຖິງພຶດຕິກໍາການກິນກໍປ່ຽນໄປເຊັ່ນກັນ ຄົນສ່ວນໃຫຍ່ເລີ່ມຫັນມາຮັກສາສຸຂະພາບກັນຫຼາຍຂຶ້ນ ດັ່ງນັ້ນມື້ນີ້ຂວັນໃຈຈະພາມາສ່ອງ 5 ເທຣນອາຫານສຸຂະພາບທີ່ມາແຮງໃນປີ 2022 ໃຫ້ມາອ່ານກັນແບບເພີນໆ ຫາກຄິດເຫັນກົງກັນ ຫຼືມີເທຣນໃໝ່ໆທີ່ໜ້າສົນໃຈ ຄອມເມັ້ນມາໄດ້ເລີຍ 1 ຫຼຸດການກິນເນື້ອສັດ ແລະ ຜະລິດຕະພັນທີ່ເຮັດຈາກສັດ ໃສ່ໃຈໃນວັດຖຸດິບຫຼາຍຂຶ້ນ ຄົນສ່ວນຫຼາຍເລີ່ມຫັນມາຫຼຸດຜ່ອນການກິນຜະລິດຕະພັນຈາກເນື້ອສັດຫຼາຍຂຶ້ນ ແລະ ຫັນມາກິນຜັກແທນ ແຕ່ຖ້າຈະກິນເນື້ອສັດກໍຈະເລືອກແຫຼ່ງວັດຖຸດິບທີ່ດີກວ່າເກົ່າບໍ່ວ່າຈະເປັນນົມ ຫຼືຊີ້ນຈາກງົວທີ່ລ້ຽງແບບ Grass Fed ຫຼືໄຂ່ໄກ່ຈາກໄກ່ແບບ Free Range ທີ່ປ່ອຍໃຫ້ສັດໄດ້ຢູ່ແບບທໍາມະຊາດບໍ່ປຸງແຕ່ງດ້ວຍສານເຄມີຫຼືສານເລັ່ງໃດໆ. 2 ນໍ້າອັດລົມເພື່ອສຸຂະພາບ ດີຕໍ່ຮ່າງກາຍ ດີຕໍ່ໃຈ ນໍ້າອັດລົມທີ່ເຮົາກິນຜ່ານມາອາດດີຕໍ່ໃຈແຕ່ກາຍພັງ ແຕ່ບໍ່ເປັນຫຍັງເພາະປີນີ້ນໍ້າອັດລົມທີ່ດີຕໍໍ່ກາຍ ແລະ ດີຕໍ່ໃຈຈະມາແທນທີ່ເອງ ນໍ້າອັດລົມທີ່ມີ 0 ແຄລໍຣີ້ ລົດຊາດກໍໂດນໃຈແລ້ວ ປີນີ້ໜ້າຈະບໍ່ໄດ້ມີດີແຕ່ 0 ແຄລໍຣີ້ ເທົ່ານັ້ນ ແຕ່ຈະເພີ່ມວິຕາມິນໃຫ້ກັບຮ່າງກາຍພ້ອມ ຖືກໃຈສາຍຮັກສຸຂະພາບສຸດໆໄປເລີຍ… 3 ອາຫານໝັກດອງເພີ່ມໂພໄບໂອຕິກ ຂັບຖ່າຍດີ ຜິວໃສ …

Read More »

5 ຮ້ານອາຫານເດັດຂວັນໃຈຄົນອິນເທຣນ ໃນງານເທດສະການອາຫານລາວ2022

ໃຜທີ່ໄປເລາະງານອາຫານຕ້ອງພາດບໍ່ໄດ້ທີ່ຈະແວ່ຊິມ ບອກເລີຍວ່າແຕ່ລະຮ້ານເລື່ອງລົດຊາດບໍ່ເປັນສອງຮອງໃຜແນ່ນອນ!!! ໝູ່ເພື່ອນຕາມມາເບິ່ງການເລີຍວ່າຈະມີຮ້ານໃດແນ່ ແຕ່ລະຮ້ານຈະເດັດຂະໜາດໃດ! 1 ຮ້ານອາເລັກຕໍາຍໍາແຊບ           ສໍາລັບໃຜທີ່ຢາກໄປນັ່ງກິນຕໍາແຊບໆພາຍໃຕ້ບັນຍາກາດຊິວໆໃນງານເທດສະການອາຫານ ຕ້ອງພາດບໍ່ໄດ້ທີ່ຈະແວ່ຮ້ານນີ້!! ເມນູຕໍາຂອງເຂົາເດັດໆທັງນັ້ນເລີຍ ບໍ່ວ່າຈະເປັນຕຳປູ, ຕໍາກຸ້ງ, ຕໍາແຊວມ້ອນ ແລະ ອີກຫຼາຍໆເມນູ. ເມນູຕໍາຮ້ານນີ້ເຂົາມີຄົບ (ອີກໜຶ່ງເຄັດລັບຄວາມແຊບທີ່ທາງຮ້ານບອກມາຄືຄວາມສົດໃໝ່ຂອງວັດຖຸດິບຄືຕ້ອງໄດ້ເອົາມາໃໝ່ທຸກມື້) 2 ຮ້ານກຸ້ງເຕັ້ນ, ປິ້ງຫອຍ ແລະ ໜຶ້ງຫອຍ           ຮ້ານເດັດອີກຮ້ານໜຶ່ງກໍຄົງໜີຮ້ານນີ້ບໍ່ໄດ້ ຮ້ານກຸ້ງເຕັ້ນ, ປິ້ງຫອຍ ເຊິ່ງບອກເລີຍວ່າກວ່າຈະໄດ້ກິນປິ້ງຫອຍຮ້ານນີ້ກໍບໍ່ທໍາມະດາເພາະລູກຄ້າເຂົາແໜ້ນແຮງ. ຕ້ອງໄດ້ຢືນຕໍ່ຄິວຍາວເລີຍ ປິ້ງຫອຍຮ້ອນໆສົ່ງກິ່ນຫອມໆອອກມາປານໃຜຊິອົດໃຈຍ່າງກາຍໄດ້. ນອກຈາກປິ້ງທາງຮ້ານຍັງມີໜຶ້ງຫອຍ ແລະ ກຸ້ງເຕັ້ນ ໃຜມັກຫຍັງເລືອກໄດ້ຕາມສະບາຍເລີຍ… 3 ຮ້ານເລີປາແດກ           ສໍາລັບຮ້ານນີ້ບໍ່ເວົ້າເຖິງບໍ່ໄດ້!! ເປັນຮ້ານທໍາອິດທີ່ສະດຸດຕາແຕ່ກ້າວເຂົ້າງານເລີຍແຫຼະ ມີສະໄຕລການຈັດແຕ່ງຮ້ານທີ່ໂດດເດັ່ນໃຫ້ເຫັນເຖິງຄວາມເປັນລາວ ອາຫານພາຍໃນຮ້ານກໍເປັນອາຫານເອກະລັກຂອງລາວແທ້ໆ (ແຕ່ລົດຊາດບໍ່ທໍາມະດາເດີຂໍບອກ) ຟັງແຕ່ຊື່ຮ້ານກໍຮູ້ໄດ້ແລ້ວວ່າຈານເດັດຂອງຮ້ານຕໍາ!! ຍັງມີປິ້ງແຊບໆ ແລະ ເຂົ້າໜົມຄົກທີ່ປົງຈາກເຕົາຮ້ອນໆພ້ອມເສີບ 4 ຮ້ານຄິງດອມໄສ້ກອກ           ຢາກກິນໄສ້ກອກຕ້ອງຄິດເຫັນຄິງດອມໄສ້ກອກ ເພາະຮ້ານນີ້ຮວບຮວບໄສ້ກອກປະເພດຕ່າງໄວ້ຫຼາກຫຼາຍເລີຍ …

Read More »

foodpanda ເຜີຍໂສມນ້ອງ Pau-Pau(ເປົາເປົາ) brand ambassador ໃໝ່

foodpanda ເຜີຍໂສມນ້ອງ Pau-Pau(ເປົາເປົາ) ເປັນ brand ambassador ໃໝ່ທີ່ມີຄວາມໜ້າຮັກ ສົດໃສ ເປັນກັນເອງ ແລະ ພ້ອມກະຕຸ້ນວົງການສົ່ງອາຫານ ແລະ ເຄື່ອງກິນເຄື່ອງໃຊ້. ໃນວັນທີ 5 ມັງກອນ 2022 ທີ່ຜ່ານມາ ເພື່ອເປັນການສະເຫລີມສະຫລອງຄົບຮອບ ສອງປີ ແລະ ເປີດບໍລິການທົ່ວປະເທດ. ຟູດແພນດ້າລາວ ໄດ້ເປີດໂຕ brand ambassador ໃໝ່ຫຼ້າສຸດທີ່ມີຊື່ວ່າ: Pau-Pau (ເປົາເປົາ) ທີ່ມີຄວາມໜ້າຮັກ ສົດໃສ ແລະ ເປັນມິດກັບທຸກຄົນ. ນ້ອງເປົາເປົາ ພ້ອມກັບ ຟູດແພນດ້າ ໄດ້ເປີດແຄມເປນສຸດຍິ່ງໃຫຍ່ “panda paradise” ຕ້ອນຮັບປີໃໝ່ 2022 ນີ້ ດ້ວຍການເດີນທາງໄປທົ່ວປະເທດ ເຂົ້າໃກ້ສິດກັບລູກຄ້າທຸກແຂວງ ແລະ ພ້ອມຂື້ນເປັນແບຣນສົ່ງອາຫານ ແລະ ເຄື່ອງກິນເຄື່ອງໃຊ້ ອັນດັບໜຶ່ງຂອງລາວ ທີ່ເຂົ້າເຖິງງ່າຍ …

Read More »