Breaking News

Kuanjai Life Stlye

ມາແບບເໜືອຊັ້ນ! ນັກເຕະຍິງທີມຊາດລາວ ສາມາດເອົາຊະນະ ທີມຊາດສິງກະໂປ ໄປເຖິງ “7-0” (ຊົມເຊີຍ! ເກັ່ງຫຼາຍໆ)

ເປັນຂ່າວສານທີ່ກຳລັງມາແຮງທີ່ສຸດໃນເວລານີ້ ນັບວ່າເປັນຂ່າວດີເລີຍກໍວ່າໄດ້ ເພາະຫຼ້າສຸດໃນ ວັນທີ 13 ພຶດສະພາ 2019 ທີ່ຜ່ານມາ ຢູ່ທີ່ສະໜາມ “Institute of Physical Education Chonburi Campus Stadium 1” ແຂວງຊົນບູຣີ ປະເທດໄທ ໄດ້ມີການແຂ່ງຂັນບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື “AFF U15 GIRLS’ CHAMPIONSHIP 2019” ເຊິ່ງ ທີມຊາດລາວ ລົງສະຫນາມນັດທີ 2 ພົບກັບ ທີມຊາດສິງກະໂປ. ຜ່ານການແຂ່ງຂັນຜົນປາກົດວ່າ ທີມຊາດລາວ ສາມາດເອົາຊະນະ ທີມຊາດສິງກະໂປ ໄປເຖິງ “7-0″ ໂດຍ ທີມຊາດລາວ ໄດ້ 3 ປະຕູ ຈາກ ເບີ 8 ເປ້ …

Read More »

ໄພຮ້າຍໜ້າຮ້ອນ! ທີ່ບໍ່ຄວນເບິ່ງຂ້າມ… (ເບິ່ງແຍງຕົວເອງແນວໃດດີ?)

ປັດຈຸບັນເຮົາກຳລັງພົບເຈິກັບອາກາດທີ່ຮ້ອນອົບເອົ້າ ອາດເຮັດໃຫ້ຫຼາຍຄົນເຈັບປ່ວຍໄດ້  ເພາະອາກາດຮ້ອນ ໄປຈົນເຖິງຮ້ອນເຖິງທີ່ສຸດອາດເຮັດໃຫ້ຮ່າງກາຍປັບສົມດຸນຮ່າງກາຍບໍ່ທັນ ແລະ ອາດເຮັດໃຫ້ເກີດເຫດບໍ່ຄາດຄິດເຊັ່ນ: ໜ້າມືດເປັນລົມ ໝົດສະຕິ ຫຼື ອາດເປັນເຫດໃຫ້ເສຍຊີວິດໄດ້, ດັ່ງນັ້ນ!!! ການເບິ່ງແຍງຕົວເອງໃນຊ່ວງໜ້າຮ້ອນຈຶ່ງເປັນສິ່ງສຳຄັນ ລອງມາເບິ່ງວິທີທີ່ຈະເບິ່ງແຍງຕົວເອງໃນຊ່ວງໜ້າຮ້ອນລອງເບິ່ງເນາະ… ດື່ມນໍ້າໃຫ້ພຽງພໍ ອາກາດຮ້ອນໆແບບນີ້ ຄວນທີ່ຈະດື່ມນໍ້າໃຫ້ຫຼາຍຂຶ້ນ ເພື່ອບໍ່ໃຫ້ຮ່າງກາຍຂາດນໍ້າ ແລະ ຄວນທີ່ຈະມີນໍ້າດື່ມໄວ້ຕິດໂຕຈະດີທີ່ສຸດ ໝາກໄມ້ຊ່ວຍໃຫ້ບັນເທົາອາກາດຮ້ອນ ໝາກໄມ້ບາງຊະນິດມີລິດເຢັນ ຊຶ່ງສ່ວນໃຫ່ຍຈະມີລົດຊາດຫວານປົນສົ້ມ ຈຶ່ງສາມາດແກ້ ດັບຮ້ອນ ແລະ ປັບສົມດຸນຮ່າງກາຍໄດ້ເປັນຢ່າງດີ ເຊັ່ນ: ມັງຄຸດ, ໝາກໂມ, ໝາກແຕງ, ໝາກກ້ຽງ, ໝາກມັງກອນ, ໝາກນັດ ແລະ ອື່ນໆ… ດັ່ງນັ້ນ!! ຖ້າຮ່າງກາຍຮ້ອນຈົນເກີນໄປຄວນຮີບຫາໝາກໄມ້ມາກິນເພື່ອຈະໄດ້ຫຼຸດຄວາມຮ້ອນໄດ້ ຫຼື ໃຜທີ່ເບື່ອບໍ່ມັກກິນໝາກໄມ້ແບບທຳມະດາ ກໍສາມາດຊອກນໍ້າໝາກໄມ້ປັ່ນ ແຕ່ບໍ່ຄວນໃສ່ນໍ້າຕານໃນນໍ້າປັ່ນຫຼາຍເກີນໄປ ເພາະຈະເຮັດໃຫ້ນໍ້າໜັກຂຶ້ນບໍ່ຮູ້ໂຕເດີ້ ຫຼື ມີອີກວິທີໜຶ່ງງ່າຍໆຄື ສາມາດຊອກຫາປັ່ນໝາກໄມ້ເພື່ອສຸຂະພາບ ແບບນີ້ໄດ້ທີ່ຮ້ານ Kaogee Cafe  ຮັບຮອງບໍ່ໃສ່ນໍ້າຕານ ໄດ້ວິຕາມິນແບບ 100% ແນ່ນອນ ອອກກຳລັງກາຍ …

Read More »

ທ່ຽວ Slow life ໄປເບິ່ງທຳມະຊາດ ໄປເບິ່ງລິງອູ້ມລູກ ໄປກິນຕົ້ມຫອຍປັງ ຢູ່ເມືອງຈຳພອນ ແຂວງສະຫວັນນະເຂດກັນບໍ່?

ອາກາດຮ້ອນ ປົນພາຍຸເຂົ້າ ຮູ້ສຶກເບື່ອໆຢາກໄປທ່ຽວ ແຕ່ສິໃຫ້ອອກນອກປະເທດ ເປີດເບິ່ງບັນຊີພັດເປັນໄປໄດ້ຍາກ (555) ດຽວກ່ອນ!!! ບໍ່ຕ້ອງນ້ອຍໃຈໄປ ມີສະຖານທີ່ມາແນະນຳແຟນໆອີກແລ້ວ ແນະນຳຕ້ອງມາທີ່ນີ້ເລີຍ ເມືອງຈຳພອນ ແຂວງສະຫວັນນະເຂດ ເຊິ່ງມີບ່ອນທ່ອງທ່ຽວຫຼາກຫຼາຍບໍ່ວ່າຈະເປັນທາງທຳມະຊາດ ວັດທະນະທຳແລະ ປະຫວັດສາດແຖມຫ່າງຈາກຕົວເມືອງພຽງ 50km ເທົ່ານັ້ນ. ເລີ່ມຕົ້ນອອກເດີນທາງຕາມສາຍທາງເລກທີ 9A ພໍຮອດຫຼັກ35 ລ້ຽວເຂົ້າໄປອີກປະມານ 20km ກໍ່ຮອດຝາຍສຸຍແລ້ວ “ສຸຍ” ເປັນນ້ຳຕົກມະໂນ ທີ່ຜູ້ຄົນອ້ອມແອ້ມບ້ານແລະອອກມາຈາກຕົວເມືອງໄກສອນວັນເສົາອາທິດມັກມາໂດດນ້ຳ ນອກນັ້ນຈະມີຕົ້ມຫອຍປັງ ແລະ ປີ້ງປາກົດ.. ຂາຍແຄມຝັ່ງສຸຍ ມີບ່ອນຈອດລົດສະດວກສະບາຍ ຖ້າໃຜໄດ້ມີໂອກາດໄດ້ມາໂດດນ້ຳຢູ່ ສຸຍແຫ່ງນີ້ ແນະນຳໃຫ້ຂັບລົດຕໍ່ໄປອີກໜ້ອຍໜຶ່ງ ກໍ່ຮອດບ້ານດົງເມືອງ ຈະເຫັນລີງອູ້ມລູກ ອູ້ມຫຼານອອກມາຢືນຖ້າອາຫານນຳນັກທ່ອງທ່ຽວເຕັມໄປໝົດເລີຍ. ລີງຂ້ອນຂ້າງລື້ງຄົນ ແຕ່ລາວບໍ່ໃຫ້ຈັບເດີ້ ບໍລິເວນດົງລີງ ຈະມີຮ້ານຄ້າເຊິ່ງສ່ວນຫຼາຍກໍ່ຈະຂາຍອາຫານໃຫ້ລີງຫັ້ນແລະ ເປັນກ້ວຍ ຖົ່ວດິນ ແລະ ເຂົ້າໜົມ… ອອກຈາກດົງລີງ ຂັບລົດຜ່ານທົ່ງນາໄປຕໍ່ອີກຈັກໜ້ອຍກໍ່ຈະຮອດ ບ້ານໜອງລຳຈັນ ໃນບ້ານຈະມີວັດເຊິ່ງພາຍໃນວັດຈະມີຫໍພະໄຕປີດົກ ຫຼືຫໍໄຕ ຕັ້ງຢູ່ກາງໜອງນ້ຳ …

Read More »

ເມື່ອຍ ທໍ້ ເຊັງ? ໄປເຕີມພະລັງຊີວິດຢູ່ ນະຄອນຫຼວງພະບາງ ກັນເທາະ

ເມື່ອຍ ທໍ້ ເຊັງ? ໄປເຕີມພະລັງຊີວິດແບບ Slow Life  ທີ່ ນະຄອນຫຼວງພະບາງ ປະເທດລາວ ກັນເທາະ ເພາະຂຶ້ນຊື່ເປັນເມືອງມໍລະດົກໂລກ ທີ່ດຶງດູດນັກທ່ອງທ່ຽວຈາກທົ່ວໂລກມາສຳຜັດກັບ ວິຖີຊີ​ວິດອັນລຽບງ່າຍ, ເຮືອນຊານບ້ານຊ່ອງອັນເປັນເອກກະລັກ ແລະ ວັດວາອາຮາມທີ່ຍັງຄົງອານຸລັກຄວາມເກົ່າແກ່ ແລະດັ້ງເດີມໄວ້ໄດ້ເປັນຢ່າງດີ.     ປັດຈຸບັນນີ້ ກະແສການທ່ອງທ່ຽວແບບຊ້າໆ ຄ່ອຍໆເປັນຄ່ອຍໆໄປ ຊຶມຊັບກັບບັນຍາກາດອ້ອມຮອບຕົວ ຫຼື ທີ່ເພິ່ນເອີ້ນວ່າ ການໃຊ້ຊິວິດ ແບບ “Slow Life” ກຳລັງໄດ້ຮັບຄວາມນີຍົມຫຼາຍຂຶ້ນໃນກຸ່ມນັກທ່ອງທ່ຽວ ທີ່ຢາກຊອກຫາແຫຼ່ງທ່ອງທ່ຽວທີ່ສະຫງົບ ປ່ອຍໂຕ ປ່ອຍໃຈໄປນຳບັນຍາກາດທຳມະຊາດ ແລະຫຼີກໜີຈາກຄວາມວຸ້ນວາຍໃນຕົວເມືອງ. ລອງມາເບິ່ງຮູບພາບງາມໆໃນ ນະຄອນຫຼວງພະບາງ ແຕ່ຖ້າວ່າໄປທ່ອງທ່ຽວເມື່ອຍແລ້ວ ຄິດຢາກນັ່ງພັກ ຂໍແນະນຳເປັນຮ້ານ ເຂົ້າຈີ່ ຄາເຟ່ ເລີຍເດີ້ ເພາະບໍ່ວ່າຈະເປັນ ເຂົ້າຈີ່ ກາເຟ ຫຼື ທຸກໆເມນູໃນຮ້ານນີ້ ແຊບ ສະອາດ ລາຄາເໝາະສົມ ແຖມພໍນັ່ງແລ້ວກໍໄດ້ອາລົມ ຊຶມຊັບໄປກັບບັນຍາກາດຂອງເມືອງມໍລະດົກໂລກສຸດໆ… …

Read More »

ນາງຟ້າສາຍປັ່ນ! ນັກສະແດງຈາກໄທ ຄວ້າລາງວັນ…ໃນການປັ່ນລົດຖີບ “BIKE FOR HER 2019” ໃນປະເທດລາວ 

ແຟນໆຫຼາຍທ່ານທີ່ໄດ້ໄປຮ່ວມໃນງານ ປັ່ນລົດຖີບເພື່ອການກຸສົນ  “Bike for her 2019” ໃນວັນທີ 10 ມີນາ 2019 ທີ່ຜ່ານມາ ແລະ ທັງຍັງແຟນໆທາງບ້ານ ຕ່າງກໍສົງໃສ ແລະ ງົງວ່າ ສາວຄົນງາມນັກປັ່ນລົດຖີບທີ່ມາຄວ້າຮອງລາງວັນຊະນະເລີດ ໃນການແຂ່ງຂັນລົດຖີບ “Bike for her 2019” ນັ້ນແມ່ນໃຜ? ໃນເມື່ອແຟນໆຖາມມາແບບນີ້ທາງ ຂວັນໃຈ ເຮົາກໍຈັດໃຫ້ ແລະ ໄດ້ໄປຊອກຊ໋ອກແຊກ ສືບຫາມາແລ້ວວ່າ ສາວນັກປັ່ນຄົນນີ້ຊື່ ລັດຕະນະພອນ ກິ່ນກຸຫຼາບຫິລັນ (ມິ້ມ) ເປັນນັກສະແດງຊື່ດັງຂອງປະເທດໄທນັ້ນເອງ… ເຊິ່ງສາວ ມິ້ມ ຄົນນີ້ໄດ້ເດີນທາງມາພ້ອມກັບ ລຸ້ນເອື້ອຍຂອງເພິ່ນນາມວ່າ ຊະເອມ ວັນນະຊາ  ເຊິ່ງງານນີ້ພວກເຂົາມາແບບແພັກຄູ່ ແລະ ຍັງຄວ້າລາງວັນກັບປະເທດໄປທັງສອງສາວ ມິ້ມ ລາງວັນຮອງອັນດັບ 1 ແລະ ຊະເອມ ລາງວັນຮອງອັນດັບ 2 ໃນສາຍ  Road Bike  ໄລຍະທາງ 85 …

Read More »