ມີຂ່າວຂອງ ສາວ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງສາວຊື່ດັງບ້ານເຮົາ ທີ່ຫຼ້າສຸດໄດ້ມີໂອກາດຮ່ວມສະແດງລະຄອນຄູ່ກັບ ຕູມຕາມ ຍຸດທະນາ ພະເອກຊື່ດັງຂອງປະເທດເພື່ອນບ້ານ (ໄທ), ເຊິ່ງໃນວັນທີ 14 ທັນວາ 2018 ກໍເປັນມື້ມົງຄົນ ໄດ້ເລີກງາມຍາມດີ ບວງສວງ “ລະຄອນ ດອກຄູນສຽງແຄນ” ຈັດຂຶ້ນທີ່ ຈັງຫວັດ ນະຄອນພະນົມ ປະເທດໄທ ເຊິ່ງບັນຍາກາດກໍເຕັມໄປດ້ວຍຄວາມຄຶກຄັກ ມີນັກສະແດງເຂົ້າຮ່ວມຢ່າງຫຼວງຫຼາຍ. ເຊິ່ງ ສາວ ລູກນໍ້າ ກໍຍັງໄດ້ໂພສຜ່ານເຟສບຸກ ແລະ ອິນສະຕາແກຣມສ່ວນຕົວວ່າ… “ບວງສວງລະຄອນ ດອກຄູນສຽງແຄນ ຢ່າລືມຕິດຕາມການຫລິ້ນລະຄອນຄັ້ງທຳອິດຂອງນ້ຳ ຫລິ້ນຄູ່ກັບ ອ້າຍຕູມຕາມ ຍຸດທະນາ ເປັນກຳລັງໃຈໃຫ້ກັບນັກສະແດງລາວຄົນນີ້ແນ່ເດີ້ ຂໍໃຫ້ເຮັງໆປັງໆ ສາທຸ ສາທຸ ສາທຸ” ເຮັດໃຫ້ມີບັນດາແຟນໆເຂົ້າໄປໃຫ້ກຳລັງໃຈ ແລະ ຖ້າຕິດຕາມລະຄອນທີ່ນາງໄດ້ຮ່ວມສະແດງເປັນຄັ້ງທຳອິດກັນຢ່າງຫຼວງຫຼາຍ. ຢ່າງໃດກໍ່ຝາກ…ແຟນໆເປັນກຳລັງໃຈໃຫ້ ສາວ ລູກນໍ້າ ທິດາລັດ ນັກສະແດງສາວຈາກປະເທດລາວເຮົາຄົນນີ້ແດ່ເດີ້ແຟນໆ!!! Story: ຊະນີIndy …
Read More »ຂ່າວບັນເທີງນອກປະເທດ
ຂົນລຸກກກກ! ມາເບິ່ງ ສະເຕັບ ການຍ່າງເທິງເວທີຂອງ ອອນອານົງ ໃນເວທີ Miss Universe 2018 (ເຊຍລາວສຸດໃຈ)
ວ້າວ ວ້າວ ວ້າວ ຂົນລຸກກກ ອຶ້ງ…ໃນຄວາມສາມາດ ບໍ່ເວົ້າເຖິງບໍ່ໄດ້ເລີຍເດີ້ໃນເວລານີ້… ຫຼ້າສຸດໃນຄໍ່າຄືນວັນທີ 13 ທັນວາ 2018 ທີ່ຜ່ານມາ ທາງກອງປະກວດ Miss Universe 2018 ກໍໄດ້ຈັດປະກວດ ຮອບຊຸດລາຕຣີ ແລະ ຮອບຊຸດລອຍນໍ້າ, ແຕ່ທີ່ເປັນກະແສ ຮືຮາ ກັນພຽງຂ້າມຄືນທີ່ສຸດກໍຄື ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ໂຊສະເຕັບການຍ່າງໃນເວທີລະດັບໂລກໄດ້ໂດດເດັ່ນ ແລະ ໜ້າປະທັບໃຈຫຼາຍ ເຮັດເອົາແຟນໆນາງງາມລາວຕ່າງກໍ່ຍ້ອງຍໍ ແລະ ຕົບມືຊົມເຊີຍໃນຄວາມໝັ້ນຂອງນາງ!!! (ຄລິບ ຮອບຊຸດລາຕຣີ) #Laos Evening Gown Competition #MissUniverse2018 #Laos Evening Gown Competition #MissUniverse2018 Posted by BeautyQueen on Thursday, …
Read More »ຂ່າວດີໆໆໆ! ຊຸດປະຈຳຊາດລາວຖືກຈັດອັນດັບໃຫ້ຕິດ Top ອັນດັບຕົ້ນໆໃນເວທີ Miss Universe 2018 #ແຊຣໄປໃຫ້ໂລກຮູ້
ມີຂ່າວດີມາຝາກພໍ່ແມ່ພີ່ນ້ອງຊາວລາວອີກແລ້ວ ຫຼັງຈາກທີ່ມີຮອບແຂ່ງຂັນ ຊຸດປະຈຳຊາດ ໃນເວທີປະກວດນາງງາມລະດັບໂລກ Miss Universe 2018 ເຊິ່ງຫຼ້າສຸດໄດ້ມີການຈັດອັນດັບຈາກຫຼາຍໆສື່ ຫຼາຍໆໂພສຳຫຼວດວ່າ ຊຸດປະຈຳຊາດລາວ ຕິດ Top ອັນດັບຕົ້ນໆຂອງການປະກວດຊຸດປະຈຳຊາດໃນປີນີ້!!! ແລະ ຍັງບໍ່ໝົດແຕ່ພຽງເທົ່ານັ້ນ ຍັງມີເວັບໄຊ້ການປະກວດນາງງາມຊື່ດັງ #Missosology ໄດ້ມີການຈັດອັນດັບໃຫ້ ຊຸດປະຈຳຊາດລາວເຮົາ ທີ່ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ໄດ້ສວມໃສ່ ເຊິ່ງຕິດອັນດັບ 1 ໃນ 10 ເຊິ່ງຈັດຢູ່ອັນດັບທີ 9 ຈາກທັງໝົດ 90ກວ່າປະເທດທົ່ວໂລກອີກດ້ວຍ. (ມີລິ້ງການຈັດອັນດັບ http://missosology.org/miss-universe/featured-article-miss-universe/54851-top-10-most-spectacular-national-costumes-at-miss-universe-2018/?fbclid=IwAR36WQ1Th-zT_GyRROk649ZX2kv44erWZFsMx99RQFIt18Et2teambqN4BQ) ເຫັນແລ້ວກໍເປັນທີ່ໜ້າຍິນດີສຸດໆ!!! ໃນເວລານີ້ ອອນອະນົງ ຫອມສົມບັດ Miss Universe Laos 2018 ກຳລັງເຮັດໜ້າທີ່ຕົວແທນສາວງາມຈາກປະເທດລາວໃນການປະກວດເວທີລະດັບໂລກ Miss Universe 2018 ທີ່ ປະເທດ ໄທ ແລະ ຈະມີຮອບຕັດສິນໃນວັນທີ 16 ທັນວາ 2018 ນີ້, …
Read More »So strong! ອອນອະນົງ ແບກຊຸດປະຈຳຊາດລາວ 40Kg ໃນເວທີ Miss Universe 2018 (ເປັນນາງງາມລ້າໆໂລກບໍ່ຈື່ ຕອ້ງແຂງແຮງ ແລະ ມີຄວາມອົດທົນ)
ເປັນກະແສຮືຮາ Talk of the town ມາໃຫ້ເປັນປະເດັນໄດ້ເວົ້າໄດ້ລົມກັນ… ເລື່ອງກໍມີຢູ່ວ່າໃນວັນທີ 10 ທັນວາ 2018 ທີ່ຜ່ານມາ ກໍເປັນເວລາທີ່ມີຮອບແຂ່ງຂັນໃນຮອບຊຸດປະຈຳຊາດ ແລະ ສິ່ງທີ່ແຟນໆຖ້າລຸ້ນ ຖ້າເຊຍ ແລະ ໃຫ້ກຳລັງໃຈກໍຄື ອອນອະນົງ ຫອມສົມບັດ Miss Universe Laos ທີ່ໄດ້ໄປເຮັດໜ້າທີ່ເປັນຕົວແທນສາວງາມປະເທດລາວ ໃນເວທີ Miss Universe 2018 ທີ່ຈັດຂຶ້ນທີ່ ປະເທດໄທ ໃນປີນີ້. ເຊິ່ງຫຼ້າສຸດ ກໍມີການປ່ອຍຮູບພາບ ແລະ ຄລິບການໂຊຊຸດປະຈຳຊາດລາວ ຜ່ານການນຳສະເໜີຂອງ ອອນອະນົງ ຫອມສົມບັດ Miss Universe Laos ໃຫ້ແຟນໆ ແລະ ຄົນທົ່ວໂລກໄດ້ເຫັນກັນໄປແດ່ແລ້ວ ຕ້ອງຂໍບອກວ່າສາວລາວເຮົາກໍເຮັດໄດ້ດີຫຼາຍ… (ເບິ່ງຄລິບ) ນ້ອງນາງສາວ ອອນອານົງ ຫອມສົມບັດ Miss Universe Laos 2018 ໃສ່ສຸດປະຈຳຊາດ ປະກວດເຖີງເວທີ …
Read More »ມີຄວາມໝາຍແນວໃດ? ກັບຊຸດປະຈຳຊາດຂອງ ຕູ່ ທິດາ ທີ່ຈະໃຊ້ເຂົ້າປະກວດໃນເວທີ Miss Tourism International 2018 ທີ່ປະເທດ ມາເລເຊຍ
ຫຼ້າສຸດກໍມີການເຜີຍໃຫ້ໄດ້ເຫັນກັນແລ້ວ ສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ໃນການປະກວດສາວງາມເວທີລະດັບໂລກ Miss Tourism International 2018 ທີ່ຈັດຂຶ້ນທີ່ ປະເທດ ມາເລເຊຍ, ເຊິ່ງປີນີ້ຕົວແທນສາວງາມປະເທດລາວທີ່ເດີນທາງໄປປະກວດກໍຄື ທິດາ ສິດທິໄຊ (ຕູ່) Miss Tourism International Laos 2018 ເຊິ່ງບອກເລີຍວ່ານາງມີຄວາມພ້ອມຢ່າງເຕັມທີ່ໃນການປະກວດໃນປີນີ້. ເຊິ່ງຊຸດປະຈຳຊາດລາວທີ່ຈະໃຊ້ເຂົ້າແຂ່ງຂັນໃນເວທີ Miss Tourism International 2018 ມີຊື່ວ່າ “ສາວເຂັນຝ້າຍ” ໄດ້ແຮງບັນດານໃຈມາຈາກຊົນເຜົ່າຜູ້ໄທທາງພາກໃຕ້ແຂວງສະຫວັນນະເຂດ. ເຊິ່ງເປັນຊົນເຜົ່າທີ່ສືບທອດກັນມາແຕ່ປູ່ຍ່າຕາຍາຍທາງດິນແດນໃຕ້, ແຕ່ຜ້າຝ້າຍລາວກໍມີເກືອບທຸກພາກໃນປະເທດລາວທີ່ມີລວດລາຍທີ່ງົດງາມ ແລະ ເປັນເອກະລັກທີ່ແຕກຕ່າງກັນ. ວິທີການເຮັດໂດຍໄດ້ນຳເອົາວັດຖຸດີບເປືອກໄມ້ຈາກທຳມະຊາດມາປະສົມປະສານຕົ້ມເປັນແມ່ສີ, ເພື່ອນຳມາຍ້ອມເສັ້ນຝ້າຍທີ່ເຂັນອອກຈາກດອກຝ້າຍ ແລະ ນຳມາຕາກແຫ້ງ. ຈາກນັ້ນກໍນຳເອົາເສັ້ນຝ້າຍທີ່ຍ້ອມສີແລ້ວມາເຂັນເພື່ອນຳໄປຕ່ຳເປັນຜຶນຜ້າ. ເພາະວ່າແມ່ຍິງລາວມີຄວາມຜູກພັນກັບການນຸ່ງສີ້ນ ແລະ ການຕໍ່າຫູກທີ່ບໍ່ສາມາດແຍກອອກຈາກກັນໄດ້ ການເຂັນຝ້າຍຕໍ່າຫູກເປັນຄຸນສົມບັດປະຈຳໃຈຂອງແມ່ຍິງລາວ, ຄວາມງາມລວດລາຍຂອງຜ້າສີ້ນແຕ່ລະຜືນແມ່ນເກີດຈາກສີມື, ຄວາມສາມາດ, ການປະດິດຄິດສ້າງຂອງແມ່ຍິງລາວທີ່ມີຄຸນຄ່າ ແລະ ຖືກຍອມຮັບໃນສັງຄົມລາວທີ່ສືບທອດມາແຕ່ດຶກດຳບັນ. ເປັນເອກກະລັກຂອງຊົນເຜົ່າ ແລະ ຂອງຊົນຊາດ, ຈິ່ງເປັນກິດຈະກຳອັນສຳຄັນຂອງແມ່ຍິງລາວເປັນເອກກະລັກຂອງຊົນເຜົ່າຜູ້ໄທ ແລະ ເປັນເອກະລັກຂອງຊາດລາວໄວ້ຢ່າງຫມັ້ນຄົງ ແລະ ຕະຫລອດໄປ …
Read More »