Breaking News

ຂ່າວບັນເທີງນອກປະເທດ

ມາເບິ່ງ! ຄົນດັງທີ່ຊົງອິດທິພົນດ້ານ Fashion ທີ່ສຸດໃນໂລກ ປະຈຳປີ 2018 ໄດ້ແກ່…

ຄຳວ່າ Fashion ເປັນຫຍັງທີ່ນິຍາມບໍ່ໄດ້ ແລະ ບໍ່ມີຂອບເຂດຈຳກັດ ແຕ່ລະຄົນກໍລ້ວນມີ Slyle ເປັນຂອງຕົວເອງ, ໃນມື້ນີ້ ຂວັນໃຈ ເຮົາຈະພາແຟນໆມາອັບເດດບັນດາເຫຼົ່າເຈົ້າແມ່ແຟຊັ່ນທີ່ໄດ້ຖຶກຈັດລຳດັບວ່າເປັນ ແມ່ຍິງທີ່ຊົງອິດທິພົນດ້ານ Fashion ທີ່ສຸດໃນໂລກ 20 ອັນດັບ ປະຈຳປີ 2018 ຈາກການຈັດລຳດັບຂອງ Lyst ກູລູຊື່ດັງຈາກການຈັດລຳດັບດ້ານແຟຊັ່ນ, ເຊິ່ງປີນີ້ອັນດັບທີ 1 ໄດ້ແກ່ Kylie Jenner ຂໍບອກວ່າເພິ່ນມາແຮງ ແຊງທຸກຄົນແທ້ໆ!!! ລອງມາເບິ່ງ 20 ອັນດັບ ແມ່ຍິງທີ່ຊົງອິດທິພົນດ້ານ Fashion ທີ່ສຸດໃນໂລກ ປະຈຳປີ 2018 ໄດ້ແກ່: 1.Kylie Jenner 2.Kim Kardashian 3.Meghan Markle 4.Cardi B 5.Beyoncé 6.Serena Williams 7.Chiara Ferragni 8.Blake Lively 9.Rihanna …

Read More »

ສະແດງຄວາມຍິນດີ! ໄດ້ແລ້ວ Miss Tourism Queen Laos 2018 ງົດງາມເໝາະສົມຕຳແໜ່ງ!!!

ຫຼາຍເວທີຈົນນັບບໍ່ຖ້ວນກັນແລ້ວໃນເວລານີ້… ມີຂ່າວສານເລື່ອງວົງການນາງງາມມາຝາກພໍ່ແມ່ພີ່ນ້ອງຊາວລາວອີກແລ້ວ ຫຼ້າສຸດກໍໄດ້ແລ້ວ ບອກເລີຍວ່າງົດງາມ ເໝາະສົມກັບຕຳແໜ່ງສຸດໆ Miss Tourism Queen Laos 2018 ນັ້ນກໍຄື ວານິພອນ ພູມີໄຊ (ໂຢໂຢ້)  ເຊີ່ງໄດ້ຮັບຕຳແໜ່ງມາແບບສົດໆຮ້ອນໆໃນວັນທີ 23 ພະຈິກ 2018 ທີ່ຜ່ານມາ ແລະ ຍັງຈະໄດ້ໄປເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີໂລກ Miss Tourism Queen  ທີ່ປະເທດໄທອີກດ້ວຍ. (ຂໍສະແດງຄວາມຍິນດີ) ສຳລັບຮອງ Miss Tourism Queen Laos 2018  ມີດັ່ງນີ້: ປຸລັດດາ ສາຍດອນໂຂງ ສາວງາມຈາກແຂວງ ອັດຕະປື ອານິດາ ມິ່ງບຸບຜາ ສາວງາມຈາກແຂວງ ຫຼວງພະບາງ ລາວັນ ເພັງຄຳວົງ ສາວງາມຈາກແຂວງ ຜົ້ງສາລີ ງົດງາມ ສົມມົງແທ້ໆ!!! ຢ່າງໃດກໍຂໍສະແດງຄວາມຍິນດີກັບບັນດາສາວງາມທີ່ໄດ້ຮັບຕຳແໜ່ງກັນໝົດທຸກຄົນເລີຍເດີ້ ແລະ ຄົນລາວເຮົາກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ບັນດາສາວງາມຈາກປະເທດລາວໃນເວທີໂລກນຳກັນແດ່ເດີ້ #ຮັກລາວເຊຍລາວ ??   #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: FB/Miss …

Read More »

ອະລັງການງານສ້າງ! “ຊຸດຍັກທົດສະກັນ” ຊຸດປະຈຳຊາດຂອງ ຢຸ້ຍ ສັນທະນີ ໃນເວທີ Miss Supranational 2018 ທີ່ໂປແລນ

ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss Supranational 2018 ຄັ້ງນີ້ກໍຖືວ່າເປັນປີທຳອິດທີ່ສົ່ງຕົວແທນສາວງາມຈາກລາວໄປປະກວດໃນເວທີດັ່ງກ່າວ, ນອກຈາກສາວງາມ ກໍຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່… ແລະ ຫຼ້າສຸດກໍມີການເຜີຍໃຫ້ໄດ້ເຫັນກັນແລ້ວ ສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ໃນການປະກວດສາວງາມເວທີລະດັບໂລກ Miss Supranational 2018 ທີ່ປະເທດ ໂປແລນ ໃນເດືອນ ທັນວາ 2018 ນີ້, ເຊິ່ງປີນີ້ຕົວແທນສາວງາມປະເທດລາວທີ່ເດີນທາງໄປປະກວດກໍຄື ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational Laos 2018 ເຊິ່ງບອກເລີຍວ່ານາງມີຄວາມພ້ອມຢ່າງເຕັມທີ່ໃນການປະກວດໃນປີນີ້. ເຊິ່ງຊຸດປະຈຳຊາດລາວຂອງ Miss Supranational Laos 2018 ມີຊື່ວ່າ “ຊຸດຍັກທົດສະກັນ” ຊຸດແມ່ນມີຄວາມອະລັງການງານສ້າງ ງົດງາມ ມີເອກະລັກປະຈຳຊາດ ມີແນວຄວາມຄິດສ້າງສັນໃນການອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ມີຄວາມໝາຍ ແລະ ຄວາມສຳຄັນເປັນທີ່ສຸດ. ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? …

Read More »

ກຽມເຜີຍແລ້ວ! ຊຸດປະຈຳຊາດຂອງ Miss Supranational Laos 2018 (ອະລັງການແນ່ນອນ)

ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss Supranational 2018 ຄັ້ງນີ້ກໍຖືວ່າເປັນປີທຳອິດທີ່ສົ່ງຕົວແທນສາວງາມຈາກລາວໄປປະກວດໃນເວທີດັ່ງກ່າວ, ນອກຈາກສາວງາມ ກໍຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ແລະ ຫຼ້າສຸດກໍມີການກຽມເຜີຍໃຫ້ໄດ້ເຫັນກັນແລ້ວ ສຳລັບຊຸດປະຈຳຊາດລາວທີ່ຈະໃຊ້ໃນການປະກວດສາວງາມເວທີລະດັບໂລກ Miss Supranational 2018 ທີ່ປະເທດ ໂປແລນ ໃນເດືອນ ທັນວາ 2018 ນີ້, ເຊິ່ງປີນີ້ຕົວແທນສາວງາມປະເທດລາວທີ່ເດີນທາງໄປປະກວດກໍຄື ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational Laos 2018 ເຊິ່ງບອກເລີຍວ່ານາງມີຄວາມພ້ອມຢ່າງເຕັມທີ່ໃນການປະກວດໃນປີນີ້. ເຊິ່ງຊຸດປະຈຳຊາດລາວຂອງ Miss Supranational Laos 2018 ມີຊື່ວ່າ “ຊຸດຍັກທົດສະກັນ” ຈະມີຄວາມອະລັງການ ງົດງາມ ມີເອກະລັກປະຈຳຊາດ ມີແນວຄວາມຄິດສ້າງສັນໃນການອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ມີຄວາມໝາຍ ແລະ ສຳຄັນສໍ່າໃດພຽງໃດນັ້ນ…ໃນມື້ນີ້ເອົາຕົວຢ່າງມາໃຫ້ເບິ່ງເປັນນໍ້າຈິ້ມໄປກ່ອນເນາະ…ດຽວອີກບໍ່ດົນນີ້ຮັບຮອງໄດ້ເບິ່ງແບບສະບັບເຕັມແນ່ນອນ (ລໍຖ້າຕິດຕາມເດີ້ແຟນໆ) ຢ່າງໃດເຮົາຄົນລາວກໍ່ຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ #ຮັກລາວເຊຍລາວ ?? #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? …

Read More »

ອີດ ໂປງລາງສະອອນ ທ່ອງທ່ຽວລາວ ພ້ອມກິນອາຫານທີ່ຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ!!!

ອີດ ໂປງລາງສະອອນ ນັກສະແດງຕະຫຼົກປະເທດເພື່ອນບ້ານ ກໍບໍ່ພາດທີ່ຈະມາທ່ອງທ່ຽວລາວ ພ້ອມຖ່າຍທຳລາຍການ ແລະ  ກິນອາຫານທີ່ຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ ບໍ່ວ່າຈະເປັນ ປິ້ງເປັດ-ເລືອດແປງເປັດ, ປີ້ງແບ້-ເລືອດແປງແບ້ ເຊິ່ງເພິ່ນຍັງໄດ້ບອກອີກວ່າການທ່ຽວກິນໃນເທື່ອນີ້ ແມ່ນໄດ້ຈ່າຍເງິນໄປທັງໝົດ 2 ມື້ລວມເປັນ 195,000 ກີບ ພ້ອມທັງປ່ອຍລາຍການທາງຊ່ອງຍູທູບໃຫ້ແຟນໆໄດ້ເບິ່ງໃນຕົ້ນເດືອນ ພະຈິກ ທີ່ຜ່ານມາ ແລະ ມີຍອດວິວເກືອບ 4 ແສນວິວ. (ມີຄລິບລາຍການ) ເບິ່ງແລ້ວເປັນແນວໃດກັບອາຫານທີ່ ອີດ ໂປງລາງສະອອນ ໄດ້ກ່າວຍ້ອງວ່າເປັນຂອງດີ ນະຄອນຫຼວງວຽງຈັນ???, ເອົ້າ!!! ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ປະເທດລາວ (Welcome to Laos) ຄລິບຈາກ: โปงลางสะออน CHANNEL

Read More »